1 ໂຢຮັນ 1 - ພຣະຄຳພີສັກສິພຣະທຳອັນຊົງຊີວິດ 1 ຊຶ່ງມີຢູ່ແຕ່ປະຖົມມະການ ຊຶ່ງເຮົາໄດ້ຍິນ ຊຶ່ງເຮົາໄດ້ເຫັນກັບຕາ ຊຶ່ງເຮົາໄດ້ພິຈາລະນາເບິ່ງ ແລະມືຂອງເຮົາໄດ້ຈັບຕ້ອງນັ້ນກ່ຽວກັບພຣະທຳອັນຊົງຊີວິດ. 2 ເມື່ອຊີວິດນັ້ນໄດ້ມາປາກົດ ພວກເຮົາກໍໄດ້ເຫັນ. ດັ່ງນັ້ນ ພວກເຮົາຈຶ່ງເປັນພະຍານເຖິງຊີວິດນັ້ນ ແລະປະກາດແກ່ພວກເຈົ້າເຖິງຊີວິດນິຣັນດອນ ຊຶ່ງໄດ້ມີຢູ່ກັບພຣະບິດາເຈົ້າ ແລະໄດ້ປາກົດແກ່ພວກເຮົາ. 3 ສິ່ງທີ່ພວກເຮົາໄດ້ເຫັນແລະໄດ້ຍິນນັ້ນ ພວກເຮົາກໍປະກາດແກ່ພວກເຈົ້າເໝືອນກັນ ເພື່ອວ່າພວກເຈົ້າຈະເຂົ້າຮ່ວມສາມັກຄີທຳກັບພວກເຮົາ ພວກເຮົາກໍຮ່ວມສາມັກຄີທຳກັບພຣະບິດາເຈົ້າ ແລະ ກັບພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະອົງ. 4 ພວກເຮົາຂຽນຂໍ້ຄວາມເຫຼົ່ານີ້ ເພື່ອຄວາມຊົມຊື່ນຍິນດີຂອງພວກເຮົາ ຈະໄດ້ຄົບເຕັມບໍລິບູນ. ພຣະເຈົ້າຊົງເປັນຄວາມສະຫວ່າງ 5 ນີ້ແຫລະ ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະປະກາດແກ່ພວກເຈົ້າວ່າ, ພຣະເຈົ້າຊົງເປັນຄວາມສະຫວ່າງ ໃນພຣະອົງບໍ່ມີຄວາມມືດເລີຍ. 6 ຖ້າພວກເຮົາບອກວ່າ ພວກເຮົາຮ່ວມສາມັກຄີທຳກັບພຣະອົງ, ແຕ່ຍັງດຳເນີນຊີວິດຢູ່ໃນຄວາມມືດ ພວກເຮົາກໍຕົວະທັງຄຳເວົ້າແລະການກະທຳພ້ອມໆກັນ. 7 ແຕ່ຖ້າພວກເຮົາດຳເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງພຣະອົງຊົງຢູ່ໃນຄວາມສະຫວ່າງ ພວກເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍຈາກການຜິດບາບທັງສິ້ນ. 8 ຖ້າພວກເຮົາເວົ້າວ່າ ພວກເຮົາບໍ່ມີບາບ ພວກເຮົາກໍຫລອກລວງຕົນເອງ ແລະພວກເຮົາກໍບໍ່ມີຄວາມຈິງໃນຈິດໃຈ. 9 ຖ້າເຮົາທັງຫລາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫລາຍຈາກການອະທຳໝົດສິ້ນ. 10 ຖ້າພວກເຮົາເວົ້າວ່າ ພວກເຮົາບໍ່ໄດ້ເຮັດບາບກໍເທົ່າກັບວ່າ ພວກເຮົາເຮັດໃຫ້ພຣະເຈົ້າເປັນຜູ້ຕົວະ ແລະພຣະທຳຂອງພຣະອົງກໍບໍ່ຢູ່ໃນພວກເຮົາເລີຍ. |
@ 2012 United Bible Societies. All Rights Reserved.