Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 8 - ພຣະຄຳພີສັກສິ


ເລື່ອງ​ອາຫານ​ທີ່​ຖວາຍ​ແກ່​ພະທຽມ

1 ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.

2 ຖ້າ​ຜູ້ໃດ ຖື​ວ່າ​ຕົນ​ຮູ້​ສິ່ງໃດ​ແລ້ວ ຜູ້ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.

3 ແຕ່​ຖ້າ​ຜູ້ໃດ​ຮັກ​ພຣະເຈົ້າ ພຣະເຈົ້າ​ກໍ​ຊົງ​ຮູ້ຈັກ​ຜູ້ນັ້ນ.

4 ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”

5 ເຖິງ​ແມ່ນ​ວ່າ​ມີ​ພະ​ຫລາຍ​ໃນ​ສະຫວັນ ແລະ​ເທິງ​ແຜ່ນດິນ​ໂລກ​ກໍດີ ທີ່​ເຂົາ​ເອີ້ນ​ວ່າ, “ພຣະເຈົ້າ” (ພະ​ກໍ​ມີ​ຫລາຍ ເຈົ້າ​ກໍ​ມີ​ຫລາຍ​ແທ້).

6 ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.

7 ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຮູ້​ຄວາມ​ຢ່າງ​ນີ້ ມີ​ບາງຄົນ​ເຄີຍ​ນັບຖື​ຮູບເຄົາຣົບ​ແຕ່​ໃດໆ​ມາ​ຈົນເຖິງ​ບັດນີ້ ເມື່ອ​ກິນ​ອາຫານ​ຢ່າງ​ນັ້ນ ເຂົາ​ກໍ​ຍັງ​ຖື​ວ່າ​ເປັນ​ຂອງ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຂົາ​ຍັງ​ອ່ອນ ແລະ​ເຂົາ​ກໍ​ຮູ້ສຶກ​ເປັນ​ມົນທິນ​ຍ້ອນ​ອາຫານ​ນັ້ນ.

8 ອາຫານ​ບໍ່ແມ່ນ​ສິ່ງ​ທີ່​ຊ່ວຍ​ເຮົາ ໃຫ້​ມີ​ຄວາມ​ສຳພັນ​ກັບ​ພຣະເຈົ້າ​ດີ​ຂຶ້ນ ຖ້າ​ເຮົາ​ບໍ່​ກິນ ເຮົາ​ກໍ​ບໍ່ໄດ້​ຊົ່ວ​ລົງ ຖ້າ​ເຮົາ​ກິນ ເຮົາ​ກໍ​ບໍ່ໄດ້​ດີ​ຂຶ້ນ.

9 ແຕ່​ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ ເປັນ​ເຫດ​ໃຫ້​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ​ສະດຸດ​ໃຈ.

10 ຖ້າ​ມີ​ຄົນ​ໜຶ່ງ ທີ່​ມີ​ໃຈ​ສຳນຶກ​ຜິດແລະຊອບ​ຍັງ​ອ່ອນ​ໃນ​ເລື່ອງ​ນີ້, ເຫັນ​ເຈົ້າ​ຜູ້​ທີ່​ມີ​ຄວາມ​ຮູ້ ກຳລັງ​ນັ່ງ​ກິນ​ຢູ່​ໃນ​ວິຫານ​ຂອງ​ພະທຽມ ເລື່ອງ​ນີ້​ຈະ​ບໍ່​ເປັນ​ການ​ຊຸກຍູ້​ລາວ ໃຫ້​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ພະທຽມ​ນັ້ນ​ບໍ?

11 ຄວາມຮູ້​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ສິ້ນພຣະຊົນ​ເພື່ອ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.

12 ດັ່ງນັ້ນ ເມື່ອ​ເຈົ້າ​ເຮັດ​ຜິດ​ຕໍ່​ພີ່ນ້ອງ ຄື​ທຳຮ້າຍ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ອ່ອນ​ຂອງ​ເຂົາ ເຈົ້າ​ກໍ​ເຮັດ​ຜິດ​ຕໍ່​ພຣະຄຣິດ​ດ້ວຍ.

13 ເພາະສະນັ້ນ ຖ້າ​ອາຫານ​ເປັນ​ເຫດ​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕະຫລອດໄປ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ໃຫ້​ພີ່ນ້ອງ​ຂອງເຮົາ​ສະດຸດ​ໃຈ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan