Biblia Todo Logo
Bìoball air-loidhne

- Sanasan -

1 ໂຢຮັນ 5 - ພຣະຄຳພີສັກສິ


ຄວາມເຊື່ອ​ທີ່​ມີ​ໄຊຊະນະ​ເໜືອ​ໂລກ

1 ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ເໝືອນກັນ.

2 ໂດຍ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຮັກ​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ ຄື​ເມື່ອ​ພວກເຮົາ​ຮັກ​ພຣະເຈົ້າ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.

3 ເພາະ​ນີ້​ແຫຼະ ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ ຄື​ໃຫ້​ເຮົາ​ທັງຫລາຍ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ ແລະ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ,

4 ເພາະ​ທຸກຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ມີໄຊ​ຕໍ່​ໂລກ ແລະ​ຄວາມເຊື່ອ​ຂອງ​ພວກເຮົາ​ນີ້​ແຫຼະ ເປັນ​ໄຊຊະນະ​ທີ່​ຊະນະ​ຕໍ່​ໂລກ.

5 ຜູ້ໃດ​ໜໍ ທີ່​ໄຊຊະນະ​ຕໍ່​ໂລກ ຖ້າ​ບໍ່ແມ່ນ​ຜູ້​ທີ່​ເຊື່ອ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ພະຍານ​ກ່ຽວກັບ​ພຣະບຸດ

6 ນີ້​ແຫຼະ ຜູ້​ທີ່​ໄດ້​ມາ​ໂດຍ​ນໍ້າ​ແລະ​ພຣະ​ໂລຫິດ ຄື​ພຣະເຢຊູເຈົ້າ ບໍ່ແມ່ນ​ດ້ວຍ​ນໍ້າ​ສິ່ງ​ດຽວ ແຕ່​ດ້ວຍ​ນໍ້າ​ແລະ​ພຣະ​ໂລຫິດ ແລະ​ພຣະວິນຍານ​ຊົງ​ເປັນ​ພະຍານ ເພາະ​ພຣະວິນຍານ​ຊົງ​ເປັນ​ຄວາມຈິງ.

7 ມີ​ພະຍານ​ຢູ່​ສາມ​ປະການ

8 ຄື: ພຣະວິນຍານ ນໍ້າ ແລະ​ພຣະ​ໂລຫິດ ແລະ​ພະຍານ​ທັງ​ສາມ​ນີ້​ກໍ​ສອດຄ່ອງ​ກັນ.

9 ຖ້າ​ເຮົາ​ທັງຫລາຍ​ຮັບ​ພະຍານ​ຫຼັກຖານ​ຂອງ​ມະນຸດ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ​ກໍ​ໃຫຍ່​ກວ່າ, ເພາະວ່າ​ນີ້​ແຫຼະ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ ຄື​ພຣະອົງ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.

10 ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.

11 ນີ້​ແຫຼະ ເປັນ​ພະຍານ​ຫຼັກຖານ​ນັ້ນ ຄື​ວ່າ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ເຮົາ​ທັງຫລາຍ ແລະ​ຊີວິດ​ນີ້​ມີ​ຢູ່​ໃນ​ພຣະບຸດ​ຂອງ​ພຣະອົງ.

12 ຜູ້​ທີ່​ມີ​ພຣະບຸດ​ກໍ​ມີ​ຊີວິດ ຜູ້​ທີ່​ບໍ່ມີ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ບໍ່ມີ​ຊີວິດ.


ຄວາມຮູ້​ເລື່ອງ​ຊີວິດ​ນິຣັນດອນ

13 ຂໍ້ຄວາມ​ເຫຼົ່ານີ້ ເຮົາ​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ ທີ່​ເຊື່ອ​ໃນ​ພຣະນາມ​ພຣະບຸດ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ ພວກເຈົ້າ​ມີ​ຊີວິດ​ນິຣັນດອນ.

14 ນີ້ແຫລະ ເປັນ​ຄວາມ​ແນ່ໃຈ​ທີ່​ເຮົາ​ທັງຫລາຍ​ມີ​ຢູ່​ຕໍ່​ພຣະອົງ ຄື​ຖ້າ​ພວກເຮົາ​ທູນ​ຂໍ​ສິ່ງໃດ​ທີ່​ເປັນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຟັງ​ພວກເຮົາ.

15 ແລະ​ຖ້າ​ເຮົາ​ທັງຫລາຍ​ຮູ້​ວ່າ​ພຣະອົງ​ຊົງ​ໂຜດ​ຟັງ​ແລ້ວ ເມື່ອ​ພວກເຮົາ​ທູນ​ຂໍ​ສິ່ງໃດ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ໄດ້​ຮັບ​ສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ​ນັ້ນ.

16 ຖ້າ​ຜູ້ໃດ​ເຫັນ​ພີ່ນ້ອງ​ຂອງຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜູ້ນັ້ນ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ແລ້ວ​ພຣະອົງ​ຈະ​ຊົງ​ໂຜດ​ປະທານ​ຊີວິດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ນັ້ນ, ແຕ່​ຜິດບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່ໄດ້​ເວົ້າ​ວ່າ​ໃຫ້​ພາວັນນາ​ອະທິຖານ​ໃນ​ເລື່ອງ​ຜິດບາບ​ຢ່າງ​ນັ້ນ.

17 ການ​ອະທຳ​ທຸກຢ່າງ​ກໍ​ເປັນ​ຜິດບາບ ແຕ່​ການບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່.

18 ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ, ແຕ່​ພຣະອົງ​ຜູ້​ຊົງ​ບັງເກີດ​ແຕ່​ພຣະເຈົ້າ ກໍ​ຊົງ​ຮັກສາ​ຄົນ​ນັ້ນ ແລະ​ມານຊົ່ວຮ້າຍ​ບໍ່​ສາມາດ​ຈັບ​ຕ້ອງ​ຄົນ​ນັ້ນ​ໄດ້.

19 ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.

20 ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.

21 ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ ຈົ່ງ​ລະວັງ​ຮັກສາ​ຕົນ​ຈາກ​ບັນດາ​ຮູບເຄົາຣົບ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan