1 ໂກຣິນໂທ 1 - ພຣະຄຳພີສັກສິ1 ຈາກໂປໂລ ຜູ້ທີ່ພຣະເຈົ້າໄດ້ເອີ້ນເອົາຕາມນໍ້າພຣະໄທ ໃຫ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ແລະຈາກໂຊຊະເຖນ ນ້ອງຊາຍຂອງພວກເຮົາ. 2 ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ ຜູ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າທຸກຄົນ ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນດ້ວຍກັນໃນພຣະຄຣິດເຈົ້າເຢຊູ ກັບຄົນທັງຫລາຍໃນທຸກແຫ່ງຫົນ ທີ່ຮ້ອງອອກພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຄືອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະຂອງພວກເຮົາດ້ວຍ. 3 ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ກັບອົງພຣະເຢຊູຄຣິດເຈົ້າ ໂຜດໃຫ້ພຣະຄຸນແລະສັນຕິສຸກແກ່ພວກເຈົ້າດ້ວຍເທີ້ນ. ພຣະພອນທັງຫລາຍທີ່ມາໂດຍທາງພຣະຄຣິດ 4 ເຮົາໂມທະນາຂອບພຣະຄຸນພຣະເຈົ້າຢູ່ສະເໝີ ສຳລັບພຣະຄຸນທີ່ພຣະອົງໄດ້ມອບໃຫ້ພວກເຈົ້າ ໂດຍທາງພຣະເຢຊູຄຣິດເຈົ້າ. 5 ດ້ວຍວ່າ, ໃນພຣະອົງນັ້ນ ພວກເຈົ້າຈຶ່ງກາຍເປັນຜູ້ຄົບບໍຣິບູນໃນທຸກສິ່ງ ທັງວາຈາແລະຄວາມຮູ້ທຸກຢ່າງ. 6 ດ້ວຍຄຳພະຍານເລື່ອງພຣະຄຣິດ ໄດ້ເປັນທີ່ຍອມຮັບຢ່າງໝັ້ນຄົງໃນທ່າມກາງພວກເຈົ້າແລ້ວ 7 ຈົນພວກເຈົ້າບໍ່ໄດ້ຂາດເຂີນຂອງພຣະຣາຊທານຈັກຢ່າງ ຂະນະທີ່ພວກເຈົ້າຄອງຄອຍຖ້າດ້ວຍຄວາມຫວັງ ໃນການສະເດັດມາປາກົດຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. 8 ພຣະອົງຈະໂຜດຊ່ວຍພວກເຈົ້າໃຫ້ຕັ້ງໝັ້ນຄົງຈົນເຖິງທີ່ສຸດ ເພື່ອວ່າໃນວັນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ ພວກເຈົ້າຈະບໍ່ຖືກຕຳໜິ. 9 ພຣະເຈົ້າສັດຊື່ ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ສຳພັນສະໜິດກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າ ພຣະອົງເຈົ້າຂອງພວກເຮົາ. ການແບ່ງແຍກໃນຄຣິສຕະຈັກ 10 ພີ່ນ້ອງທັງຫລາຍເອີຍ, ໂດຍສິດອຳນາດຂອງພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ເຮົາຂໍຮ້ອງພວກເຈົ້າທຸກຄົນ ໃຫ້ພວກເຈົ້າກ່າວຄວາມດຽວກັນ ແລະບໍ່ໃຫ້ຖືພັກຖືພວກ ແຕ່ຈົ່ງຮ່ວມເຂົ້າກັນເປັນນໍ້າໜຶ່ງໃຈດຽວ ແລະມີຈຸດປະສົງຢ່າງດຽວກັນ. 11 ພີ່ນ້ອງທັງຫລາຍເອີຍ, ເພາະມີບາງຄົນ ຈາກກຸ່ມຂອງນາງຂະໂລເອ ໄດ້ເລົ່າໃຫ້ເຮົາຟັງວ່າ, ໄດ້ເກີດມີການຜິດຂ້ອງຕ້ອງຖຽງກັນໃນທ່າມກາງພວກເຈົ້າ. 12 ເຮົາໝາຍຄວາມວ່າຢ່າງນີ້: ແຕ່ລະຄົນໃນພວກເຈົ້າເວົ້າບໍ່ຖືກຕ້ອງປອງດອງກັນ ຜູ້ໜຶ່ງເວົ້າວ່າ, “ຂ້ອຍຕິດຕາມໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມອາໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມເປໂຕ” ແລະຜູ້ອື່ນອີກເວົ້າວ່າ, “ຂ້ອຍຕິດຕາມພຣະຄຣິດ.” 13 ພຣະຄຣິດແບ່ງເປັນຫລາຍອົງແລ້ວບໍ? ໂປໂລຖືກຄຶງທີ່ໄມ້ກາງແຂນເພື່ອພວກເຈົ້າຊັ້ນບໍ? ພວກເຈົ້າຮັບບັບຕິສະມາໃນນາມຂອງໂປໂລຊັ້ນບໍ? 14 ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ທີ່ເຮົາບໍ່ໄດ້ໃຫ້ຜູ້ໃດໃນພວກເຈົ້າຮັບບັບຕິສະມາ ນອກຈາກທ່ານກີສະໂປ ແລະ ທ່ານໄຄໂຢ. 15 ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດເວົ້າໄດ້ວ່າ ພວກເຈົ້າໄດ້ຮັບບັບຕິສະມາໃນນາມຂອງເຮົາ. ( 16 ແມ່ນແທ້ ເຮົາໄດ້ໃຫ້ສະເຕຟານາ ແລະຄອບຄົວຂອງລາວຮັບບັບຕິສະມາດ້ວຍ, ແຕ່ນອກຈາກຄົນເຫຼົ່ານັ້ນແລ້ວ ເຮົາກໍບໍ່ຮູ້ວ່າ ເຮົາໄດ້ໃຫ້ຜູ້ໃດອີກແດ່ຮັບບັບຕິສະມາ). 17 ພຣະຄຣິດບໍ່ໄດ້ໃຊ້ເຮົາໄປ ເພື່ອໃຫ້ເຮັດພິທີຮັບບັບຕິສະມາ, ແຕ່ພຣະອົງໃຊ້ເຮົາໄປເພື່ອໃຫ້ປະກາດຂ່າວປະເສີດ ແລະບໍ່ແມ່ນໃຊ້ຄຳເວົ້າແຫ່ງສະຕິປັນຍາມະນຸດ ເພື່ອວ່າໄມ້ກາງແຂນພຣະຄຣິດນັ້ນຈະບໍ່ເສຍປະໂຫຍດ. ພຣະຄຣິດຄືຣິດອຳນາດ ແລະພຣະປັນຍາຂອງພຣະເຈົ້າ 18 ເລື່ອງຄວາມຕາຍຂອງພຣະຄຣິດທີ່ໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບພວກທີ່ກຳລັງຈິບຫາຍໄປ, ແຕ່ສຳລັບພວກເຮົາທີ່ກຳລັງຮັບຄວາມພົ້ນນັ້ນ ຖືວ່າເປັນຣິດອຳນາດຂອງພຣະເຈົ້າ. 19 ເພາະມີຄຳຂຽນໄວ້ແລ້ວວ່າ, “ເຮົາຈະທຳລາຍປັນຍາ ຂອງຄົນມີປັນຍາ ເຮົາຈະໃຫ້ຄວາມສະຫລາດ ຂອງຄົນສະຫລາດສູນເສຍໄປ.” 