1 ໂກຣິນໂທ 9 - ພຣະຄຳພີສັກສິສິດ ແລະໜ້າທີ່ຂອງອັກຄະສາວົກ 1 ເຮົາບໍ່ມີເສລີພາບບໍ? ເຮົາບໍ່ໄດ້ເປັນອັກຄະສາວົກບໍ? ເຮົາບໍ່ໄດ້ເຫັນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາບໍ? ແລະພວກເຈົ້າບໍ່ແມ່ນຜົນງານຂອງເຮົາໃນອົງພຣະຜູ້ເປັນເຈົ້າບໍ? 2 ຖ້າເຮົາບໍ່ໄດ້ເປັນອັກຄະສາວົກໃນສາຍຕາຂອງຄົນອື່ນ, ຢ່າງໜ້ອຍ ເຮົາກໍເປັນອັກຄະສາວົກໃນສາຍຕາຂອງເຈົ້າທັງຫລາຍ, ເພາະວ່າເຈົ້າທັງຫລາຍ ຄືກາປະຈຳຕຳແໜ່ງອັກຄະສາວົກຂອງເຮົາ ໃນອົງພຣະຜູ້ເປັນເຈົ້າ. 3 ຖ້າຜູ້ໃດສອບສວນເຮົາ ເຮົາກໍກ່າວປ້ອງກັນຕົວດັ່ງນີ້ວ່າ: 4 ເຮົາບໍ່ມີສິດທີ່ຈະກິນແລະດື່ມບໍ? 5 ເຮົາບໍ່ມີສິດທີ່ຈະພາເມຍທີ່ເປັນຄຣິສຕຽນເດີນທາງໄປມາດ້ວຍກັນ ເໝືອນດັ່ງອັກຄະສາວົກຄົນອື່ນໆ ແລະເໝືອນດັ່ງນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ ແລະເໝືອນດັ່ງເປໂຕນັ້ນບໍ? 6 ຫລືວ່າມີແຕ່ບາຣະນາບາກັບເຮົາເທົ່ານັ້ນບໍ? ທີ່ຕ້ອງເຮັດວຽກເພື່ອລ້ຽງຊີບ. 7 ມີທະຫານຄົນໃດແດ່ ທີ່ຮັບໃຊ້ໃນກອງທັບແລ້ວ ຕ້ອງເສຍຄ່າໃຊ້ຈ່າຍຂອງຕົນເອງ? ມີຄົນໃດແດ່ ທີ່ເຮັດສວນອະງຸ່ນແລ້ວ ບໍ່ໄດ້ກິນໝາກອະງຸ່ນຈາກສວນນັ້ນ? ມີຄົນໃດແດ່ ທີ່ລ້ຽງແກະແລ້ວ ບໍ່ໄດ້ກິນນໍ້ານົມຈາກຝູງແກະນັ້ນ? 8 ເຮົາກ່າວເຊັ່ນນີ້ ຕາມຄວາມເຫັນຢ່າງມະນຸດເທົ່ານັ້ນບໍ? ກົດບັນຍັດບໍ່ໄດ້ກ່າວຢ່າງນີ້ເໝືອນກັນບໍ? 9 ພວກເຮົາໄດ້ອ່ານໃນກົດບັນຍັດຂອງໂມເຊວ່າ, “ຢ່າເອົາກະສອບໃສ່ປາກງົວ ເມື່ອມັນຢຽບເຂົ້າ.” ພຣະເຈົ້າຫ່ວງໃຍນຳງົວຊັ້ນບໍ? 10 ພຣະອົງບໍ່ໄດ້ຊົງກ່າວຢ່າງຈະແຈ້ງ ເພື່ອປະໂຫຍດສຳລັບພວກເຮົາບໍ? ແນ່ນອນຂໍ້ຄວາມເຫຼົ່ານັ້ນ ໄດ້ຂຽນໄວ້ເພື່ອປະໂຫຍດສຳລັບພວກເຮົາ ຄົນທີ່ໄຖນາກັບຄົນທີ່ຟາດເຂົ້າ ເຮັດວຽກຂອງເຂົາໂດຍຫວັງວ່າ ເຂົາຈະໄດ້ຮັບສ່ວນແບ່ງແຫ່ງຜົນລະປູກຂອງຕົນ. 11 ຖ້າພວກເຮົາໄດ້ຫວ່ານແນວປູກຝ່າຍຈິດວິນຍານໃຫ້ພວກເຈົ້າແລ້ວ ພວກເຮົາຈະເກັບກ່ຽວຝ່າຍເນື້ອກາຍຈາກພວກເຈົ້າ ເປັນການໜັກໜາເກີນໄປບໍ? 12 ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປະໂຫຍດຈາກພວກເຈົ້າ ພວກເຮົາກໍມີສິດຕັ້ງຫລາຍເທົ່າບໍ່ແມ່ນບໍ? ເຖິງປານນັ້ນ ພວກເຮົາກໍບໍ່ໄດ້ໃຊ້ສິດນັ້ນ ແຕ່ພວກເຮົາກັບຍອມທົນຕໍ່ທຸກສິ່ງ ເພື່ອຈະບໍ່ເປັນເຫດຂັດຂວາງການປະກາດຂ່າວປະເສີດ. 13 ແນ່ນອນພວກເຈົ້າກໍຮູ້ວ່າ ຜູ້ທີ່ເຮັດວຽກໃນພຣະວິຫານ ກໍໄດ້ອາຫານຈາກພຣະວິຫານ ແລະຜູ້ທີ່ຖວາຍເຄື່ອງເທິງແທ່ນບູຊາ ກໍໄດ້ຮັບສ່ວນແບ່ງຂອງເຄື່ອງຖວາຍນັ້ນ. 14 ໃນທຳນອງດຽວກັນ ອົງພຣະຜູ້ເປັນເຈົ້າໄດ້ສັ່ງວ່າ, ຜູ້ທີ່ປະກາດຂ່າວປະເສີດ ກໍຄວນໄດ້ຮັບການລ້ຽງດູ ຈາກການປະກາດຂ່າວປະເສີດນັ້ນ. 15 ແຕ່ເຮົາບໍ່ໄດ້ໃຊ້ສິດເຫຼົ່ານັ້ນຈັກຢ່າງ ທີ່ເຮົາຂຽນເຖິງເລື່ອງນີ້ ບໍ່ແມ່ນເພື່ອຈະໃຫ້ເຂົາເຮັດຢ່າງນັ້ນແກ່ເຮົາ. ດ້ວຍວ່າ, ເຮົາຍອມຕາຍເສຍກໍດີກວ່າ ທີ່ຈະເຮັດຢ່າງນັ້ນ ຢ່າໃຫ້ຜູ້ໃດທຳລາຍເຫດແຫ່ງການອວດອ້າງຂອງເຮົາ. 16 ເພາະການທີ່ເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ມີເຫດທີ່ຈະອວດອ້າງໄດ້ ເພາະຄວາມຈຳເປັນໄດ້ຕົກໃສ່ເຮົາ ວິບັດຈະເກີດມີແກ່ເຮົາ ຖ້າເຮົາບໍ່ປະກາດຂ່າວປະເສີດ. 17 ຖ້າເຮົາເຮັດການນັ້ນດ້ວຍໃຈສະໝັກ ເຮົາກໍຈະໄດ້ບຳເໜັດ, ແຕ່ຖ້າເຮົາບໍ່ສະໝັກໃຈ ກໍຍັງເປັນການທີ່ມອບໄວ້ໃຫ້ເຮົາເຮັດຢູ່. 18 ແລ້ວບຳເໜັດຂອງເຮົານັ້ນຄືອັນໃດ? ຄື ເມື່ອເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ໄດ້ຄິດຄ່າ ແລະບໍ່ໄດ້ໃຊ້ສິດຂອງເຮົາໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ. 