1 ໂກຣິນໂທ 11 - ພຣະຄຳພີສັກສິ1 ເຈົ້າທັງຫລາຍຈົ່ງປະຕິບັດຕາມແບບຢ່າງຂອງເຮົາ ເໝືອນເຮົາປະຕິບັດຕາມແບບຢ່າງຂອງພຣະຄຣິດ. ເລື່ອງການປົກຫົວໃນບ່ອນນະມັດສະການ 2 ເຮົາຊົມເຊີຍເຈົ້າທັງຫລາຍ ເພາະພວກເຈົ້າລະນຶກເຖິງເຮົາໃນທຸກສິ່ງ ແລະຖືຮັກສາຂໍ້ຄວາມທີ່ສືບມານັ້ນ ຊຶ່ງເຮົາມອບໄວ້ແກ່ເຈົ້າທັງຫລາຍແລ້ວ. 3 ແຕ່ເຮົາຢາກໃຫ້ພວກເຈົ້າເຂົ້າໃຈວ່າ, ພຣະຄຣິດຊົງເປັນປະມຸກຂອງຜູ້ຊາຍທຸກຄົນ ຜົວເປັນປະມຸກເມຍຂອງຕົນ ແລະປະມຸກຂອງພຣະຄຣິດ ຄືພຣະເຈົ້າ. 4 ດັ່ງນັ້ນ ຊາຍຄົນໃດທີ່ກຳລັງພາວັນນາອະທິຖານ ຫລືປະກາດພຣະທຳໃນທີ່ຊຸມຊົນ ໂດຍມີຜ້າປົກຫົວຂອງຕົນ ກໍເຮັດໃຫ້ເສຍກຽດແກ່ປະມຸກຂອງຕົນ. 5 ແລະຍິງຄົນໃດທີ່ພາວັນນາອະທິຖານ ຫລືປະກາດພຣະທຳໃນທີ່ຊຸມຊົນໂດຍບໍ່ມີຜ້າປົກຫົວຂອງຕົນ ກໍເຮັດໃຫ້ຜົວຂອງຕົນເສຍກຽດ ການທີ່ນາງກະທຳເຊັ່ນນັ້ນ ກໍບໍ່ຕ່າງຫຍັງກັບແມ່ຍິງທີ່ແຖຫົວ. 6 ຖ້າແມ່ຍິງບໍ່ປົກຫົວຂອງຕົນ ນາງກໍຄວນຕັດຜົມຂອງຕົນເສຍ ແຕ່ຖ້າແມ່ຍິງແຖຫົວ ຫລືຕັດຜົມຂອງນາງ ເປັນການເສຍກຽດແກ່ຕົນ ນາງກໍຄວນປົກຫົວຂອງຕົນ ຈົ່ງໃຫ້ນາງເອົາຜ້າປົກຫົວເສຍ. 7 ຜູ້ຊາຍບໍ່ຈຳເປັນຕ້ອງປົກຫົວຂອງຕົນ ເພາະຜູ້ຊາຍເປັນແບບລັກສະນະ ແລະພຣະກຽດຕິຍົດຂອງພຣະເຈົ້າ ແຕ່ແມ່ຍິງນັ້ນເປັນກຽດຕິຍົດຂອງຜູ້ຊາຍ. 8 ດ້ວຍວ່າ, ພຣະເຈົ້າບໍ່ໄດ້ສ້າງຜູ້ຊາຍມາຈາກແມ່ຍິງ ແຕ່ພຣະອົງໄດ້ສ້າງແມ່ຍິງມາຈາກຜູ້ຊາຍ. 9 ແລະພຣະອົງກໍບໍ່ໄດ້ສ້າງຜູ້ຊາຍໄວ້ສຳລັບແມ່ຍິງ ແຕ່ໄດ້ສ້າງແມ່ຍິງໄວ້ສຳລັບຜູ້ຊາຍ. 10 ເພາະເຫດນີ້ ເພື່ອເຫັນແກ່ພວກເທວະດາ ແມ່ຍິງຈຶ່ງຄວນມີຜ້າປົກຫົວຂອງຕົນ ເພື່ອສະແດງວ່າ ນາງຢູ່ໃຕ້ສິດອຳນາດຜົວຂອງຕົນ. 11 ເຖິງຢ່າງໃດກໍຕາມ ໃນອົງພຣະຜູ້ເປັນເຈົ້າແລ້ວ ແມ່ຍິງຕ້ອງເພິ່ງຜູ້ຊາຍ ແລະຜູ້ຊາຍກໍຕ້ອງເພິ່ງແມ່ຍິງ. 12 ດ້ວຍວ່າ, ແມ່ຍິງນັ້ນໄດ້ຖືກສ້າງມາຈາກຜູ້ຊາຍສັນໃດ ຕໍ່ມາ ຜູ້ຊາຍກໍເກີດມາຈາກແມ່ຍິງສັນນັ້ນ ແຕ່ທຸກໆສິ່ງທີ່ມີຢູ່ ກໍມາຈາກພຣະເຈົ້າ. 13 ຝ່າຍພວກເຈົ້າ ຈົ່ງພິຈາລະນາເອົາເອງວ່າ ການທີ່ແມ່ຍິງພາວັນນາອະທິຖານຕໍ່ພຣະເຈົ້າ ໃນທີ່ຊຸມຊົນໂດຍບໍ່ມີຜ້າປົກຫົວນັ້ນ ເປັນການສົມຄວນຫລືບໍ່? 14 ທຳມະຊາດເອງກໍສອນພວກເຮົາວ່າ ການທີ່ຜູ້ຊາຍໄວ້ຜົມຍາວນັ້ນກໍເປັນທີ່ອັບອາຍ, 15 ແຕ່ການທີ່ແມ່ຍິງໄວ້ຜົມຍາວນັ້ນ ກໍເປັນສິ່ງຈົບງາມແກ່ຕົນ. ດ້ວຍວ່າ, ພຣະເຈົ້າໄດ້ໃຫ້ນາງມີຜົມຍາວທີ່ໃຊ້ເປັນຜ້າປົກຫົວແລ້ວ. 16 ແຕ່ຖ້າຜູ້ໃດຢາກຖົກຖຽງກ່ຽວກັບເລື່ອງນີ້ ພວກເຮົາແລະຄຣິສຕະຈັກຂອງພຣະເຈົ້າ ບໍ່ຮັບເອົາທຳນຽມຖຽງກັນຢ່າງນັ້ນ. ການຖືສິນມະຫາສະໜິດ ( ມທ 26:26-29 ; ມຣກ 14:22-25 ; ລກ 22:14-20 ) 17 ໃນຄຳແນະນຳດັ່ງຕໍ່ໄປນີ້ ເຮົາບໍ່ໄດ້ຊົມເຊີຍພວກເຈົ້າດອກ ເພາະການມາປະຊຸມຂອງພວກເຈົ້ານັ້ນ ບໍ່ໄດ້ຈະເລີນຂຶ້ນ ແຕ່ໃຫ້ຜົນຮ້າຍ. 18 ເປັນຕົ້ນເຮົາໄດ້ຍິນວ່າ ເມື່ອຄຣິສຕະຈັກມາປະຊຸມກັນ ກໍມີການແຕກເປັນພັກເປັນພວກໃນທ່າມກາງພວກເຈົ້າ ເລື່ອງນີ້ ເຮົາກໍເຊື່ອວ່າຄົງມີຄວາມຈິງຢູ່ແດ່. 19 ເພາະຈຳເປັນຕ້ອງມີການຂັດແຍ້ງກັນຢູ່ແດ່ ໃນທ່າມກາງພວກເຈົ້າ ເພື່ອພວກຝ່າຍຖືກໃນພວກເຈົ້ານັ້ນຈະໄດ້ປາກົດແຈ້ງຂຶ້ນ. 20 ເມື່ອເຈົ້າທັງຫລາຍປະຊຸມພ້ອມກັນນັ້ນ ຈຶ່ງບໍ່ແມ່ນການຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ. 21 ດ້ວຍວ່າ, ເມື່ອພວກເຈົ້າຮັບປະທານນັ້ນ ຕ່າງຄົນກໍຟ້າວຮັບກິນອາຫານຂອງຕົນກ່ອນ ບາງຄົນກໍບໍ່ອີ່ມ ບາງຄົນກໍເມົາ. 22 ພວກເຈົ້າບໍ່ມີເຮືອນຂອງພວກເຈົ້າເອງ ເພື່ອໃຊ້ເປັນບ່ອນກິນແລະດື່ມບໍ? ຫລືພວກເຈົ້າຢາກດູໝິ່ນຄຣິສຕະຈັກຂອງພຣະເຈົ້າ ແລະດູຖູກຄົນທີ່ຂັດສົນຊັ້ນບໍ? ກ່ຽວກັບເລື່ອງນີ້ ຢາກໃຫ້ເຮົາເວົ້າຕໍ່ພວກເຈົ້າຢ່າງໃດ? ໃນການນີ້ ເຮົາບໍ່ຊົມເຊີຍພວກເຈົ້າດອກ. 23 ດ້ວຍວ່ານີ້ແຫຼະ ແມ່ນສິ່ງທີ່ເຮົາໄດ້ຮັບຈາກອົງພຣະຜູ້ເປັນເຈົ້າ ແລະເຮົາກໍສົ່ງຕໍ່ສິ່ງນັ້ນໃຫ້ແກ່ພວກເຈົ້າ ຄືໃນຄືນທີ່ຢູດາໄດ້ມອບອົງພຣະເຢຊູເຈົ້າໄວ້ນັ້ນ ພຣະອົງໄດ້ຈັບເອົາເຂົ້າຈີ່ມາ. 24 ເມື່ອໂມທະນາຂອບພຣະຄຸນ ແລ້ວກໍຫັກເຂົ້າຈີ່ນັ້ນ ແລະກ່າວວ່າ, “ນີ້ແຫຼະ ແມ່ນກາຍຂອງເຮົາ ຊຶ່ງໃຫ້ສຳລັບພວກເຈົ້າ ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ.” 25 ເມື່ອຮັບປະທານເຂົ້າແລງແລ້ວ ພຣະອົງໄດ້ຊົງຈັບເອົາຈອກດ້ວຍອາການຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ ຄືພັນທະສັນຍາໃໝ່ໂດຍເລືອດຂອງເຮົາ ເມື່ອເຈົ້າດື່ມຈາກຈອກນີ້ເວລາໃດ ຈົ່ງດື່ມເປັນທີ່ລະນຶກເຖິງເຮົາ.” 26 ດ້ວຍວ່າ, ທຸກເທື່ອທີ່ພວກເຈົ້າກິນເຂົ້າຈີ່ນີ້ ແລະດື່ມຈາກຈອກນີ້ເວລາໃດ ພວກເຈົ້າກໍປະກາດການຕາຍຂອງອົງພຣະຜູ້ເປັນເຈົ້າ ຈົນກວ່າພຣະອົງຈະສະເດັດມາ. 27 ເຫດສະນັ້ນ ຖ້າຜູ້ໃດກິນເຂົ້າຈີ່ ຫລືດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ສົມຄວນ ຜູ້ນັ້ນກໍຜິດຕໍ່ພຣະກາຍ ແລະຕໍ່ພຣະໂລຫິດຂອງອົງພຣະຜູ້ເປັນເຈົ້າ. 28 ດັ່ງນັ້ນ ທຸກຄົນຈຶ່ງຄວນພິຈາລະນາເບິ່ງໃຈຂອງຕົນເອງກ່ອນ ແລ້ວຈຶ່ງກິນເຂົ້າຈີ່ແລະດື່ມຈາກຈອກນີ້. 29 ດ້ວຍວ່າ, ຜູ້ກິນແລະດື່ມ ໂດຍບໍ່ໄດ້ສັງເກດເຖິງພຣະກາຍ ກໍກິນແລະດື່ມເປັນເຫດໃຫ້ຕົນຖືກພິພາກສາລົງໂທດ. 30 ດ້ວຍເຫດນີ້, ຈຶ່ງມີຫລາຍຄົນໃນພວກເຈົ້າອ່ອນແຮງແລະເຈັບປ່ວຍ ແລະບາງຄົນກໍໄດ້ຕາຍໄປ. 31 ຖ້າພວກເຮົາພິຈາລະນາເບິ່ງໃຈຂອງພວກເຮົາເອງກ່ອນ ແລ້ວພວກເຮົາກໍຈະບໍ່ຖືກພິພາກສາລົງໂທດ. 32 ເມື່ອເຮົາທັງຫລາຍຖືກທຳໂທດ ໂດຍອົງພຣະຜູ້ເປັນເຈົ້ານັ້ນ ພວກເຮົາກໍຖືກພຣະອົງຊົງຕີສອນ ເພື່ອບໍ່ໃຫ້ເຮົາຖືກພິພາກສາລົງໂທດດ້ວຍກັນກັບໂລກ. 33 ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ ເມື່ອເຈົ້າທັງຫລາຍມາຮ່ວມປະຊຸມກັນຮັບປະທານອາຫານນັ້ນ ຈົ່ງຄອຍຖ້າຊຶ່ງກັນແລະກັນ. 34 ຖ້າມີຜູ້ໃດຫິວ ກໍໃຫ້ຜູ້ນັ້ນກິນທີ່ເຮືອນຂອງຕົນເສຍກ່ອນ ເພື່ອເວລາມາປະຊຸມກັນ ເຈົ້າທັງຫລາຍຈະບໍ່ຖືກການຊົງພິພາກສາລົງໂທດ. ສ່ວນເລື່ອງອື່ນໆນັ້ນ ເມື່ອເຮົາມາ ເຮົາຈະແນະນຳໃຫ້. |
@ 2012 United Bible Societies. All Rights Reserved.