Biblia Todo Logo
Bìoball air-loidhne

- Sanasan -

1 ກະສັດ 10 - ພຣະຄຳພີສັກສິ


ຣາຊີນີ​ແຫ່ງ​ເຊບາ​ມາ​ຢ້ຽມຢາມ
( 2 ຂຄ 9:1-12 )

1 ຣາຊີນີ​ແຫ່ງ​ເຊບາ​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ກະສັດ​ໂຊໂລໂມນ ຣາຊີນີ​ຈຶ່ງ​ເດີນທາງ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ທົດສອບ​ເພິ່ນ​ດ້ວຍ​ບັນຫາ​ຫຍຸ້ງຍາກ​ຫລາຍ​ຢ່າງ.

2 ຣາຊີນີ​ໄດ້​ນຳ​ເອົາ​ບໍລິວານ​ຢ່າງ​ຫລວງຫລາຍ​ມາ​ນຳ ພ້ອມ​ທັງ​ບັນທຸກ​ເຄື່ອງເທດ, ເພັດພອຍ ແລະ​ຄຳ​ເປັນ​ຈຳນວນ​ຫລາຍ​ໃສ່​ຫລັງ​ອູດ​ມາ. ເມື່ອ​ຣາຊີນີ​ກັບ​ກະສັດ​ໂຊໂລໂມນ​ໄດ້​ພົບ​ກັນ​ແລ້ວ ຣາຊີນີ​ກໍ​ຖາມ​ເພິ່ນ​ທຸກ​ບັນຫາ​ທີ່​ຣາຊີນີ​ສາມາດ​ຄິດ​ອອກ​ໄດ້.

3 ກະສັດ​ໂຊໂລໂມນ​ຕອບ​ໄດ້​ທຸກ​ບັນຫາ; ບໍ່ມີ​ເລື່ອງ​ໃດ​ຍາກ​ເກີນກວ່າ​ທີ່​ເພິ່ນ​ຈະ​ອະທິບາຍ.

4 ຣາຊີນີ​ແຫ່ງ​ເຊບາ​ຮູ້​ສຶກ​ປະທັບ​ໃຈ ໃນ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ເຫັນ​ຣາຊວັງ​ທີ່​ເພິ່ນ​ໄດ້​ສ້າງ.

5 ຣາຊີນີ​ເຫັນ​ອາຫານ​ທີ່​ເທິງ​ໂຕະ​ຂອງ​ເພິ່ນ, ສຳນັກ​ຂອງ​ຂ້າຣາຊການ, ການ​ຈັດ​ລະບຽບ​ຂອງ​ຂ້າຣາຊການ​ປະຈຳວັງ​ກັບ​ເຄື່ອງແບບ​ທີ່​ພວກເຂົາ​ນຸ່ງ ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ໃນ​ງານ​ກິນລ້ຽງ​ຕ່າງໆ ແລະ​ເຄື່ອງ​ບູຊາ​ທີ່​ເພິ່ນ​ຖວາຍ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ສິ່ງ​ທັງໝົດ​ນີ້​ເຮັດ​ໃຫ້​ຣາຊີນີ​ງຶດງໍ້ ແລະ​ປະຫລາດ​ໃຈ​ຫລາຍ.

6 ຣາຊີນີ​ຈຶ່ງ​ກ່າວ​ແກ່​ກະສັດ​ວ່າ, “ຄຳ​ເລົ່າລື​ທີ່​ຂ້ານ້ອຍ​ໄດ້ຍິນ​ຢູ່​ໃນ​ປະເທດ​ຂອງ​ຂ້ານ້ອຍ​ເອງ​ກ່ຽວກັບ​ທ່ານ ແລະ​ສະຕິປັນຍາ​ຂອງທ່ານ​ນັ້ນ​ກໍ​ເປັນ​ຈິງ​ແທ້

7 ແຕ່​ຂ້ານ້ອຍ​ບໍ່​ເຊື່ອ​ຈົນ​ໄດ້​ມາ​ເຫັນ​ດ້ວຍ​ຕົນເອງ ສິ່ງ​ທີ່​ຂ້ານ້ອຍ​ໄດ້ຍິນ​ນັ້ນ​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ສະຕິປັນຍາ​ນີ້; ທ່ານ​ມີ​ສະຕິປັນຍາ ແລະ​ຊັບສົມບັດ​ຫລາຍກວ່າ​ທີ່​ຂ້ານ້ອຍ​ໄດ້ຍິນ​ມາ.

8 ບັນດາ​ຄົນ ຂອງທ່ານ​ກໍ​ເປັນ​ສຸກ​ແທ້ ແລະ​ພວກ​ທີ່​ລໍ​ຮັບໃຊ້​ທ່ານ​ກໍ​ເປັນ​ສຸກ ທີ່​ມີ​ໂອກາດ​ໄດ້ຍິນ​ຖ້ອຍຄຳ​ແຫ່ງ​ປັນຍາ​ຂອງທ່ານ.

9 ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ພຣະອົງ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ​ພຣະອົງ​ພໍໃຈ​ນຳ​ທ່ານ​ຫລາຍ​ທີ່ສຸດ ຈຶ່ງ​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ສຳລັບ​ຊາດ​ອິດສະຣາເອນ​ມີ​ຕະຫລອດໄປ ພຣະອົງ​ຈຶ່ງ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ ເພື່ອ​ທ່ານ​ຈະ​ຮັກສາ​ກົດບັນຍັດ​ແລະ​ຄວາມ​ຍຸດຕິທຳ​ໄວ້.”

10 ແລ້ວ​ຣາຊີນີ​ກໍໄດ້​ຖວາຍ​ຂອງຂວັນ ທີ່​ນຳ​ມາ​ໃຫ້​ກະສັດ​ໂຊໂລໂມນ ຊຶ່ງ​ມີ​ຄຳ​ໜັກ​ປະມານ​ຫ້າ​ໂຕນ ແລະ​ເຄື່ອງເທດ​ກັບ​ເພັດພອຍ​ເປັນ​ຈຳນວນ​ຫລວງຫລາຍ. ເຄື່ອງເທດ​ທີ່​ຣາຊີນີ​ແຫ່ງ​ເຊບາ​ໄດ້​ມອບ​ໃຫ້​ກະສັດ​ໂຊໂລໂມນ​ນັ້ນ ມີ​ຫລາຍກວ່າ​ທຸກຄັ້ງ​ທີ່​ເພິ່ນ​ເຄີຍ​ໄດ້​ຮັບ​ມາ. (

11 ນອກຈາກນີ້​ແລ້ວ ຍັງ​ມີ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ ທີ່​ບັນທຸກ​ຄຳ​ມາ​ແຕ່​ໂອເຟຍ ແລະ​ທັງ​ໄດ້​ນຳ​ເອົາ​ໄມ້​ຈັນ ແລະ​ເພັດ​ເປັນ​ຈຳນວນ​ຫລວງຫລາຍ ມາ​ຈາກ​ທີ່​ນັ້ນ​ດ້ວຍ.

12 ກະສັດ​ໂຊໂລໂມນ​ໄດ້​ໃຊ້​ໄມ້​ນີ້​ເຮັດ​ຮາວ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຣາຊວັງ ແລະ​ເຮັດ​ພິນນ້ອຍ ແລະ​ພິນໃຫຍ່​ໃຫ້​ພວກ​ນັກດົນຕຼີ. ໄມ້​ນີ້​ແມ່ນ​ໄມ້​ຈັນ​ຊັ້ນ​ດີທີ່ສຸດ​ທີ່​ສົ່ງ​ເຂົ້າ​ໄປ​ໃນ​ອິດສະຣາເອນ ແລະ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ໄມ້​ຈັນ​ຢ່າງ​ນີ້​ອີກ​ເລີຍ.)

13 ກະສັດ​ໂຊໂລໂມນ​ໄດ້​ມອບ​ຂອງຂວັນ​ໃຫ້​ຣາຊີນີ​ແຫ່ງ​ເຊບາ​ຕາມທຳນຽມ; ນອກນີ້​ເພິ່ນ​ຍັງ​ມອບ​ທຸກສິ່ງ​ຕາມ​ທີ່​ຣາຊີນີ​ຂໍຮ້ອງ. ແລ້ວ​ຣາຊີນີ​ພ້ອມ​ທັງ​ຄະນະ​ຜູ້​ຕິດຕາມ ກໍໄດ້​ກັບຄືນ​ເມືອ​ດິນແດນ​ແຫ່ງ​ເຊບາ.


ຄວາມຮັ່ງມີ​ຂອງ​ກະສັດ​ໂຊໂລໂມນ
( 2 ຂຄ 9:13-28 )

14 ທຸກ​ປີ​ໃດ​ກະສັດ​ໂຊໂລໂມນ​ໄດ້​ຮັບ​ຄຳ​ໜັກ​ເກືອບ​ເຖິງ​ຊາວຫ້າ​ໂຕນ

15 ໂດຍ​ບໍ່​ນັບ​ການ​ເສຍສ່ວຍ​ຕ່າງໆ ຈາກ​ພວກ​ພໍ່ຄ້າ, ຈາກ​ກຳໄລ​ທີ່​ໄດ້​ມາ​ຈາກ​ການຄ້າ ແລະ​ຈາກ​ເຄື່ອງ​ບັນນາການ​ທີ່​ບັນດາ​ກະສັດ​ແຫ່ງ​ອາຣາເບຍ ແລະ​ພວກ​ຜູ້ປົກຄອງ​ເຂດ​ຕ່າງໆ​ໃນ​ປະເທດ​ອິດສະຣາເອນ​ໄດ້​ສົ່ງ​ມາ​ໃຫ້.

16 ກະສັດ​ໂຊໂລໂມນ​ຍັງ​ໄດ້​ເຮັດ​ໂລ້​ໃຫຍ່​ສອງຮ້ອຍ​ອັນ; ແຕ່ລະອັນ​ເຄືອບ​ດ້ວຍ​ຄຳ​ໜັກ​ເກືອບ​ເຖິງ​ເຈັດ​ກິໂລກຼາມ.

17 ເພິ່ນ​ຍັງ​ໄດ້​ສ້າງ​ໂລ້​ນ້ອຍ​ອີກ​ສາມຮ້ອຍ​ອັນ; ແຕ່ລະອັນ​ເຄືອບ​ດ້ວຍ​ຄຳ​ໜັກ​ເກືອບ​ສອງ​ກິໂລກຼາມ. ເພິ່ນ​ໄດ້​ເອົາ​ໂລ້​ເຫຼົ່ານີ້​ໄປ​ໄວ້​ໃນ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ.

18 ເພິ່ນ​ຍັງ​ໄດ້​ສ້າງ​ບັນລັງ​ທີ່​ໃຫຍ່ໂຕ. ບາງສ່ວນ​ຂອງ​ບັນລັງ​ນີ້​ໄດ້​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ນອກ​ນັ້ນ​ກໍ​ເຄືອບ​ດ້ວຍ​ຄຳ​ນໍ້າໜຶ່ງ.

19-20 ບັນລັງ​ນີ້​ມີ​ຂັ້ນໄດ​ຫົກ​ຂັ້ນ ທຸກ​ຂັ້ນ​ໃດ​ມີ​ຮູບ​ສິງ​ຢູ່​ສອງ​ຟາກ​ຂ້າງ ຊຶ່ງ​ລວມ​ທັງໝົດ​ແລ້ວ​ມີ​ຮູບ​ສິງ​ຢູ່​ສິບສອງ​ໂຕ. ຢູ່​ທາງ​ເບື້ອງ​ຫລັງ​ຂອງ​ບັນລັງ​ມີ​ຮູບ​ຫົວ​ງົວ ແລະ​ຂ້າງ​ບ່ອນ​ວາງ​ແຂນ​ແຕ່ລະ​ເບື້ອງ​ກໍ​ມີ​ຮູບ​ສິງ. ບໍ່ມີ​ອານາຈັກ​ໃດ​ທີ່​ມີ​ບັນລັງ​ຢ່າງ​ນີ້.

21 ຈອກ​ທັງໝົດ​ທີ່​ກະສັດ​ໂຊໂລໂມນ​ໃຊ້​ດື່ມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳ ແລະ​ເຄື່ອງໃຊ້​ທຸກຢ່າງ​ທີ່​ຢູ່​ໃນ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ​ກໍ​ເຮັດ​ດ້ວຍ​ຄຳ​ນໍ້າໜຶ່ງ. ບໍ່ມີ​ສິ່ງໃດ​ທີ່​ເຮັດ​ດ້ວຍ​ເງິນ ເພາະ​ເງິນ​ໃນ​ສະໄໝ​ຂອງ​ກະສັດ​ໂຊໂລໂມນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີ​ຄ່າ.

22 ກະສັດ​ໂຊໂລໂມນ​ຍັງ​ມີ​ຂະບວນ​ເຮືອ​ແຫ່ງ​ຕາກຊິດ ທີ່​ແລ່ນ​ໄປ​ກັບ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ. ໃນ​ທຸກ​ສາມ​ປີ​ໃດ ຂະບວນ​ເຮືອ​ຂອງ​ເພິ່ນ​ໄດ້​ແລ່ນ​ກັບຄືນ​ມາ ທັງ​ບັນທຸກ​ເອົາ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ​ລີງນ້ອຍ​ມາ​ນຳ​ດ້ວຍ.

23 ກະສັດ​ໂຊໂລໂມນ​ຮັ່ງມີ ແລະ​ສະຫລາດ​ຫລາຍກວ່າ​ກະສັດ​ທັງໝົດ​ທີ່​ແຜ່ນດິນ​ໂລກ.

24 ທົ່ວ​ທັງ​ແຜ່ນດິນ​ໂລກ​ກໍ​ຢາກ​ມາ​ຟັງ​ສະຕິປັນຍາ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ເພິ່ນ​ນັ້ນ.

25 ຜູ້​ທີ່​ມາ​ກໍໄດ້​ນຳ​ຂອງຂວັນ​ມາ​ມອບ​ໃຫ້​ເພິ່ນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ດ້ວຍ​ເງິນ ແລະ​ຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ ແລະ​ລໍ. ເຫດການ​ດັ່ງນີ້​ເປັນ​ມາ​ທຸກ​ປີ.

26 ກະສັດ​ໂຊໂລໂມນ​ໄດ້​ຮວບຮວມ​ລົດມ້າ​ແລະ​ມ້າ; ເພິ່ນ​ມີ​ລົດມ້າ​ໜຶ່ງພັນ​ສີ່ຮ້ອຍ​ຄັນ ແລະ​ມີ​ມ້າ​ສິບສອງພັນ​ໂຕ. ເພິ່ນ​ໄດ້​ເອົາ​ລົດມ້າ ແລະ​ມ້າ​ບາງສ່ວນ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ປະຈຳ​ໄວ້​ຕາມ​ເມືອງ​ຕ່າງໆ.

27 ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ ເງິນ​ຖື​ເປັນ​ຂອງ​ທຳມະດາ​ດັ່ງ​ກ້ອນຫີນ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຕົ້ນແປກ​ກໍ​ມີ​ຫລວງຫລາຍ, ແຕ່​ຖື​ເປັນ​ທຳມະດາ​ດັ່ງ​ຕົ້ນ​ໝາກເດື່ອເທດ ທີ່​ເກີດ​ຢູ່​ຕາມ​ຕີນ​ພູ​ຂອງ​ນະຄອນ​ເຢຣູຊາເລັມ.

28 ຝູງມ້າ​ຂອງ​ກະສັດ​ໄດ້​ມາ​ຈາກ​ມຸດສະຣີ ແລະ​ກີລີເກຍ ບ່ອນ​ທີ່​ບັນດາ​ຕົວແທນ​ຂອງ​ກະສັດ​ໄດ້​ໄປ​ຫາ​ຊອກ​ຊື້​ໃຫ້​ເພິ່ນ.

29 ສ່ວນ​ລົດຮົບ​ທີ່​ໄດ້​ນຳ​ເຂົ້າ​ມາ​ແຕ່​ປະເທດ​ເອຢິບ​ນັ້ນ ຄັນ​ລະ​ຫົກຮ້ອຍ​ຫລຽນ​ເງິນ ແລະ​ມ້າ​ໂຕ​ລະ​ໜຶ່ງຮ້ອຍ​ຫ້າສິບ​ຫລຽນ​ເງິນ. ຕົວແທນ​ເຫຼົ່ານີ້​ຍັງ​ໄດ້​ສົ່ງ​ມ້າ ແລະ​ລົດຮົບ​ເຂົ້າ​ໄປ​ຂາຍ​ໃຫ້​ກະສັດ​ຂອງ​ຊາວ​ຮິດຕີ​ແລະ​ຂອງ​ຊາວ​ຊີເຣຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan