1 ໂກຣິນໂທ 7 - ພຣະຄຳພີສັກສິບັນຫາກ່ຽວກັບການແຕ່ງງານ 1 ເລື່ອງທີ່ພວກເຈົ້າໄດ້ຂຽນຈົດໝາຍມານັ້ນ ຂໍຕອບວ່າ, ການທີ່ຜູ້ຊາຍບໍ່ແຕະຕ້ອງກັບແມ່ຍິງນັ້ນ ກໍເປັນການດີ. 2 ແຕ່ເພື່ອປ້ອງກັນການຫລິ້ນຊູ້ ຊາຍທຸກຄົນຄວນມີເມຍຂອງຕົນ ແລະຍິງທຸກຄົນກໍຄວນມີຜົວຂອງຕົນ. 3 ຜົວຕ້ອງຢູ່ຮ່ວມກັບເມຍຕາມສົມຄວນ ແລະເມຍກໍຄວນຢູ່ຮ່ວມກັບຜົວເໝືອນກັນ. 4 ເມຍບໍ່ມີອຳນາດເໜືອຮ່າງກາຍຂອງຕົນເອງ ແຕ່ອຳນາດນັ້ນຢູ່ນຳຜົວ ໃນທຳນອງດຽວກັນ ຜົວບໍ່ມີອຳນາດເໜືອຮ່າງກາຍຂອງຕົນ ແຕ່ອຳນາດນັ້ນຢູ່ນຳເມຍ. 5 ຢ່າປະຕິເສດການຢູ່ຮ່ວມກັນ ນອກຈາກໄດ້ຕົກລົງກັນກ່ອນເປັນການຊົ່ວຄາວ ເພື່ອອຸທິດຕົນໃນການພາວັນນາອະທິຖານ ແຕ່ຫລັງຈາກນັ້ນແລ້ວ ຈົ່ງມາຢູ່ຮ່ວມກັນອີກ. ເພື່ອພວກເຈົ້າຈະຮັກສາຕົວໄວ້ ບໍ່ໃຫ້ມານຊາຕານຊັກຈູງໃຫ້ຫລົງເຮັດຜິດ ເພາະຄວບຄຸມຕົນເອງບໍ່ໄດ້. 6 ເຮົາບອກຢ່າງນີ້ເປັນການອະນຸຍາດ ບໍ່ແມ່ນເປັນຄຳສັ່ງ. 7 ເຮົາປາຖະໜາໃຫ້ທຸກຄົນເປັນເໝືອນຕົວເຮົາ ແຕ່ທຸກຄົນກໍໄດ້ຮັບຂອງປະທານຈາກພຣະເຈົ້າອັນເໝາະສົມກັບຕົນ ຜູ້ໜຶ່ງໄດ້ຮັບຢ່າງນັ້ນ ແລະອີກຜູ້ໜຶ່ງໄດ້ຮັບຢ່າງນີ້. 8 ເຮົາຂໍກ່າວແກ່ຄົນທີ່ຍັງເປັນໂສດ ແລະບັນດາຍິງໝ້າຍວ່າ ຖ້າພວກເຂົາຈະຢູ່ເໝືອນຢ່າງເຮົາກໍດີແລ້ວ. 9 ແຕ່ຖ້າພວກເຂົາຄວບຄຸມຕົນເອງບໍ່ໄດ້ ກໍຈົ່ງໃຫ້ພວກເຂົາແຕ່ງງານເສຍ ເພາະວ່າການທີ່ແຕ່ງງານນັ້ນ ກໍດີກວ່າມີຕັນຫາເຜົາໄໝ້ຢູ່ໃນໃຈ. 10 ສຳລັບຄົນທີ່ແຕ່ງງານແລ້ວນັ້ນ ເຮົາຂໍສັ່ງ ຊຶ່ງບໍ່ແມ່ນເຮົາສັ່ງເອງ ແຕ່ແມ່ນອົງພຣະຜູ້ເປັນເຈົ້າເປັນຜູ້ສັ່ງ ຢ່າໃຫ້ເມຍປະຜົວຂອງຕົນ. 11 ແຕ່ຖ້ານາງປະຜົວຂອງຕົນໄປ ນາງຕ້ອງຢູ່ເປັນໂສດ ຫລືບໍ່ດັ່ງນັ້ນ ໃຫ້ນາງຄືນດີກັບຜົວອີກ ແລະຜົວກໍຢ່າປະຮ້າງເມຍຂອງຕົນ. 12 ສຳລັບພວກອື່ນນັ້ນ ເຮົາກ່າວດັ່ງນີ້ວ່າ, (ບໍ່ແມ່ນອົງພຣະຜູ້ເປັນເຈົ້າກ່າວ) “ຖ້າພີ່ນ້ອງຄົນໃດທີ່ມີເມຍເປັນຄົນທີ່ບໍ່ເຊື່ອ ແລະນາງພໍໃຈທີ່ຈະຢູ່ກັບຜົວນັ້ນຕໍ່ໄປ ຜົວກໍບໍ່ຄວນປະຮ້າງເມຍ,” 13 ໃນທຳນອງດຽວກັນ “ຖ້າຍິງໃດ ທີ່ມີຜົວເປັນຄົນທີ່ບໍ່ເຊື່ອ ແລະລາວພໍໃຈທີ່ຈະຢູ່ກັບເມຍນັ້ນຕໍ່ໄປ ເມຍກໍບໍ່ຄວນປະຮ້າງຜົວນັ້ນ.” 14 ເພາະວ່າ ຜົວທີ່ບໍ່ເຊື່ອ ກໍໄດ້ຮັບການຊຳລະຍ້ອນເມຍຂອງຕົນ ແລະເມຍທີ່ບໍ່ເຊື່ອກໍໄດ້ຮັບການຊຳລະຍ້ອນຜົວຂອງຕົນ ຖ້າບໍ່ດັ່ງນັ້ນ ລູກຂອງພວກເຂົາ ກໍຄົງຈະເປັນດັ່ງລູກຂອງຄົນທີ່ບໍ່ບໍຣິສຸດ ແຕ່ບັດນີ້ ລູກນັ້ນບໍຣິສຸດແລ້ວ. 15 ແຕ່ຖ້າຜູ້ທີ່ບໍ່ເຊື່ອນັ້ນ ຈະແຍກຕົວອອກໄປ ກໍຈົ່ງໃຫ້ຜູ້ກ່ຽວແຍກຕົວໄປໄດ້ ເລື່ອງຢ່າງນີ້ ບໍ່ຈຳເປັນທີ່ພີ່ນ້ອງຊາຍຍິງຈະຜູກມັດຈຳໃຈໃຫ້ຢູ່ນຳກັນ ເພາະວ່າ ພຣະເຈົ້າຊົງເອີ້ນເອົາພວກເຈົ້າໃຫ້ໃຊ້ຊີວິດຢູ່ຢ່າງສະຫງົບສຸກ. 16 ຝ່າຍເຈົ້າຜູ້ເປັນເມຍ ເຈົ້າຮູ້ໄດ້ຢ່າງໃດວ່າ ເຈົ້າຈະຊ່ວຍຜົວຂອງຕົນໃຫ້ພົ້ນໄດ້ຫລືບໍ່? ຫລືຝ່າຍເຈົ້າຜູ້ເປັນຜົວ ເຈົ້າຮູ້ໄດ້ຢ່າງໃດວ່າ ເຈົ້າຈະຊ່ວຍເມຍຂອງຕົນໃຫ້ພົ້ນໄດ້ຫລືບໍ່? ຈົ່ງດຳເນີນຊີວິດຕາມທີ່ພຣະເຈົ້າຊົງເອີ້ນ 17 ແຕ່ຂໍໃຫ້ທຸກຄົນຈົ່ງດຳເນີນຊີວິດຕາມທີ່ອົງພຣະຜູ້ເປັນເຈົ້າຊົງໂຜດປະທານໃຫ້ແກ່ຕົນ ແລະຕາມທີ່ຕົນເປັນຢູ່ ເມື່ອພຣະເຈົ້າຊົງເອີ້ນເອົານັ້ນ ນີ້ແຫຼະ ຄືລະບຽບທີ່ເຮົາວາງໄວ້ໃຫ້ຄຣິສຕະຈັກທຸກແຫ່ງ, 18 ຖ້າມີຜູ້ໃດ ທີ່ພຣະເຈົ້າຊົງເອີ້ນເອົາ ເມື່ອຮັບພິທີຕັດແລ້ວ ກໍຢ່າໃຫ້ຄົນນັ້ນພະຍາຍາມລົ້ມເລີກຈາກຖານະນັ້ນເສຍ ຖ້າຜູ້ໃດຖືກຊົງເອີ້ນເອົາ ໂດຍຍັງບໍ່ໄດ້ຮັບພິທີຕັດ ກໍຢ່າໃຫ້ຄົນນັ້ນຮັບ. 19 ການທີ່ຮັບພິທີຕັດ ຫລືບໍ່ຮັບ ກໍບໍ່ເປັນສິ່ງສຳຄັນຫຍັງ ສິ່ງສຳຄັນ ຄືການປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າ. 20 ໃຫ້ທຸກຄົນຢູ່ຕາມຖານະທີ່ຕົນເປັນຢູ່ ເມື່ອພຣະເຈົ້າຊົງເອີ້ນເອົານັ້ນ. 21 ເຈົ້າຖືກພຣະເຈົ້າຊົງເອີ້ນເອົາເມື່ອຍັງເປັນທາດຢູ່ບໍ? ຢ່າກະວົນກະວາຍ, ແຕ່ຖ້າເຈົ້າມີໂອກາດທີ່ຈະໄຖ່ຕົນໄດ້ ກໍຈົ່ງໃຫ້ໂອກາດນັ້ນ. 22 ດ້ວຍວ່າ, ຜູ້ທີ່ພຣະເຈົ້າຊົງເອີ້ນເອົາ ເມື່ອຍັງເປັນທາດຮັບໃຊ້ຢູ່ກໍເປັນອິດສະຫລະໃນອົງພຣະຜູ້ເປັນເຈົ້າ ໃນທຳນອງດຽວກັນ ຜູ້ທີ່ພຣະເຈົ້າຊົງເອີ້ນເອົາ ເມື່ອເປັນອິດສະຫລະ ກໍເປັນທາດຮັບໃຊ້ຂອງພຣະຄຣິດ. 23 ພຣະເຈົ້າໄດ້ຊື້ພວກເຈົ້າດ້ວຍລາຄາສູງ. ດັ່ງນັ້ນ ຢ່າກັບໄປເປັນທາດຮັບໃຊ້ຂອງມະນຸດອີກ. 24 ພີ່ນ້ອງທັງຫລາຍເອີຍ, ເຈົ້າທຸກຄົນຢູ່ໃນຖານະໃດ ເມື່ອພຣະເຈົ້າຊົງເອີ້ນ ກໍໃຫ້ຕັ້ງຢູ່ກັບພຣະອົງໃນຖານະນັ້ນ. ເລື່ອງຄົນໂສດ ແລະ ຍິງໝ້າຍ 25 ເລື່ອງຄົນໂສດນັ້ນ ເຮົາບໍ່ໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ, ແຕ່ເຮົາຂໍໃຫ້ຄວາມຄິດເຫັນໃນຖານະທີ່ສົມກັບເປັນຜູ້ໄດ້ຮັບພຣະຄຸນຂອງອົງພຣະຜູ້ເປັນເຈົ້າ ໃຫ້ເປັນຜູ້ທີ່ໄວ້ໃຈໄດ້. 26 ໂດຍພິຈາລະນາເຖິງຄວາມລຳບາກທີ່ມີຢູ່ດຽວນີ້ ເຮົາຈຶ່ງເຫັນວ່າ ເປັນການດີກວ່າທີ່ທຸກຄົນຈະຢູ່ຕາມຖານະທີ່ຕົນເປັນຢູ່. 27 ຖ້າເຈົ້າມີເມຍແລ້ວ ຢ່າສູ່ຊອກຫາທາງແຍກຈາກນາງ ຖ້າເຈົ້າແຍກຈາກເມຍແລ້ວ ຢ່າສູ່ຊອກຫາແຕ່ງງານໃໝ່. 28 ແຕ່ຖ້າເຈົ້າແຕ່ງງານ ເຈົ້າກໍບໍ່ໄດ້ເຮັດຜິດ ຖ້າຍິງໂສດແຕ່ງງານ ນາງກໍບໍ່ໄດ້ເຮັດຜິດ, ແຕ່ຄົນທີ່ແຕ່ງງານ ກໍຈະໄດ້ຮັບຄວາມຫຍຸ້ງຍາກລຳບາກໃຈໃນຊີວິດປະຈຳວັນຂອງເຂົາ ແລະເຮົາປາຖະໜາຢາກໃຫ້ພວກເຈົ້າພົ້ນຈາກຄວາມຫຍຸ້ງຍາກນັ້ນ. 29 ພີ່ນ້ອງທັງຫລາຍເອີຍ, ເຮົາກ່າວດັ່ງນີ້ ກໍເພາະເວລາທີ່ເຫຼືອຢູ່ກໍສັ້ນເຂົ້າມາແລ້ວ ຕັ້ງແຕ່ນີ້ໄປໃຫ້ຜູ້ແຕ່ງງານແລ້ວ ດຳເນີນຊີວິດເປັນເໝືອນຍັງບໍ່ໄດ້ແຕ່ງງານ, 30 ໃຫ້ຜູ້ທີ່ຮ້ອງໄຫ້ເປັນເໝືອນບໍ່ຮ້ອງໄຫ້ ໃຫ້ຜູ້ທີ່ຊົມຊື່ນຍິນດີ ເປັນເໝືອນບໍ່ຊົມຊື່ນຍິນດີ ໃຫ້ຜູ້ທີ່ຊື້ ເປັນເໝືອນບໍ່ໄດ້ສິ່ງໃດເລີຍ; 31 ໃຫ້ຜູ້ທີ່ໃຊ້ຊັບສິ່ງຂອງໃນໂລກ ເໝືອນກັບວ່າບໍ່ໄດ້ໃຊ້ເຕັມສ່ວນ. ດ້ວຍວ່າ, ລະບົບໂລກນີ້ກຳລັງລ່ວງພົ້ນໄປ. 32 ເຮົາຢາກໃຫ້ພວກເຈົ້າຫລຸດພົ້ນຈາກຄວາມກະວົນກະວາຍໃຈ ຊາຍທີ່ບໍ່ແຕ່ງງານ ກໍຮ້ອນຮົນໃຈຢູ່ນຳພາລະກິດຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະເຮັດໃຫ້ພໍພຣະໄທອົງພຣະຜູ້ເປັນເຈົ້າ. 33 ແຕ່ຊາຍທີ່ແຕ່ງງານແລ້ວ ກໍຮ້ອນຮົນໃຈຢູ່ນຳເລື່ອງຂອງໂລກນີ້ ເພື່ອຈະເຮັດໃຫ້ເມຍພໍໃຈ. 34 ຈຶ່ງມີຄວາມສົນໃຈຢູ່ນຳສອງກໍ້າສອງຝ່າຍ ຝ່າຍຍິງທີ່ບໍ່ມີຜົວແລະສາວໂສດ ກໍຮ້ອນຮົນໃຈຢູ່ນຳພາລະກິດຂອງອົງພຣະຜູ້ເປັນເຈົ້າ, ເພື່ອຈະໄດ້ເປັນຜູ້ບໍຣິສຸດທັງຮ່າງກາຍແລະຈິດວິນຍານ. ສ່ວນຍິງທີ່ມີຜົວແລ້ວ ກໍຮ້ອນຮົນໃຈຢູ່ນຳເລື່ອງຂອງໂລກນີ້ ເພາະນາງຕ້ອງເຮັດໃຫ້ຜົວຂອງຕົນພໍໃຈ. 35 ເຮົາກ່າວດັ່ງນີ້ ເພື່ອຜົນປະໂຫຍດຂອງພວກເຈົ້າເອງ ແລະບໍ່ແມ່ນເຮົາວາງຂໍ້ຜູກມັດໃດໆໃຫ້ແກ່ພວກເຈົ້າ, ແຕ່ເຮົາຢາກໃຫ້ພວກເຈົ້າປະພຶດໃນສິ່ງທີ່ຖືກຕ້ອງແລະເໝາະສົມ ໃນການບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້າ ໂດຍບໍ່ມີໃຈເປັນສອງກໍ້າສອງຝ່າຍ. 36 ຖ້າຊາຍໃດ ມີຄູ່ໝັ້ນເປັນສາວບໍຣິສຸດ ແລະຮູ້ສຶກວ່າຕົນຈະປະຕິບັດຕໍ່ຄູ່ໝັ້ນຢ່າງສົມຄວນບໍ່ໄດ້ແລ້ວ ຖ້າມີຄວາມຮັກຮ້ອນແຮງ ຈຶ່ງຕ້ອງເຮັດຢ່າງໃດຢ່າງໜຶ່ງ ກໍໃຫ້ພວກເຂົາເຮັດຕາມຄວາມປາຖະໜາ ຄືໃຫ້ພວກເຂົາແຕ່ງງານເສຍ ບໍ່ມີຄວາມຜິດອັນໃດ. 37 ແຕ່ຖ້າຊາຍຄົນໃດຕັ້ງໃຈຄັກແນ່ ແລະເຫັນວ່າບໍ່ມີຄວາມຈຳເປັນ ແຕ່ອາດບັງຄັບໃຈຕົນເອງໄດ້ດ້ວຍຕັ້ງໃຈວ່າ ຈະໃຫ້ຍິງນັ້ນເປັນຄູ່ໝັ້ນຂອງຕົນ ກໍເຮັດດີຢູ່. 38 ເຫດສະນັ້ນ ຜູ້ໃດທີ່ແຕ່ງງານກັບຄູ່ໝັ້ນຂອງຕົນ ກໍເຮັດດີຢູ່ ແຕ່ຜູ້ທີ່ບໍ່ແຕ່ງງານນັ້ນກໍເຮັດດີກວ່າ. 39 ຕາບໃດທີ່ຜົວຍັງມີຊີວິດຢູ່ ເມຍຕ້ອງຢູ່ກັບຜົວ ແຕ່ຖ້າຜົວຕາຍໄປແລ້ວ ນາງກໍເປັນອິດສະຫລະ ຈະແຕ່ງງານກັບຊາຍຄົນໃດກໍໄດ້ຕາມໃຈ ແຕ່ໃຫ້ນາງແຕ່ງງານກັບຜູ້ທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ. 40 ແຕ່ຕາມຄວາມເຫັນຂອງເຮົາວ່າ, ຖ້ານາງຢູ່ຜູ້ດຽວ ກໍຈະເປັນສຸກກວ່າ ແລະເຮົາຄິດວ່າ ພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ນຳເຮົາດ້ວຍ. |
@ 2012 United Bible Societies. All Rights Reserved.