Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 11 - ພຣະຄຳພີສັກສິ


ໂຊໂລໂມນ​ຫັນໜີ​ຈາກ​ພຣະເຈົ້າ

1 ກະສັດ​ໂຊໂລໂມນ​ໄດ້​ເກີດ​ມີ​ຄວາມ​ຮັກ​ກັບ​ຍິງສາວ​ຊາວ​ຕ່າງຊາດ​ຫລາຍ​ຄົນ. ນອກຈາກ​ລູກສາວ​ຂອງ​ກະສັດ​ເອຢິບ​ແລ້ວ​ເພິ່ນ​ຍັງ​ມີ​ເມຍ​ຄົນ​ຮິດຕີ, ຄົນ​ໂມອາບ, ຄົນ​ອຳໂມນ, ຄົນ​ເອໂດມ ແລະ​ຄົນ​ຊີໂດນ.

2 ເພິ່ນ​ເອົາ​ຍິງ​ເຫຼົ່ານີ້​ມາ​ເປັນ​ເມຍ ແມ່ນ​ວ່າ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຊາວ​ອິດສະຣາເອນ​ບໍ່​ໃຫ້​ແຕ່ງງານ​ກັບ​ຍິງ​ເຫຼົ່ານີ້ ເພາະ​ພວກເຂົາ​ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ສັດຊື່​ຕໍ່​ບັນດາ​ພະອື່ນ.

3 ກະສັດ​ໂຊໂລໂມນ​ມີ​ເມຍ​ທີ່​ເປັນ​ເຈົ້າຍິງ​ເຈັດຮ້ອຍ​ຄົນ ແລະ​ຍັງ​ມີ​ເມຍນ້ອຍ​ສາມຮ້ອຍ​ຄົນ. ພວກ​ຍິງ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ເພິ່ນ​ຫັນໜີ​ຈາກ​ພຣະເຈົ້າ

4 ແລະ​ເມື່ອ​ເຖິງ​ເວລາ​ເພິ່ນ​ເຖົ້າແກ່​ແລ້ວ ພວກ​ນາງ​ກໍໄດ້​ນຳພາ​ເພິ່ນ​ໄປ​ຂາບໄຫວ້​ບັນດາ​ພະ​ຕ່າງຊາດ. ເພິ່ນ​ບໍ່ໄດ້​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ດັ່ງ​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ.

5 ເພິ່ນ​ໄດ້​ຂາບໄຫວ້​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ ແລະ​ພະ​ມິນກົມ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.

6 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຕິດຕາມ​ພຣະເຈົ້າຢາເວ ດັ່ງ​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ.

7 ຢູ່​ເທິງ​ພູເຂົາ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ກະສັດ​ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ພະ​ເຄໂມດ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ໂມອາບ ແລະ​ສ້າງ​ບ່ອນ​ຂາບໄຫວ້​ພະ​ໂມເລັກ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.

8 ເພິ່ນ​ຍັງ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ໃຫ້​ບັນດາ​ເມຍ​ຕ່າງຊາດ​ຂອງ​ເພິ່ນ​ທຸກຄົນ ເພື່ອ​ໃຫ້​ພວກເຂົາ​ເຜົາ​ເຄື່ອງຫອມ ແລະ​ຖວາຍບູຊາ​ແກ່​ບັນດາ​ພະ​ຂອງ​ພວກເຂົາ.

9-10 ແມ່ນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ປາກົດ​ຕໍ່​ໂຊໂລໂມນ​ເຖິງ​ສອງ​ຄັ້ງ ແລະ​ສັ່ງ​ເພິ່ນ​ບໍ່​ໃຫ້​ຂາບໄຫວ້​ບັນດາ​ພະ​ຕ່າງຊາດ​ກໍຕາມ; ໂຊໂລໂມນ​ກໍ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ເພິ່ນ ເພິ່ນ​ໄດ້​ຫັນໜີ​ຈາກ​ພຣະອົງ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຄຽດຮ້າຍ​ກະສັດ​ໂຊໂລໂມນ

11 ເຫດສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ໂຊໂລໂມນ​ວ່າ, “ຍ້ອນ​ເຈົ້າ​ຝ່າຝືນ​ພັນທະສັນຍາ ທີ່​ມີ​ໄວ້​ກັບ​ເຮົາ​ຢ່າງ​ເຈດຕະນາ ແລະ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ເຮົາ​ສັນຍາ​ວ່າ​ເຮົາ​ຈະ​ເອົາ​ອານາຈັກ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ ແລະ​ຈະ​ຍົກ​ໃຫ້​ຄົນ​ໜຶ່ງ​ໃນ​ບັນດາ​ຂ້າຣາຊການ​ຂອງເຈົ້າ.

12 ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເພື່ອ​ເຫັນ​ແກ່​ດາວິດ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ກ່າວ​ມາ​ນີ້​ໃນ​ຊົ່ວຊີວິດ​ຂອງເຈົ້າ ແຕ່​ມັນ​ຈະ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ລູກຊາຍ​ຂອງເຈົ້າ.

13 ເຮົາ​ຈະ​ບໍ່​ເອົາ​ອານາຈັກ​ທັງໝົດ​ໄປ​ຈາກ​ລາວ; ແຕ່​ເຮົາ​ຈະ​ຈົ່ງ​ເຜົ່າໜຶ່ງ​ໄວ້​ໃຫ້​ລາວ​ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ນະຄອນ​ເຢຣູຊາເລັມ ເມືອງ​ທີ່​ເຮົາ​ໄດ້​ເລືອກໄວ້​ເປັນ​ຂອງເຮົາ.”


ເຫຼົ່າ​ສັດຕູ​ຂອງ​ໂຊໂລໂມນ

14 ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ເຮັດ​ໃຫ້​ຮາດາດ ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ກະສັດ​ແຫ່ງ​ເອໂດມ ເປັນ​ສັດຕູ​ຕໍ່​ກະສັດ​ໂຊໂລໂມນ.

15-16 ດົນນານ​ມາ​ແລ້ວ​ກ່ອນ​ເຫດການ​ນີ້ ເມື່ອ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ເອໂດມ ໂຢອາບ​ຜູ້​ບັນຊາການ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ເມືອງ​ນັ້ນ​ເພື່ອ​ຝັງສົບ​ຄົນ​ຕາຍ. ລາວ​ກັບ​ພວກ​ທະຫານ​ຂອງ​ລາວ​ໄດ້​ຄ້າງ​ຢູ່​ໃນ​ເອໂດມ​ເປັນ​ເວລາ​ຫົກ​ເດືອນ ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເອໂດມ

17 ເວັ້ນໄວ້​ແຕ່​ຮາດາດ​ກັບ​ຄົນ​ຮັບໃຊ້​ຊາວ​ເອໂດມ​ບາງຄົນ​ຂອງ​ພໍ່​ຕົນ ທີ່​ປົບໜີໄປ​ປະເທດ​ເອຢິບ. (ໃນ​ຄາວນັ້ນ​ຮາດາດ​ຍັງ​ເປັນ​ເດັກນ້ອຍ​ຢູ່.)

18 ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ມີດີອານ​ໄປ​ທີ່​ເມືອງ​ປາຣານ ຊຶ່ງ​ມີ​ຊາວ​ປາຣານ​ບາງຄົນ​ໄດ້​ຮ່ວມ​ໄປ​ນຳ​ດ້ວຍ. ແລ້ວ​ພວກເຂົາ​ກໍໄດ້​ເດີນທາງ​ໄປ​ປະເທດ​ເອຢິບ ແລະ​ໄປ​ເຝົ້າ​ກະສັດ​ຟາໂຣ; ກະສັດ​ຜູ້​ນີ້​ໄດ້​ເອົາ​ດິນແດນ​ບາງ​ຕອນ ແລະ​ເຮືອນ​ຫລັງ​ໜຶ່ງ​ໃຫ້​ຮາດາດ ແລະ​ຈັດຫາ​ສະບຽງ​ອາຫານ​ໃຫ້​ລາວ.

19 ຮາດາດ​ເປັນ​ທີ່​ພໍໃຈ​ຂອງ​ກະສັດ​ຟາໂຣ; ສະນັ້ນ ກະສັດ​ຈຶ່ງ​ຍົກ​ນ້ອງ​ເມຍ​ຂອງຕົນ ຄື​ນ້ອງສາວ​ຂອງ​ຣາຊີນີ​ຕາເປເນັດ ໃຫ້​ເປັນ​ເມຍ​ຂອງ​ລາວ.

20 ນາງ​ມີ​ລູກຊາຍ​ຜູ້ໜຶ່ງ​ກັບ​ຮາດາດ​ຊື່​ວ່າ ເກນູບັດ; ຣາຊີນີ​ຕາເປເນັດ​ໄດ້​ລ້ຽງດູ​ເດັກ​ນີ້​ໄວ້​ໃນ​ຣາຊວັງ ບ່ອນ​ດຽວກັນ​ກັບ​ບັນດາ​ລູກຊາຍ​ຂອງ​ກະສັດ.

21 ຕໍ່ມາ ເມື່ອ​ຮາດາດ​ໄດ້ຍິນ​ຂ່າວ​ວ່າ​ກະສັດ​ດາວິດ​ໄດ້​ຕາຍໄປ​ແລ້ວ ແລະ​ໂຢອາບ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ​ກໍ​ຕາຍໄປ​ດ້ວຍ; ສະນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ, “ກະລຸນາ​ໃຫ້​ຂ້ານ້ອຍ​ກັບ​ເມືອ​ປະເທດ​ຂອງ​ຂ້ານ້ອຍ​ສາ.”

22 ກະສັດ​ຖາມ​ວ່າ, “ເຮົາ​ເຮັດ​ໃຫ້​ເຈົ້າ​ຂາດເຂີນ​ສິ່ງໜຶ່ງ​ສິ່ງໃດ​ຊັ້ນບໍ? ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ຢາກ​ກັບຄືນ​ເມືອ​ປະເທດ​ຂອງ​ເຈົ້າ?” ຮາດາດ​ຕອບ​ກະສັດ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄດ້​ກັບຄືນ​ເມືອ​ກ່ອນ.” ແລ້ວ​ລາວ​ກໍໄດ້​ກັບ​ເມືອ​ປະເທດ​ຂອງຕົນ. ພໍ​ຮາດາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ເອໂດມ​ແລ້ວ ລາວ​ໄດ້​ກາຍເປັນ​ຄົນຊົ່ວຮ້າຍ ແລະ​ທັງ​ເປັນ​ສັດຕູ​ຜູ້​ຮ້າຍກາດ​ຂອງ​ຊາດ​ອິດສະຣາເອນ.

23 ພຣະເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ເຣຊົນ ລູກຊາຍ​ຂອງ​ເອລີອາດາ​ເປັນ​ສັດຕູ​ຕໍ່​ກະສັດ​ໂຊໂລໂມນ. ເຣຊົນ​ໄດ້​ປົບໜີ​ຈາກ​ເຈົ້າ​ຮາດາເດເຊ ນາຍ​ຂອງຕົນ​ຜູ້​ທີ່​ເປັນ​ກະສັດ​ແຫ່ງ​ໂຊບາ

24 ແລະ​ໄດ້​ກາຍເປັນ​ຫົວໜ້າ​ຂອງ​ພວກ​ກອງໂຈນ. (ເຫດການ​ນີ້​ໄດ້​ເກີດຂຶ້ນ ຫລັງຈາກ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ຮາດາເດເຊ ແລະ​ຂ້າ​ຊາວ​ຊີເຣຍ​ຜູ້​ເປັນ​ພັນທະມິດ​ຂອງ​ລາວ.) ເຣຊົນ ແລະ​ພັກພວກ​ຂອງ​ລາວ​ໄດ້​ໄປ​ຢູ່​ໃນ​ເມືອງ​ດາມັສກັດ ແລ້ວ​ພັກພວກ​ຂອງ​ລາວ​ກໍໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ແຫ່ງ​ຊີເຣຍ.

25 ລາວ​ເປັນ​ສັດຕູ​ຄົນ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ຕະຫລອດ​ເວລາ​ທີ່​ກະສັດ​ໂຊໂລໂມນ​ຍັງ​ມີ​ຊີວິດ​ຢູ່. ລາວ​ໄດ້​ສ້າງ​ຄວາມ​ວຸ້ນວາຍ​ເໝືອນ​ດັ່ງ​ຮາດາດ​ໄດ້​ເຮັດ; ລາວ​ໄດ້​ກຽດຊັງ​ຊາດ​ອິດສະຣາເອນ ແລະ​ປົກຄອງ​ເໜືອ​ຊີເຣຍ.


ພຣະເຈົ້າ​ສັນຍາ​ຕໍ່​ເຢໂຣໂບອາມ

26 ເຢໂຣໂບອາມ ຄົນ​ໃນ​ຣາຊການ​ຂອງ​ກະສັດ​ໂຊໂລໂມນ ເປັນ​ສັດຕູ​ຜູ້ໜຶ່ງ​ຂອງ​ເພິ່ນ​ເຊັ່ນກັນ. ລາວ​ເປັນ​ລູກຊາຍ​ຂອງ​ເນບັດ ຊາວ​ເມືອງ​ເຊເຣດາ​ໃນ​ເຜົ່າ​ເອຟຣາອິມ. ແມ່​ຂອງ​ລາວ​ເປັນ​ໝ້າຍ​ຊື່​ວ່າ ເຊຣູຢາ.

27 ຕໍ່ໄປນີ້​ແມ່ນ​ເລື່ອງລາວ​ການ​ກະບົດ​ຂອງ​ເຢໂຣໂບອາມ: ກະສັດ​ໂຊໂລໂມນ​ໄດ້​ຖົມ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ສ້ອມແປງ​ກຳແພງ​ເມືອງ.

28 ເຢໂຣໂບອາມ​ເປັນ​ຊາຍໜຸ່ມ​ທີ່​ເກັ່ງກ້າ ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ສັງເກດ​ເຫັນ​ວ່າ ລາວ​ເປັນ​ຊາຍໜຸ່ມ​ທີ່​ເອົາໃຈໃສ່​ຕໍ່​ວຽກງານ ເພິ່ນ​ຈຶ່ງ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ກຳກັບ​ແຮງງານ​ທັງໝົດ ຂອງ​ເຜົ່າ​ມານາເຊ ແລະ​ເຜົ່າ​ເອຟຣາອິມ.

29 ມື້​ໜຶ່ງ ໃນ​ຂະນະທີ່​ເຢໂຣໂບອາມ​ເດີນທາງ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ຜູ້ທຳນວາຍ​ອາຮີຢາ​ແຫ່ງ​ເມືອງ​ຊີໂລ​ກໍໄດ້​ໄປ​ພົບ​ລາວ​ຕາມ​ລຳພັງ ທີ່​ຖະໜົນ​ນອກເມືອງ.

30 ອາຮີຢາ​ໄດ້​ແກ້​ເສື້ອຄຸມ​ໃໝ່​ທີ່​ຕົນ​ນຸ່ງ​ນັ້ນ​ອອກ ແລ້ວ​ຈີກ​ເປັນ​ສິບສອງ​ຕ່ອນ

31 ແລະ​ກ່າວ​ແກ່​ເຢໂຣໂບອາມ​ວ່າ, “ໃຫ້​ເຈົ້າ​ເອົາ​ໄປ​ສິບ​ຕ່ອນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ແກ່​ເຈົ້າ​ວ່າ, ‘ເບິ່ງແມ ເຮົາ​ຈະ​ເອົາ​ອານາຈັກ​ໄປ​ຈາກ​ໂຊໂລໂມນ ແລະ​ຍົກ​ໃຫ້​ເຈົ້າ​ສິບ​ເຜົ່າ.

32 ເຮົາ​ຈະ​ຈົ່ງ​ເຜົ່າ​ໜຶ່ງ​ໄວ້​ໃຫ້​ລາວ ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ນະຄອນ​ເຢຣູຊາເລັມ ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້​ເປັນ​ຂອງເຮົາ ຈາກ​ດິນແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ.

33 ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.