20 ຄົນມີປັນຍາຢູ່ໃສ? ຫລືຄົນສະຫລາດຢູ່ໃສ? ຫລືນັກໂຕ້ຕອບບັນຫາຂອງໂລກນີ້ຢູ່ໃສ? ພຣະເຈົ້າກະທຳໃຫ້ເຫັນວ່າ ປັນຍາຂອງຝ່າຍໂລກນີ້ເປັນຄວາມໂງ່ 21 ເພາະຕາມພຣະສະຕິປັນຍາຂອງພຣະເຈົ້າ ເຫັນວ່າ ມະນຸດບໍ່ສາມາດຮູ້ຈັກພຣະອົງໄດ້ດ້ວຍປັນຍາຂອງເຂົາເອງ ແຕ່ພຣະອົງພໍໃຈໃຊ້ຂ່າວເລື່ອງທີ່ເຂົາຖືວ່າໂງ່ ຊຶ່ງພວກເຮົາປະກາດຢູ່ນັ້ນ ເພື່ອຊ່ວຍຜູ້ທີ່ເຊື່ອໃຫ້ພົ້ນ. 22 ຝ່າຍພວກຢິວກໍຕ້ອງການເຫັນໝາຍສຳຄັນ ແລະພວກຕ່າງຊາດກໍຊອກສະແຫວງຫາປັນຍາ. 23 ແຕ່ສຳລັບພວກເຮົາແລ້ວ ພວກເຮົາປະກາດເລື່ອງພຣະຄຣິດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ ອັນເປັນເລື່ອງທີ່ພວກຢິວຊຸນສະດຸດ ແລະເປັນເລື່ອງທີ່ພວກຕ່າງຊາດຖືວ່າໂງ່, 24 ແຕ່ສຳລັບພວກທີ່ພຣະເຈົ້າເອີ້ນໄວ້ແລ້ວນັ້ນ ບໍ່ວ່າຄົນຢິວ ຫລືຄົນຕ່າງຊາດກໍຕາມ ເຂົາຖືວ່າພຣະຄຣິດເປັນຣິດອຳນາດ ແລະເປັນສະຕິປັນຍາຂອງພຣະເຈົ້າ. 25 ເພາະສິ່ງທີ່ເບິ່ງຄືວ່າ ເປັນຄວາມໂງ່ຂອງພຣະເຈົ້າ ກໍຍັງສະຫລາດກວ່າປັນຍາຂອງມະນຸດ ແລະສິ່ງທີ່ເບິ່ງຄືວ່າ ເປັນຄວາມອ່ອນແຮງຂອງພຣະເຈົ້າ ກໍຍັງແຂງແຮງກວ່າກຳລັງຂອງມະນຸດ. 26 ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າທີ່ພຣະເຈົ້າໄດ້ຊົງໂຜດເອີ້ນມານັ້ນ ເປັນຄົນຢ່າງໃດ? ຄືຄົນທີ່ມະນຸດຖືວ່າສະຫລາດກໍມີໜ້ອຍຄົນ, ຄົນທີ່ມີອຳນາດກໍມີໜ້ອຍຄົນ ຄົນທີ່ມີຖານະສູງກໍມີໜ້ອຍຄົນ. 27 ແຕ່ພຣະເຈົ້າໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າໂງ່ ເພື່ອໃຫ້ຄົນສະຫລາດຖືກອັບອາຍ ແລະພຣະອົງໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າອ່ອນກຳລັງ ເພື່ອໃຫ້ຄົນທີ່ມີກຳລັງຖືກອັບອາຍ. 28 ພຣະອົງໄດ້ເລືອກເອົາສິ່ງທີ່ມະນຸດຖືວ່າຕໍ່າຕ້ອຍ ແລະໜ້າກຽດຊັງ ແລະບໍ່ສຳຄັນຫຍັງ ເພື່ອທຳລາຍສິ່ງທີ່ໂລກເຫັນວ່າສຳຄັນ. 29 ເພື່ອວ່າ ບໍ່ໃຫ້ມະນຸດຄົນໃດອວດຕົວໄດ້ຊ້ອງໜ້າພຣະເຈົ້າ. 30 ໂດຍພຣະອົງນັ້ນ, ເຈົ້າທັງຫລາຍຈຶ່ງຢູ່ໃນພຣະຄຣິດເຈົ້າເຢຊູ, ຜູ້ຊົງເປັນປັນຍາຈາກພຣະເຈົ້າ ແລະຊົງເປັນຜູ້ເຮັດໃຫ້ເຮົາຊອບທຳ ແລະຊົງຊຳລະເຮົາໃຫ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ແລະຊົງໄຖ່ເຮົາໃຫ້ພົ້ນ. 31 ເພື່ອໃຫ້ເປັນໄປຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ຢາກອວດອ້າງນັ້ນ ຈົ່ງເອົາອົງພຣະຜູ້ເປັນເຈົ້າມາອວດອ້າງ.” |
@ 2012 United Bible Societies. All Rights Reserved.