Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 6 - ພຣະຄຳພີສັກສິ


ສູ້ຄວາມ​ກັນ​ຕໍ່ໜ້າ​ສານ​ຂອງ​ຄົນ​ບໍ່​ເຊື່ອ​ພຣະເຈົ້າ

1 ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ເປັນ​ຄວາມ​ກັນ ຈະ​ກ້າ​ໄປ​ສູ້​ຄວາມ​ກັນ​ຕໍ່ໜ້າ​ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ ແລະ​ບໍ່ແມ່ນ​ຕໍ່ໜ້າ​ໄພ່ພົນ​ຂອງ​ພຣະເຈົ້າ​ບໍ?

2 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕັດສິນ​ໂລກ? ຖ້າ​ພວກເຈົ້າ​ຈະ​ຕັດສິນ​ໂລກ ພວກເຈົ້າ​ຈະ​ບໍ່​ສາມາດ​ຕັດສິນ​ເລື່ອງ​ເລັກນ້ອຍ​ເຊັ່ນນີ້​ບໍ?

3 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກເຮົາ​ຈະ​ຕັດສິນ​ບັນດາ​ເທວະດາ? ຫລາຍກວ່າ​ນັ້ນ​ອີກ​ເທົ່າ​ໃດ ເຮົາ​ສົມຄວນ​ທີ່​ຈະ​ຕັດສິນ​ເລື່ອງ​ໃນ​ຊີວິດ​ນີ້.

4 ເມື່ອ​ພວກເຈົ້າ​ເປັນ​ຄວາມ​ກັນ​ໃນ​ເລື່ອງ​ຊີວິດ​ນີ້, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເອົາ​ຄົນ​ທີ່​ຄຣິສຕະຈັກ​ບໍ່​ນັບຖື​ມາ​ຕັ້ງ​ໄວ້​ໃຫ້​ເປັນ​ຜູ້ຕັດສິນ?

5 ເຮົາ​ກ່າວ​ດັ່ງນີ້ ກໍ​ເພື່ອ​ໃຫ້​ພວກເຈົ້າ​ເກີດ​ຄວາມ​ລະອາຍ​ໃຈ ໃນ​ພວກເຈົ້າ​ບໍ່ມີ​ຈັກ​ຄົນ​ໜຶ່ງ​ບໍ ທີ່​ມີ​ປັນຍາ​ພໍ​ທີ່​ຈະ​ສາມາດ​ຕັດສິນ​ຄວາມ​ລະຫວ່າງ​ພີ່ນ້ອງ?

6 ແຕ່​ພີ່ນ້ອງ​ກັບ​ພີ່ນ້ອງ​ດ້ວຍ​ກັນ ຕ້ອງ​ໄປ​ສູ້ຄວາມ​ກັນ ໃຫ້​ຄົນ​ທີ່​ບໍ່​ເຊື່ອ​ຕັດສິນ​ຊັ້ນບໍ?

7 ທີ່​ເຈົ້າ​ທັງຫລາຍ​ມີ​ຄະດີ​ກ່ຽວຂ້ອງ​ກັນແລະກັນ​ນັ້ນ ກໍ​ເປັນ​ການ​ຂາດ​ສິນທຳ​ແທ້. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ທົນ​ເອົາ ເມື່ອ​ພວກເຂົາ​ເຮັດ​ຮ້າຍ​ແກ່​ຕົນ ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ໃຫ້​ພວກເຂົາ​ໂກງ​ຕົນເອງ​ກໍດີກວ່າ?

8 ແຕ່​ພວກເຈົ້າ​ຍັງ​ເຮັດ​ຮ້າຍ​ຕໍ່​ກັນແລະກັນ ແລະ​ສໍ້ໂກງ​ກັນ ໃນ​ລະຫວ່າງ​ພວກ​ພີ່ນ້ອງ​ຂອງຕົນ.

9 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຄົນຊົ່ວຊ້າ​ອະທຳ​ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ຢ່າ​ເຂົ້າໃຈ​ຜິດ​ວ່າ ຄົນ​ຜິດ​ຊາຍຍິງ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ຫລິ້ນຊູ້​ສູ່​ຜົວເມຍ ໂສເພນີ​ຊາຍ​ແລະ​ຍິງ ພວກ​ຮັກ​ຮ່ວມເພດ,

10 ຄົນ​ຂີ້ລັກ ຄົນ​ຂີ້ໂລບ ຄົນ​ຂີ້ເຫລົ້າ ຄົນ​ເວົ້າ​ໃສ່ຮ້າຍ​ປ້າຍສີ ຫລື​ຄົນ​ສໍ້ໂກງ​ກໍດີ ຄົນ​ເຫຼົ່ານັ້ນ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.

11 ແຕ່​ກ່ອນ ມີ​ບາງຄົນ​ໃນ​ພວກເຈົ້າ​ໄດ້​ເປັນ​ຢ່າງ​ນັ້ນ, ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະ​ຈາກ​ບາບກຳ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ແລ້ວ, ພວກເຈົ້າ​ໄດ້​ເປັນ​ຄົນ​ຊອບທຳ​ແລ້ວ ໂດຍ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ພຣະວິນຍານ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງຕົນ

12 “ເຮົາ​ເຮັດ​ທຸກສິ່ງ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ,” ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮົາ​ເຮັດ​ນັ້ນ​ຈະ​ໃຫ້​ປະໂຫຍດ, “ເຮົາ​ເຮັດ​ທຸກສິ່ງ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ” ແຕ່​ເຮົາ​ຈະ​ບໍ່​ຍອມ​ຢູ່​ໃຕ້​ອຳນາດ​ສິ່ງໃດ​ໝົດ.

13 ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ​ທ້ອງ​ກໍ​ມີ​ໄວ້​ສຳລັບ​ອາຫານ, ແຕ່​ພຣະເຈົ້າ​ຈະ​ໃຫ້​ທັງສອງ ຄື​ທ້ອງ​ແລະ​ອາຫານ​ສູນສິ້ນ​ໄປ ຮ່າງກາຍ​ບໍ່ໄດ້​ມີ​ໄວ້​ສຳລັບ​ການ​ຫລິ້ນຊູ້, ແຕ່​ມີ​ໄວ້​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ມີ​ໄວ້​ສຳລັບ​ຮ່າງກາຍ.

14 ພຣະເຈົ້າ​ໄດ້​ບັນດານ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ໃດ ພຣະອົງ​ກໍ​ຈະ​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ຢ່າງ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ.

15 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ອະໄວຍະວະ​ຂອງ​ພຣະຄຣິດ. ຖ້າ​ເປັນ​ດັ່ງນັ້ນ ເຮົາ​ຈະ​ເອົາ​ອະໄວຍະວະ​ຂອງ​ພຣະຄຣິດ ໄປ​ເຂົ້າ​ສ່ວນ​ໃນ​ອະໄວຍະວະ​ຂອງ​ຍິງ​ແມ່ຈ້າງ​ບໍ? ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.

16 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຄົນ​ທີ່​ຜູກພັນ​ກັບ​ຍິງ​ແມ່ຈ້າງ ກໍ​ເປັນ​ຮ່າງກາຍ​ດຽວ​ກັບ​ນາງ? ເພາະ​ພຣະເຈົ້າ​ຊົງ​ກ່າວ​ວ່າ, “ເຂົາ​ທັງສອງ​ຈະ​ເປັນ​ກາຍ​ອັນດຽວ.”

17 ແຕ່​ຜູ້​ທີ່​ຕິດພັນ​ເຂົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ເປັນ​ຈິດໜຶ່ງ​ໃຈດຽວ​ກັບ​ພຣະອົງ.

18 ຈົ່ງ​ຫລີກເວັ້ນ​ເສຍ​ຈາກ​ການ​ຫລິ້ນຊູ້ ຜິດບາບ​ທຸກຢ່າງ​ທີ່​ມະນຸດ​ເຮັດ​ນັ້ນ ເປັນ​ບາບ​ນອກ​ກາຍ, ແຕ່​ຄົນ​ທີ່​ຫລິ້ນຊູ້​ນັ້ນ ກໍ​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ​ຂອງ​ຕົນເອງ.

19 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ ເຈົ້າ​ທັງຫລາຍ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ເຈົ້າ​ເອງ.

20 ພຣະເຈົ້າ​ໄດ້​ຊົງ​ຊື້​ພວກເຈົ້າ​ມາ​ດ້ວຍ​ລາຄາ​ສູງ. ສະນັ້ນ ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງຕົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan