1 ໂກຣິນໂທ 13 - ພຣະຄຳພີສັກສິເລື່ອງຄວາມຮັກ 1 ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດ ຫລືພາສາຂອງເທວະດາກໍຕາມ, ແຕ່ບໍ່ມີຄວາມຮັກ ການເວົ້າຂອງເຮົາ ກໍເປັນເໝືອນສຽງຄ້ອງແລະສຽງແຊ່ງທີ່ດັງອຶກກະທຶກ. 2 ເຖິງແມ່ນເຮົາຈະປະກາດພຣະທຳໄດ້ ແລະເຂົ້າໃຈໃນຂໍ້ລັບເລິກທັງປວງ ແລະມີຄວາມຮູ້ທັງສິ້ນ ແລະມີຄວາມເຊື່ອຢ່າງຄົບຖ້ວນ ພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ. 3 ເຖິງແມ່ນເຮົາບໍລິຈາກສິ່ງຂອງທັງໝົດທີ່ເຮົາມີຢູ່ ແລະສະຫລະແມ່ນແຕ່ຕົວເຮົາເອງໃຫ້ເຂົາເຜົາໄຟ ແຕ່ຖ້າເຮົາບໍ່ມີຄວາມຮັກ ການກະທຳຢ່າງນັ້ນກໍບໍ່ໄດ້ປະໂຫຍດຫຍັງໝົດ. 4 ຄວາມຮັກກໍອົດທົນດົນນານ, ຄວາມຮັກຄືຄວາມເມດຕາກະລຸນາ, ຄວາມຮັກບໍ່ເຫິງສາ ບໍ່ອວດອ້າງ ບໍ່ຈອງຫອງ 5 ບໍ່ເຮັດການອັນບໍ່ສຸພາບ ບໍ່ຄິດເຫັນປະໂຫຍດສ່ວນຕົວແຕ່ຝ່າຍດຽວ ບໍ່ມີໃຈຮ້າຍງ່າຍ ບໍ່ມັກຈົດຈຳຄວາມຜິດ 6 ບໍ່ຍິນດີໃນການອະທຳ, ແຕ່ຍິນດີໃນການສັດຈິງ. 7 ຄວາມຮັກສູ້ທົນທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈໃນທຸກສິ່ງ ແລະພຽນທົນເອົາທຸກສິ່ງ. 8 ເຖິງແມ່ນການປະກາດພຣະທຳກໍຈະຖືກຍົກເລີກ ຫລືການເວົ້າພາສາແປກໆກໍຈະເຊົາ ແລະວິຊາຄວາມຮູ້ກໍຈະຖືກຍົກເລີກເສຍ, ແຕ່ຄວາມຮັກຍັງຈະຕັ້ງໝັ້ນຄົງຢູ່ຕະຫລອດໄປ. 9 ເພາະວ່າຄວາມຮູ້ຂອງເຮົານັ້ນບໍ່ສົມບູນ ແລະການປະກາດພຣະທຳກໍບໍ່ສົມບູນ, 10 ແຕ່ເມື່ອຄວາມສົມບູນມາເຖິງແລ້ວ ຄວາມບົກພ່ອງນັ້ນກໍຈະຖືກຍົກເລີກເສຍ. 11 ເມື່ອເຮົາຍັງເປັນເດັກນ້ອຍຢູ່ນັ້ນ ການເວົ້າຈາ ຄວາມຮູ້ສຶກ ແລະຄວາມນຶກຄິດຂອງເຮົາກໍເປັນຢ່າງເດັກນ້ອຍ, ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ ເຮົາກໍເລີກຄວາມປະພຶດຢ່າງເດັກນ້ອຍນັ້ນເສຍ. 12 ເພາະວ່າດຽວນີ້ເຮົາທັງຫລາຍເຫັນພໍມົວໆ ເໝືອນເບິ່ງໃນແວ່ນ, ແຕ່ວ່າເວລານັ້ນຈະໄດ້ເຫັນພຣະພັກຢ່າງຄັກ. ດຽວນີ້ຄວາມຮູ້ຂອງເຮົາບໍ່ສົມບູນ, ແຕ່ເວລານັ້ນ ເຮົາຈະຮູ້ຢ່າງສົມບູນເໝືອນພຣະເຈົ້າຊົງຮູ້ຈັກເຮົາແລ້ວ. 13 ບັດນີ້ ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ ຄວາມຫວັງໃຈ ແລະຄວາມຮັກ ແຕ່ສິ່ງທີ່ໃຫຍ່ກວ່າແມ່ນຄວາມຮັກ. |
@ 2012 United Bible Societies. All Rights Reserved.