1 ຂ່າວຄາວ 9 - ພຣະຄຳພີສັກສິພວກທີ່ຖືກຈັບໄປກັບຄືນມາ 1 ຊາວອິດສະຣາເອນທັງໝົດທີ່ຂຶ້ນທະບຽນລາຍຊື່ຂອງຕົນຕາມຄອບຄົວຕ່າງໆ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ ຕາມການແຈ້ງໃຫ້ຊາບນີ້. ຊາວຢູດາໄດ້ຖືກຈັບໄປເປັນຊະເລີຍທີ່ນະຄອນບາບີໂລນເປັນການລົງໂທດ ເພາະພວກເຂົາໄດ້ເຮັດບາບ. 2 ພວກທຳອິດທີ່ກັບຄືນມາສູ່ທີ່ດິນຂອງຕົນຕາມເມືອງຕ່າງໆ ມີທັງຊາວອິດສະຣາເອນຄົນທຳມະດາ, ປະໂຣຫິດ, ຊາວເລວີ ແລະຄົນຮັບໃຊ້ໃນພຣະວິຫານຮວມຢູ່ດ້ວຍ. 3 ປະຊາຊົນຈາກເຜົ່າຢູດາ, ເບັນຢາມິນ, ເອຟຣາອິມແລະມານາເຊໄດ້ໄປອາໄສຢູ່ໃນນະຄອນເຢຣູຊາເລັມ. 4-6 ເຜົ່າຢູດາ ຫົກຮ້ອຍເກົ້າສິບຄອບຄົວ ໄດ້ໄປອາໄສຢູ່ໃນນະຄອນເຢຣູຊາເລັມ. ເຊື້ອສາຍຂອງເປເຣັດລູກຊາຍຂອງຢູດາ ມີຜູ້ນຳຊື່ວ່າອູໄທເປັນລູກຊາຍຂອງອາມມີຮຸດແລະຫລານຊາຍຂອງອົມຣີ. ສ່ວນບັນພະບຸລຸດຄົນອື່ນໆຂອງລາວນັ້ນແມ່ນອິມຣີແລະບານີ. ເຊື້ອສາຍຂອງເຊລາລູກຊາຍຂອງຢູດາ ມີຜູ້ນຳຊື່ວ່າ ອາສາອີຢາ ຜູ້ເປັນຫົວໜ້າຄອບຄົວຂອງລາວເອງ. ເຊື້ອສາຍຂອງເຊຣາລູກຊາຍຂອງຢູດາ ມີຜູ້ນຳຊື່ວ່າ ເຢອູເອນ. 7-8 ສະມາຊິກຂອງເຜົ່າເບັນຢາມິນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ສານລູ ເປັນລູກຊາຍຂອງເມຊຸນລຳ, ເມຊຸນລຳ ເປັນລູກຊາຍຂອງໂຮດາວິຢາ ແລະໂຮດາວິຢາ ເປັນລູກຊາຍຂອງຮັດເສນູຢາ ອິບເນອີຢາ ເປັນລູກຊາຍຂອງເຢໂຣຮາມ ເອລາ ເປັນລູກຊາຍຂອງອຸດຊີແລະຫລານຊາຍຂອງມີກະຣີ ເມຊຸນລຳ ເປັນລູກຊາຍຂອງເຊຟາຕີຢາແລະຫລານຊາຍຂອງເຣອູເອນ ແລະເຣອູເອນ ເປັນລູກຊາຍຂອງອິບນີຢາ. 9 ເຜົ່າເບັນຢາມິນ ເກົ້າຮ້ອຍຫ້າສິບຫົກຄອບຄົວ ໄດ້ອາໄສຢູ່ທີ່ນັ້ນ. ຊາຍທຸກຄົນທີ່ໄດ້ມີຊື່ຢູ່ຂ້າງເທິງນັ້ນເປັນຫົວໜ້າຄອບຄົວທັງໝົດ. ບັນດາປະໂຣຫິດທີ່ຢູ່ໃນນະຄອນເຢຣູຊາເລັມ 10 ຕໍ່ໄປນີ້ແມ່ນບັນດາປະໂຣຫິດທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ເຢດາອີຢາ, ເຢໂຮຍອາຣິບ, ຢາກິນ 11 ແລະອາຊາຣີຢາ ເປັນລູກຊາຍຂອງຮິນກີຢາ (ຫົວໜ້າເຈົ້າໜ້າທີ່ປະຈຳວິຫານຂອງພຣະເຈົ້າ), ຜູ້ເປັນລູກຊາຍຂອງເມຊຸນລຳ, ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງເມຣາອີໂຢດ, ຜູ້ເປັນລູກຊາຍຂອງອາຮີຕຸບ 12 ແລະອາດາອີຢາ ເປັນລູກຊາຍຂອງເຢໂຣຮາມ, ຜູ້ເປັນລູກຊາຍຂອງປັດຊູ, ຜູ້ເປັນລູກຊາຍຂອງມັນກີຢາ, ແລະມາອາໄສ ເປັນລູກຊາຍຂອງອາດີເອນ, ຜູ້ເປັນລູກຊາຍຂອງຢາຮະເຊຣາ, ຜູ້ເປັນລູກຊາຍຂອງເມຊຸນລຳ, ຜູ້ເປັນລູກຊາຍຂອງເມຊິນເລມິດ, ຜູ້ເປັນລູກຊາຍຂອງອິມເມ. 13 ບັນດາປະໂຣຫິດຜູ້ເປັນຫົວໜ້າຄອບຄົວ ມີລວມທັງໝົດ ໜຶ່ງພັນເຈັດຮ້ອຍຫົກສິບຄົນ. ພວກເຂົາລ້ວນແລ້ວແຕ່ຊ່ຽວຊານກັບວຽກງານທີ່ໄດ້ປະຕິບັດໃນວິຫານຂອງພຣະເຈົ້າ. ຊາວເລວີທີ່ຢູ່ໃນນະຄອນເຢຣູຊາເລັມ 14 ຕໍ່ໄປນີ້ແມ່ນຊາວເລວີທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ເຊມາອີຢາ ເປັນລູກຊາຍຂອງຮັດຊຸບ, ຜູ້ເປັນລູກຊາຍຂອງອາຊະຣີກຳ, ຜູ້ເປັນລູກຊາຍຂອງຮາຊາບີຢາແຫ່ງຕະກຸນເມຣາຣີ 15 ແລະ ບັກບັກກາ, ເຮເຣັດ ແລະກາລານ ມັດຕານີຢາ ລູກຊາຍຂອງມີກາ, ຜູ້ເປັນລູກຊາຍຂອງຊີກະຣີ, ຜູ້ເປັນລູກຊາຍຂອງອາສັບ 16 ແລະ ໂອບາດີຢາ ລູກຊາຍຂອງເຊມາອີຢາ, ຜູ້ເປັນລູກຊາຍຂອງກາລານ, ຜູ້ເປັນລູກຊາຍຂອງເຢດູທູນ ແລະ ເບເຣກີຢາ ລູກຊາຍຂອງອາສາແລະຫລານຊາຍຂອງເອນການາ ຜູ້ໄດ້ອາໄສຢູ່ໃນເຂດແດນທີ່ເປັນເມືອງຂອງເນໂຕຟາ. ຄົນເຝົ້າຍາມພຣະວິຫານທີ່ຢູ່ໃນນະຄອນເຢຣູຊາເລັມ 17 ຕໍ່ໄປນີ້ແມ່ນຄົນເຝົ້າຍາມພຣະວິຫານທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ຊານລູມ, ອັກກຸບ, ຕານໂມນ ແລະອາຮີມານ. ຊານລູມເປັນຜູ້ນຳຂອງພວກເຂົາ. 18 ນັບລົງໄປເຖິງສະໄໝນັ້ນ ບັນດາສະມາຊິກໃນຕະກຸນຂອງພວກເຂົາ ແມ່ນໄດ້ຕັ້ງກອງປະຈຳການທາງດ້ານຕາເວັນອອກຂອງພຣະວິຫານ ທີ່ປະຕູເຂົ້າຂອງກະສັດ. ແຕ່ກ່ອນພວກເຂົາໄດ້ຢືນເຝົ້າຍາມທີ່ທາງປະຕູເຂົ້າຄ້າຍພັກຂອງຊາວເລວີ. 19 ຊານລູມ ລູກຊາຍຂອງໂກເຣແລະຫລານຊາຍຂອງເອບີອາສັບ ພ້ອມດ້ວຍພວກພີ່ນ້ອງໃນຕະກຸນໂກຣາ ຮັບຜິດຊອບເຝົ້າຍາມປະຕູເຂົ້າຫໍເຕັນຂອງພຣະເຈົ້າຢາເວ; ເຊັ່ນດຽວກັນກັບພວກບັນພະບຸລຸດຂອງພວກເຂົາທີ່ໄດ້ເຄີຍປະຕິບັດມາ ສະໄໝທີ່ພວກເຂົາໄດ້ຮັບຜິດຊອບຫໍເຕັນ. 20 ຟີເນຮາ ລູກຊາຍຂອງເອເລອາຊາໄດ້ເຄີຍປົກຄອງພວກເຂົາມາຄັ້ງໜຶ່ງ. ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ນຳລາວດ້ວຍ. 21 ເຊກາຣີຢາລູກຊາຍຂອງເມເຊເລມີຢາ ເຊັ່ນດຽວກັນເປັນຄົນເຝົ້າຍາມທາງເຂົ້າຫໍເຕັນບ່ອນຊຸມນຸມ. 22 ຜູ້ທີ່ໄດ້ຖືກເລືອກໃຫ້ເຝົ້າຍາມປະຕູເຂົ້າແລະທາງເຂົ້າມີສອງຮ້ອຍສິບສອງຄົນ. ພວກເຂົາໄດ້ຖືກຈົດຊື່ເຂົ້າບັນຊີຕາມບ້ານຕ່າງໆທີ່ພວກເຂົາໄດ້ອາໄສຢູ່. ແມ່ນກະສັດດາວິດແລະຜູ້ທຳນວາຍຊາມູເອນ ທີ່ໄດ້ໃຫ້ບັນພະບຸລຸດຂອງພວກເຂົາຮັບໜ້າທີ່ນີ້. 23 ພວກເຂົາແລະເຊື້ອສາຍໄດ້ສືບຕໍ່ເຝົ້າຍາມປະຕູທັງຫຼາຍຂອງວິຫານແຫ່ງພຣະເຈົ້າຢາເວ, ວິຫານແຫ່ງຫໍເຕັນ. 24 ປະຕູນັ້ນປິ່ນໜ້າໃສ່ທຸກທິດເຊັ່ນ: ເໜືອ, ໃຕ້, ຕາເວັນອອກ ແລະຕາເວັນຕົກ ແລະແຕ່ລະປະຕູກໍມີນາຍຍາມເຝົ້າຢູ່. 25 ຄົນເຝົ້າຍາມເຫຼົ່ານີ້ມີພີ່ນ້ອງທີ່ໄດ້ອາໄສຢູ່ໃນບ້ານເປັນຜູ້ຊ່ວຍ ແລະໄດ້ປ່ຽນຜຽນກັນມາເຝົ້າຍາມທຸກໆເຈັດວັນ. 26 ນາຍເຝົ້າຍາມສີ່ຄົນແມ່ນຊາວເລວີ ແລະພວກເຂົາມີຄວາມຮັບຜິດຊອບຢ່າງເດັດຂາດ. ພວກເຂົາຮັບຜິດຊອບຫ້ອງຕ່າງໆແລະຊັບສົມບັດຕ່າງໆທີ່ເປັນຂອງພຣະວິຫານຂອງອົງພຣະຜູ້ເປັນເຈົ້າ. 27 ພວກເຂົາຢູ່ໃກ້ກັບວິຫານຂອງພຣະເຈົ້າເພາະແມ່ນໜ້າທີ່ຂອງພວກເຂົາທີ່ຈະຮັກສາແລະໄຂປະຕູທີ່ທາງເຂົ້າໃນທີ່ນັ້ນທຸກໆເຊົ້າ. ຊາວເລວີພວກອື່ນໆ 28 ຊາວເລວີອື່ນໆຮັບຜິດຊອບເຄື່ອງໃຊ້ຕ່າງໆທີ່ໄດ້ໃຊ້ໃນການນະມັດສະການ. ພວກເຂົາກວດນັບທຸກເທື່ອ ທີ່ມີຜູ້ເອົາອອກໄປໃຊ້ແລະເອົາມາສົ່ງຄືນ. 29 ຄົນອື່ນຮັບເບິ່ງແຍງເຄື່ອງໃຊ້ສັກສິດອື່ນໆແລະດູແລແປ້ງ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ເຄື່ອງຫອມ ແລະເຄື່ອງເທດ. 30 ແຕ່ຄວາມຮັບຜິດຊອບປຸງເຄື່ອງເທດນັ້ນແມ່ນໜ້າທີ່ຂອງພວກປະໂຣຫິດ. 31 ຄົນເລວີຜູ້ໜຶ່ງຊື່ມັດຕີທີຢາ ລູກຊາຍກົກຂອງຊານລູມແຫ່ງຕະກຸນໂກຣາ ເປັນຜູ້ຮັບຜິດຊອບເຄື່ອງປີ້ງຖວາຍ. 32 ສະມາຊິກໃນຕະກຸນຂອງໂກຮາດເປັນຜູ້ຮັບຜິດຊອບ ຈັດແຈ່ງເຂົ້າຈີ່ສັກສິດ ລຽນໄວ້ເປັນແຖວ, ເພື່ອຈັດຕຽມເຂົ້າຈີ່ນັ້ນທຸກໆວັນຊະບາໂຕ. 33 ຊາວເລວີບາງຄອບຄົວຮັບຜິດຊອບດົນຕຼີໃນພຣະວິຫານ. ຫົວໜ້າຄອບຄົວເຫຼົ່ານີ້ໄດ້ຢູ່ໃນຕຶກອື່ນໆຂອງພຣະວິຫານ ແລະໄດ້ຖືກຍົກເວັ້ນຈາກໜ້າທີ່ອື່ນໆ ຍ້ອນພວກເຂົາຮັບຜິດຊອບເຮັດວຽກທັງເວັນແລະທັງຄືນ. 34 ພວກຜູ້ຊາຍທີ່ໄດ້ກ່າວຊື່ມານັ້ນແມ່ນຫົວໜ້າຄອບຄົວຊາວເລວີທັງຫລາຍ ຕາມເຊື້ອສາຍບັນພະບຸລຸດຂອງພວກເຂົາ. ພວກເຂົາເປັນຜູ້ນຳທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ. ບັນພະບຸລຸດຂອງກະສັດໂຊນ ( 1 ຂຄ 8:29-38 ) 35 ເຢອີເອນ ໄດ້ສ້າງເມືອງກີເບໂອນ ແລະໄດ້ຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນ. ເມຍຂອງເພິ່ນຊື່ວ່າ ມາອາກາ. 36 ລູກຊາຍກົກຂອງເພິ່ນຊື່ວ່າ ອັບໂດນ ແລະລູກຊາຍຄົນອື່ນໆຂອງເພິ່ນ ມີດັ່ງນີ້: ຊູຣະ, ກີເຊ, ບາອານ, ເນຣະ, ນາດາບ, 37 ເກໂດເຣ, ອາຮີໂອ, ເຊກາຣີຢາ ແລະມີກໂລດ, 38 ຜູ້ເປັນພໍ່ຂອງຊີເມຢາ. ເຊື້ອສາຍຂອງເພິ່ນໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ໃກ້ກັບຄອບຄົວອື່ນໆໃນຕະກຸນຂອງພວກເຂົາ. 39 ເນຣະເປັນພໍ່ຂອງກີເຊ ແລະກີເຊເປັນພໍ່ຂອງໂຊນ. ໂຊນມີລູກຊາຍສີ່ຄົນ ດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະເອຊະບາອານ. 40 ສ່ວນໂຢນາທານນັ້ນເປັນພໍ່ຂອງເມຣິບບາອານ, ແລະເມຣິບບາອານເປັນພໍ່ຂອງມີກາ. 41 ມີກາມີລູກຊາຍສີ່ຄົນ ດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະອາຮາດ. 42 ອາຮາດເປັນພໍ່ຂອງຢາຣາ ແລະຢາຣາມີລູກຊາຍສາມຄົນ ດັ່ງນີ້: ອາເລເມດ, ອາຊະມາເວດ ແລະຊິມຣີ. ຊິມຣີເປັນພໍ່ຂອງໂມຊາ, 43 ໂມຊາເປັນພໍ່ຂອງບີເນອາ, ບີເນອາເປັນພໍ່ຂອງເຣຟາອີຢາ, ເຣຟາອີຢາເປັນພໍ່ຂອງເອເລອາສາ ແລະເອເລອາສາເປັນພໍ່ຂອງອາເຊນ. 44 ອາເຊນມີລູກຊາຍຫົກຄົນ ດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະຮານານ. |
@ 2012 United Bible Societies. All Rights Reserved.