1 ໂກຣິນໂທ 12 - ພຣະຄຳພີສັກສິຂອງປະທານຈາກພຣະວິນຍານ 1 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າເຂົ້າໃຈເລື່ອງຂອງປະທານ ຊຶ່ງມາຈາກພຣະວິນຍານນັ້ນ. 2 ເຈົ້າທັງຫລາຍກໍຮູ້ຢູ່ວ່າແຕ່ກ່ອນ ເມື່ອພວກເຈົ້າຍັງເປັນຄົນທີ່ບໍ່ເຊື່ອນັ້ນ ພວກເຈົ້າໄດ້ຖືກຊັກນຳໃຫ້ຫລົງໄປຫາຮູບເຄົາຣົບທີ່ປາກບໍ່ເປັນ ຕາມທີ່ມີຜູ້ຊັກນຳໄປນັ້ນ. 3 ເຫດສະນັ້ນ ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ບໍ່ມີຜູ້ໃດດອກ ທີ່ມີພຣະວິນຍານຂອງພຣະເຈົ້າ ຈະກ່າວວ່າ, “ຂໍໃຫ້ພຣະເຢຊູເຈົ້າຖືກດ່າ” ແລະບໍ່ມີຜູ້ໃດດອກອາດເວົ້າໄດ້ວ່າ, “ພຣະເຢຊູເຈົ້າຊົງເປັນອົງພຣະຜູ້ເປັນເຈົ້າ” ເວັ້ນໄວ້ແຕ່ຜູ້ທີ່ກ່າວໂດຍພຣະວິນຍານບໍຣິສຸດເຈົ້າ. 4 ຂອງປະທານຈາກພຣະວິນຍານນັ້ນ ມີຢູ່ຫລາຍຢ່າງດ້ວຍກັນ, ແຕ່ແມ່ນພຣະວິນຍານອົງດຽວກັນ. 5 ງານຮັບໃຊ້ມີຫລາຍຢ່າງຕ່າງກັນ ແຕ່ມີອົງພຣະຜູ້ເປັນເຈົ້າອົງດຽວກັນ. 6 ຄວາມສາມາດໃນການດຳເນີນງານມີຫລາຍຢ່າງຕ່າງກັນ, ແຕ່ແມ່ນພຣະເຈົ້າອົງດຽວກັນ ທີ່ໃຫ້ຄວາມສາມາດແກ່ທຸກຄົນ ສຳລັບງານທີ່ເຂົາຮັບໃຊ້ນັ້ນ. 7 ການສຳແດງຂອງພຣະວິນຍານມີຢູ່ໃນແຕ່ລະຄົນ ເພື່ອປະໂຫຍດຮ່ວມກັນ. 8 ພຣະເຈົ້າຊົງປະທານໂດຍທາງພຣະວິນຍານ ໃຫ້ຄົນໜຶ່ງມີຖ້ອຍຄຳທີ່ປະກອບດ້ວຍສະຕິປັນຍາ ແລະໂຜດໃຫ້ຄົນໜຶ່ງອີກ ມີຖ້ອຍຄຳທີ່ປະກອບດ້ວຍວິຊາຄວາມຮູ້, ແຕ່ແມ່ນພຣະວິນຍານອົງດຽວກັນ. 9 ແລະໃຫ້ຄົນໜຶ່ງມີຄວາມເຊື່ອ ແຕ່ແມ່ນພຣະວິນຍານອົງດຽວກັນ ແລະໂຜດໃຫ້ຄົນໜຶ່ງອີກ ມີຣິດອຳນາດໃຫ້ຄົນດີພະຍາດ ແຕ່ແມ່ນພຣະວິນຍານອົງດຽວ. 10 ແລະໃຫ້ຄົນໜຶ່ງມີຣິດອຳນາດເຮັດການອັດສະຈັນ ແລະໃຫ້ຄົນໜຶ່ງມີຂອງປະທານໃນການປະກາດພຣະທຳ ແລະໂຜດໃຫ້ຄົນໜຶ່ງອີກຮູ້ສັງເກດວິນຍານຕ່າງໆ ແລະໃຫ້ຄົນໜຶ່ງມີຄວາມສາມາດເວົ້າພາສາແປກໆ ແລະໂຜດໃຫ້ຄົນໜຶ່ງອີກມີຄວາມສາມາດແປພາສາແປກໆ. 11 ສິ່ງສາລະພັດເຫຼົ່ານີ້ ແມ່ນພຣະວິນຍານອົງດຽວກັນຊົງບັນດານ ແລະປະທານແກ່ທຸກຄົນຕາມນໍ້າພຣະໄທຂອງພຣະອົງ. ອະໄວຍະວະທຸກພາກສ່ວນກໍຮ່ວມເປັນກາຍອັນດຽວກັນ 12 ເຖິງວ່າຮ່າງກາຍເປັນອັນດຽວ ກໍຍັງມີອະໄວຍະວະຫລາຍສ່ວນ ແລະອະໄວຍະວະເຫຼົ່ານັ້ນ ແມ່ນຈະມີຫລາຍສ່ວນ ກໍຍັງເປັນກາຍດຽວກັນສັນໃດ ພຣະຄຣິດກໍຊົງເປັນສັນນັ້ນ. 13 ເພາະວ່າ ເຖິງແມ່ນພວກເຮົາຈະເປັນຊາດຢິວ ຫລືຄົນຕ່າງຊາດກໍດີ ເປັນຂ້ອຍຂ້າ ຫລືເປັນອິດສະຫລະກໍດີ, ເຮົາທັງຫລາຍໄດ້ຮັບບັບຕິສະມາ ໂດຍພຣະວິນຍານອົງດຽວ ຈຶ່ງເຂົ້າເປັນກາຍອັນດຽວກັນ ແລະພຣະວິນຍານອົງດຽວກັນນັ້ນ ເປັນເໝືອນນໍ້າທີ່ປະທານໃຫ້ເຮົາທຸກຄົນໄດ້ດື່ມ. 14 ດ້ວຍວ່າ, ຮ່າງກາຍບໍ່ໄດ້ປະກອບດ້ວຍອະໄວຍະວະອັນດຽວ ແຕ່ໄດ້ປະກອບດ້ວຍອະໄວຍະວະຫລາຍອັນ. 15 ຖ້າຕີນຈະກ່າວວ່າ, “ເພາະຂ້ອຍບໍ່ໄດ້ເປັນມື ຂ້ອຍຈຶ່ງບໍ່ໄດ້ເປັນສ່ວນໃດໃນອະໄວຍະວະຂອງຮ່າງກາຍນັ້ນ.” ແລ້ວຕີນຈະບໍ່ເປັນສ່ວນໃດໃນອະໄວຍະວະຂອງຮ່າງກາຍ ເພາະເຫດທີ່ເວົ້າຢ່າງນັ້ນກໍບໍ່ໄດ້. 16 ຖ້າຫູຈະກ່າວວ່າ, “ເພາະຂ້ອຍບໍ່ແມ່ນຕາ ຂ້ອຍຈຶ່ງບໍ່ໄດ້ເປັນສ່ວນໃດໃນອະໄວຍະວະຂອງຮ່າງກາຍນັ້ນ.” ຫູຈະບໍ່ໄດ້ເປັນສ່ວນໃດໃນອະໄວຍະວະຂອງຮ່າງກາຍ ເພາະເຫດເວົ້າຢ່າງນັ້ນກໍບໍ່ໄດ້. 17 ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຕາ ການໄດ້ຍິນຈະຢູ່ໃສ? ຖ້າຮ່າງກາຍທັງໝົດເປັນຫູ ການດົມກິ່ນຈະຢູ່ໃສ? 18 ທີ່ຈິງແລ້ວ ພຣະເຈົ້າໄດ້ຕັ້ງອະໄວຍະວະແຕ່ລະພາກສ່ວນໄວ້ຢູ່ໃນຮ່າງກາຍ ຕາມທີ່ພຣະອົງຊົງພໍພຣະໄທ. 19 ຖ້າອະໄວຍະວະທຸກສ່ວນໃນຮ່າງກາຍເປັນອັນດຽວກັນ ຮ່າງກາຍຈະມີຢູ່ໃສ? 20 ທີ່ຈິງ ມີອະໄວຍະວະຫລາຍພາກສ່ວນ ແຕ່ຍັງເປັນຮ່າງກາຍອັນດຽວກັນ. 21 ຕາຈະເວົ້າແກ່ມືວ່າ, “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້ ຫລືຫົວຈະເວົ້າແກ່ຕີນວ່າ, “ຂ້ອຍບໍ່ຕ້ອງການເຈົ້າ.” ກໍບໍ່ໄດ້. 22 ທີ່ຈິງ ອະໄວຍະວະສ່ວນທີ່ເຮົາເຫັນວ່າອ່ອນແອ ເຮົາກໍຂາດເສຍບໍ່ໄດ້. 23 ແລະອະໄວຍະວະສ່ວນທີ່ເຮົາຖືວ່າມີກຽດນ້ອຍ ເຮົາກໍຍັງເຮັດໃຫ້ມີກຽດຫລາຍຂຶ້ນ ແລະອະໄວຍະວະສ່ວນທີ່ບໍ່ໜ້າເບິ່ງນັ້ນ ເຮົາກໍເຮັດໃຫ້ເປັນໜ້າເບິ່ງຫລາຍຂຶ້ນ. 24 ແລະອະໄວຍະວະສ່ວນທີ່ໜ້າຊົມຢູ່ແລ້ວ ກໍບໍ່ຈຳເປັນຕ້ອງຕົບແຕ່ງອະໄວຍະວະສ່ວນນັ້ນອີກ ພຣະເຈົ້າເອງເປັນຜູ້ຈັດວາງຮ່າງກາຍເຂົ້າກັນຢ່າງນັ້ນ ຊົງໃຫ້ອະໄວຍະວະທີ່ຕໍ່າຕ້ອຍ ໄດ້ຮັບຄວາມນັບຖືຫລາຍຂຶ້ນ. 25 ເພື່ອບໍ່ໃຫ້ມີການຍາດແຍ່ງກັນໃນຮ່າງກາຍ ແຕ່ໃຫ້ທຸກພາກສ່ວນຫ່ວງໃຍຊຶ່ງກັນແລະກັນ. 26 ຖ້າອະໄວຍະວະອັນໜຶ່ງເຈັບ ອະໄວຍະວະທັງໝົດກໍເຈັບດ້ວຍກັນ ຖ້າອະໄວຍະວະອັນໜຶ່ງໄດ້ຮັບກຽດ ອະໄວຍະວະທັງໝົດກໍຊົມຊື່ນຍິນດີດ້ວຍກັນ. 27 ຝ່າຍເຈົ້າທັງຫລາຍເປັນພຣະກາຍຂອງພຣະຄຣິດ ແລະທຸກຄົນເປັນອະໄວຍະວະສ່ວນໜຶ່ງຂອງພຣະກາຍນັ້ນ. 28 ແລະພຣະເຈົ້າໄດ້ຊົງຕັ້ງບາງຄົນໄວ້ໃນຄຣິສຕະຈັກຄື: ໜຶ່ງແມ່ນອັກຄະສາວົກ ສອງແມ່ນຜູ້ປະກາດພຣະທຳ ສາມແມ່ນອາຈານ ແລ້ວຕໍ່ຈາກນັ້ນກໍມີຜູ້ເຮັດການອິດທິຣິດຕ່າງໆ ຜູ້ມີອຳນາດໃຫ້ດີພະຍາດໂຣຄາ ຜູ້ອຸປະຖຳ ຜູ້ປົກຄອງ ແລະຜູ້ເວົ້າພາສາແປກໆ. 29 ບໍ່ແມ່ນທຸກຄົນທີ່ເປັນອັກຄະສາວົກ ຫລືເປັນຜູ້ທຳນວາຍ ຫລືເປັນອາຈານ ບໍ່ແມ່ນທຸກຄົນທີ່ເຮັດການອັດສະຈັນໄດ້ 30 ຫລືເຮັດໃຫ້ດີພະຍາດໄດ້ ຫລືເວົ້າພາສາແປກໆໄດ້ ຫລືແປພາສານັ້ນໄດ້. 31 ແຕ່ເຈົ້າທັງຫລາຍ ຈົ່ງຮ້ອນໃຈສະແຫວງຫາຂອງພຣະຣາຊທານອັນສຳຄັນກວ່ານັ້ນ. ແລະເຮົາຈະສຳແດງທາງອັນດີຫລາຍກວ່ານັ້ນອີກ ແກ່ພວກເຈົ້າ. |
@ 2012 United Bible Societies. All Rights Reserved.