1 ໂຢຮັນ 4 - ພຣະຄຳພີສັກສິການພິສູດວິນຍານຕ່າງໆ 1 ພວກທີ່ຮັກເອີຍ, ຢ່າເຊື່ອວິນຍານທຸກໆດວງ ແຕ່ຈົ່ງພິສູດວິນຍານທັງຫລາຍນັ້ນວ່າ ມາຈາກພຣະເຈົ້າຫລືບໍ່ ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ. 2 ດັ່ງນີ້ແຫລະ ພວກເຈົ້າຈະສາມາດຮູ້ວ່າເປັນວິນຍານທີ່ມາຈາກພຣະເຈົ້າໄດ້ ຄືທຸກວິນຍານທີ່ຮັບຮູ້ວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດມາຮັບຊາດເປັນມະນຸດ ວິນຍານນັ້ນກໍມາຈາກພຣະເຈົ້າ. 3 ແຕ່ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າ ວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ. ວິນຍານນັ້ນແຫຼະ ເປັນວິນຍານຂອງຜູ້ຕໍ່ສູ້ພຣະຄຣິດ ຊຶ່ງພວກເຈົ້າໄດ້ຍິນວ່າຈະມາ ແລະບັດນີ້ກໍຢູ່ໃນໂລກແລ້ວ. 4 ລູກນ້ອຍທັງຫລາຍເອີຍ, ສ່ວນເຈົ້າທັງຫລາຍກໍເປັນຝ່າຍພຣະເຈົ້າ ແລະໄດ້ຊະນະເຂົາເຫຼົ່ານັ້ນແລ້ວ, ເພາະວ່າພຣະອົງຜູ້ຊົງສະຖິດຢູ່ໃນພວກເຈົ້າ ຊົງເປັນໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ. 5 ຜູ້ທຳນວາຍປອມເຫຼົ່ານັ້ນເວົ້າກ່ຽວກັບເລື່ອງຂອງໂລກ ແລະເປັນຂອງໂລກ. ສະນັ້ນ ໂລກຈຶ່ງເຊື່ອຟັງພວກເຂົາ. 6 ສ່ວນເຮົາທັງຫລາຍເປັນຝ່າຍພຣະເຈົ້າ ຜູ້ໃດທີ່ຮູ້ຈັກພຣະເຈົ້າກໍຟັງພວກເຮົາ, ຜູ້ໃດທີ່ບໍ່ເປັນຝ່າຍພຣະເຈົ້າ ກໍບໍ່ຟັງພວກເຮົາ. ດັ່ງນີ້ແຫລະ ພວກເຮົາຈຶ່ງບອກໄດ້ວ່າວິນຍານຝ່າຍຄວາມຈິງ ແລະວິນຍານຝ່າຍຄວາມຜິດນັ້ນແຕກຕ່າງກັນຢ່າງໃດ. ພຣະເຈົ້າຊົງເປັນຄວາມຮັກ 7 ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ. 8 ຜູ້ໃດທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະພຣະເຈົ້າຊົງເປັນຄວາມຮັກ. 9 ຝ່າຍພຣະເຈົ້າໄດ້ຊົງສຳແດງຄວາມຮັກຂອງພຣະອົງສຳລັບພວກເຮົາ ໂດຍໄດ້ໃຊ້ພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ, ເພື່ອວ່າພວກເຮົາຈະມີຊີວິດດ້ວຍພຣະບຸດນັ້ນ. 10 ຄວາມຮັກທີ່ເຮົາກ່າວເຖິງນີ້ ບໍ່ແມ່ນເຮົາທັງຫລາຍໄດ້ຮັກພຣະເຈົ້າ ແຕ່ພຣະເຈົ້າໄດ້ຊົງຮັກພວກເຮົາ ແລະຊົງໃຊ້ພຣະບຸດຂອງພຣະອົງສະເດັດມາ ເພື່ອເປັນເຄື່ອງບູຊາໄຖ່ບາບກຳຂອງພວກເຮົາ. 11 ເພື່ອນທີ່ຮັກທັງຫລາຍເອີຍ, ຖ້າພຣະເຈົ້າຊົງຮັກພວກເຮົາຢ່າງນັ້ນແລ້ວ ພວກເຮົາຄວນຮັກຊຶ່ງກັນແລະກັນ. 12 ຝ່າຍພຣະເຈົ້າບໍ່ມີຜູ້ໃດໄດ້ເຫັນພຣະອົງຈັກເທື່ອ. ຖ້າເຮົາທັງຫລາຍຮັກຊຶ່ງກັນແລະກັນ ພຣະເຈົ້າກໍຊົງສະຖິດຢູ່ໃນເຮົາທັງຫລາຍ ແລະຄວາມຮັກຂອງພຣະອົງກໍສົມບູນໃນພວກເຮົາ. 13 ດັ່ງນີ້ແຫລະ ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງ ແລະພຣະອົງຊົງສະຖິດຢູ່ໃນພວກເຮົາ ເພາະພຣະອົງໄດ້ຊົງໂຜດປະທານພຣະວິນຍານຂອງພຣະອົງແກ່ພວກເຮົາ. 14 ຝ່າຍພວກເຮົາໄດ້ເຫັນ ແລະເປັນພະຍານວ່າ ພຣະບິດາເຈົ້າໄດ້ຊົງໃຊ້ພຣະບຸດມາ ເປັນພຣະຜູ້ໂຜດຊ່ວຍຂອງມະນຸດສະໂລກ. 15 ຜູ້ໃດຍອມຮັບວ່າພຣະເຢຊູເຈົ້າ ຊົງເປັນພຣະບຸດຂອງພຣະເຈົ້າ, ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍຕັ້ງຢູ່ໃນພຣະເຈົ້າ. 16 ຝ່າຍເຮົາທັງຫລາຍໄດ້ຮູ້ຈັກ ແລະໄດ້ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ພວກເຮົາ ພຣະເຈົ້າຊົງເປັນຄວາມຮັກ ຜູ້ໃດທີ່ຕັ້ງຢູ່ໃນຄວາມຮັກ ກໍຢູ່ໃນພຣະເຈົ້າ ແລະພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ. 17 ໃນຂໍ້ນີ້ແຫຼະ ຄວາມຮັກເປັນທີ່ສຳເລັດໃນເຮົາທັງຫລາຍ, ເພື່ອວ່າພວກເຮົາຈະໄດ້ມີຄວາມແນ່ໃຈໃນວັນພິພາກສາ ເພາະພຣະຄຣິດຊົງເປັນຢ່າງໃດ ເຮົາທັງຫລາຍຢູ່ໃນໂລກນີ້ກໍເປັນຢ່າງນັ້ນ. 18 ໃນຄວາມຮັກນັ້ນ ບໍ່ມີຄວາມຢ້ານ. ຄວາມຮັກອັນຄົບບໍຣິບູນກໍຂັບໄລ່ຄວາມຢ້ານທຸກຢ່າງອອກໄປ. ເຫດສະນັ້ນ ຜູ້ທີ່ຢ້ານກໍຍັງບໍ່ສຳເລັດໃນຄວາມຮັກ ເພາະຄວາມຢ້ານມີຄວາມສຳພັນກັບການລົງໂທດ. 19 ຝ່າຍເຮົາທັງຫຼາຍໄດ້ຮັກ ເພາະພຣະອົງຊົງຮັກພວກເຮົາກ່ອນ. 20 ຖ້າຜູ້ໃດເວົ້າວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍເປັນຄົນຂີ້ຕົວະ. ດ້ວຍວ່າ, ເມື່ອລາວບໍ່ຮັກພີ່ນ້ອງທີ່ຕາເຫັນແລ້ວ ຈະສາມາດຮັກພຣະເຈົ້າທີ່ຕາບໍ່ເຫັນໄດ້ຢ່າງໃດ? 21 ຂໍ້ຄຳສັ່ງທີ່ພຣະອົງໄດ້ມອບແກ່ພວກເຮົາມີດັ່ງນີ້: “ຜູ້ໃດທີ່ຮັກພຣະເຈົ້ານັ້ນ ຈົ່ງຮັກພີ່ນ້ອງຂອງຕົນເໝືອນກັນ.” |
@ 2012 United Bible Societies. All Rights Reserved.