1 ໂກຣິນໂທ 4 - ພຣະຄຳພີສັກສິບັນດາອັກຄະສາວົກຂອງພຣະຄຣິດ 1 ໃຫ້ທຸກຄົນຖືວ່າ ພວກເຮົາເປັນຜູ້ຮັບໃຊ້ຂອງພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຄວາມຈິງອັນເລິກລັບຂອງພຣະເຈົ້າ. 2 ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່. 3 ສຳລັບເຮົາແລ້ວ ການທີ່ພວກເຈົ້າ ຫລືມະນຸດຄົນໃດ ຈະຕັດສິນເຮົານັ້ນ ຖືວ່າເປັນເລື່ອງເລັກນ້ອຍ, ເຖິງແມ່ນວ່າ ເຮົາເອງກໍບໍ່ໄດ້ຕັດສິນຕົວເຮົາ. 4 ເພາະເຮົາບໍ່ຮູ້ວ່າ ເຮົາເຮັດຜິດອັນໃດ ເຖິງປານນັ້ນກໍບໍ່ພົ້ນຈາກການພິພາກສາຕັດສິນ ຜູ້ທີ່ຈະພິພາກສາຕົວເຮົານັ້ນ ແມ່ນອົງພຣະຜູ້ເປັນເຈົ້າ. 5 ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ. 6 ພີ່ນ້ອງທັງຫລາຍເອີຍ, ທີ່ເຮົາໄດ້ນຳເອົາເລື່ອງອາໂປໂລ ແລະເຮົາເອງມາກ່າວເປັນຕົວຢ່າງ ກໍເພື່ອຜົນປະໂຫຍດຂອງພວກເຈົ້າ ທີ່ຈະຮຽນຮູ້ເອົາຕາມແບບຢ່າງຂອງພວກເຮົາ ຄືຢ່າອອກນອກຂອບເຂດພຣະຄຳພີ, ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າມີໃຈຈອງຫອງ ໂດຍຍົກຜູ້ໜຶ່ງຂຶ້ນ ແລະຂົ່ມຜູ້ໜຶ່ງລົງ. 7 ຜູ້ໃດເຮັດໃຫ້ເຈົ້າຕ່າງຈາກຄົນອື່ນໆ ຫລືມີສິ່ງໃດທີ່ເຈົ້າບໍ່ໄດ້ຮັບ, ຖ້າເຈົ້າໄດ້ຮັບແລ້ວ ເປັນຫຍັງເຈົ້າຈຶ່ງອວດເໝືອນກັບວ່າເຈົ້າບໍ່ໄດ້ຮັບເລີຍ? 8 ພວກເຈົ້າມີທຸກສິ່ງທີ່ພວກເຈົ້າຕ້ອງການແລ້ວໜໍ ພວກເຈົ້າຮັ່ງມີບໍຣິບູນແລ້ວໜໍ ພວກເຈົ້າຂຶ້ນເປັນກະສັດແລ້ວ, ທັງໆທີ່ພວກເຮົາຍັງບໍ່ໄດ້ເປັນ ເຮົາກໍຢາກໃຫ້ພວກເຈົ້າເປັນກະສັດແທ້ໆ ເພື່ອວ່າພວກເຮົາຈະໄດ້ເປັນກະສັດຮ່ວມກັນກັບພວກເຈົ້າ. 9 ເພາະເຮົາຄິດເຫັນວ່າ, ພຣະເຈົ້າໄດ້ວາງພວກເຮົາຜູ້ເປັນອັກຄະສາວົກໃຫ້ຢູ່ຫລ້າສຸດ, ໃຫ້ເປັນດັ່ງຄົນທີ່ຖືກລົງໂທດເຖິງຕາຍຕໍ່ໜ້າສາທາລະນະຊົນ ແລະເປັນຕົວລະຄອນໃຫ້ຈັກກະວານ, ໃຫ້ຝູງເທວະດາ ແລະໃຫ້ມະນຸດເບິ່ງ. 10 ພວກເຮົາເປັນຄົນໂງ່ ເພາະເຫັນແກ່ພຣະຄຣິດ, ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ ພວກເຮົາເປັນຜູ້ອ່ອນແຮງ, ແຕ່ພວກເຈົ້າເປັນຜູ້ແຂງແຮງ ພວກເຈົ້າມີກຽດ, ແຕ່ເຮົາບໍ່ມີກຽດ. 11 ຈົນເຖິງປະຈຸບັນນີ້ ພວກເຮົາກໍຍັງອຶດເຂົ້າ, ຢາກນໍ້າ, ຂາດເຄື່ອງນຸ່ງຫົ່ມ, ຖືກຕົບຕີ ແລະບໍ່ມີບ່ອນພັກພາອາໄສເປັນຫຼັກແຫຼ່ງ, 12 ພວກເຮົາຍັງອົດສາຫາລ້ຽງຊີບຕົນເອງ ໂດຍເຮັດວຽກຢ່າງໜັກໜ່ວງ. ເມື່ອຖືກປ້ອຍດ່າ ພວກເຮົາກໍອວຍພອນ ເມື່ອຖືກຂົ່ມເຫັງ ພວກເຮົາກໍອົດທົນເອົາ, 13 ເມື່ອຖືກນິນທາປະໝາດ ພວກເຮົາກໍຊອກຫາທາງປອງດອງ ພວກເຮົາເປັນເໝືອນຂີ້ເຫຍື້ອຂອງໂລກ ພວກເຮົາເປັນເໝືອນຂອງເສດເຫລືອຈາກສິ່ງສາລະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້. 14 ເຮົາບໍ່ໄດ້ຂຽນຂໍ້ຄວາມເຫຼົ່ານີ້ເຖິງພວກເຈົ້າ ເພື່ອໃຫ້ພວກເຈົ້າອັບອາຍ, ແຕ່ເພື່ອເຕືອນສະຕິພວກເຈົ້າ ໃນຖານະເປັນລູກທີ່ຮັກຂອງເຮົາ. 15 ເຖິງແມ່ນວ່າ ຊີວິດໃນພຣະຄຣິດ ພວກເຈົ້າມີຜູ້ຄວບຄຸມດູແລເປັນສິບພັນຄົນກໍຕາມ, ແຕ່ພວກເຈົ້າກໍມີພໍ່ຄົນດຽວເທົ່ານັ້ນ ເພາະຊີວິດໃນພຣະເຢຊູຄຣິດເຈົ້ານັ້ນ, ເຮົາໄດ້ໃຫ້ກຳເນີດພວກເຈົ້າໂດຍຂ່າວປະເສີດ. 16 ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ປະຕິບັດຕາມແບບຢ່າງຂອງເຮົາ. 17 ເພາະດ້ວຍເຫດນີ້ ເຮົາຈຶ່ງໄດ້ໃຊ້ຕີໂມທຽວ ລູກທີ່ຮັກຂອງເຮົາ ຜູ້ເປັນຄົນສັດຊື່ໃນອົງພຣະຜູ້ເປັນເຈົ້າໃຫ້ມາຫາພວກເຈົ້າ. ລາວຈະຊ່ວຍເຕືອນພວກເຈົ້າ ເຖິງຫລັກການດຳເນີນຊີວິດໃນພຣະເຢຊູຄຣິດເຈົ້າ ຕາມທີ່ເຮົາເຄີຍສັ່ງສອນໃນຄຣິສຕະຈັກຕ່າງໆ. 18 ມີບາງຄົນໃນພວກເຈົ້າອວດຕົວຂຶ້ນເໝືອນກັບວ່າ ເຮົາຈະບໍ່ມາຫາພວກເຈົ້າ. 19 ແຕ່ຖ້າອົງພຣະຜູ້ເປັນເຈົ້າຊົງພໍພຣະໄທ ເຮົາຈະມາຫາພວກເຈົ້າໃນບໍ່ຊ້ານີ້ ແລະເຮົາຈະໄດ້ຢັ່ງຮູ້ ບໍ່ແມ່ນຄຳເວົ້າຂອງຄົນອວດຕົວຂຶ້ນເທົ່ານັ້ນ, ແຕ່ທັງຣິດອຳນາດຂອງເຂົາດ້ວຍ. 20 ເພາະວ່າອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງຄຳເວົ້າ, ແຕ່ແມ່ນເລື່ອງຣິດອຳນາດ. 21 ພວກເຈົ້າຕ້ອງການອັນໃດ? ຈະຕ້ອງໃຫ້ເຮົາຖືໄມ້ແສ້ມາຫາພວກເຈົ້າ ຫລືຈະໃຫ້ເຮົາມາດ້ວຍຄວາມຮັກ ແລະດ້ວຍໃຈອ່ອນສຸພາບ? |
@ 2012 United Bible Societies. All Rights Reserved.