1 ໂຢຮັນ 2 - ພຣະຄຳພີສັກສິພຣະເຢຊູເຈົ້າຊົງເປັນທະນາຍຄວາມເພື່ອພວກເຮົາ 1 ລູກນ້ອຍທັງຫລາຍຂອງເຮົາເອີຍ, ເຮົາຂຽນຂໍ້ຄວາມເຫຼົ່ານີ້ມາເຖິງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ເຮັດຜິດ ແຕ່ຖ້າຄົນໃດເຮັດຜິດ ພວກເຮົາກໍມີທະນາຍຄວາມ ຄືພຣະເຢຊູຄຣິດເຈົ້າ ຜູ້ຊົງທ່ຽງທຳທີ່ສະຖິດຢູ່ກັບພຣະບິດາເຈົ້າ. 2 ແມ່ນດ້ວຍພຣະອົງນີ້ແຫຼະ ທີ່ພຣະເຈົ້າຊົງຍົກການບາບຂອງພວກເຮົາເສຍ ແລະບໍ່ແມ່ນແຕ່ການບາບຂອງພວກເຮົາຜູ້ດຽວ, ແຕ່ທັງການບາບຂອງມະນຸດທັງປວງໃນໂລກເໝືອນກັນ. 3 ໃນຂໍ້ນີ້ແຫຼະ ເຮົາທັງຫລາຍຄົງສັງເກດໄດ້ວ່າ ພວກເຮົາຮູ້ຈັກກັບພຣະອົງ ຄືວ່າຖ້າພວກເຮົາຖືຮັກສາບັນດາກົດບັນຍັດຂອງພຣະອົງ. 4 ຖ້າຄົນໃດເວົ້າວ່າ, “ຕົນຮູ້ຈັກພຣະອົງ” ແຕ່ບໍ່ຖືຮັກສາກົດບັນຍັດຂອງພຣະອົງ ຄົນນັ້ນກໍເວົ້າຕົວະ ແລະຄວາມຈິງກໍບໍ່ມີຢູ່ໃນລາວ. 5 ແຕ່ຜູ້ໃດກໍຕາມ ທີ່ຖືຮັກສາພຣະທຳຂອງພຣະອົງ, ຜູ້ນັ້ນແຫຼະ ທີ່ຮັກພຣະເຈົ້າຢ່າງຄົບຖ້ວນບໍຣິບູນໂດຍແທ້. ດ້ວຍເຫດນີ້ ເຮົາທັງຫລາຍຈຶ່ງຮູ້ຈັກວ່າພວກເຮົາຢູ່ໃນພຣະອົງ, 6 ຜູ້ໃດທີ່ເວົ້າວ່າ, “ຕົນຢູ່ໃນພຣະອົງ” ຜູ້ນັ້ນກໍຄວນດຳເນີນຊີວິດຕາມທາງທີ່ພຣະອົງຊົງດຳເນີນນັ້ນເໝືອນກັນ. ກົດບັນຍັດໃໝ່ 7 ພວກທີ່ຮັກເອີຍ, ເຮົາບໍ່ໄດ້ຂຽນກົດບັນຍັດໃໝ່ມາເຖິງເຈົ້າທັງຫລາຍ ແຕ່ເປັນກົດບັນຍັດເກົ່າ ຊຶ່ງເຈົ້າທັງຫລາຍມີຢູ່ຕັ້ງແຕ່ເດີມແລ້ວ, ກົດບັນຍັດເກົ່ານັ້ນ ຄືພຣະທຳທີ່ພວກເຈົ້າໄດ້ຍິນມາແລ້ວ. 8 ເຖິງຢ່າງໃດກໍຕາມ ເຮົາຂຽນກົດບັນຍັດໃໝ່ມາເຖິງເຈົ້າທັງຫລາຍ ຄືຄວາມຈິງໄດ້ຊົງສຳແດງໃນພຣະອົງ ແລະໃນເຈົ້າທັງຫລາຍ. ເພາະວ່າຄວາມມືດກຳລັງຜ່ານພົ້ນໄປ ແລະຄວາມສະຫວ່າງອັນແທ້ຈິງນັ້ນ ກໍກຳລັງສ່ອງສະຫວ່າງຢູ່ແລ້ວ. 9 ຜູ້ໃດທີ່ເວົ້າວ່າ ຕົນຢູ່ໃນຄວາມສະຫວ່າງ ແຕ່ຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມມືດຈົນເຖິງດຽວນີ້. 10 ຜູ້ທີ່ຮັກພີ່ນ້ອງຂອງຕົນ ກໍຕັ້ງຢູ່ໃນຄວາມສະຫວ່າງ ແລະເຫດທີ່ຈະໃຫ້ສະດຸດໃຈກໍບໍ່ມີໃນຄົນນັ້ນ. 11 ແຕ່ຜູ້ທີ່ກຽດຊັງພີ່ນ້ອງຂອງຕົນ ກໍຍັງຢູ່ໃນຄວາມມືດ ແລະທຽວໄປໃນຄວາມມືດ ແລ້ວບໍ່ຮູ້ວ່າຕົນກຳລັງຈະໄປໃສ ເພາະຄວາມມືດໄດ້ເຮັດໃຫ້ຕາຂອງຕົນບອດເສຍແລ້ວ. 12 ລູກທັງຫລາຍຂອງເຮົາເອີຍ, ເຮົາຂຽນຈົດໝາຍມາເຖິງພວກເຈົ້າ ເພາະການບາບຂອງພວກເຈົ້າໄດ້ຮັບການອະໄພແລ້ວ ຍ້ອນເຫັນແກ່ພຣະນາມຂອງພຣະອົງ. 13 ພໍ່ທັງຫລາຍເອີຍ, ທີ່ເຮົາຂຽນຈົດໝາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກພຣະອົງ ຜູ້ດຳລົງຢູ່ຕັ້ງແຕ່ຕົ້ນ. ຄົນໜຸ່ມທັງຫລາຍເອີຍ, ທີ່ເຮົາຂຽນຈົດໝາຍມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຊົ່ວຮ້າຍແລ້ວ. 14 ລູກທັງຫລາຍຂອງເຮົາເອີຍ, ທີ່ເຮົາຂຽນຈົດໝາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກພຣະບິດາເຈົ້າ. ພໍ່ທັງຫລາຍເອີຍ, ທີ່ເຮົາຂຽນຈົດໝາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກພຣະອົງ ຜູ້ດຳລົງຢູ່ຕັ້ງແຕ່ຕົ້ນ. ຄົນໜຸ່ມທັງຫລາຍເອີຍ, ທີ່ເຮົາຂຽນຈົດໝາຍມາຫາພວກເຈົ້າ ເພາະພວກເຈົ້າມີກຳລັງແຂງແຮງ, ພຣະທຳຂອງພຣະເຈົ້າກໍຕັ້ງຢູ່ໃນພວກເຈົ້າ ແລະພວກເຈົ້າໄດ້ຊະນະມານຊົ່ວຮ້າຍແລ້ວ. 15 ຢ່າຮັກໂລກ ຫລືສິ່ງຂອງທີ່ມີຢູ່ໃນໂລກ ຖ້າຜູ້ໃດຮັກໂລກ ຄວາມຮັກຂອງພຣະບິດາເຈົ້າກໍບໍ່ຢູ່ໃນຜູ້ນັ້ນ. 16 ເພາະສາລະພັດທີ່ມີຢູ່ໃນໂລກ ຄືຕັນຫາຂອງເນື້ອກາຍ ຕັນຫາຂອງຕາ ແລະຄວາມອວດອ້າງເປົ່າໆໃນຊີວິດນີ້ ບໍ່ໄດ້ເກີດມາຈາກພຣະບິດາເຈົ້າ ແຕ່ເກີດມາຈາກໂລກ. 17 ສ່ວນໂລກກັບຕັນຫາຂອງໂລກກຳລັງເສື່ອມສູນໄປ, ແຕ່ຜູ້ທີ່ເຮັດຕາມນໍ້າພຣະໄທຂອງພຣະເຈົ້າ ຈະຕັ້ງຢູ່ຕະຫລອດໄປເປັນນິດ. ສັດຕູຂອງພຣະຄຣິດ 18 ລູກທັງຫລາຍເອີຍ, ບັດນີ້ເປັນເວລາສຸດທ້າຍແລ້ວ ແລະຕາມທີ່ເຈົ້າທັງຫລາຍໄດ້ຍິນໄດ້ຟັງມາແລ້ວວ່າ ຜູ້ຕໍ່ສູ້ພຣະຄຣິດຈະມີມາ ບັດນີ້ຜູ້ຕໍ່ສູ້ພຣະຄຣິດກໍເກີດມີມາຫລາຍແລ້ວ. ສະນັ້ນ ພວກເຮົາຈຶ່ງຮູ້ວ່າເປັນເວລາສຸດທ້າຍ. 19 ພວກເຂົາເຫຼົ່ານັ້ນໄດ້ອອກໄປຈາກພວກເຮົາ, ແຕ່ພວກເຂົາບໍ່ແມ່ນຝ່າຍພວກເຮົາ. ເພາະວ່າ ຖ້າພວກເຂົາແມ່ນຝ່າຍພວກເຮົາ ພວກເຂົາກໍຈະໄດ້ຕັ້ງຢູ່ກັບພວກເຮົາຕໍ່ໄປ, (ແຕ່ພວກເຂົາໄດ້ອອກໄປແລ້ວ) ເພື່ອປາກົດແຈ້ງວ່າ ເຂົາເຫຼົ່ານັ້ນບໍ່ແມ່ນຝ່າຍພວກເຮົາຈັກຄົນ. 20 ແຕ່ຝ່າຍພວກເຈົ້າໄດ້ຮັບການຊົງຫົດສົງຈາກພຣະອົງ ຜູ້ຊົງບໍຣິສຸດແລ້ວ, ພວກເຈົ້າທຸກຄົນກໍມີຄວາມຮູ້. 21 ທີ່ເຮົາຂຽນມາເຖິງພວກເຈົ້ານີ້ ບໍ່ແມ່ນເພາະພວກເຈົ້າບໍ່ຮູ້ຄວາມຈິງ, ແຕ່ຍ້ອນພວກເຈົ້າຮູ້ຄວາມຈິງແລ້ວ ແລະພວກເຈົ້າກໍຮູ້ອີກວ່າ ບໍ່ມີຄວາມຕົວະໃດໆທີ່ມາຈາກຄວາມຈິງ. 22 ແມ່ນຜູ້ໃດເປັນຜູ້ເວົ້າຕົວະ ກໍແມ່ນຜູ້ທີ່ປະຕິເສດວ່າ ພຣະເຢຊູເຈົ້າບໍ່ແມ່ນພຣະຄຣິດ ຜູ້ທີ່ປະຕິເສດພຣະບິດາເຈົ້າແລະພຣະບຸດ ຜູ້ນັ້ນແຫຼະ ເປັນຜູ້ຕໍ່ສູ້ພຣະຄຣິດ. 23 ດ້ວຍວ່າ, ຜູ້ທີ່ປະຕິເສດພຣະບຸດ ກໍປະຕິເສດພຣະບິດາເຈົ້າເໝືອນກັນ, ຜູ້ທີ່ຍອມຮັບພຣະບຸດ ຜູ້ນັ້ນກໍມີພຣະບິດາເຈົ້າເໝືອນກັນ. 24 ເຫດສະນັ້ນ ຈົ່ງແນ່ໃຈວ່າພວກເຈົ້າຖືຮັກສາຖ້ອຍຄຳ ທີ່ພວກເຈົ້າໄດ້ຍິນມາຕັ້ງແຕ່ຕົ້ນນັ້ນ ໄວ້ໃນຈິດໃຈຂອງພວກເຈົ້າ. ຖ້າພວກເຈົ້າຖືຮັກສາຖ້ອຍຄຳເຫຼົ່ານັ້ນ ພວກເຈົ້າກໍມີຊີວິດໃນພຣະບຸດ ແລະໃນພຣະບິດາເຈົ້າເໝືອນກັນ. 25 ນີ້ແຫຼະ ເປັນພຣະສັນຍາທີ່ພຣະອົງໄດ້ຊົງສັນຍາໄວ້ແກ່ເຮົາທັງຫລາຍ ຄືຊີວິດນິຣັນດອນ. 26 ເຮົາຂຽນມາບອກພວກເຈົ້າ ກ່ຽວກັບຜູ້ທີ່ຈະເຮັດໃຫ້ພວກເຈົ້າຫລົງຜິດໄປ. 27 ແຕ່ຝ່າຍເຈົ້າທັງຫລາຍ ການຊົງຫົດສົງທີ່ພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ກໍຍັງຕັ້ງຢູ່ກັບພວກເຈົ້າ ແລະພວກເຈົ້າບໍ່ຕ້ອງການໃຫ້ຜູ້ໃດສອນອີກ, ເພາະການຊົງຫົດສົງຂອງພຣະອົງ ກຳລັງສັ່ງສອນພວກເຈົ້າເຖິງທຸກສິ່ງ ແລະເປັນຄວາມຈິງ ບໍ່ແມ່ນຄວາມຕົວະ. ການຊົງຫົດສົງໄດ້ຊົງສອນເຈົ້າທັງຫລາຍຢ່າງໃດ ພວກເຈົ້າຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງຢ່າງນັ້ນ. 28 ແລະບັດນີ້ ລູກນ້ອຍທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງເພື່ອວ່າ, ເມື່ອພຣະອົງຊົງສະເດັດມາປາກົດ ເຮົາທັງຫລາຍຈະໄດ້ມີໃຈກ້າ ແລະບໍ່ຫລົບໜ້າຈາກພຣະອົງດ້ວຍຄວາມອັບອາຍ ເມື່ອພຣະອົງສະເດັດມານັ້ນ. 29 ຖ້າເຈົ້າທັງຫລາຍຮູ້ວ່າ ພຣະອົງຊົງທ່ຽງທຳ ພວກເຈົ້າກໍຮູ້ໄດ້ວ່າ ທຸກຄົນທີ່ປະຕິບັດຕາມຄວາມທ່ຽງທຳນັ້ນ ກໍບັງເກີດມາຈາກພຣະອົງເໝືອນກັນ. |
@ 2012 United Bible Societies. All Rights Reserved.