1 ກະສັດ 1 - ພຣະຄຳພີສັກສິກະສັດດາວິດໃນໄວຊະຣາ 1 ມາບັດນີ້ ກະສັດດາວິດກໍເຖົ້າແກ່ຊະຣາຫລາຍແລ້ວ ເຖິງແມ່ນວ່າ ພວກຄົນຮັບໃຊ້ຫົ່ມຜ້າໃຫ້ເພິ່ນຫລາຍຜືນກໍຍັງບໍ່ອົບອຸ່ນ. 2 ດັ່ງນັ້ນ ບັນດາຂ້າຣາຊການຈຶ່ງໄດ້ບອກເພິ່ນວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພວກຂ້ານ້ອຍຊອກຫາຍິງສາວບໍຣິສຸດມາຢູ່ກັບທ່ານເພື່ອບົວລະບັດທ່ານ. ນາງຈະນອນຄຽງຂ້າງທ່ານເພື່ອທ່ານຈະໄດ້ອົບອຸ່ນ.” 3 ແລ້ວການຊອກຫາຍິງສາວບໍຣິສຸດທີ່ສວຍງາມທົ່ວທັງປະເທດອິດສະຣາເອນ ກໍໄດ້ມີຂຶ້ນ. ພວກເຂົາໄດ້ພົບນາງອາບີຊາກຍິງສາວຊາວຊູເນມ ແລະໄດ້ພານາງເຂົ້າມາຫາກະສັດ. 4 ນາງອາບີຊາກເປັນຄົນງາມຫລາຍ. ນາງໄດ້ຢູ່ຄອຍຖ້າບົວລະບັດກະສັດ, ແຕ່ເພິ່ນບໍ່ໄດ້ສົມສູ່ກັບນາງ. ອາໂດນີຢາຍາດຊີງເອົາບັນລັງ 5-6 ເມື່ອເຈົ້າອັບຊາໂລມໄດ້ຕາຍໄປນັ້ນ ອາໂດນີຢາລູກຊາຍກົກຂອງກະສັດດາວິດ ຜູ້ທີ່ໄດ້ກັບນາງຮັກກິດກໍຍັງມີຊີວິດຢູ່. ລາວເປັນຄົນຮູບຮ່າງງາມຫລາຍ. ກະສັດດາວິດບໍ່ເຄີຍຕຳໜິຕິຕຽນລາວໃນເລື່ອງໃດໆທັງໝົດ ແລະລາວກໍທະເຍີທະຍານຢາກເປັນກະສັດ. ອາໂດນີຢາຕຽມເອົາລົດຮົບ, ມ້າ ແລະທະຫານຕິດຕາມຕົນໄປຫ້າສິບຄົນ. 7 ລາວໄດ້ປຶກສາກັບໂຢອາບລູກຊາຍຂອງນາງເຊຣູອີຢາ ແລະກັບປະໂຣຫິດອາບີອາທາ ແລະທັງສອງຄົນນີ້ໄດ້ຕົກລົງຮ່ວມມືກັບລາວ. 8 ແຕ່ປະໂຣຫິດຊາດົກ, ເບນາອີຢາລູກຊາຍຂອງເຢໂຮຍອາດາ, ຜູ້ທຳນວາຍນາທານ, ຊີເມອີ, ເຣອີ, ແລະບັນດາທະຫານປ້ອງກັນຕົວກະສັດດາວິດບໍ່ໄດ້ເຂົ້າຂ້າງອາໂດນີຢາ. 9 ຢູ່ມາມື້ໜຶ່ງ ອາໂດນີຢາໄດ້ຖວາຍສັດບູຊາເຊັ່ນ: ແກະ, ງົວ ແລະງົວໜຸ່ມໂຕອ້ວນພີດີທີ່ໂງ່ນຫີນງູໃກ້ກັບບໍ່ນໍ້າເອນໂຣເກນ. ລາວໄດ້ເຊີນບັນດາລູກຊາຍຄົນອື່ນໆຂອງກະສັດດາວິດ ພ້ອມທັງບັນດາຂ້າຣາຊການຂອງກະສັດທີ່ມາແຕ່ອານາຈັກຢູດາຍ ໄປຮ່ວມກິນລ້ຽງໃນການຖວາຍບູຊານີ້. 10 ແຕ່ຄົນທີ່ລາວບໍ່ໄດ້ເຊີນໄປຮ່ວມມີດັ່ງນີ້: ໂຊໂລໂມນນ້ອງຊາຍຂອງຕົນ, ຜູ້ທຳນວາຍນາທານ, ເບນາອີຢາ ແລະບັນດາທະຫານປ້ອງກັນຕົວກະສັດ. ໂຊໂລໂມນຖືກແຕ່ງຕັ້ງໃຫ້ເປັນກະສັດ 11 ແລ້ວນາທານກໍໄປຫາຣາຊິນີບັດເຊບາແມ່ຂອງໂຊໂລໂມນ ແລະຖາມເພິ່ນວ່າ, “ຣາຊິນີໄດ້ຍິນບໍ່ວ່າອາໂດນີຢາ ລູກຊາຍຂອງຍານາງຮັກກິດ ໄດ້ແຕ່ງຕັ້ງຕົນເອງຂຶ້ນເປັນກະສັດ ແລະກະສັດດາວິດກໍບໍ່ຮູ້ຫຍັງເລີຍໃນເລື່ອງນີ້. 12 ຖ້າຣາຊິນີຢາກຊ່ວຍຊີວິດຂອງຕົນເອງແລະໂຊໂລໂມນ ລູກຊາຍຂອງຣາຊິນີໄວ້ແລ້ວ ຂ້ານ້ອຍຢາກຂໍແນະນຳ 13 ໃຫ້ຣາຊິນີໄປຫາກະສັດດາວິດໂດຍທັນທີ ແລະຖາມເພິ່ນວ່າ, ‘ຂ້າແດ່ພະຣາຊາ ທ່ານໄດ້ສັນຍາໄວ້ຢ່າງເດັດດ່ຽວກັບຂ້ານ້ອຍແລ້ວບໍ່ແມ່ນບໍວ່າ ໂຊໂລໂມນລູກຊາຍຂອງຂ້ານ້ອຍຈະເປັນກະສັດສືບແທນທ່ານ? ແລ້ວບັດນີ້ເປັນຫຍັງອາໂດນີຢາຈຶ່ງໄດ້ຂຶ້ນເປັນກະສັດ?”’ 14 ແລະນາທານກໍເວົ້າຕື່ມວ່າ, “ເວລາຣາຊິນີກຳລັງເວົ້າກັບກະສັດດາວິດຢູ່ນັ້ນ ຂ້ານ້ອຍຈະເຂົ້າໄປຢືນຢັນຄຳເວົ້າຂອງຣາຊິນີ.” 15 ດັ່ງນັ້ນ ຣາຊິນີບັດເຊບາຈຶ່ງເຂົ້າໄປຫາກະສັດຢູ່ໃນຫ້ອງນອນຂອງເພິ່ນ. ເພິ່ນເຖົ້າແກ່ຫລາຍແລ້ວ ແລະນາງອາບີຊາກຍິງສາວຊາວຊູເນມ ກໍກຳລັງບົວລະບັດເພິ່ນຢູ່. 16 ຣາຊິນີບັດເຊບາກົ້ມຂາບກະສັດ ແລະເພິ່ນຖາມນາງວ່າ, “ເຈົ້າຕ້ອງການຫຍັງ?” 17 ຣາຊິນີຕອບເພິ່ນວ່າ, “ຂ້າແດ່ຣາຊາເຈົ້າ ທ່ານໄດ້ສາບານຕໍ່ຜູ້ຮັບໃຊ້ຂອງທ່ານໂດຍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານແລ້ວວ່າ ໂຊໂລໂມນລູກຊາຍຂອງຂ້ານ້ອຍຈະໄດ້ຂຶ້ນເປັນກະສັດສືບແທນທ່ານ. 18 ແຕ່ອາໂດນີຢາຂຶ້ນເປັນກະສັດແທນແລ້ວ ທ່ານກໍບໍ່ຮູ້ຈັກກ່ຽວກັບເລື່ອງນີ້ເລີຍ. 19 ລາວໄດ້ຖວາຍບູຊາງົວເຖິກ, ແກະ ແລະງົວນ້ອຍໂຕອ້ວນພີຫລາຍໂຕ. ລາວເຊີນພວກລູກຊາຍຂອງທ່ານ ປະໂຣຫິດອາບີອາທາ ແລະໂຢອາບຜູ້ບັນຊາການກອງທັບຂອງທ່ານໄປຮ່ວມໃນການກິນລ້ຽງ, ແຕ່ລາວບໍ່ໄດ້ເຊີນໂຊໂລໂມນລູກຊາຍຂອງທ່ານເລີຍ. 20 ຂ້າແດ່ພະຣາຊາ ປະຊາຊົນອິດສະຣາເອນທັງໝົດກຳລັງລໍຟັງທ່ານຢູ່ວ່າ ທ່ານຈະໃຫ້ຜູ້ໃດຂຶ້ນເປັນກະສັດປົກຄອງແທນທ່ານ. 21 ຖ້າທ່ານບໍ່ເຮັດຕາມທີ່ທ່ານໄດ້ສັນຍາໄວ້, ພໍທ່ານຕາຍໄປແລ້ວ ໂຊໂລໂມນລູກຊາຍຂອງຂ້ານ້ອຍ ແລະຂ້ານ້ອຍເອງກໍຈະຖືກກ່າວຫາວ່າເປັນພວກກະບົດ.” 22 ເມື່ອນາທານໄດ້ມາເຖິງຣາຊວັງ ຣາຊິນີບັດເຊບາກໍຍັງກຳລັງເວົ້າຢູ່. 23 ແລ້ວມີຄົນມາລາຍງານກະສັດວ່າ, “ຜູ້ທຳນວາຍໄດ້ມາທີ່ນີ້.” ແລະນາທານກໍໄດ້ເຂົ້າໄປກົ້ມຂາບຕໍ່ໜ້າກະສັດ. 24 ແລ້ວນາທານກໍຖາມວ່າ, “ຂ້າແດ່ພະຣາຊາ ທ່ານໄດ້ປະກາດໄປວ່າ ອາໂດນີຢາຈະຕ້ອງເປັນກະສັດສືບແທນທ່ານບໍ? 25 ເພາະໃນວັນນີ້ເອງ ລາວໄດ້ໄປຖວາຍບູຊາງົວເຖິກ, ແກະ ແລະງົວນ້ອຍໂຕອ້ວນພີຫລາຍໂຕ. ລາວໄດ້ເຊີນພວກລູກຊາຍຂອງກະສັດທຸກຄົນ, ໂຢອາບຜູ້ບັນຊາການກອງທັບຂອງທ່ານ ແລະປະໂຣຫິດອາບີອາທາ; ດຽວນີ້ ພວກເຂົາກຳລັງກິນລ້ຽງຮ່ວມກັບລາວພ້ອມທັງຮ້ອງໂຮວ່າ, ‘ຂໍໃຫ້ກະສັດອາໂດນີຢາຈົ່ງໝັ້ນຍືນ.’ 26 ທ່ານເອີຍ ລາວບໍ່ໄດ້ເຊີນຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ, ຫລືປະໂຣຫິດຊາດົກ, ເບນາອີຢາລູກຊາຍຂອງເຢໂຮຍອາດາ, ຫລືໂຊໂລໂມນຜູ້ຮັບໃຊ້ຂອງທ່ານ. 27 ທ່ານເຫັນດີນຳສິ່ງທັງໝົດນີ້ ແລະບໍ່ບອກແມ່ນແຕ່ບັນດາຂ້າຣາຊການຂອງທ່ານໃຫ້ຮູ້ຈັກນຳວ່າ ແມ່ນຜູ້ໃດຈະຂຶ້ນເປັນກະສັດປົກຄອງສືບແທນທ່ານ ມັນຈະເປັນໄປໄດ້ບໍ?” 28 ກະສັດດາວິດກ່າວວ່າ, “ຈົ່ງເອີ້ນເອົາບັດເຊບາກັບຄືນເຂົ້າມາຂ້າງໃນພີ້.” ຣາຊິນີຈຶ່ງໄດ້ເຂົ້າມາຢືນຢູ່ຕໍ່ໜ້າເພິ່ນ. 29 ແລ້ວກະສັດໄດ້ສາບານ ແລະກ່າວວ່າ, “ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຄືອົງທີ່ໄດ້ຊ່ວຍເຮົາໃຫ້ພົ້ນຈາກຄວາມເດືອດຮ້ອນຕ່າງໆນາໆ 30 ວ່າວັນນີ້ ເຮົາຂໍສາບານຕໍ່ເຈົ້າ ໂດຍພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ໂຊໂລໂມນລູກຊາຍຂອງເຈົ້າຈະຂຶ້ນເປັນກະສັດປົກຄອງສືບແທນເຮົາ ແລະຈະນັ່ງບັນລັງຂອງເຮົາແທນເຮົາ.” 31 ຣາຊິນີບັດເຊບາໄດ້ກົ້ມຂາບ ແລະເວົ້າວ່າ, “ຂໍໃຫ້ກະສັດຜູ້ເປັນເຈົ້າເໜືອຫົວຂອງຂ້ານ້ອຍ ຈົ່ງໝັ້ນຍືນຕະຫລອດໄປ.” 32 ແລ້ວກະສັດດາວິດກໍສົ່ງຄົນໄປນຳເອົາປະໂຣຫິດຊາດົກ, ຜູ້ທຳນວາຍນາທານ ແລະເບນາອີຢາລູກຊາຍຂອງເຢໂຮຍອາດາ. ພວກເພິ່ນໄດ້ເຂົ້າມາ 33 ແລະກະສັດກ່າວແກ່ພວກເພິ່ນວ່າ, “ຈົ່ງເອົາພວກຂ້າຣາຊການປະຈຳວັງໄປກັບພວກເຈົ້າ ໃຫ້ໂຊໂລໂມນລູກຊາຍຂອງເຮົາຂີ່ລໍຂອງເຮົາ ແລ້ວແຫ່ລາວລົງໄປທີ່ບໍ່ນໍ້າກີໂຮນ 34 ໃນທີ່ນັ້ນ ໃຫ້ປະໂຣຫິດຊາດົກແລະຜູ້ທຳນວາຍນາທານຫົດສົງແຕ່ງຕັ້ງລາວເປັນກະສັດແຫ່ງຊາດອິດສະຣາເອນ. ແລ້ວໃຫ້ເປົ່າແກແລະຮ້ອງໂຮຂຶ້ນວ່າ, ‘ຂໍໃຫ້ກະສັດໂຊໂລໂມນຈົ່ງໝັ້ນຍືນ.’ 35 ໃຫ້ພວກເຈົ້າແຫ່ລາວຂຶ້ນມາ ແລະລາວຈະນັ່ງຢູ່ເທິງບັນລັງຂອງເຮົາ. ລາວຈະຂຶ້ນເປັນກະສັດສືບແທນເຮົາ ເພາະລາວເປັນຜູ້ທີ່ເຮົາໄດ້ເລືອກເອົາໃຫ້ປົກຄອງອິດສະຣາເອນແລະຢູດາຍ.” 36 ເບນາອີຢາລູກຊາຍຂອງເຢໂຮຍອາດາໄດ້ຕອບກະສັດວ່າ, “ຂ້ານ້ອຍຈະເຮັດຕາມທຸກຢ່າງ. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້ານາຍແຫ່ງກະສັດຂອງຂ້ານ້ອຍຮັບຮູ້ໃນເລື່ອງນີ້ດ້ວຍເທີ້ນ 37 ພຣະເຈົ້າຢາເວໄດ້ສະຖິດຢູ່ກັບເຈົ້ານາຍແຫ່ງກະສັດຂອງຂ້ານ້ອຍຢ່າງໃດ ກໍຂໍໃຫ້ພຣະອົງສະຖິດຢູ່ກັບໂຊໂລໂມນຢ່າງນັ້ນ ແລະຂໍໃຫ້ບັນລັງຂອງເພິ່ນຈົ່ງຈະເລີນຮຸ່ງເຮືອງກວ່າບັນລັງຂອງເຈົ້ານາຍແຫ່ງກະສັດດາວິດຂອງຂ້ານ້ອຍເທີ້ນ.” 38 ດັ່ງນັ້ນ ປະໂຣຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາລູກຊາຍຂອງເຢໂຮຍອາດາ ແລະບັນດາທະຫານຊາວເກເຣັດແລະຊາວເປເລັດ ຈຶ່ງໃຫ້ໂຊໂລໂມນນັ່ງເທິງຫລັງລໍຂອງກະສັດດາວິດ ແລະແຫ່ເພິ່ນໄປທີ່ບໍ່ນໍ້າກີໂຮນ. 39 ປະໂຣຫິດຊາດົກໄດ້ນຳເອົານໍ້າມັນໝາກກອກເທດຈາກຫໍເຕັນ ແລະຫົດສົງໂຊໂລໂມນ. ພວກເຂົາເປົ່າແກ ແລະປະຊາຊົນທັງໝົດກໍໄດ້ພາກັນຮ້ອງໂຮຂຶ້ນວ່າ, “ຂໍໃຫ້ກະສັດໂຊໂລໂມນ ຈົ່ງໝັ້ນຍືນ.” 40 ແລ້ວທຸກຄົນກໍໄດ້ຍ່າງຕາມເພິ່ນຄືນມາ ທັງຮ້ອງໂຮແລະເປົ່າຄຸ່ຍດ້ວຍຄວາມຍິນດີ ສຽງດັງຈົນແຜ່ນດິນສັ່ນສະເທືອນ. 41 ເມື່ອອາໂດນີຢາ ແລະບັນດາແຂກຂອງຕົນກຳລັງກິນລ້ຽງໃກ້ຈະແລ້ວ. ທຸກຄົນກໍໄດ້ຍິນສຽງດັງນັ້ນ. ເມື່ອໂຢອາບໄດ້ຍິນສຽງເປົ່າແກ ລາວຈຶ່ງຖາມຂຶ້ນວ່າ, “ສຽງທີ່ດັງຢູ່ໃນເມືອງນັ້ນແມ່ນສຽງຫຍັງ?” 42 ກ່ອນໂຢອາບເວົ້າຈົບໂຢນາທານລູກຊາຍຂອງປະໂຣຫິດອາບີອາທາກໍມາຮອດ. ອາໂດນີຢາກ່າວວ່າ, “ເຂົ້າມາຂ້າງໃນພີ້ດູ ເຈົ້າເປັນຄົນດີຜູ້ໜຶ່ງ ສະນັ້ນ ເຈົ້າຄົງນຳເອົາຂ່າວດີມາບອກ.” 43 ໂຢນາທານຕອບວ່າ, “ຢ້ານບໍ່ເປັນດັ່ງນັ້ນດອກ ເພາະກະສັດດາວິດໄດ້ແຕ່ງຕັ້ງໂຊໂລໂມນໃຫ້ຂຶ້ນເປັນກະສັດແລ້ວ. 44 ເພິ່ນໄດ້ໃຫ້ປະໂຣຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາລູກຊາຍຂອງເຢໂຮຍອາດາ ແລະທະຫານຊາວເກເຣັດແລະຊາວເປເລັດແຫ່ໂຊໂລໂມນໄປ. ພວກເຂົາໃຫ້ລາວນັ່ງເທິງຫລັງລໍຂອງກະສັດ 45 ແລະປະໂຣຫິດຊາດົກກັບຜູ້ທຳນວາຍນາທານ ກໍໃຊ້ນໍ້າມັນສັກສິດຫົດສົງລາວໃຫ້ເປັນກະສັດທີ່ບໍ່ນໍ້າກີໂຮນ. ແລ້ວພວກເຂົາກໍກັບເຂົ້າໄປໃນເມືອງທັງໂຮ່ຮ້ອງດ້ວຍຄວາມຊົມຊື່ນຍິນດີ, ທຸກຄົນທີ່ຢູ່ໃນເມືອງນັ້ນກຳລັງອຶກກະທຶກ ດັ່ງທີ່ທ່ານກຳລັງໄດ້ຍິນສຽງນັ້ນແຫຼະ. 46 ບັດນີ້ ໂຊໂລໂມນໄດ້ນັ່ງເທິງບັນລັງຂອງກະສັດແລ້ວ. 47 ຍິ່ງໄປກວ່ານີ້ອີກ ບັນດາຂ້າຣາຊການປະຈຳວັງ ກໍໄດ້ໄປຖວາຍພອນແກ່ກະສັດດາວິດວ່າ, ‘ຂໍພຣະເຈົ້າຂອງທ່ານໂຜດບັນດານໃຫ້ໂຊໂລໂມນມີຊື່ສຽງຫລາຍກວ່າທ່ານ ແລະໃຫ້ຣາຊການຂອງກະສັດໂຊໂລໂມນຈະເລີນຮຸ່ງເຮືອງກວ່າຣາຊການຂອງທ່ານ.’ ແລ້ວກະສັດດາວິດກໍກົ້ມລົງນະມັດສະການພຣະເຈົ້າທີ່ຕຽງນອນຂອງເພິ່ນ 48 ແລະພາວັນນາອະທິຖານວ່າ, ‘ຂໍໃຫ້ພວກເຮົາສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ເພາະວັນນີ້ ພຣະອົງໄດ້ໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງຂ້ານ້ອຍຂຶ້ນເປັນກະສັດສືບແທນຂ້ານ້ອຍ ແລະໄດ້ໂຜດໃຫ້ຂ້ານ້ອຍມີຊີວິດຢູ່ຈົນໄດ້ເຫັນການນີ້.”’ 49 ບັນດາແຂກຂອງອາໂດນີຢາພາກັນຢ້ານກົວ ແລະທຸກຄົນກໍລຸກຂຶ້ນໜີໄປຕາມທາງຂອງໃຜລາວ. 50 ອາໂດນີຢາເກີດຢ້ານກະສັດໂຊໂລໂມນຫລາຍ ຈຶ່ງລຸກຂຶ້ນໄປ ແລະຈັບທີ່ແຈຂອງແທ່ນບູຊາ. 51 ໄດ້ມີຄົນມາບອກກະສັດໂຊໂລໂມນວ່າ, “ອາໂດນີຢາຢ້ານທ່ານຫລາຍ ແລະລາວໄດ້ຈັບແຈແທ່ນບູຊາທັງເວົ້າວ່າ, ‘ກ່ອນອື່ນໝົດ ຂໍໃຫ້ກະສັດໂຊໂລໂມນສາບານຕໍ່ຂ້ານ້ອຍກ່ອນວ່າ ເພິ່ນຈະບໍ່ສັງຫານຜູ້ຮັບໃຊ້ຂອງເພິ່ນດ້ວຍດາບ.”’ 52 ກະສັດໂຊໂລໂມນຕອບວ່າ, “ຖ້າລາວສັດຊື່ແທ້ ແມ່ນແຕ່ຜົມເສັ້ນໜຶ່ງຂອງລາວກໍຈະບໍ່ຖືກແຕະຕ້ອງ; ແຕ່ຖ້າລາວບໍ່ສັດຊື່ລາວຈະຕ້ອງຕາຍ.” 53 ແລ້ວກະສັດໂຊໂລໂມນກໍສົ່ງຄົນໄປນຳເອົາອາໂດນີຢາມາຈາກແທ່ນບູຊາ. ອາໂດນີຢາໄດ້ໄປຫາກະສັດແລະກົ້ມຂາບລົງຕໍ່ໜ້າເພິ່ນ; ແລ້ວກະສັດກໍເວົ້າວ່າ, “ໃຫ້ເຈົ້າກັບຄືນເມືອເຮືອນສາ.” |
@ 2012 United Bible Societies. All Rights Reserved.