1 ໂກຣິນໂທ 10 - ພຣະຄຳພີສັກສິຄຳຕັກເຕືອນບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ 1 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າລະນຶກເຖິງ ສິ່ງທີ່ໄດ້ເກີດຂຶ້ນກັບບັນພະບຸລຸດຂອງພວກເຮົາ ເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະຕ່າງກໍໄດ້ຜ່ານທະເລແດງໄປທຸກຄົນ. 2 ພວກເພິ່ນໄດ້ຮັບບັບຕິສະມາໃນເມກ ແລະໃນທະເລຮ່ວມກັບໂມເຊທຸກຄົນ. 3 ທຸກຄົນຕ່າງກໍໄດ້ກິນອາຫານທິບຢ່າງດຽວກັນ 4 ແລະໄດ້ດື່ມນໍ້າທິບຢ່າງດຽວກັນ. ດ້ວຍວ່າ, ພວກເພິ່ນໄດ້ດື່ມນໍ້າທີ່ໄຫລອອກມາຈາກສີລາສັກສິດທີ່ຕາມພວກເພິ່ນໄປ ສີລາສັກສິດນັ້ນ ກໍຄືພຣະຄຣິດນັ້ນເອງ. 5 ແຕ່ເຖິງປານນັ້ນກໍດີ ພຣະເຈົ້າກໍບໍ່ຊົງພໍພຣະໄທກັບຄົນສ່ວນຫລາຍໃນພວກເພິ່ນ ເຮົາຮູ້ໄດ້ ກໍເພາະພວກເພິ່ນລົ້ມຕາຍກະຈັດກະຈາຍໃນຖິ່ນແຫ້ງແລ້ງກັນດານ. 6 ເຫດການທັງໝົດເຫຼົ່ານີ້ ເປັນຕົວຢ່າງສຳລັບພວກເຮົາ ເພື່ອເຕືອນພວກເຮົາບໍ່ໃຫ້ມີໃຈປາຖະໜາຊົ່ວເໝືອນດັ່ງຄົນພວກນັ້ນ. 7 ຢ່າກາຍເປັນຄົນຂາບໄຫວ້ຮູບເຄົາຣົບ ເໝືອນບາງຄົນໃນພວກນັ້ນໄດ້ຂາບໄຫວ້ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ປະຊາຊົນໄດ້ນັ່ງລົງກິນແລະດື່ມ ແລ້ວກໍລຸກຂຶ້ນເຕັ້ນລຳ.” 8 ຢ່າໃຫ້ເຮົາທັງຫລາຍປະພຶດຜິດສິນທຳທາງເພດ ດັ່ງທີ່ບາງຄົນໃນພວກນັ້ນໄດ້ປະພຶດ ແລະພວກເຂົາກໍລົ້ມຕາຍໃນມື້ດຽວສອງໝື່ນສາມພັນຄົນ. 9 ຢ່າໃຫ້ພວກເຮົາທົດລອງອົງພຣະຜູ້ເປັນເຈົ້າ ດັ່ງທີ່ບາງຄົນໃນພວກນັ້ນໄດ້ທົດລອງ ແລະພວກເຂົາກໍຖືກຂ້າຕາຍດ້ວຍງູພິດຕອດ. 10 ພວກເຈົ້າຢ່າຈົ່ມ ດັ່ງທີ່ບາງຄົນໃນພວກນັ້ນໄດ້ຈົ່ມ ແລະພວກເຂົາກໍຖືກທຳລາຍດ້ວຍເພັດຊະຄາດ. 11 ເຫດການທັງໝົດເຫຼົ່ານີ້ ໄດ້ເກີດຂຶ້ນແກ່ບັນພະບຸລຸດຂອງພວກເຮົາ ກໍເພື່ອເປັນຕົວຢ່າງໃຫ້ແກ່ຜູ້ອື່ນ ແລະໄດ້ບັນທຶກເຫດການທັງໝົດນີ້ໄວ້ ເພື່ອເຕືອນສະຕິພວກເຮົາ ຊຶ່ງຢູ່ໃນຍຸກສຸດທ້າຍທີ່ກຳລັງຈະມາເຖິງ. 12 ດັ່ງນັ້ນ ຄົນທີ່ຄິດວ່າ ຕົນຕັ້ງໝັ້ນຄົງດີແລ້ວ ຈົ່ງລະວັງຕົວໃຫ້ດີ ຢ້ານວ່າຈະລົ້ມລົງ. 13 ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທຳ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງ ເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກໜີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້. 14 ເພາະສະນັ້ນ ພີ່ນ້ອງທີ່ຮັກທັງຫລາຍເອີຍ, ຈົ່ງເວັ້ນຈາກການຂາບໄຫວ້ຮູບເຄົາຣົບທັງສິ້ນ. 15 ເຮົາກ່າວແກ່ພວກເຈົ້າເໝືອນດັ່ງກ່າວກັບຄົນທີ່ມີປັນຍາ ຈົ່ງພິຈາລະນາເບິ່ງຖ້ອຍຄຳທີ່ເຮົາກ່າວນັ້ນເຖີດ. 16 ຈອກແຫ່ງພຣະພອນ ຊຶ່ງເຮົາຂໍພຣະພອນນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະໂລຫິດຂອງພຣະຄຣິດບໍ່ແມ່ນບໍ? ເຂົ້າຈີ່ຊຶ່ງເຮົາຫັກນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະກາຍຂອງພຣະຄຣິດບໍ່ແມ່ນບໍ? 17 ເຖິງແມ່ນວ່າ ພວກເຮົາມີຫລາຍຄົນ ເນື່ອງຈາກມີເຂົ້າຈີ່ກ້ອນດຽວ ພວກເຮົາກໍເປັນຮ່າງກາຍດຽວ ເພາະວ່າພວກເຮົາທຸກຄົນກິນເຂົ້າຈີ່ກ້ອນດຽວກັນ. 18 ຈົ່ງພິຈາລະນາເບິ່ງການປະຕິບັດຂອງຊົນຊາດອິດສະຣາເອນ ພວກທີ່ກິນເຄື່ອງຖວາຍແລ້ວນັ້ນ ກໍມີສ່ວນໃນແທ່ນບູຊານັ້ນບໍ່ແມ່ນບໍ? 19 ຖ້າເປັນເຊັ່ນນັ້ນ ເຮົາໝາຍຄວາມວ່າຢ່າງໃດ? ເຄື່ອງບູຊາທີ່ຖວາຍແກ່ຮູບເຄົາຣົບນັ້ນເປັນຂອງສັກສິດບໍ ຫລືຮູບເຄົາຣົບນັ້ນສັກສິດ? 20 ບໍ່ແມ່ນດອກ ເຮົາໝາຍຄວາມວ່າເຄື່ອງບູຊາ ຊຶ່ງຄົນບໍ່ນັບຖືພຣະເຈົ້າຖວາຍນັ້ນ ເຂົາຖວາຍແກ່ພວກຜີມານຮ້າຍ ບໍ່ແມ່ນຖວາຍແກ່ພຣະເຈົ້າ ເຮົາບໍ່ຢາກໃຫ້ພວກເຈົ້າມີສ່ວນຮ່ວມກັບພວກຜີມານຮ້າຍເຫຼົ່ານັ້ນ. 21 ພວກເຈົ້າດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າແດ່ ແລະດື່ມຈາກຈອກຂອງຜີມານຮ້າຍແດ່ ກໍບໍ່ຫ່ອນໄດ້ ພວກເຈົ້າກິນທີ່ໂຕະຂອງອົງພຣະຜູ້ເປັນເຈົ້າແດ່ ແລະກິນທີ່ໂຕະຂອງຜີມານຮ້າຍແດ່ ກໍບໍ່ໄດ້ເຊັ່ນກັນ. 22 ພວກເຮົາຈະຍຸຍົງໃຫ້ອົງພຣະຜູ້ເປັນເຈົ້າອິດສາຊັ້ນບໍ? ພວກເຮົາຄິດວ່າພວກເຮົາມີຣິດເດດຫລາຍກວ່າພຣະອົງບໍ? 23 “ເຮົາເຮັດສິ່ງສາລະພັດໄດ້ບໍ່ມີຜູ້ໃດຫ້າມ”, ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນເປັນປະໂຫຍດ “ເຮົາເຮັດສິ່ງສາລະພັດໄດ້ບໍ່ມີຜູ້ໃດຫ້າມ”, ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນຈະໃຫ້ຈະເລີນຂຶ້ນ. 24 ຢ່າໃຫ້ຜູ້ໃດໃນພວກເຈົ້າ ຫາຜົນປະໂຫຍດໃສ່ຕົນເອງ, ແຕ່ຈົ່ງເຫັນແກ່ປະໂຫຍດຂອງຄົນອື່ນດ້ວຍ. 25 ຊີ້ນທຸກຢ່າງທີ່ເຂົາຂາຍຕາມຕະຫລາດນັ້ນ ກິນໄດ້ໂດຍບໍ່ຕ້ອງຖາມສິ່ງໃດ ເພາະເຫັນແກ່ໃຈສຳນຶກຜິດແລະຊອບ. 26 ດ້ວຍວ່າ, “ແຜ່ນດິນໂລກກັບສັບພະທຸກສິ່ງໃນນັ້ນ ກໍເປັນຂອງອົງພຣະຜູ້ເປັນເຈົ້າ.” 27 ຖ້າຄົນທີ່ບໍ່ເຊື່ອຜູ້ໜຶ່ງ ເຊີນພວກເຈົ້າໄປຮ່ວມຮັບປະທານອາຫານ ແລະພວກເຈົ້າກໍເຕັມໃຈໄປ ຈົ່ງກິນອາຫານ ຊຶ່ງເຂົາຈັດໃຫ້ມາ ແລະວາງຕໍ່ໜ້າພວກເຈົ້າ ໂດຍບໍ່ຕ້ອງຖາມສິ່ງໃດ ເພາະເຫັນແກ່ໃຈສຳນຶກຜິດແລະຊອບຂອງພວກເຈົ້າ. 28 ແຕ່ຖ້າມີຜູ້ບອກພວກເຈົ້າວ່າ, “ອາຫານນີ້ເຂົາໄດ້ຖວາຍແກ່ຮູບເຄົາຣົບແລ້ວ” ກໍຢ່າສູ່ກິນອາຫານນັ້ນ ເພາະເຫັນແກ່ຜູ້ທີ່ບອກພວກເຈົ້າ ແລະເພາະເຫັນແກ່ໃຈສຳນຶກຜິດແລະຊອບ, ( 29 ບໍ່ແມ່ນເພາະເຫັນແກ່ໃຈສຳນຶກຜິດແລະຊອບຂອງພວກເຈົ້າເອງ ແຕ່ແມ່ນໃຈສຳນຶກຜິດແລະຊອບຂອງຄົນທີ່ບອກນັ້ນ). ບາງຄົນຖາມວ່າ, ເປັນຫຍັງເສລີພາບຂອງເຮົາຕ້ອງຖືກຂັດຂວາງ ໂດຍໃຈສຳນຶກຜິດແລະຊອບຂອງຄົນອື່ນ? 30 ຖ້າເຮົາໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານ ເປັນຫຍັງຄົນອື່ນຈຶ່ງຕ້ອງຕິຕຽນເຮົາກ່ຽວກັບອາຫານ ຊຶ່ງເຮົາໄດ້ຂອບພຣະຄຸນແລ້ວ? 31 ເຫດສະນັ້ນ ເມື່ອເຈົ້າທັງຫລາຍຈະກິນ ຈະດື່ມ ຫລືຈະເຮັດສິ່ງໃດກໍດີ ຈົ່ງເຮັດທຸກສິ່ງເພື່ອຖວາຍພຣະກຽດແດ່ພຣະເຈົ້າ. 32 ຢ່າເປັນຕົ້ນເຫດ ທີ່ເຮັດໃຫ້ພວກຢິວ ພວກຕ່າງຊາດ ຫລືຄຣິສຕະຈັກຂອງພຣະເຈົ້າສະດຸດໃຈ. 33 ເໝືອນດັ່ງເຮົາເອງເຄີຍເຮັດທຸກຢ່າງ ໃຫ້ເປັນທີ່ພໍໃຈຄົນທັງປວງ ໂດຍບໍ່ເຫັນແກ່ປະໂຫຍດສ່ວນຕົວ ແຕ່ເຫັນແກ່ປະໂຫຍດຂອງຄົນທັງຫລາຍ ເພື່ອພວກເຂົາຈະໄດ້ພົ້ນ. |
@ 2012 United Bible Societies. All Rights Reserved.