34 ແຕ່​ເຮົາ​ຈະ​ບໍ່​ເອົາ​ອານາຈັກ​ໄປ​ໝົດ​ຈາກ​ລາວ ເພາະ​ເຮົາ​ຍັງ​ຈະ​ໃຫ້​ລາວ​ມີ​ອຳນາດ​ໄປ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ. ເຮົາ​ຈະ​ເຮັດ​ເຊັ່ນ​ນີ້ ເພາະ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ເລືອກເອົາ ແລະ​ເປັນ​ຜູ້​ທີ່​ໄດ້​ຖື​ຮັກສາ​ບັນດາ​ຂໍ້ຄຳສັ່ງ​ຂອງເຮົາ.

35 ເຮົາ​ຈະ​ເອົາ​ອານາຈັກ​ໄປ​ຈາກ​ລູກຊາຍ​ຂອງ​ໂຊໂລໂມນ ແລະ​ໃຫ້​ເຈົ້າ​ປົກຄອງ​ສິບ​ເຜົ່າ;

36 ເຮົາ​ຍັງ​ຈະ​ໃຫ້​ເຜົ່າ​ໜຶ່ງ​ແກ່​ລູກຊາຍ​ຂອງ​ລາວ ເພື່ອ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ຈະ​ມີ​ໂຄມໄຟ​ດວງ​ໜຶ່ງ ຕັ້ງ​ຢູ່​ຕໍ່ໜ້າ​ເຮົາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ສະເໝີ ຊຶ່ງ​ເປັນ​ນະຄອນ​ທີ່​ເຮົາ​ໄດ້​ເລືອກ​ໃຫ້​ນາມຊື່​ຂອງເຮົາ​ຕັ້ງ​ຢູ່​ທີ່​ນັ້ນ.

37 ເຢໂຣໂບອາມ​ເອີຍ ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ກະສັດ​ຂອງ​ອິດສະຣາເອນ ແລະ​ເຈົ້າ​ຈະ​ປົກຄອງ​ທົ່ວ​ທັງ​ເຂດແດນ​ຕາມ​ທີ່​ເຈົ້າ​ຕ້ອງການ.

38 ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ​ທຸກຢ່າງ, ປະຕິບັດ​ຕາມ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ເຮັດ​ໃຫ້​ເຮົາ​ພໍໃຈ​ໂດຍ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ດັ່ງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ໄດ້​ປະຕິບັດ​ນັ້ນ ເຮົາ​ກໍ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ. ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ກະສັດ​ຂອງ​ອິດສະຣາເອນ ແລະ​ຈະ​ໃຫ້​ມີ​ເຊື້ອສາຍ​ປົກຄອງ​ສືບແທນ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ປະຕິບັດ​ຕໍ່​ດາວິດ​ນັ້ນ.

39 ຍ້ອນ​ໂຊໂລໂມນ​ເຮັດ​ບາບ ເຮົາ​ຈະ​ລົງໂທດ​ເຊື້ອສາຍ​ຂອງ​ດາວິດ, ແຕ່​ບໍ່ແມ່ນ​ຕະຫລອດໄປ.”’

40 ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ຫາ​ວິທີ​ຂ້າ​ເຢໂຣໂບອາມ; ແຕ່​ເຢໂຣໂບອາມ​ໄດ້​ປົບໜີໄປ​ຫາ​ເຈົ້າ​ຊີຊາກ​ກະສັດ​ແຫ່ງ​ເອຢິບ ແລະ​ຢູ່​ໃນ​ປະເທດ​ນີ້​ຈົນ​ກະສັດ​ໂຊໂລໂມນ​ຕາຍ.


ໂຊໂລໂມນ​ຕາຍ
( 2 ຂຄ 9:29-31 )

41 ສິ່ງ​ອື່ນໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເຮັດ, ບໍ່​ວ່າ​ວຽກການ ແລະ​ສະຕິປັນຍາ​ຂອງ​ເພິ່ນ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ໂຊໂລໂມນ.

42 ກະສັດ​ໂຊໂລໂມນ​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເໜືອ​ປະເທດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ.

43 ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ທີ່​ເມືອງ​ຂອງ​ດາວິດ. ເຣໂຫໂບອາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan