Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 14 - ພຣະຄຳພີສັກສິ


ຂອງ​ປະທານ ຊຶ່ງ​ມາ​ຈາກ​ພຣະວິນຍານ (ຕໍ່)

1 ຈົ່ງ​ຕັ້ງ​ຈຸດ​ມຸ່ງໝາຍ​ຫາ​ຄວາມຮັກ ຈົ່ງ​ຮ້ອນ​ໃຈ​ສະແຫວງ​ຫາ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ໂດຍ​ສະເພາະ​ແມ່ນ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ.

2 ເພາະວ່າ​ຜູ້​ເວົ້າ​ພາສາ​ແປກໆ ກໍ​ບໍ່ໄດ້​ເວົ້າ​ຕໍ່​ມະນຸດ, ແຕ່​ກ່າວ​ຕໍ່​ພຣະເຈົ້າ ແລະ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ໄດ້, ແຕ່​ຜູ້ນັ້ນ​ກຳລັງ​ກ່າວ​ຂໍ້​ລັບເລິກ​ໂດຍ​ພຣະວິນຍານ.

3 ແຕ່​ພວກ​ທີ່​ປະກາດ​ພຣະທຳ​ກໍ​ເວົ້າ​ກັບ​ມະນຸດ ເພື່ອ​ໃຫ້​ເສີມສ້າງ​ພວກເຂົາ​ຈະເລີນ​ຂຶ້ນ ແລະ​ເປັນ​ການ​ໜູນໃຈ ແລະ ເລົ້າໂລມ​ໃຈ​ພວກເຂົາ.

4 ພວກ​ທີ່​ເວົ້າ​ພາສາ​ແປກໆ ກໍ​ເສີມສ້າງ​ຕົນເອງ​ເທົ່ານັ້ນ ແຕ່​ຝ່າຍ​ຜູ້​ທີ່​ປະກາດ​ພຣະທຳ​ນັ້ນ ກໍ​ເຮັດ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.

5 ເຮົາ​ຢາກ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເວົ້າ​ພາສາ​ແປກໆ​ໄດ້ ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ຢາກ​ໃຫ້​ພວກເຈົ້າ​ປະກາດ​ພຣະທຳ​ໄດ້. ດ້ວຍວ່າ, ຄົນ​ທີ່​ປະກາດ ກໍ​ມີ​ຄຸນຄ່າ​ຫລາຍກວ່າ​ຄົນ​ທີ່​ເວົ້າ​ພາສາ​ແປກໆ ເວັ້ນ​ໄວ້​ແຕ່​ມີ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທີ່ນັ້ນ​ແປ​ພາສາ​ແປກໆ​ໄດ້ ເພື່ອ​ຄຣິສຕະຈັກ​ຈະ​ໄດ້​ຮັບ​ການ​ເສີມສ້າງ​ໃຫ້​ຈະເລີນ​ຂຶ້ນ.

6 ແຕ່​ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ທັງຫລາຍ ແລະ​ປາກ​ພາສາ​ແປກໆ ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ອັນ​ໃດ​ຈາກ​ເຮົາ ເວັ້ນ​ເສຍ​ແຕ່​ເຮົາ​ຈະ​ກ່າວ​ຖ້ອຍຄຳ​ທີ່​ຊົງ​ສຳແດງ​ຈາກ​ພຣະເຈົ້າ ຫລື​ຖ້ອຍຄຳ​ແຫ່ງ​ວິຊາ​ຄວາມຮູ້ ຫລື​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ຫລື​ຖ້ອຍຄຳ​ແຫ່ງ​ການ​ສັ່ງສອນ​ໃຫ້​ແກ່​ເຈົ້າ​ທັງຫລາຍ.

7 ດັ່ງນັ້ນ ເຄື່ອງ​ດົນຕຼີ​ທີ່​ບໍ່ມີ​ຊີວິດ​ຄື: ປີ່ ຫລື​ພິນ​ກໍດີ ຖ້າ​ມັນ​ບໍ່​ອອກ​ສຽງ​ຄັກ ຜູ້ໃດ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ເຂົາ​ເປົ່າ ຫລື​ດີດ​ຈັງຫວະ​ໃດ?

8 ຖ້າ​ຄົນ​ເປົ່າແກ ຫາກ​ເປົ່າ​ອອກ​ສຽງ​ບໍ່​ຄັກ ຜູ້ໃດ​ຈະ​ຕຽມຕົວ​ເຂົ້າ​ສູ່​ສະໜາມ​ຮົບ​ໄດ້​ຢ່າງ​ໃດ?

9 ຝ່າຍ​ເຈົ້າ​ທັງຫລາຍ​ກໍ​ເປັນ​ຢ່າງ​ນັ້ນ ຖ້າ​ພວກເຈົ້າ​ເວົ້າ​ພາສາ​ແປກໆ, ແຕ່​ເວົ້າ​ຄວາມ​ທີ່​ບໍ່​ເຂົ້າໃຈ ຜູ້​ຟັງ​ຈະ​ເຂົ້າໃຈ​ເລື່ອງ​ທີ່​ເຈົ້າ​ເວົ້າ​ໄດ້​ຢ່າງ​ໃດ? ເພາະ​ພວກເຈົ້າ​ເວົ້າ​ໄປ​ຕາມລົມ​ຕາມແລ້ງ​ຊື່ໆ.

10 ໃນ​ໂລກນີ້ ມີ​ຫລາຍ​ພາສາ​ຕ່າງ​ກັນ ແຕ່​ບໍ່ມີ​ພາສາ​ໃດ​ທີ່​ຂາດ​ຄວາມໝາຍ.

11 ແຕ່​ຖ້າ​ເຮົາ​ບໍ່​ຮູ້​ພາສາ​ທີ່​ຄົນ​ກ່າວ​ນັ້ນ ຄົນ​ທີ່​ກ່າວ​ພາສາ​ນັ້ນ ກໍ​ເປັນ​ຄົນ​ຕ່າງດ້າວ​ສຳລັບ​ເຮົາ ແລະ​ເຮົາ​ກໍ​ເປັນ​ຄົນ​ຕ່າງດ້າວ​ສຳລັບ​ເຂົາ.

12 ໃນ​ເມື່ອ​ພວກເຈົ້າ​ຮ້ອນໃຈ​ຢາກ​ໄດ້​ຂອງ​ປະທານ​ຝ່າຍ​ພຣະວິນຍານ ຈົ່ງ​ສະແຫວງ​ຫາ​ຫລາຍກວ່າ​ເກົ່າ ເພື່ອ​ເສີມສ້າງ​ຄຣິສຕະຈັກ​ໃຫ້​ຈະເລີນ​ຂຶ້ນ.

13 ເພາະ​ສະນັ້ນ ຄົນ​ທີ່​ເວົ້າ​ພາສາ​ແປກໆ​ໄດ້​ນັ້ນ ຄວນ​ພາວັນນາ​ອະທິຖານ ຂໍ​ໃຫ້​ຕົນເອງ​ແປ​ພາສາ​ທີ່​ຕົນ​ເວົ້າ​ນັ້ນ​ດ້ວຍ.

14 ດ້ວຍວ່າ, ຖ້າ​ເຮົາ​ພາວັນນາ​ອະທິຖານ​ເປັນ​ພາສາ​ແປກໆ ຈິດ​ວິນຍານ​ຂອງເຮົາ​ພາວັນນາ​ອະທິຖານ​ຢູ່​ກໍ​ຈິງ ແຕ່​ຄວາມ​ຄິດ​ຂອງເຮົາ​ກໍ​ບໍ່​ເຂົ້າ​ສ່ວນ​ໃນ​ຄຳ​ພາວັນນາ​ອະທິຖານ​ນັ້ນ.

15 ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ເຮົາ​ຈະ​ພາວັນນາ​ອະທິຖານ​ດ້ວຍ​ຈິດ​ວິນຍານ​ກໍ​ຈິງ, ແຕ່​ເຮົາ​ກໍ​ຈະ​ພາວັນນາ​ອະທິຖານ​ດ້ວຍ​ຄວາມຄິດ​ເໝືອນກັນ ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດ​ວິນຍານ​ກໍ​ຈິງ, ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມ​ຄິດ​ເໝືອນກັນ.

16 ຖ້າ​ເຈົ້າ​ກ່າວ​ໂມທະນາ​ພຣະຄຸນ​ພຣະເຈົ້າ​ດ້ວຍ​ຈິດວິນຍານ​ເທົ່ານັ້ນ, ຄົນ​ຂ້າງ​ນອກ​ທີ່​ຮ່ວມ​ຢູ່​ໃນ​ທີ່ນັ້ນ​ຈະ​ກ່າວ​ຄຳ​ວ່າ, “ອາແມນ” ຕໍ່​ຄຳ​ໂມທະນາ​ພຣະຄຸນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ? ເພາະ​ຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ​ພວກເຂົາ​ບໍ່​ເຂົ້າໃຈ.

17 ເຖິງ​ແມ່ນ​ວ່າ​ຄຳ​ໂມທະນາ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຈົ້າ​ຄັກ​ດີ​ກໍຕາມ, ແຕ່​ບໍ່​ເກີດ​ປະໂຫຍດ​ແກ່​ຄົນອື່ນ​ຈັກ​ຢ່າງ.

18 ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຫລາຍກວ່າ​ພວກເຈົ້າ​ທຸກຄົນ.

19 ແຕ່​ໃນ​ການ​ນະມັດສະການ​ທີ່​ຄຣິສຕະຈັກ​ແລ້ວ ເຮົາ​ພໍໃຈ​ທີ່​ຈະ​ເວົ້າ​ຫ້າ​ຄຳ ຊຶ່ງ​ຄົນ​ເຂົ້າໃຈ​ໄດ້ ເພື່ອ​ເປັນ​ຄະຕິ​ສັ່ງສອນ​ຄົນອື່ນ ຫລາຍກວ່າ​ເວົ້າ​ໝື່ນ​ຄຳ​ທີ່​ເປັນ​ພາສາ​ແປກໆ.

20 ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.

21 ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເຮົາ​ຈະ​ເວົ້າ​ກັບ​ພົນລະເມືອງ​ນີ້ ດ້ວຍ​ຄົນ​ຕ່າງ​ພາສາ ດ້ວຍ​ຮີມສົບ​ຂອງ​ຄົນ​ຕ່າງດ້າວ. ເຖິງ​ປານນັ້ນ ພວກເຂົາ​ກໍ​ຈະ​ບໍ່​ຟັງ​ເຮົາ.”’

22 ດັ່ງນັ້ນ ການ​ເວົ້າ​ພາສາ​ແປກໆ ຈຶ່ງ​ບໍ່​ເປັນ​ໝາຍສຳຄັນ​ແກ່​ຄົນ​ທີ່​ເຊື່ອ, ແຕ່​ສຳຄັນ​ແກ່​ຄົນ​ທີ່​ບໍ່​ເຊື່ອ. ສ່ວນ​ການ​ປະກາດ​ພຣະທຳ ບໍ່​ສຳຄັນ​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ, ແຕ່​ສຳຄັນ​ສຳລັບ​ຄົນ​ທີ່​ເຊື່ອ​ແລ້ວ.

23 ເພາະສະນັ້ນ ຖ້າ​ຫາກ​ວ່າ ຄຣິສຕະຈັກ​ທັງໝົດ​ມາ​ເຕົ້າໂຮມ​ກັນ ແລະ​ທຸກຄົນ​ຕ່າງ​ກໍ​ເວົ້າ​ພາສາ​ແປກໆ ແລະ​ຖ້າ​ວ່າ​ຄົນ​ຂ້າງ​ນອກ ຫລື​ຄົນ​ທີ່​ບໍ່ເຊື່ອ​ເຂົ້າ​ມາ​ໃນ​ທີ່ນັ້ນ ພວກເຂົາ​ຈະ​ບໍ່​ເວົ້າ​ວ່າ ເຈົ້າ​ທັງຫລາຍ​ເປັນ​ບ້າ​ບໍ?

24 ແຕ່​ຖ້າ​ທຸກຄົນ​ປະກາດ​ພຣະທຳ​ແລ້ວ ມີ​ຄົນ​ທີ່​ບໍ່​ເຊື່ອ ຫລື​ຄົນ​ທຳມະດາ​ເຂົ້າ​ມາ ທຸກຄົນ​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຮູ້​ເມື່ອ​ຕົວ ແລະ​ເປັນ​ເຫດ​ໃຫ້​ພວກເຂົາ​ເກີດ​ຄວາມ​ສັງເກດ​ໃນ​ຈິດໃຈ​ຂອງ​ພວກເຂົາ.

25 ຄວາມ​ລັບ​ທີ່​ເຊື່ອງໄວ້​ໃນ​ໃຈ​ຂອງ​ພວກເຂົາ​ຈະ​ປາກົດ​ແຈ້ງ ພວກເຂົາ​ກໍ​ຈະ​ໝູບ​ໜ້າ​ລົງ​ຂາບໄຫວ້​ນະມັດສະການ​ພຣະເຈົ້າ ໂດຍ​ຍອມ​ຮັບ​ວ່າ, “ພຣະເຈົ້າ​ຊົງ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້.”


ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ຖືກ​ລະບຽບ

26 ພີ່ນ້ອງ​ທັງຫລາຍ​ເອີຍ ກ່ຽວກັບ​ເລື່ອງ​ນີ້ ເຮົາ​ຈະ​ລົງ​ຄວາມ​ເຫັນ​ວ່າ​ຢ່າງ​ໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ, ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຮ້ອງເພງ​ສັນລະເສີນ, ບາງຄົນ​ສັ່ງສອນ ບາງຄົນ​ກໍ​ມີ​ບົດ​ຄວາມ​ທີ່​ຊົງ​ສຳແດງ​ມາ​ຈາກ​ພຣະເຈົ້າ ມີ​ບາງຄົນ​ກໍ​ເວົ້າ​ພາສາ​ແປກໆ ແລະ​ບາງຄົນ​ແປ​ພາສາ​ແປກໆ, ເຈົ້າ​ຈົ່ງ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ເສີມສ້າງ​ຄຣິສຕະຈັກ​ໃຫ້​ຈະເລີນ​ຂຶ້ນ.

27 ຖ້າ​ຜູ້ໃດ​ຈະ​ປາກ​ພາສາ​ແປກໆ ຈົ່ງ​ໃຫ້​ປາກ​ພຽງ​ສອງ​ຄົນ ຫລື​ຢ່າງ​ຫລາຍ​ສາມ​ຄົນ ແລະ​ໃຫ້​ປາກ​ເທື່ອລະ​ຄົນ ແລ້ວ​ໃຫ້​ມີ​ຜູ້​ແປ​ຜູ້ໜຶ່ງ.

28 ແຕ່​ຖ້າ​ບໍ່ມີ​ຜູ້ໃດ​ແປ​ໄດ້ ກໍ​ໃຫ້​ຄົນ​ເຫຼົ່ານັ້ນ​ມິດ​ຢູ່​ໃນ​ຄຣິສຕະຈັກ ໃຫ້​ພວກເຂົາ​ເວົ້າ​ກັບ​ຕົນເອງ ແລະ​ຕໍ່​ພຣະເຈົ້າ.

29 ຝ່າຍ​ພວກ​ຜູ້​ປະກາດ​ພຣະທຳ​ນັ້ນ ໃຫ້​ກ່າວ​ແຕ່​ສອງ​ຫລື​ສາມ​ຄົນ ແລະ​ໃຫ້​ພວກ​ຄົນອື່ນ​ຮັບ​ພິຈາລະນາ​ເອົາ​ຂໍ້ຄວາມ​ທີ່​ເຂົາ​ກ່າວ​ນັ້ນ.

30 ແລະ​ຖ້າ​ມີ​ສິ່ງໃດ​ຊົງ​ສຳແດງ​ແກ່​ຄົນອື່ນ ທີ່​ນັ່ງ​ຢູ່​ດ້ວຍ​ກັນ​ນັ້ນ ກໍ​ໃຫ້​ຜູ້​ກ່າວ​ກ່ອນ​ນັ້ນ​ມິດ​ຢູ່.

31 ທຸກຄົນ​ໃນ​ພວກເຈົ້າ ສາມາດ​ປະກາດ​ພຣະທຳ​ໄດ້ ແຕ່​ໃຫ້​ກ່າວ​ເທື່ອລະ​ຄົນ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມຮູ້ ແລະ​ຄວາມ​ໜູນໃຈ​ດ້ວຍ​ກັນ.

32 ວິນຍານ​ຂອງ​ຜູ້​ປະກາດ​ພຣະທຳ​ນັ້ນ ຍ່ອມ​ຢູ່​ໃຕ້​ການ​ບັງຄັບ​ຂອງຕົນ,

33 ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເປັນ​ຜູ້​ກໍ່​ເຫດ​ຄວາມ​ວຸ້ນວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະຫງົບສຸກ.

34 ຕາມ​ລະບຽບ​ທີ່​ໄດ້​ປະຕິບັດ​ກັນ ໃນ​ບັນດາ​ຄຣິສຕະຈັກ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ, ຈົ່ງ​ໃຫ້​ພວກ​ແມ່ຍິງ​ມິດງຽບ​ຢູ່​ໃນ​ທີ່​ປະຊຸມ​ຄຣິສຕະຈັກ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ພວກເຂົາ​ຕ້ອງ​ຍອມ​ຢູ່​ໃຕ້​ບັງຄັບ​ບັນຊາ ດັ່ງ​ກົດບັນຍັດ​ໄດ້​ສັ່ງ​ໄວ້​ນັ້ນ,

35 ຖ້າ​ພວກ​ນາງ​ຕ້ອງການ​ຢາກ​ຮຽນຮູ້​ສິ່ງໃດ ກໍ​ໃຫ້​ຖາມ​ຜົວ​ຢູ່​ທີ່​ເຮືອນ. ດ້ວຍວ່າ, ການ​ທີ່​ແມ່ຍິງ​ກ່າວ​ໃນ​ທີ່​ປະຊຸມ​ຂອງ​ຄຣິສຕະຈັກ ກໍ​ເປັນ​ການ​ອັບອາຍ.

36 ຖ້ອຍຄຳ​ຂອງ​ພຣະເຈົ້າ​ເກີດ​ມາ​ຈາກ​ພວກເຈົ້າ​ບໍ? ຖ້ອຍຄຳ​ນັ້ນ​ໄດ້​ມາ​ເຖິງ​ພວກເຈົ້າ ພວກ​ດຽວ​ເທົ່ານັ້ນ​ບໍ?

37 ຖ້າ​ຜູ້ໃດ​ອ້າງ​ວ່າ​ຕົນ​ເປັນ​ຜູ້​ປະກາດ​ພຣະທຳ ຫລື​ຕົນ​ມີ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ກໍ​ໃຫ້​ຜູ້​ນັ້ນ​ຮັບ​ຮູ້​ວ່າ ຂໍ້​ຄວາມ​ຊຶ່ງ​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ນັ້ນ ເປັນ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

38 ແຕ່​ຖ້າ​ຜູ້ໃດ​ບໍ່​ຍອມ​ຮັບ​ຮູ້​ຂໍ້​ຄວາມ​ນີ້ ກໍ​ບໍ່​ຕ້ອງ​ຮັບ​ຮູ້​ຜູ້ນັ້ນ​ເໝືອນກັນ.

39 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຮ້ອນໃຈ​ສະແຫວງ​ຫາ​ໃນ​ການ​ປະກາດ​ພຣະທຳ ສ່ວນ​ການ​ເວົ້າ​ພາສາ​ແປກໆ​ກໍ​ຢ່າ​ສູ່​ຫ້າມ.

40 ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ​ແລະ​ມີ​ລະບຽບ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan