Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 3 - ພຣະຄຳພີສັກສິ


ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ຕາມ​ຄວາມ​ເປັນ​ຈິງ​ແລ້ວ ຝ່າຍ​ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ພຣະວິນຍານ​ກໍ​ບໍ່ໄດ້, ເຮົາ​ຈຳເປັນ​ຕ້ອງ​ເວົ້າ​ກັບ​ພວກເຈົ້າ ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ມະນຸດ​ທຳມະດາ ເໝືອນ​ດັ່ງ​ພວກເຈົ້າ​ເປັນ​ເດັກນ້ອຍ​ຝ່າຍ​ຄວາມເຊື່ອ​ໃນ​ພຣະຄຣິດ.

2 ເຮົາ​ໄດ້​ລ້ຽງ​ພວກເຈົ້າ​ດ້ວຍ​ນໍ້ານົມ ບໍ່ແມ່ນ​ດ້ວຍ​ອາຫານ​ແຂງ ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຍັງ​ບໍ່​ສາມາດ​ຮັບ​ໄດ້​ເທື່ອ, ຈົນ​ມາບັດນີ້ ພວກເຈົ້າ​ກໍ​ຍັງ​ບໍ່​ທັນ​ສາມາດ​ຮັບ​ໄດ້​ອີກ,

3 ເພາະວ່າ ພວກເຈົ້າ​ຍັງ​ຢູ່​ຝ່າຍ​ມະນຸດ​ທຳມະດາ, ພວກເຈົ້າ​ຍັງ​ອິດສາ​ກັນ ແລະ​ຜິດຂ້ອງ​ຕ້ອງຖຽງ​ກັນ​ຢູ່ ພວກເຈົ້າ​ຢູ່​ຝ່າຍ​ມະນຸດ​ທຳມະດາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ມະນຸດ​ທຳມະດາ​ບໍ?

4 ເພາະ​ເມື່ອ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້າພະເຈົ້າ​ຢູ່​ຝ່າຍ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້າພະເຈົ້າ​ຢູ່​ຝ່າຍ​ອາໂປໂລ” ພວກເຈົ້າ​ບໍ່ໄດ້​ເປັນ​ພຽງແຕ່​ມະນຸດ​ທຳມະດາ​ບໍ?

5 ຖ້າດັ່ງນັ້ນ ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນ​ພຽງແຕ່​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ທີ່​ໄດ້​ນຳ​ພວກເຈົ້າ​ໃຫ້​ເຊື່ອ​ເທົ່ານັ້ນ, ພວກເຮົາ​ແຕ່ລະຄົນ ຮັບໃຊ້​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້.

6 ເຮົາ​ເປັນ​ຜູ້​ປູກ, ອາໂປໂລ​ເປັນ​ຜູ້​ຫົດ​ນໍ້າ, ແຕ່​ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.

7 ຜູ້ປູກ​ກັບ​ຜູ້ຫົດນໍ້າ​ກໍ​ບໍ່​ສຳຄັນ​ຢ່າງ​ໃດ, ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ເປັນ​ຜູ້​ສຳຄັນ ເພາະ​ພຣະອົງ​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.

8 ຜູ້​ປູກ​ກັບ​ຜູ້​ຫົດ​ນໍ້າ​ກໍ​ເປັນ​ພວກ​ດຽວກັນ, ແຕ່ລະຄົນ​ຈະ​ໄດ້​ຮັບ​ລາງວັນ​ຕາມ​ການງານ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.

9 ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.

10 ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກ​ລົງ​ເໝືອນ​ນາຍຊ່າງ​ຜູ້​ຊຳນານ ແລະ​ຄົນອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ, ແຕ່​ທຸກຄົນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ​ຈະ​ກໍ່​ຂຶ້ນ​ຢ່າງ​ໃດ.

11 ດ້ວຍວ່າ, ຜູ້ໃດ​ຈະ​ວາງ​ຮາກ​ອື່ນ​ອີກ​ບໍ່ໄດ້ ນອກຈາກ​ຮາກ​ທີ່​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູ​ຄຣິດເຈົ້າ.

12 ຖ້າ​ຜູ້ໃດ​ຈະ​ເອົາ​ຄຳ ຫລື​ເງິນ ຫລື​ເພັດພອຍ ຫລື​ໄມ້ ຫລື​ຫຍ້າແຫ້ງ ຫລື​ເຟືອງ​ກໍດີ ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ.

13 ການງານ​ຂອງ​ແຕ່ລະຄົນ ກໍ​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ​ໃນ​ວັນ​ນັ້ນ. ດ້ວຍວ່າ, ໃນ​ວັນ​ນັ້ນ ໄຟ​ຈະ​ເປີດເຜີຍ​ການງານ​ຂອງ​ທຸກຄົນ ໄຟ​ນັ້ນ​ຈະ​ທົດລອງ​ເບິ່ງ​ວ່າ ການງານ​ຂອງ​ທຸກຄົນ​ເປັນ​ຢ່າງ​ໃດ.

14 ຖ້າ​ການງານ​ຂອງ​ຜູ້ໃດ ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ​ທົນ​ຢູ່​ໄດ້ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ.

15 ແຕ່​ຖ້າ​ການງານ​ຂອງ​ຜູ້ໃດ ຖືກ​ເຜົາ​ໄໝ້​ເສຍ ຜູ້​ນັ້ນ​ກໍ​ຈະ​ຂາດ​ບຳເໜັດ, ແຕ່​ຕົນເອງ​ກໍ​ຈະ​ໄດ້​ພົ້ນ ແຕ່​ເໝືອນ​ຜ່ານ​ພົ້ນ​ໄຟ.

16 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ, ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກເຈົ້າ.

17 ຖ້າ​ຜູ້ໃດ​ທຳລາຍ​ວິຫານ​ຂອງ​ພຣະເຈົ້າ ພຣະອົງ​ກໍ​ຈະ​ທຳລາຍ​ຜູ້​ນັ້ນ. ດ້ວຍວ່າ, ວິຫານ​ຂອງ​ພຣະເຈົ້າ​ເປັນ​ທີ່​ບໍຣິສຸດ​ສັກສິດ ແລະ​ພວກເຈົ້າ​ນັ້ນ​ແຫຼະ ເປັນ​ວິຫານ​ຂອງ​ພຣະອົງ.

18 ຢ່າ​ມົວ​ແຕ່​ຫລອກລວງ​ຕົນເອງ​ຢູ່​ເລີຍ, ຖ້າ​ຜູ້ໃດ​ໃນ​ທ່າມກາງ​ຂອງ​ພວກເຈົ້າ ຄິດ​ວ່າ​ຕົນ​ມີ​ປັນຍາ​ໃນ​ສະໄໝ​ນີ້ ຈົ່ງ​ໃຫ້​ຜູ້​ນັ້ນ​ຍອມ​ເປັນ​ຄົນ​ໂງ່ ເພື່ອ​ຈະ​ໄດ້​ເປັນ​ຜູ້​ມີ​ປັນຍາ​ຢ່າງ​ແທ້ຈິງ.

19 ດ້ວຍວ່າ, ປັນຍາ​ຂອງ​ໂລກນີ້ ກໍ​ເປັນ​ຄວາມ​ໂງ່​ຕໍ່ສາຍຕາ​ຂອງ​ພຣະເຈົ້າ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຈັບ​ຄົນມີ​ປັນຍາ​ດ້ວຍ​ອຸບາຍ​ຂອງ​ເຂົາ​ເອງ.”

20 ແລະ​ຍັງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ຄົນມີ​ປັນຍາ​ນັ້ນ​ວ່າ ເປັນ​ຂອງ​ໄຮ້​ປະໂຫຍດ.”

21 ດັ່ງນັ້ນ ຢ່າ​ໃຫ້​ຜູ້ໃດ​ຍົກ​ມະນຸດ​ຂຶ້ນ​ມາ​ອວດ. ດ້ວຍວ່າ, ສິ່ງສາລະພັດ​ກໍ​ເປັນ​ຂອງ​ພວກເຈົ້າ​ແລ້ວ,

22 ເຖິງ​ວ່າ​ໂປໂລ ຫລື​ອາໂປໂລ ຫລື​ເປໂຕ ຫລື​ໂລກ ຫລື​ຊີວິດ ຫລື​ຄວາມ​ຕາຍ ຫລື​ປະຈຸບັນ ຫລື​ອະນາຄົດ​ກໍດີ ສິ່ງສາລະພັດ​ເຫຼົ່ານັ້ນ ກໍ​ເປັນ​ຂອງ​ພວກເຈົ້າ,

23 ແລະ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດ ແລະ​ພຣະຄຣິດ​ຊົງ​ເປັນ​ຂອງ​ພຣະເຈົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan