1 ກະສັດ 12 - ພຣະຄຳພີສັກສິເຜົ່າທາງພາກເໜືອເປັນກະບົດ ( 2 ຂຄ 10:1-19 ) 1 ເຣໂຫໂບອາມໄດ້ໄປທີ່ເມືອງຊີເຄມ ບ່ອນທີ່ປະຊາຊົນອິດສະຣາເອນທາງພາກເໜືອ ໄດ້ເຕົ້າໂຮມກັນເພື່ອແຕ່ງຕັ້ງເພິ່ນໃຫ້ເປັນກະສັດ. 2 ເມື່ອເຢໂຣໂບອາມລູກຊາຍຂອງເນບັດ ຜູ້ທີ່ໄດ້ໄປອາໄສຢູ່ໃນປະເທດເອຢິບຍ້ອນປົບໜີຈາກກະສັດໂຊໂລໂມນ ໄດ້ຍິນຂ່າວນີ້; ລາວຈຶ່ງໄດ້ກັບຄືນມາຈາກ ປະເທດເອຢິບ. 3 ປະຊາຊົນໃນເຜົ່າທາງພາກເໜືອໄດ້ເຊີນລາວມາ ແລ້ວພວກເຂົາທຸກຄົນກໍໄປຫາເຣໂຫໂບອາມ ແລະເວົ້າຕໍ່ເພິ່ນວ່າ, 4 “ກະສັດໂຊໂລໂມນ ພໍ່ຂອງທ່ານໄດ້ປະຕິບັດຕໍ່ພວກເຮົາຢ່າງຮຸນແຮງໂພດ ແລະໃຫ້ພວກເຮົາແບກພາລະໜັກເກີນໄປ. ຖ້າທ່ານຊ່ວຍບັນເທົາພາລະນີ້ໃຫ້ເບົາບາງລົງ ແລະເຮັດໃຫ້ພວກເຮົາມີຊີວິດສະບາຍຂຶ້ນ ພວກເຮົາກໍຈະເປັນປະຊາຊົນທີ່ສັດຊື່ຕໍ່ທ່ານ.” 5 ກະສັດເຣໂຫໂບອາມຕອບວ່າ, “ໃຫ້ພວກເຈົ້າກັບຄືນມາໃໝ່ພາຍໃນສາມວັນ ແລະເຮົາຈະໃຫ້ຄຳຕອບແກ່ພວກເຈົ້າ.” ດັ່ງນັ້ນ ພວກເຂົາຈຶ່ງໄດ້ຈາກໄປ. 6 ກະສັດເຣໂຫໂບອາມໄດ້ຂໍຄຳປຶກສາຈາກບັນດາຜູ້ອາວຸໂສ ທີ່ເຄີຍຮັບໃຊ້ກະສັດໂຊໂລໂມນພໍ່ຂອງຕົນ. ເພິ່ນຖາມວ່າ, “ພວກທ່ານຈະແນະນຳເຮົາໃຫ້ຕອບປະຊາຊົນເຫຼົ່ານີ້ຢ່າງໃດ?” 7 ພວກເຂົາຕອບວ່າ, “ຖ້າທ່ານຢາກຈະຮັບໃຊ້ປະຊາຊົນເຫຼົ່ານີ້ໃຫ້ດີ ຈົ່ງຕອບຕາມຄວາມຂໍຮ້ອງຂອງພວກເຂົາ ແລະພວກເຂົາກໍຈະຮັບໃຊ້ທ່ານຢ່າງສັດຊື່ເລື້ອຍໄປ.” 8 ແຕ່ກະສັດບໍ່ໄດ້ເອົາໃຈໃສ່ຕໍ່ຄຳແນະນຳຂອງພວກຜູ້ອາວຸໂສເຫຼົ່ານັ້ນ. ເພິ່ນໄດ້ໄປຫາພວກຄົນໜຸ່ມທີ່ເຕີບໃຫຍ່ຂຶ້ນມາພ້ອມກັບຕົນ ແລະເວລານີ້ເປັນທີ່ປຶກສາຂອງເພິ່ນ. 9 ເພິ່ນຖາມວ່າ, “ພວກເຈົ້າຈະໃຫ້ຄຳແນະນຳເຮົາເຮັດຢ່າງໃດ? ເຮົາຈະກ່າວແກ່ປະຊາຊົນທີ່ມາຂໍໃຫ້ຜ່ອນຜັນພາລະຂອງພວກເຂົາຢ່າງໃດ?” 10 ພວກເຂົາຕອບວ່າ, “ທ່ານຄວນບອກພວກເຂົາຢ່າງນີ້: ນີ້ວກ້ອຍຂອງເຮົາກໍໃຫຍ່ກວ່າແອວພໍ່ຂອງເຮົາ.” 11 ໃຫ້ບອກພວກເຂົາວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກໃຫ້ພວກທ່ານ; ເຮົາຈະວາງພາລະໜັກຫລາຍກວ່ານັ້ນອີກ. ເພິ່ນໄດ້ໃຊ້ໄມ້ແສ້ຕີພວກທ່ານ ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ທີ່ມີໄລເຫຼັກ.” 12 ສາມວັນຕໍ່ມາ ເຢໂຣໂບອາມພ້ອມກັບປະຊາຊົນທັງໝົດ ກໍກັບຄືນມາຫາກະສັດເຣໂຫໂບອາມຕາມທີ່ເພິ່ນໄດ້ບອກພວກເຂົາ. 13 ກະສັດບໍ່ຍອມຮັບເອົາຄຳແນະນຳຂອງພວກຜູ້ອາວຸໂສ ແລະໄດ້ຕອບປະຊາຊົນຢ່າງຮຸນແຮງ 14 ຕາມທີ່ພວກຄົນໜຸ່ມໄດ້ແນະນຳເພິ່ນນັ້ນ. ເພິ່ນເວົ້າວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກໃຫ້ພວກທ່ານ; ເຮົາແຮ່ງຈະວາງພາລະໜັກຫລາຍກວ່ານັ້ນອີກ. ເພິ່ນໄດ້ຕີພວກທ່ານດ້ວຍໄມ້ແສ້, ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ທີ່ມີໄລເຫຼັກ.” 15 ສະນັ້ນ ກະສັດຈຶ່ງບໍ່ຍອມຮັບຄຳຮ້ອງທຸກຂອງປະຊາຊົນ ເພາະແມ່ນຄວາມປະສົງຂອງພຣະເຈົ້າຢາເວທີ່ໄດ້ໃຫ້ເຫດການເຊັ່ນນີ້ເກີດຂຶ້ນ ເພື່ອໃຫ້ສຳເລັດຕາມຄຳສັນຍາທີ່ພຣະເຈົ້າຢາເວໄດ້ກ່າວໄວ້ກັບເຢໂຣໂບອາມລູກຊາຍຂອງເນບັດ ຜ່ານທາງຜູ້ທຳນວາຍອາຮີຢາແຫ່ງເມືອງຊີໂລ. 16 ເມື່ອປະຊາຊົນທັງໝົດໄດ້ເຫັນວ່າກະສັດບໍ່ຟັງຄວາມຂອງພວກເຂົາ; ປະຊາຊົນຈຶ່ງທູນຕອບກະສັດວ່າ, “ພວກຂ້ານ້ອຍມີສ່ວນອັນໃດກັບດາວິດ? ພວກຂ້ານ້ອຍທັງຫຼາຍບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງກັບຄືນໄປເຕັນຂອງຕົນເທີ້ນ ດາວິດເອີຍ ຈົ່ງດູແລຣາຊວົງຂອງທ່ານເອງສາເຖີດ.” ຊາວອິດສະຣາເອນຈຶ່ງໄດ້ຈາກໄປສູ່ເຕັນຂອງພວກເຂົາ. 17 ໂດຍປ່ອຍໃຫ້ເຈົ້າເຣໂຫໂບອາມເປັນກະສັດປົກຄອງ ພຽງແຕ່ປະຊາຊົນອິດສະຣາເອນທີ່ອາໄສຢູ່ໃນເຂດແດນຢູດາຍເທົ່ານັ້ນ. 18 ແລ້ວກະສັດເຣໂຫໂບອາມກໍໃຊ້ອາໂດນີຣາມ ຜູ້ຮັບຜິດຊອບດ້ານແຮງງານໃຫ້ໄປຫາຊາວອິດສະຣາເອນ; ແຕ່ພວກເຂົາໄດ້ແກວ່ງກ້ອນຫີນໃສ່ລາວຈົນຕາຍ. ເມື່ອເປັນເຊັ່ນນີ້ ກະສັດເຣໂຫໂບອາມຈຶ່ງຟ້າວຂຶ້ນລົດມ້າ ແລະປົບໜີໄປສູ່ນະຄອນເຢຣູຊາເລັມ. 19 ນັບຕັ້ງແຕ່ນັ້ນມາ ປະຊາຊົນຂອງອານາຈັກເໜືອແຫ່ງຊາດອິດສະຣາເອນ ກໍໄດ້ກະບົດຕໍ່ເຊື້ອວົງຂອງກະສັດດາວິດ. 20 ເມື່ອປະຊາຊົນອິດສະຣາເອນຮູ້ວ່າ ເຢໂຣໂບອາມໄດ້ກັບຄືນມາແຕ່ເອຢິບແລ້ວ ພວກເຂົາກໍເຊີນລາວເຂົ້າມາຮ່ວມປະຊຸມກັບປະຊາຊົນ ແລະແຕ່ງຕັ້ງລາວໃຫ້ເປັນກະສັດຂອງຊາວອິດສະຣາເອນ. ສະນັ້ນ ຈຶ່ງມີແຕ່ເຜົ່າຢູດາເທົ່ານັ້ນ ທີ່ຍັງສັດຊື່ຕໍ່ເຊື້ອວົງຂອງກະສັດດາວິດ. ຄຳທຳນວາຍຂອງເຊມາອີຢາ ( 2 ຂຄ 11:1-4 ) 21 ເມື່ອກະສັດເຣໂຫໂບອາມໄດ້ມາຮອດນະຄອນເຢຣູຊາເລັມແລ້ວ ເພິ່ນກໍເອີ້ນເອົາທະຫານຜູ້ເກັ່ງກ້າຈາກເຜົ່າຢູດາ ແລະເບັນຢາມິນໜຶ່ງຮ້ອຍແປດສິບພັນຄົນ. ເພິ່ນຕັ້ງໃຈຈະໄປເຮັດເສິກ ເພື່ອຍາດແຍ່ງເອົາເຜົ່າທາງພາກເໜືອຂອງຊາດອິດສະຣາເອນ ໃຫ້ຄືນມາຢູ່ໃຕ້ອຳນາດຂອງຕົນ. 22 ແຕ່ພຣະເຈົ້າໄດ້ບອກໃຫ້ຜູ້ທຳນວາຍເຊມາອີຢາຄົນຂອງພຣະເຈົ້າ 23 ນຳເອົາຖ້ອຍຄຳໄປບອກກະສັດເຣໂຫໂບອາມ ລູກຊາຍກະສັດໂຊໂລໂມນກັບປະຊາຊົນທັງໝົດຂອງເຜົ່າຢູດາ ແລະເບັນຢາມິນ ດັ່ງຕໍ່ໄປນີ້: 24 “ຢ່າໂຈມຕີປະຊາຊົນອິດສະຣາເອນ ພີ່ນ້ອງຂອງພວກເຈົ້າເອງເລີຍ. ພວກເຈົ້າທຸກຄົນກັບບ້ານສາ. ແມ່ນເຮົາເອງທີ່ເຮັດໃຫ້ເກີດເຫດການເຊັ່ນນີ້.” ພວກເຂົາທັງໝົດໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະຕ່າງກໍໄດ້ກັບຄືນເມືອຕາມຄຳສັ່ງຂອງພຣະເຈົ້າຢາເວ. ເຢໂຣໂບອາມຫັນໜີຈາກພຣະເຈົ້າ 25 ກະສັດເຢໂຣໂບອາມແຫ່ງອິດສະຣາເອນໄດ້ສ້າງປ້ອມປ້ອງກັນເມືອງຊີເຄມ ໃນເຂດເນີນພູເອຟຣາອິມແລະອາໄສຢູ່ທີ່ນັ້ນຊົ່ວຄາວ. ແລ້ວເພິ່ນກໍໄດ້ອອກຈາກບ່ອນນີ້ໄປສ້າງປ້ອມປ້ອງກັນເມືອງເປນູເອນ. 26-27 ເພິ່ນເວົ້າກັບຕົນເອງວ່າ, “ເມື່ອສະພາບການເປັນຄືແນວນີ້ ຖ້າປະຊາຊົນຂອງເຮົາສືບຕໍ່ໄປຖວາຍເຄື່ອງບູຊາທີ່ວິຫານຂອງພຣະເຈົ້າຢາເວ ແຫ່ງນະຄອນເຢຣູຊາເລັມ; ພວກເຂົາຈະປ່ຽນໃຈໄປເປັນພວກຂອງເຣໂຫໂບອາມແຫ່ງຢູດາຍ ແລະຈະຂ້າເຮົາເສຍ.” 28 ເມື່ອຄິດໄດ້ດັ່ງນັ້ນແລ້ວ ເພິ່ນຈຶ່ງສ້າງຮູບງົວຄຳສອງໂຕ ແລະກ່າວແກ່ປະຊາຊົນວ່າ, “ພວກເຈົ້າໄດ້ໄປນະມັດສະການທີ່ນະຄອນເຢຣູຊາເລັມ ເປັນເວລາດົນນານພໍສົມຄວນ. ປະຊາຊົນອິດສະຣາເອນເອີຍ ນີ້ເດ ຄືບັນດາພະຂອງພວກເຈົ້າທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ.” 29 ແລ້ວເພິ່ນກໍເອົາຮູບງົວຄຳໂຕໜຶ່ງຕັ້ງໄວ້ທີ່ເມືອງເບັດເອນ ແລະອີກໂຕໜຶ່ງຕັ້ງໄວ້ທີ່ເມືອງດານ. 30 ດັ່ງນັ້ນ ປະຊາຊົນຈຶ່ງເຮັດບາບ ໂດຍໄປຂາບໄຫວ້ທີ່ເມືອງເບັດເອນແລະທີ່ເມືອງດານ. 31 ກະສັດເຢໂຣໂບອາມຍັງໄດ້ສ້າງບ່ອນຂາບໄຫວ້ຢູ່ເທິງຈອມພູ ແລະໄດ້ແຕ່ງຕັ້ງເອົາຄົນຈາກຄອບຄົວຕ່າງໆມາເປັນປະໂຣຫິດ ໂດຍບໍ່ໄດ້ເລືອກເອົາຄົນເຜົ່າເລວີ. ພວກຂາບໄຫວ້ຮູບເຄົາຣົບທີ່ເບັດເອນຖືກລົງໂທດ 32 ກະສັດເຢໂຣໂບອາມໄດ້ກຳນົດໃຫ້ມີພິທີສະຫລອງທາງສາສະໜາ ໃນວັນທີສິບຫ້າເດືອນແປດ ເໝືອນດັ່ງວັນສະຫລອງທີ່ອານາຈັກຢູດາຍ. ເທິງແທ່ນບູຊາທີ່ເບັດເອນ ເພິ່ນໄດ້ຖວາຍເຄື່ອງບູຊາແກ່ຮູບງົວຄຳທີ່ເພິ່ນຫລໍ່ຂຶ້ນນັ້ນ ແລະເພິ່ນໄດ້ແຕ່ງຕັ້ງປະໂຣຫິດບາງຄົນໃຫ້ຮັບໃຊ້ຢູ່ໃນບ່ອນຂາບໄຫວ້ ທີ່ເພິ່ນໄດ້ສ້າງຂຶ້ນນັ້ນຄືກັນ. 33 ໃນວັນທີສິບຫ້າເດືອນແປດຄືວັນທີ່ກະສັດໄດ້ກຳນົດເອົາເອງ ເພິ່ນໄດ້ໄປທີ່ເບັດເອນ ແລະຖວາຍເຄື່ອງບູຊາໂດຍຕົນເອງທີ່ເທິງແທ່ນ ໃນເທດສະການສະຫລອງທີ່ເພິ່ນໄດ້ຕັ້ງຂຶ້ນເອງສຳລັບປະຊາຊົນອິດສະຣາເອນ. |
@ 2012 United Bible Societies. All Rights Reserved.