1 ໂຢຮັນ 3 - ພຣະຄຳພີສັກສິບັນດາລູກຂອງພຣະເຈົ້າ 1 ເບິ່ງແມ! ພຣະບິດາເຈົ້າຊົງໂຜດປະທານຄວາມຮັກແກ່ເຮົາທັງຫລາຍ ເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນພວກເຮົາວ່າ ບຸດຂອງພຣະອົງ ແລະພວກເຮົາກໍເປັນຢ່າງນັ້ນແລ້ວ. ເຫດທີ່ໂລກບໍ່ຮູ້ຈັກເຮົາທັງຫລາຍ ກໍເພາະເຂົາບໍ່ຮູ້ຈັກພຣະອົງນັ້ນແຫຼະ. 2 ພວກທີ່ຮັກເອີຍ, ບັດນີ້ເຮົາທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ແລະຍັງບໍ່ໄດ້ຊົງສຳແດງໃຫ້ຮູ້ຄັກວ່າ ຕໍ່ໄປພວກເຮົາຈະເປັນຢ່າງໃດ ແຕ່ພວກເຮົາຮູ້ວ່າເມື່ອພຣະອົງສະເດັດມາປາກົດນັ້ນ ເຮົາທັງຫລາຍຈະເປັນເໝືອນພຣະອົງ ເພາະວ່າພວກເຮົາຈະເຫັນພຣະອົງ ຢ່າງທີ່ພຣະອົງຊົງເປັນຢູ່ນັ້ນ. 3 ແລະທຸກຄົນທີ່ມີຄວາມຫວັງຢ່າງນີ້ໃນພຣະອົງ ກໍຊຳລະຕົນໃຫ້ບໍຣິສຸດ ເໝືອນດັ່ງທີ່ພຣະອົງຊົງບໍຣິສຸດ. 4 ທຸກຄົນທີ່ເຮັດບາບ ກໍມີຄວາມຜິດໃນຖານທີ່ຝ່າຝືນກົດບັນຍັດ ເພາະການບາບແມ່ນການຝ່າຝືນກົດບັນຍັດ. 5 ພວກເຈົ້າຮູ້ວ່າພຣະອົງໄດ້ມາປາກົດ ເພື່ອຍົກເອົາບາບກຳຂອງມະນຸດ ແລະໃນພຣະອົງນັ້ນບໍ່ມີບາບເລີຍ. 6 ດັ່ງນັ້ນ ຜູ້ໃດທີ່ຕັ້ງໝັ້ນຢູ່ໃນພຣະອົງ ຜູ້ນັ້ນກໍບໍ່ເຮັດບາບອີກຕໍ່ໄປ ສ່ວນຜູ້ໃດທີ່ຍັງເຮັດບາບຕາມເຄີຍ ຜູ້ນັ້ນກໍຍັງບໍ່ເຫັນພຣະອົງ ແລະຍັງບໍ່ຮູ້ຈັກພຣະອົງ. 7 ລູກນ້ອຍທັງຫລາຍເອີຍ, ຢ່າໃຫ້ຜູ້ໃດຊັກຈູງພວກເຈົ້າໃຫ້ຫລົງ ຜູ້ທີ່ເຮັດຕາມຄວາມທ່ຽງທຳ ກໍເປັນຜູ້ທ່ຽງທຳ ເໝືອນພຣະອົງຜູ້ຊົງທ່ຽງທຳ. 8 ຜູ້ທີ່ຍັງເຮັດບາບ ກໍມາຈາກມານຮ້າຍ, ເພາະວ່າມານຮ້າຍໄດ້ເຮັດບາບຕັ້ງແຕ່ຕົ້ນເດີມມາ ພຣະບຸດຂອງພຣະເຈົ້າໄດ້ສະເດັດມາປາກົດ ກໍເພາະເຫດນີ້ແຫຼະ ຄືເພື່ອຊົງທຳລາຍກິດຈະການຂອງມານຮ້າຍເສຍ. 9 ຜູ້ໃດເກີດຈາກພຣະເຈົ້າ ກໍບໍ່ເຮັດບາບອີກຕໍ່ໄປ ເພາະສະພາບຂອງພຣະອົງຊົງດຳລົງຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍບໍ່ອາດເຮັດບາບອີກຕໍ່ໄປ ເພາະຕົນໄດ້ບັງເກີດຈາກພຣະເຈົ້າແລ້ວ. 10 ດັ່ງນັ້ນ ຈຶ່ງເຫັນໄດ້ວ່າຜູ້ໃດເປັນລູກຂອງພຣະເຈົ້າ ແລະຜູ້ໃດເປັນລູກຂອງມານຮ້າຍ ຄືຜູ້ໃດທີ່ບໍ່ເຮັດຕາມຄວາມທ່ຽງທຳ ຫລືບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍບໍ່ແມ່ນລູກຂອງພຣະເຈົ້າ. ຈົ່ງຮັກຊຶ່ງກັນແລະກັນ 11 ຖ້ອຍຄຳທີ່ພວກເຈົ້າໄດ້ຍິນແລະໄດ້ຟັງມາຕັ້ງແຕ່ຕອນຕົ້ນນັ້ນ ຄືໃຫ້ພວກເຮົາຮັກຊຶ່ງກັນແລະກັນ. 12 ຢ່າໃຫ້ເປັນເໝືອນກາອິນ ຜູ້ມາຈາກມານຊົ່ວຮ້າຍ ແລະໄດ້ຂ້ານ້ອງຊາຍຂອງຕົນເສຍ. ດ້ວຍເຫດໃດລາວຈຶ່ງຂ້ານ້ອງ ກໍເພາະການເຮັດຂອງຕົນຊົ່ວ ແລະການເຮັດຂອງນ້ອງນັ້ນຊອບທຳ. 13 ພີ່ນ້ອງທັງຫລາຍເອີຍ, ຖ້າໂລກນີ້ກຽດຊັງພວກເຈົ້າຢ່າປະຫລາດໃຈ. 14 ຝ່າຍເຮົາຮູ້ແລ້ວວ່າ ພວກເຮົາໄດ້ຍ້າຍອອກຈາກຄວາມຕາຍເຂົ້າສູ່ຊີວິດແລ້ວ ກໍເພາະພວກເຮົາຮັກພີ່ນ້ອງ. ຜູ້ໃດທີ່ບໍ່ຮັກ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ. 15 ທຸກຄົນທີ່ກຽດຊັງພີ່ນ້ອງຂອງຕົນ ກໍເປັນຜູ້ຂ້າຄົນ ພວກເຈົ້າຮູ້ແລ້ວວ່າ ຜູ້ຂ້າຄົນບໍ່ມີຊີວິດນິຣັນດອນຕັ້ງຢູ່ໃນເຂົາເລີຍ. 16 ດັ່ງນີ້ແຫລະ ພວກເຮົາຈຶ່ງຮູ້ຈັກຄວາມຮັກໂດຍທີ່ພຣະຄຣິດໄດ້ສະຫລະຊີວິດຂອງພຣະອົງ ເພື່ອພວກເຮົາ ແລະພວກເຮົາກໍຄວນສະຫລະຊີວິດຂອງເຮົາເພື່ອພີ່ນ້ອງເໝືອນກັນ. 17 ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້ ແລະເຫັນພີ່ນ້ອງຂອງຕົນຂັດສົນ ແລ້ວຍັງບໍ່ຍອມມີໃຈເມດຕາຊ່ວຍເຫລືອຜູ້ນັ້ນ ຄວາມຮັກຕໍ່ພຣະເຈົ້າຈະດຳລົງຢູ່ໃນຕົນໄດ້ຢ່າງໃດ. 18 ລູກນ້ອຍທັງຫລາຍເອີຍ, ຢ່າໃຫ້ພວກເຮົາຮັກດ້ວຍຄວາມເວົ້າແລະດ້ວຍປາກເທົ່ານັ້ນ, ແຕ່ຈົ່ງສະແດງຄວາມຮັກອັນແທ້ຈິງດ້ວຍການກະທຳ. ຄວາມໝັ້ນໃຈທີ່ຈະເຂົ້າເຝົ້າພຣະເຈົ້າ 19 ດ້ວຍເຫດນີ້ ພວກເຮົາຈຶ່ງຮູ້ວ່າ ພວກເຮົາຢູ່ຝ່າຍຄວາມຈິງ ຄືພວກເຮົາມີຄວາມໝັ້ນໃຈຕໍ່ໜ້າພຣະເຈົ້າ. 20 ຖ້າໃຈຂອງພວກເຮົາກ່າວໂທດໃສ່ພວກເຮົາເອງ ພວກເຮົາກໍຮູ້ວ່າພຣະເຈົ້າໃຫຍ່ກວ່າໃຈຂອງພວກເຮົາ ແລະພຣະອົງກໍຊົງຮູ້ທຸກໆສິ່ງ. 21 ເຫດສະນັ້ນ ເພື່ອນທີ່ຮັກທັງຫລາຍຂອງເຮົາເອີຍ, ຖ້າໃຈຂອງພວກເຮົາບໍ່ກ່າວໂທດໃສ່ພວກເຮົາແລ້ວ ພວກເຮົາກໍມີໃຈກ້າມາຢູ່ຊ້ອງໜ້າພຣະເຈົ້າ. 22 ແລະເມື່ອພວກເຮົາຂໍສິ່ງໃດຈາກພຣະອົງ ພວກເຮົາກໍໄດ້ຮັບສິ່ງນັ້ນ ເພາະພວກເຮົາເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ແລະປະຕິບັດຕາມສິ່ງທີ່ພຣະອົງຊົງພໍພຣະໄທ. 23 ກົດບັນຍັດຂອງພຣະເຈົ້າ ຄືໃຫ້ພວກເຮົາເຊື່ອໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ ແລະໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເໝືອນດັ່ງທີ່ພຣະອົງຊົງສັ່ງພວກເຮົາ. 24 ທຸກຄົນຜູ້ທີ່ຖືຮັກສາບັນດາຂໍ້ບັນຍັດຂອງພຣະເຈົ້າ ກໍຕັ້ງຢູ່ໃນພຣະອົງ ແລະພຣະອົງກໍຊົງສະຖິດຢູ່ໃນພວກເຂົາ ແລະດ້ວຍພຣະວິນຍານທີ່ພຣະອົງໄດ້ປະທານໃຫ້ພວກເຮົານັ້ນ ພວກເຮົາຈຶ່ງຮູ້ວ່າພຣະອົງຊົງສະຖິດຢູ່ໃນພວກເຮົາ. |
@ 2012 United Bible Societies. All Rights Reserved.