1 ໂກຣິນໂທ 2 - ພຣະຄຳພີສັກສິຂ່າວເລື່ອງພຣະຄຣິດຜູ້ທີ່ຖືກຄຶງໄວ້ 1 ພີ່ນ້ອງທັງຫລາຍເອີຍ, ເມື່ອເຮົາໄດ້ມາຫາພວກເຈົ້າ ເພື່ອປະກາດຄວາມຈິງອັນເລິກລັບຂອງພຣະເຈົ້າ ເຮົາບໍ່ໄດ້ໃຊ້ຖ້ອຍຄຳຍາກ ຫລືຄວາມຮູ້ອັນໜ້າຟັງ. 2 ດ້ວຍວ່າ, ຂະນະທີ່ເຮົາໄດ້ຢູ່ນຳພວກເຈົ້ານັ້ນ ເຮົາຕັ້ງໃຈໄວ້ແລ້ວວ່າ ຈະບໍ່ສັ່ງສອນເລື່ອງໃດເລີຍ ເວັ້ນໄວ້ແຕ່ເລື່ອງພຣະເຢຊູຄຣິດເຈົ້າ ແລະໂດຍສະເພາະຄວາມຕາຍຂອງພຣະອົງທີ່ໄມ້ກາງແຂນ. 3 ເພາະສະນັ້ນ ເມື່ອເຮົາໄດ້ມາຫາພວກເຈົ້າ ເຮົາກໍອ່ອນກຳລັງ ແລະຢ້ານກົວຈົນຕົວສັ່ນ 4 ຄຳສັ່ງສອນ ແລະຄຳເທດສະໜາຂອງເຮົາ ກໍບໍ່ແມ່ນຄຳສະຫລຽວສະຫລາດ ອັນກ້ຽວກ່ອມໃຈດ້ວຍປັນຍາຂອງມະນຸດ, ແຕ່ແມ່ນຄຳຊຶ່ງໄດ້ສຳແດງພຣະວິນຍານ ແລະຣິດອຳນາດຂອງພຣະເຈົ້າ. 5 ເພື່ອຄວາມເຊື່ອຂອງພວກເຈົ້າຈະບໍ່ໄດ້ຂຶ້ນຢູ່ກັບປັນຍາຂອງມະນຸດ, ແຕ່ອາໄສຣິດອຳນາດຂອງພຣະເຈົ້າ. ການສຳແດງທາງພຣະວິນຍານຂອງພຣະເຈົ້າ 6 ເຖິງປານນັ້ນກໍດີ, ເຮົາເຄີຍປະກາດຖ້ອຍຄຳແຫ່ງປັນຍາ ໃຫ້ແກ່ຄົນທີ່ໃຫຍ່ແລ້ວຝ່າຍຄວາມເຊື່ອກໍຈິງ, ແຕ່ບໍ່ແມ່ນປັນຍາທີ່ເປັນຂອງໂລກນີ້ ຫລືປັນຍາຂອງອຳນາດທີ່ປົກຄອງໂລກນີ້ ຊຶ່ງກຳລັງເສື່ອມສູນໄປ. 7 ປັນຍາທີ່ເຮົາປະກາດນັ້ນ ແມ່ນຄວາມເລິກລັບແຫ່ງປັນຍາຂອງພຣະເຈົ້າ ທີ່ຖືກເຊື່ອງໄວ້ຈາກມະນຸດກ່ອນສ້າງໂລກ ຊຶ່ງພຣະເຈົ້າຊົງກຳນົດໄວ້ແລ້ວ ເພື່ອເປັນສະຫງ່າຣາສີແກ່ພວກເຮົາ. 8 ບໍ່ມີຜູ້ປົກຄອງຄົນໃດໃນໂລກນີ້ ໄດ້ຮູ້ຈັກປັນຍານີ້, ຖ້າເຂົາຮູ້ຈັກ ເຂົາຄົງບໍ່ເອົາອົງພຣະຜູ້ເປັນເຈົ້າ ຜູ້ຊົງສະຫງ່າຣາສີຄຶງໄວ້ທີ່ໄມ້ກາງແຂນ. 9 ເໝືອນດັ່ງທີ່ມີຄຳຂຽນໄວ້ແລ້ວວ່າ, “ສິ່ງທີ່ຕາບໍ່ເຫັນ ຫູບໍ່ໄດ້ຍິນ ແລະສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫຼະ ທີ່ພຣະເຈົ້າໄດ້ຊົງຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.” 10 ແຕ່ວ່າ ພຣະເຈົ້າໄດ້ເປີດເຜີຍຄວາມເລິກລັບຂອງພຣະອົງ ແກ່ພວກເຮົາໂດຍທາງພຣະວິນຍານ. ແທ້ຈິງແລ້ວ, ພຣະວິນຍານຢັ່ງຮູ້ທຸກສິ່ງ ເຖິງແມ່ນເປັນຄວາມເລິກລັບຂອງພຣະເຈົ້າ. 11 ດ້ວຍວ່າ, ຜູ້ໃດໜໍ ອາດຮູ້ຄວາມຄິດຂອງມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ພາຍໃນມະນຸດຜູ້ນັ້ນ, ໃນທຳນອງດຽວກັນ ບໍ່ມີຜູ້ໃດຮູ້ພຣະໄທພຣະເຈົ້າ ແຕ່ແມ່ນພຣະວິນຍານຂອງພຣະເຈົ້າເທົ່ານັ້ນ ທີ່ຮູ້ທຸກສິ່ງກ່ຽວກັບພຣະເຈົ້າ. 12 ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ພວກເຮົາໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ ເພື່ອວ່າພວກເຮົາຈະຮູ້ທຸກສິ່ງ ທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ພວກເຮົານັ້ນ. 13 ດັ່ງນັ້ນ ພວກເຮົາຈຶ່ງບໍ່ກ່າວດ້ວຍຖ້ອຍຄຳ ຊຶ່ງປັນຍາຂອງມະນຸດໄດ້ສອນໄວ້, ແຕ່ດ້ວຍຖ້ອຍຄຳ ຊຶ່ງພຣະວິນຍານໄດ້ຊົງສັ່ງສອນ ຄືພວກເຮົາໄດ້ອະທິບາຍຄວາມຈິງຝ່າຍຈິດວິນຍານ ໃຫ້ແກ່ຄົນທີ່ມີພຣະວິນຍານຟັງ. 14 ແຕ່ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫຼົ່ານັ້ນ ຊຶ່ງເປັນຂອງພຣະວິນຍານຂອງພຣະເຈົ້າກໍບໍ່ໄດ້, ເພາະພວກເຂົາເຫັນວ່າ ສິ່ງເຫຼົ່ານີ້ເປັນເລື່ອງໂງ່ສຳລັບຕົນ ແລະບໍ່ສາມາດເຂົ້າໃຈ ເພາະວ່າ ທີ່ຈະເຂົ້າໃຈສິ່ງເຫຼົ່ານັ້ນໄດ້ ກໍຕ້ອງອາໄສພຣະວິນຍານ. 15 ຝ່າຍຄົນທີ່ມີພຣະວິນຍານຂອງພຣະເຈົ້າ ກໍສາມາດສັງເກດຮູ້ສິ່ງສາລະພັດໄດ້, ແຕ່ບໍ່ມີຜູ້ໃດສາມາດສັງເກດຮູ້ໃຈຜູ້ນັ້ນໄດ້. 16 “ດ້ວຍວ່າ ຜູ້ໃດໜໍ ຮູ້ຄວາມຄິດ ຂອງອົງພຣະຜູ້ເປັນເຈົ້າໄດ້ ຈຶ່ງສາມາດໃຫ້ຄຳແນະນຳ ແກ່ພຣະອົງໄດ້?” ແຕ່ພວກເຮົາມີຄວາມຄິດຂອງພຣະຄຣິດ. |
@ 2012 United Bible Societies. All Rights Reserved.