19 ເຖິງແມ່ນວ່າ, ເຮົາບໍ່ໄດ້ຢູ່ໃຕ້ບັງຄັບຂອງຜູ້ໃດ ເຮົາກໍຍັງຍອມຕົວເປັນຜູ້ຮັບໃຊ້ຂອງຄົນທັງປວງ ເພື່ອເຮົາຈະໄດ້ນຳຄົນຈຳນວນຫລວງຫລາຍມາເປັນສິດ. 20 ເມື່ອເຮັດກັບຄົນຢິວເຮົາກໍໃຊ້ຊີວິດດັ່ງຄົນຢິວ ເພື່ອຈະໄດ້ໃຈຄົນຢິວ ເຖິງແມ່ນເຮົາເອງບໍ່ຢູ່ໃຕ້ກົດບັນຍັດກໍຕາມ ເຮົາກໍໃຊ້ຊີວິດດັ່ງຄົນທີ່ຢູ່ໃຕ້ກົດບັນຍັດ ເພື່ອຈະໄດ້ໃຈຄົນເຫຼົ່ານີ້. 21 ຕໍ່ຄົນທີ່ຢູ່ນອກກົດບັນຍັດ ເຮົາກໍເຮັດເໝືອນຄົນທີ່ຢູ່ນອກກົດບັນຍັດ (ເຖິງແມ່ນເຮົາບໍ່ຢູ່ນອກກົດບັນຍັດຂອງພຣະເຈົ້າກໍດີ ແຕ່ເຮົາຢູ່ໃຕ້ກົດບັນຍັດຂອງພຣະຄຣິດ) ເພື່ອຈະໄດ້ໃຈຄົນທັງຫລາຍທີ່ຢູ່ນອກກົດບັນຍັດນັ້ນ. 22 ຕໍ່ຄົນທີ່ອ່ອນໃນຄວາມເຊື່ອ ເຮົາກໍເຮັດເໝືອນຄົນອ່ອນແອ ດັ່ງຜູ້ໜຶ່ງໃນພວກເຂົາ ເພື່ອຈະໄດ້ໃຈຄົນອ່ອນແອ ດັ່ງນັ້ນ ເຮົາຈຶ່ງຍອມເປັນຄົນທຸກຊະນິດ ເພື່ອຈະໄດ້ຊ່ວຍບາງຄົນໃຫ້ພົ້ນ ດ້ວຍທຸກວິທີທາງທີ່ເຮົາອາດເຮັດໄດ້. 23 ເຮົາເຮັດສິ່ງທັງໝົດທີ່ໄດ້ກ່າວມານັ້ນ ເພາະເຫັນແກ່ຂ່າວປະເສີດ ເພື່ອເຮົາຈະໄດ້ຮັບສ່ວນໃນຂ່າວປະເສີດນັ້ນ. 24 ເຈົ້າທັງຫລາຍບໍ່ຮູ້ບໍວ່າ, ໃນການແລ່ນແຂ່ງຂັນກັນນັ້ນ ກໍແລ່ນດ້ວຍກັນທຸກຄົນ, ແຕ່ມີຄົນດຽວເທົ່ານັ້ນ ທີ່ໄດ້ຮັບລາງວັນ. ດັ່ງນັ້ນ ຈົ່ງແລ່ນເພື່ອຊີງເອົາລາງວັນໃຫ້ໄດ້. 25 ຝ່າຍນັກກິລາທຸກຄົນທີ່ຝຶກຊ້ອມ ຕ່າງກໍຢູ່ໃນລະບຽບວິໄນຢ່າງເຄັ່ງຄັດ ເພື່ອພວກເຂົາຈະໄດ້ມົງກຸດທີ່ຫ່ຽວແຫ້ງໄປ ແຕ່ພວກເຮົາເຮັດການນັ້ນ ເພື່ອຈະໄດ້ມົງກຸດທີ່ບໍ່ມີວັນຫ່ຽວແຫ້ງ. 26 ດ້ວຍເຫດນັ້ນ ເຮົາຈຶ່ງແລ່ນແຂ່ງຂັນກັນໂດຍມີເປົ້າໝາຍ, ເຮົາບໍ່ໄດ້ຕໍ່ສູ້ເໝືອນດັ່ງນັກມວຍທີ່ຊົກລົມ. 27 ແຕ່ເຮົາທຸບຕີຮ່າງກາຍຂອງເຮົາໃຫ້ມັນແຂງຢູ່ຄາມື ເພາະຢ້ານວ່າເມື່ອເຮົາໄດ້ປະກາດແກ່ຄົນອື່ນແລ້ວ ເຮົາເອງຈະຖືກຂ້າຊື່ອອກຈາກການແຂ່ງຂັນນັ້ນ. |
@ 2012 United Bible Societies. All Rights Reserved.