Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 7 - ພຣະຄຳພີສັກສິ


ເຊື້ອສາຍ​ຂອງ​ອິດຊາຄາ

1 ອິດຊາຄາ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂຕລາ, ປູອາ, ຢາຊຸບ ແລະ​ຊີມໂຣນ.

2 ໂຕລາ​ມີ​ລູກຊາຍ​ຫົກ​ຄົນ ດັ່ງນີ້: ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບສາມ ແລະ​ເຊມູເອນ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ໂຕລາ​ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ໃນ​ສະໄໝ​ຂອງ​ກະສັດ​ດາວິດ ເຊື້ອສາຍ​ຂອງ​ພວກເຂົາ​ມີ​ຊາວສອງພັນ​ຫົກຮ້ອຍ​ຄົນ.

3 ອຸດຊີ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອີຊະຣາຮີຢາ. ອີຊະຣາຮີຢາ​ແລະ​ລູກຊາຍ​ສີ່​ຄົນ​ຂອງ​ລາວ​ມີ​ດັ່ງນີ້: ມີກາເອນ, ໂອບາດີຢາ, ໂຢເອນ ແລະ​ອິດຊີຢາ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ໝົດ​ທຸກຄົນ.

4 ພວກເຂົາ​ໄດ້​ເມຍ​ຫລາຍ​ຄົນ​ຈຶ່ງ​ມີ​ລູກ​ຢ່າງ​ຫລວງຫລາຍ ຈົນ​ບັນດາ​ເຊື້ອສາຍ​ຂອງ​ພວກເຂົາ​ເປັນ​ທະຫານ​ໄດ້​ມີ​ສາມສິບຫົກ​ພັນ​ຄົນ.

5 ຈຳນວນ​ທາງການ​ຂອງ​ຊາຍ​ສະກັນ​ໃນ​ຄອບຄົວ​ຂອງ​ເຜົ່າ​ອິດຊາຄາ ທີ່​ເປັນ​ທະຫານ​ໄດ້​ມີ​ແປດສິບເຈັດ​ພັນ​ຄົນ.


ເຊື້ອສາຍ​ຂອງ​ເບັນຢາມິນ​ແລະ​ດານ

6 ເບັນຢາມິນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເບລາ, ເບເຄ ແລະ​ເຢດີອາເອນ.

7 ເບລາ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະ​ອີຣິ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ຊາຍ​ສະກັນ​ໃນ​ເຊື້ອສາຍ​ຂອງ​ພວກເຂົາ​ທີ່​ເປັນ​ທະຫານ​ໄດ້​ມີ​ຊາວສອງພັນ​ສາມສິບສີ່​ຄົນ.

8 ເບເຄ​ມີ​ລູກຊາຍ​ເກົ້າ​ຄົນ ດັ່ງນີ້: ເຊມີຣາ, ໂຢອາດ, ເອລີເອເຊ, ເອລີໂອນາຍ, ອົມຣີ, ເຢເຣໂມດ, ອາບີຢາ, ອານາທົດ ແລະ​ອາເລເມັດ.

9 ຈຳນວນ​ທາງການ​ຂອງ​ຊາຍ​ສະກັນ​ໃນ​ເຊື້ອສາຍ​ພວກເຂົາ​ທີ່​ເປັນ​ທະຫານ​ໄດ້​ມີ​ຊາວພັນ​ສອງຮ້ອຍ​ຄົນ.

10 ເຢດີອາເອນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ບິນຮານ; ແລະ​ບິນຮານ​ມີ​ລູກຊາຍ​ເຈັດ​ຄົນ ດັ່ງນີ້: ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເຊທານ, ຕາກຊິດ ແລະ​ອາຮິຊາຮາ.

11 ພວກເຂົາ​ໄດ້​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ຈຳນວນ​ຊາຍ​ສະກັນ​ໃນ​ເຊື້ອສາຍ​ຂອງ​ພວກເຂົາ​ທີ່​ເປັນ​ທະຫານ​ໄດ້​ມີ​ສິບເຈັດພັນ​ສອງຮ້ອຍ​ຄົນ.

12 ຊຸບປິມ​ແລະ​ຮຸບປິມ​ກໍ​ລວມ​ຢູ່​ໃນ​ເຜົ່າ​ນີ້​ເຊັ່ນກັນ. ດານ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຮູຊິມ.


ເຊື້ອສາຍ​ຂອງ​ເນັບທາລີ

13 ເນັບທາລີ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຢາຊີເອນ, ກູນີ, ເຢເຊ ແລະ​ຊານລູມ. (ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ນາງ​ບິນຮາ.)


ເຊື້ອສາຍ​ຂອງ​ມານາເຊ

14 ມານາເຊ​ມີ​ລູກຊາຍ​ສອງ​ຄົນ​ທີ່​ເກີດ​ຈາກ​ເມຍນ້ອຍ​ຊາວ​ອາຣາມ ມີ​ດັ່ງນີ້: ອາສະຣິເອນ​ແລະ​ມາກີ. ມາກີ​ເປັນ​ພໍ່​ຂອງ​ກີເລອາດ,

15 ມາກີ​ໄດ້​ຫາ​ເມຍ​ໃຫ້​ຮຸບປິມ​ແລະ​ຊຸບປິມ​ຜູ້​ລະ​ຄົນ. ເອື້ອຍ​ຂອງ​ລາວ​ຊື່​ວ່າ ມາອາກາ. ລູກຊາຍ​ຜູ້​ທີ​ສອງ​ຂອງ​ມາກີ​ຊື່​ວ່າ ເຊໂລເຟຮັດ ແລະ​ເຊໂລເຟຮັດ​ມີ​ແຕ່​ລູກສາວ​ເທົ່ານັ້ນ.

16 ມາອາກາ​ເມຍ​ຂອງ​ມາກີ ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເປເຣັດ​ແລະ​ເຊເຣັດ. ເປເຣັດ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ອູລາມ​ແລະ​ເຣເກມ,

17 ແລະ​ອູລາມ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເບດານ. ບຸກຄົນ​ທັງໝົດ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ກີເລອາດ ລູກຊາຍ​ຂອງ​ມາກີ​ແລະ​ຫລານຊາຍ​ຂອງ​ມານາເຊ.

18 ຮາມໂມເລເກັດ​ເອື້ອຍ​ຂອງ​ກີເລອາດ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອີໂຊດ, ອາບີເອເຊ ແລະ​ມາລາ.

19 ເຊມີດາ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອາຮີອານ, ຊີເຄມ, ລີຄີ ແລະ​ອານີອາມ.


ເຊື້ອສາຍ​ຂອງ​ເອຟຣາອິມ

20 ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເອຟຣາອິມ ມີ​ດັ່ງນີ້: ຊູເທລາ, ເບເຣັດ, ລູກຊາຍ​ຂອງ​ເບເຣັດ​ແມ່ນ​ຕາຮາດ, ລູກຊາຍ​ຂອງ​ຕາຮາດ​ແມ່ນ​ເອເລອາດາ, ລູກຊາຍ​ຂອງ​ເອເລອາດາ​ແມ່ນ​ຕາຮາດ

21 ລູກຊາຍ​ຂອງ​ຕາຮາດ​ແມ່ນ​ຊາບາດ, ລູກຊາຍ​ຂອງ​ຊາບາດ​ແມ່ນ​ຊູເທລາ. ນອກຈາກນີ້, ເອຟຣາອິມ​ຍັງ​ມີ​ລູກຊາຍ​ຄົນອື່ນ​ອີກ ດັ່ງນີ້: ເອເຊ​ແລະ​ເອເລອາດ​ຜູ້​ທີ່​ໄດ້​ຖືກ​ຂ້າ​ຕາຍ ເມື່ອ​ຊອກ​ຫາ​ລັກ​ເອົາ​ຝູງງົວ​ຂອງ​ຊາວ​ກາດ.

22 ເອຟຣາອິມ ພໍ່​ຂອງ​ພວກເຂົາ​ໄດ້​ໄວ້ທຸກ​ໃຫ້​ເປັນ​ເວລາ​ຫລາຍ​ວັນ ແລະ​ພວກ​ພີ່ນ້ອງ​ກໍໄດ້​ມາ​ເລົ້າໂລມ​ໃຈ​ລາວ.

23 ແລ້ວ​ລາວ​ກໍ​ສົມສູ່​ກັບ​ເມຍ​ຂອງຕົນ​ອີກ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ເຂົາ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເບຣິຢາ ເພາະ​ຄວາມ​ເດືອດຮ້ອນ​ທີ່​ໄດ້​ເກີດຂຶ້ນ​ກັບ​ຄອບຄົວ​ຂອງ​ພວກເຂົາ​ນັ້ນ.

24 ເອຟຣາອິມ​ມີ​ລູກສາວ​ຄົນ​ໜຶ່ງ​ຊື່​ວ່າ ເຊເອຣາ. ນາງ​ໄດ້​ສ້າງ​ເມືອງ​ຕ່າງໆ​ຢູ່​ທາງ​ເບັດ​ໂຮໂຣນ​ຕອນເທິງ​ແລະ​ຕອນ​ລຸ່ມ ແລະ​ອຸດເຊັນ-ເຊເອຣາ.

25 ເອຟຣາອິມ​ຍັງ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຣຟາ. ເຊື້ອສາຍ​ຂອງ​ລາວ ດັ່ງນີ້: ລູກຊາຍ​ຂອງ​ເຣຟາ​ແມ່ນ​ເຣເຊັບ, ລູກຊາຍ​ຂອງ​ເຣເຊັບ​ແມ່ນ​ເຕລາ, ລູກຊາຍ​ຂອງ​ເຕລາ​ແມ່ນ​ຕາຮານ,

26 ລູກຊາຍ​ຂອງ​ຕາຮານ​ແມ່ນ​ລາດານ, ລູກຊາຍ​ຂອງ​ລາດານ​ແມ່ນ​ອາມມີຮຸດ, ລູກຊາຍ​ຂອງ​ອາມມີຮຸດ​ແມ່ນ​ເອລີຊາມາ,

27 ລູກຊາຍ​ຂອງ​ເອລີຊາມາ​ແມ່ນ​ນູນ, ລູກຊາຍ​ຂອງ​ນູນ​ແມ່ນ​ໂຢຊວຍ.

28 ເຂດແດນ​ທີ່​ພວກເຂົາ​ຕັ້ງ​ຫລັກແຫຼ່ງ​ຢູ່​ນັ້ນ​ລວມເອົາ​ທັງ​ເບັດເອນ ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ ຈົນເຖິງ​ທາງທິດ​ຕາເວັນອອກ​ຂອງ​ນາອາຣານ ເລີຍ​ໄປ​ຮອດ​ທິດ​ຕາເວັນຕົກ​ເກເຊ​ແລະ​ຕົວເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ເຂດແດນ​ນີ້​ໄດ້​ລວມເອົາ​ເມືອງ​ທັງຫລາຍ​ຂອງ​ຊີເຄມ​ແລະ​ໄອຢາ ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ.

29 ເຊື້ອສາຍ​ຂອງ​ມານາເຊ​ໄດ້​ປົກຄອງ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ເມກິດໂດ ແລະ​ໂດເຣ, ຕະຫລອດ​ທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ດ້ວຍ. ເມືອງ​ທັງໝົດ​ເຫຼົ່ານີ້​ແມ່ນ​ບ່ອນ​ທີ່​ເຊື້ອສາຍ​ຂອງ​ໂຢເຊັບ ລູກຊາຍ​ຂອງ​ຢາໂຄບ ອາໄສ​ຢູ່.


ເຊື້ອສາຍ​ຂອງ​ອາເຊ

30 ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ອາເຊ. ອາເຊ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອີມນາ, ອີຊະວາ, ອີຊະວີ ແລະ​ເບຣິຢາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເສຣາ.

31 ສ່ວນ​ເບຣິຢາ​ນັ້ນ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເຮເບ​ແລະ​ມັນກີເອນ. (ມັນກີເອນ​ຜູ້​ເປັນ​ພໍ່​ຂອງ​ບີຣະຊາອິດ.)

32 ເຮເບ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ຢາຟະເລດ, ໂຊເມ ແລະ​ໂຮທາມ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ຊູອາ.

33 ຢາຟະເລດ​ມີ​ລູກຊາຍ​ສາມ​ຄົນ​ເຊັ່ນ​ກັນ ດັ່ງນີ້: ປາສັກ, ບີມຮານ ແລະ​ອາຊະວາດ.

34 ສ່ວນ​ໂຊເມ ນ້ອງຊາຍ​ຂອງ​ລາວ​ນັ້ນ​ມີ​ລູກຊາຍ ດັ່ງນີ້: ອາຮີ, ໂຣກາ, ຮຸບບາ ແລະ​ອາຣາມ.

35 ໂຮທາມ ນ້ອງຊາຍ​ຂອງ​ລາວ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ໂຊພາ, ອີມນາ, ເຊເລັດ ແລະ​ອາມານ.

36 ເຊື້ອສາຍ​ຂອງ​ໂຊພາ ມີ​ດັ່ງນີ້: ສູອາ, ຮັກເນເຟ, ຊູອານ, ເບຣີ, ອິມຣາ,

37 ເບເຊ, ໂຮດ, ຊາມມາ, ຊິນຊາ, ອີທະຣານ ແລະ​ເບເອຣາ.

38 ສ່ວນ​ເຊື້ອສາຍ​ຂອງ​ເຢເທີ ມີ​ດັ່ງນີ້: ເຢຟຸນເນ, ປີສະປາ, ອາຣາ,

39 ແລະ​ເຊື້ອສາຍ​ຂອງ​ອຸນລາ ມີ​ດັ່ງນີ້: ອາຣາ, ຮານນີເອນ, ຣີຊີອາ.

40 ຄົນ​ທັງໝົດ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ອາເຊ. ພວກເຂົາ​ທັງໝົດ​ເປັນ​ຫົວໜ້າ​ຄອບຄົວ ທັງ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ແລະ​ເປັນ​ຜູ້ນຳ​ທີ່​ສຳຄັນ. ຈຳນວນ​ຊາຍ​ສະກັນ​ໃນ​ເຊື້ອສາຍ​ຂອງ​ອາເຊ​ທີ່​ເປັນ​ທະຫານ​ໄດ້​ມີ​ຊາວຫົກພັນ​ຄົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan