Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 5 - ພຣະຄຳພີສັກສິ


ຕັດສິນ​ລົງໂທດ​ການ​ຫລິ້ນຊູ້​ໃນ​ຄຣິສຕະຈັກ

1 ມີ​ຂ່າວ​ເລົ່າລື​ກັນ​ທົ່ວ​ໄປ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ນັ້ນ, ມີ​ການ​ຜິດ​ຊາຍຍິງ​ອັນ​ໜັກໜ່ວງ​ຫລາຍ ແມ່ນແຕ່​ໃນ​ພວກ​ຕ່າງຊາດ ກໍ​ບໍ່ເຄີຍ​ມີ​ເລີຍ ຄື​ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ເອົາ​ແມ່ນ້າ​ຂອງຕົນ​ມາ​ເປັນ​ເມຍ

2 ແຕ່​ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ຍັງ​ອວດຕົວ​ຂຶ້ນ ແທນທີ່​ຈະ​ເປັນ​ທຸກ​ຮ້ອນ​ໃຈ ແລະ​ຄົນ​ຢ່າງ​ນັ້ນ​ຄວນ​ຖືກ​ຂັບໄລ່​ອອກ​ຈາກ​ພວກເຈົ້າ​ໄປ​ເສຍ.

3 ເຖິງ​ແມ່ນ​ວ່າ ເຮົາ​ບໍ່ໄດ້​ຢູ່​ກັບ​ພວກເຈົ້າ​ທາງ​ກາຍ, ແຕ່​ທາງ​ໃຈ​ຂອງເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ເຮົາ​ໄດ້​ຕັດສິນ​ລົງໂທດ​ຜູ້​ທີ່​ປະພຶດ​ຜິດ​ຢ່າງ​ນັ້ນ ເໝືອນ​ດັ່ງ​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ.

4 ເມື່ອ​ພວກເຈົ້າ​ມາ​ປະຊຸມ​ກັນ ໃນ​ພຣະນາມ​ອົງ​ພຣະເຢຊູເຈົ້າ ແລະ​ໃຈ​ຂອງເຮົາ​ກໍ​ຮ່ວມ​ຢູ່​ດ້ວຍ ພ້ອມ​ທັງ​ຣິດອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.

5 ພວກເຈົ້າ​ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອກາຍ ເພື່ອ​ໃຫ້​ຈິດ​ວິນຍານ​ຂອງ​ລາວ​ໄດ້​ພົ້ນ ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

6 ການ​ທີ່​ພວກເຈົ້າ​ອວດອ້າງ​ນັ້ນ ບໍ່​ເປັນ​ການ​ດີ​ເລີຍ ພວກເຈົ້າ​ກໍ​ຮູ້​ວ່າ ເຊື້ອແປ້ງ​ແຕ່​ໜ້ອຍ​ດຽວ ກໍ​ເຮັດ​ໃຫ້​ແປ້ງ​ນວດ​ຟູ​ຂຶ້ນ​ທັງ​ກ້ອນ​ໄດ້.

7 ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.

8 ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.

9 ເຮົາ​ໄດ້​ຂຽນ​ຈົດໝາຍ​ບອກ​ເຈົ້າ​ທັງຫລາຍ​ແລ້ວ​ວ່າ, ຢ່າ​ຄົບຫາ​ກັບ​ຄົນ​ຫລິ້ນຊູ້,

10 ແຕ່​ເຮົາ​ບໍ່ໄດ້​ຫ້າມ​ຄົບ​ຫາ​ກັບ​ທຸກຄົນ​ໃນ​ໂລກ​ທີ່​ຫລິ້ນຊູ້ ຫລື​ຄົນ​ໂລບ, ຄົນ​ຂົ່ມຂູ່ ຫລື​ຄົນ​ຂາບໄຫວ້​ຮູບເຄົາຣົບ. ເພາະວ່າ ຖ້າ​ຫ້າມ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ຈະ​ຕ້ອງ​ໄດ້​ອອກ​ໄປ​ເສຍ​ຈາກ​ໂລກນີ້.

11 ແຕ່​ເຮົາ​ໄດ້​ຂຽນ​ມາ​ບອກ​ພວກເຈົ້າ​ວ່າ ຖ້າ​ຜູ້ໃດ​ໄດ້​ຊື່​ວ່າ​ເປັນ​ພີ່ນ້ອງ​ແລ້ວ, ແຕ່​ຍັງ​ເປັນ​ຄົນ​ຫລິ້ນຊູ້ ຄົນ​ໂລບ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ເວົ້າ​ຫຍາບ​ຊ້າ ຄົນ​ຂີ້ເຫລົ້າ ຄົນ​ຂົ່ມຂູ່​ກໍດີ ຢ່າ​ຄົບຫາ​ກັບ​ຄົນ​ຢ່າງ​ນັ້ນ, ແມ່ນແຕ່​ກິນ​ເຂົ້າ​ຮ່ວມພາ ກໍ​ຢ່າ​ຊູ່​ກິນ.

12 ບໍ່ແມ່ນ​ໜ້າທີ່​ຂອງເຮົາ ທີ່​ຈະ​ຕັດສິນ​ລົງໂທດ​ຄົນ​ພາຍນອກ, ແຕ່​ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ທີ່​ຕັດສິນ​ລົງໂທດ​ຄົນ​ພາຍໃນ​ບໍ່ແມ່ນ​ບໍ?

13 ສ່ວນ​ຄົນ​ພາຍນອກ​ນັ້ນ ແມ່ນ​ພຣະເຈົ້າ​ຈະ​ຊົງ​ຕັດສິນ​ລົງໂທດ, “ຈົ່ງ​ກຳຈັດ​ຄົນຊົ່ວຊ້າ​ນີ້​ໃຫ້​ອອກ​ໄປ​ຈາກ​ພວກເຈົ້າ​ເສຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan