1 ຂ່າວຄາວ 8 - ພຣະຄຳພີສັກສິເຊື້ອສາຍຂອງເບັນຢາມິນ 1 ເບັນຢາມິນມີລູກຊາຍຫ້າຄົນຊຶ່ງຕາມລຳດັບອາຍຸແລ້ວ ມີດັ່ງນີ້: ເບລາ, ອາຊະເບັນ, ອາຮາຣາ, 2 ໂນຮາ ແລະຣາຟາ. 3 ເຊື້ອສາຍຂອງເບລາ ມີດັ່ງນີ້: ອັດດາ, ເກຣາ, ອາບີຮຸດ, 4 ອາບີຊູອາ, ນາອາມານ, ອາໂຮຢາ, 5 ເກຣາ, ເຊຟູຟານ ແລະຮູຣາມ. 6-7 ເຊື້ອສາຍຂອງເອຮຸດ ມີດັ່ງນີ້: ນາອາມານ, ອາຮີຢາ, ເກຣາ. ພວກເຂົາເປັນຫົວໜ້າຄອບຄົວທີ່ອາໄສຢູ່ໃນເກບາ ແຕ່ຖືກບັງຄັບໃຫ້ອອກໄປອາໄສຢູ່ທີ່ມານາຮາດ. ເກຣາ ພໍ່ຂອງອຸດຊາແລະອາຮີຮຸດໄດ້ເປັນຜູ້ນຳພາໃນການຍົກຍ້າຍເທື່ອນີ້. 8-9 ຊາຮາຣາອິມໄດ້ຢ່າຮ້າງກັບນາງຮູຊິມ ແລະບາອາຣາ ເມຍທັງສອງຂອງຕົນ. ຕໍ່ມາ ເມື່ອລາວໄດ້ອາໄສຢູ່ໃນດິນແດນໂມອາບ ລາວໄດ້ແຕ່ງງານກັບນາງໂຮເດັດ ແລະມີລູກຊາຍເຈັດຄົນ ດັ່ງນີ້: ໂຢບັບ, ຊີບີອາ, ເມຊາ, ມັນກຳ, 10 ເຢອູດ, ສາຄີອາ ແລະມີຣະມາ. ລູກຊາຍຂອງລາວທຸກຄົນໄດ້ເປັນຜູ້ນຳຄອບຄົວ. 11 ເພິ່ນມີລູກຊາຍສອງຄົນນຳນາງຮູຊິມເຊັ່ນກັນ ດັ່ງນີ້: ອາບີຕຸບແລະເອນປາອານ. 12 ເອນປາອານມີລູກຊາຍສາມຄົນ ດັ່ງນີ້: ເອເບ, ມີຊາມ ແລະເຊເມັດ. ແມ່ນເຊເມັດນີ້ເອງທີ່ເປັນຜູ້ສ້າງເມືອງຕ່າງໆຂອງໂອໂນແລະໂລດ ຕະຫລອດທັງໝູ່ບ້ານຕ່າງໆທີ່ຢູ່ອ້ອມແອ້ມນັ້ນ. ຊາວເບັນຢາມິນໃນເມືອງກາດແລະໄອຢາໂລນ 13 ເບຣິຢາແລະເຊມາເປັນຫົວໜ້າຄອບຄົວຕ່າງໆ ທີ່ຕັ້ງຫຼັກແຫຼ່ງຢູ່ໃນເມືອງໄອຢາໂລນ ແລະໄດ້ຂັບໄລ່ປະຊາຊົນທີ່ເຄີຍອາໄສຢູ່ໃນເມືອງກາດອອກໄປ. 14 ເຊື້ອສາຍຂອງເບຣິຢາ ມີດັ່ງນີ້: ອາຮີໂອ, ຊາຊັກ, ເຢເຣໂມດ, 15 ເຊບາດີຢາ, ອາຣາດ, ເອເດ, 16 ມີກາເອນ, ອີຊະປາ ແລະໂຢຮາ. ຊາວເບັນຢາມິນໃນນະຄອນເຢຣູຊາເລັມ 17 ເຊື້ອສາຍຂອງເອນປາອານ ມີດັ່ງນີ້: ເຊບາດີຢາ, ເມຊຸນລຳ, ຮີຊະກີ, ເຮເບ, 18 ອີຊະເມຣາຍ, ອີຊະລີຢາ ແລະໂຢບັບ. 19 ເຊື້ອສາຍຂອງຊີເມອີ ມີດັ່ງນີ້: ຢາກີມ, ຊີກະຣີ, ຊັບດີ, 20 ເອລີເອນາຍ, ຊິນເລໄທ, ເອລີເອນ, 21 ອາດາອີຢາ, ເບຣາອີຢາ ແລະຊິມຣາດ. 22 ເຊື້ອສາຍຂອງຊາຊັກ ມີດັ່ງນີ້: ອີຊະປັນ, ເອເບ, ເອລີເອນ, 23 ອັບໂດນ, ຊີກະຣີ, ຮານານ, 24 ຮານານີຢາ, ເອລາມ, ອັນໂທທິຢາ, 25 ອິບເດອີຢາ ແລະເປນູເອນ. 26 ເຊື້ອສາຍຂອງເຢໂຣຮາມ ມີດັ່ງນີ້: ຊາມເຊໄຣ, ເຊຮາຣີຢາ, ອາທາລີຢາ, 27 ຢາອາເຣຊີຢາ, ເອລີຢາ ແລະຊີກະຣີ. 28 ຄົນເຫຼົ່ານີ້ແມ່ນບັນພະບຸລຸດທີ່ເປັນຫົວໜ້າຄອບຄົວຕ່າງໆ ແລະເຊື້ອສາຍຄົນສຳຄັນຂອງພວກເຂົາທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ. ຊາວເບັນຢາມິນໃນກີເບໂອນແລະເຢຣູຊາເລັມ 29 ເຢອີເອນ ເປັນພໍ່ຂອງກີເບໂອນ ແລະໄດ້ອາໄສຢູ່ກີເບໂອນ. ເມຍຂອງລາວຊື່ວ່າ ມາອາກາ, 30 ແລະລູກຊາຍກົກຂອງລາວຊື່ວ່າ ອັບໂດນ. ລູກຊາຍຄົນອື່ນໆຂອງລາວມີດັ່ງນີ້: ຊຸຣະ, ກີເຊ, ບາອານ, ເນຣະ, ນາດາບ, 31 ເກໂດເຣ, ອາຮີໂອ, ເຊເກ, 32 ແລະມີກໂລດຜູ້ເປັນພໍ່ຂອງຊີເມຢາ. ເຊື້ອສາຍຂອງພວກເຂົາໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ໃກ້ຄຽງກັບຄອບຄົວອື່ນໆໃນຕະກຸນຂອງພວກເຂົາ. ຄອບຄົວຂອງກະສັດໂຊນ 33 ເນຣະເປັນພໍ່ຂອງກີເຊ ແລະກີເຊເປັນພໍ່ຂອງກະສັດໂຊນ. ກະສັດໂຊນມີລູກຊາຍສີ່ຄົນດັ່ງນີ້: ໂຢນາທານ, ມັນກີຊູອາ, ອາບີນາດາບ ແລະເອຊະບາອານ. 34 ໂຢນາທານເປັນພໍ່ຂອງເມຣິບບາອານ ແລະເມຣິບບາອານເປັນພໍ່ຂອງມີກາ. 35 ມີກາມີລູກຊາຍສີ່ຄົນດັ່ງນີ້: ປີໂທນ, ເມເລັກ, ຕາເຣອາ ແລະອາຮາດ. 36 ອາຮາດເປັນພໍ່ຂອງເຢໂຮອາດດາ ແລະເຢໂຮອາດດາມີລູກຊາຍສາມຄົນດັ່ງນີ້: ອາເລເມດ, ອາຊະມາເວດ ແລະຊິມຣີ. ຊິມຣີເປັນພໍ່ຂອງໂມຊາ, 37 ໂມຊາເປັນພໍ່ຂອງບີເນອາ, ບີເນອາເປັນພໍ່ຂອງຣາພາ, ຣາພາເປັນພໍ່ຂອງເອເລອາສາ ແລະເອເລອາສາເປັນພໍ່ຂອງອາເຊນ. 38 ອາເຊນມີລູກຊາຍຫົກຄົນດັ່ງນີ້: ອາຊະຣີກຳ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ ແລະຮານານ. 39 ເອເຊນ ນ້ອງຊາຍຂອງອາເຊນມີລູກຊາຍສາມຄົນດັ່ງນີ້: ອູລາມ, ເຢອຸດ ແລະເອລີເຟເລັດ. 40 ລູກຊາຍຂອງອູລາມເປັນນັກຮົບທີ່ເກັ່ງກ້າແລະນັກຍິງທະນູ. ລາວມີລູກຊາຍແລະຫລານຊາຍທັງໝົດໜຶ່ງຮ້ອຍຫ້າສິບຄົນ. ຊື່ທັງໝົດທີ່ມີຢູ່ຂ້າງເທິງນັ້ນແມ່ນບັນດາລູກຫຼານຂອງເຜົ່າເບັນຢາມິນ. |
@ 2012 United Bible Societies. All Rights Reserved.