Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 6 - ພຣະຄຳພີສັກສິ


ຜູ້​ສືບ​ເຊື້ອສາຍ​ໃຫ້​ຄອບຄົວ​ມະຫາ​ປະໂຣຫິດ

1 ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.

2 ໂກຮາດ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.

3 ອຳຣາມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາໂຣນ​ແລະ​ໂມເຊ ແລະ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ມີຣີອາມ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.

4 ລຳດັບ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເອເລອາຊາ ມີ​ດັ່ງນີ້: ເອເລອາຊາ​ເປັນ​ພໍ່​ຂອງ​ຟີເນຮາ, ຟີເນຮາ​ເປັນ​ພໍ່​ຂອງ​ອາບີຊູອາ,

5 ອາບີຊູອາ​ເປັນ​ພໍ່​ຂອງ​ບຸກກີ, ບຸກກີ​ເປັນ​ພໍ່​ຂອງ​ອຸດຊີ,

6 ອຸດຊີ​ເປັນ​ພໍ່​ຂອງ​ເຊຣາຮີຢາ, ເຊຣາຮີຢາ​ເປັນ​ພໍ່​ຂອງ​ເມຣາອີໂຢດ,

7 ເມຣາອີໂຢດ​ເປັນ​ພໍ່​ຂອງ​ອາມາຣີຢາ, ອາມາຣີຢາ​ເປັນ​ພໍ່​ຂອງ​ອາຮີຕຸບ,

8 ອາຮີຕຸບ​ເປັນ​ພໍ່​ຂອງ​ຊາດົກ, ຊາດົກ​ເປັນ​ພໍ່​ຂອງ​ອາຮີມາອາດ,

9 ອາຮີມາອາດ​ເປັນ​ພໍ່​ຂອງ​ອາຊາຣີຢາ, ອາຊາຣີຢາ​ເປັນ​ພໍ່​ຂອງ​ໂຢຮານານ,

10 ໂຢຮານານ​ເປັນ​ພໍ່​ຂອງ​ອາຊາຣີຢາ (ຜູ້​ທີ່​ໄດ້​ຮັບໃຊ້​ຢູ່​ໃນ​ພຣະວິຫານ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ​ທີ່​ນະຄອນ​ເຢຣູຊາເລັມ),

11 ອາຊາຣີຢາ​ເປັນ​ພໍ່​ຂອງ​ອາມາຣີຢາ, ອາມາຣີຢາ​ເປັນ​ພໍ່​ຂອງ​ອາຮີຕຸບ,

12 ອາຮີຕຸບ​ເປັນ​ພໍ່​ຂອງ​ຊາດົກ, ຊາດົກ​ເປັນ​ພໍ່​ຂອງ​ຊານລູມ,

13 ຊານລູມ​ເປັນ​ພໍ່​ຂອງ​ຮິນກີຢາ, ຮິນກີຢາ​ເປັນ​ພໍ່​ຂອງ​ອາຊາຣີຢາ,

14 ອາຊາຣີຢາ​ເປັນ​ພໍ່​ຂອງ​ເສຣາອີຢາ, ເສຣາອີຢາ​ເປັນ​ພໍ່​ຂອງ​ເຢໂຮຊາດັກ.

15 ພຣະເຈົ້າຢາເວ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ກວາດຕ້ອນ​ເອົາ​ເຢໂຮຊາດັກ ພ້ອມ​ທັງ​ປະຊາຊົນ​ອື່ນໆ​ຂອງ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ເຊື້ອສາຍ​ອື່ນໆ​ຂອງ​ເລວີ

16 ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.

17 ພວກເຂົາ​ແຕ່ລະຄົນ​ກໍ​ມີ​ລູກຊາຍ​ເຊັ່ນກັນ. ເກໂຊນ​ເປັນ​ພໍ່​ຂອງ​ລິບນີ​ແລະ​ຊີເມອີ;

18 ໂກຮາດ​ເປັນ​ພໍ່​ຂອງ​ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ;

19 ເມຣາຣີ​ເປັນ​ພໍ່​ຂອງ​ມາຮະລີ​ແລະ​ມູຊີ.

20 ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເກໂຊນ ມີ​ດັ່ງນີ້: ລູກຊາຍ​ຂອງ​ເກໂຊນ​ແມ່ນ​ລິບນີ, ລູກຊາຍ​ຂອງ​ລິບນີ​ແມ່ນ​ຢາຮາດ, ລູກຊາຍ​ຂອງ​ຢາຮາດ​ແມ່ນ​ຊິມມາ,

21 ລູກຊາຍ​ຂອງ​ຊິມມາ​ແມ່ນ​ໂຢອາ, ລູກຊາຍ​ຂອງ​ໂຢອາ​ແມ່ນ​ອິດໂດ, ລູກຊາຍ​ຂອງ​ອິດໂດ​ແມ່ນ​ເຊຣາ, ລູກຊາຍ​ຂອງ​ເຊຣາ​ແມ່ນ​ເຢອາເທຣາຍ.

22 ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ໂກຮາດ ມີ​ດັ່ງນີ້: ລູກຊາຍ​ຂອງ​ໂກຮາດ​ແມ່ນ​ອຳມີນາດາບ, ລູກຊາຍ​ຂອງ​ອຳມີນາດາບ​ແມ່ນ​ໂກຣາ, ລູກຊາຍ​ຂອງ​ໂກຣາ​ແມ່ນ​ອັດສີເຣ,

23 ລູກຊາຍ​ຂອງ​ອັດສີເຣ​ແມ່ນ​ເອນການາ, ລູກຊາຍ​ຂອງ​ເອນການາ​ແມ່ນ​ເອບີອາສັບ, ລູກຊາຍ​ຂອງ​ເອບີອາສັບ​ແມ່ນ​ອັດສີເຣ,

24 ລູກຊາຍ​ຂອງ​ອັດສີເຣ​ແມ່ນ​ຕາຮາດ, ລູກຊາຍ​ຂອງ​ຕາຮາດ​ແມ່ນ​ອູຣິເອນ, ລູກຊາຍ​ຂອງ​ອູຣິເອນ​ແມ່ນ​ອຸດຊີຢາ, ລູກຊາຍ​ຂອງ​ອຸດຊີຢາ​ແມ່ນ​ຊາອູນ.

25 ເອນການາ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາມາໄສ​ແລະ​ອາຮີມົດ.

26 ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ອາຮີມົດ ມີ​ດັ່ງນີ້: ລູກຊາຍ​ຂອງ​ອາຮີມົດ​ແມ່ນ​ເອນການາ, ລູກຊາຍ​ຂອງ​ເອນການາ​ແມ່ນ​ໂຊໄຟ, ລູກຊາຍ​ຂອງ​ໂຊໄຟ​ແມ່ນ​ນາຮາດ,

27 ລູກຊາຍ​ຂອງ​ນາຮາດ​ແມ່ນ​ເອລີອາບ, ລູກຊາຍ​ຂອງ​ເອລີອາບ​ແມ່ນ​ເຢໂຣຮາມ, ລູກຊາຍ​ຂອງ​ເຢໂຣຮາມ​ແມ່ນ​ເອນການາ.

28 ຊາມູເອນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ໂຢເອນ ຜູ້​ເປັນ​ອ້າຍ​ກົກ​ແລະ​ອາບີຢາ​ຜູ້​ເປັນ​ນ້ອງຊາຍ.

29 ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເມຣາຣີ ມີ​ດັ່ງນີ້: ມາຮະລີ, ລູກຊາຍ​ຂອງ​ມາຮະລີ​ແມ່ນ​ລິບນີ, ລູກຊາຍ​ຂອງ​ລິບນີ​ແມ່ນ​ຊີເມອີ, ລູກຊາຍ​ຂອງ​ຊີເມອີ​ແມ່ນ​ອຸດຊາ,

30 ລູກຊາຍ​ຂອງ​ອຸດຊາ​ແມ່ນ​ຊີເມອາ, ລູກຊາຍ​ຂອງ​ຊີເມອາ​ແມ່ນ​ຮັກກິຢາ, ລູກຊາຍ​ຂອງ​ຮັກກິຢາ​ແມ່ນ​ອາສາອີຢາ.


ນັກດົນຕຼີ​ປະຈຳ​ພຣະວິຫານ

31 ບຸກຄົນ​ເຫຼົ່ານີ້​ແມ່ນ​ພວກ​ທີ່​ກະສັດ​ດາວິດ ໃຫ້​ຮັບຜິດຊອບ​ຮ້ອງເພງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ໄດ້​ຍ້າຍ​ຫີບ​ພັນທະສັນຍາ​ເຂົ້າ​ໄປ​ໄວ້​ຢູ່​ໃນ​ນັ້ນ.

32 ພວກເຂົາ​ໄດ້​ປ່ຽນ​ຜຽນ​ກັນ​ຮ້ອງເພງ​ຕໍ່ໜ້າ​ຫໍເຕັນ​ສັກສິດ​ແຫ່ງ​ຫໍເຕັນ​ບ່ອນ​ຊຸມນຸມ ກ່ອນ​ເວລາ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

33 ສາຍ​ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ມອບໝາຍ​ຕຳແໜ່ງ ມີ​ດັ່ງນີ້: ຕະກຸນ​ໂກຮາດ: ສາຍ​ຄອບຄົວ​ຂອງ​ລາວ ເມື່ອ​ນັບ​ຄືນ​ໄປ​ຫາ​ຢາໂຄບ ມີ​ດັ່ງນີ້: ເຮມານ ເປັນ​ຜູ້ນຳ​ຂອງ​ກຸ່ມ​ຮ້ອງເພງ​ໝວດ​ທີໜຶ່ງ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເອນ, ໂຢເອນ ຜູ້​ເປັນ​ລູກຊາຍ​ຂອງ​ຊາມູເອນ,

34 ຊາມູເອນ​ຜູ້​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ ຜູ້​ເປັນ​ລູກຊາຍ​ຂອງ​ເອລີເອນ ຜູ້​ເປັນ​ລູກຊາຍ​ຂອງ​ໂຕອາ

35 ຜູ້​ເປັນ​ລູກຊາຍ​ຂອງ​ຊູເຟ ຜູ້​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້​ເປັນ​ລູກຊາຍ​ຂອງ​ມາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ອາມາໄສ

36 ຜູ້​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເອນ ຜູ້​ເປັນ​ລູກຊາຍ​ຂອງ​ອາຊາຣີຢາ ຜູ້​ເປັນ​ລູກຊາຍ​ຂອງ​ເຊຟານີຢາ

37 ຜູ້​ເປັນ​ລູກຊາຍ​ຂອງ​ຕາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ອັດສີເຣ ຜູ້​ເປັນ​ລູກຊາຍ​ຂອງ​ເອບີອາສັບ ຜູ້​ເປັນ​ລູກຊາຍ​ຂອງ​ໂກຣາ

38 ຜູ້​ເປັນ​ລູກຊາຍ​ຂອງ​ອີຊະຮາ ຜູ້​ເປັນ​ລູກຊາຍ​ຂອງ​ໂກຮາດ ຜູ້​ເປັນ​ລູກຊາຍ​ຂອງ​ເລວີ ຜູ້​ເປັນ​ລູກຊາຍ​ຂອງ​ຢາໂຄບ.

39 ອາສັບ​ເປັນ​ຜູ້ນຳ​ກຸ່ມ​ຮ້ອງເພງ​ໝວດ​ທີສອງ. ສາຍ​ຄອບຄົວ​ຂອງ​ລາວ ເມື່ອ​ນັບ​ຄືນ​ຫລັງ​ໄປ​ຫາ​ເລວີ ມີ​ດັ່ງນີ້: ອາສັບ​ຜູ້​ເປັນ​ລູກຊາຍ​ຂອງ​ເບເຣກີຢາ ຜູ້​ເປັນ​ລູກຊາຍ​ຂອງ​ຊີເມອາ

40 ຜູ້​ເປັນ​ລູກຊາຍ​ຂອງ​ມີກາເອນ ຜູ້​ເປັນ​ລູກຊາຍ​ຂອງ​ບາອາເສອີຢາ ຜູ້​ເປັນ​ລູກຊາຍ​ຂອງ​ມານກີຢາ

41 ຜູ້​ເປັນ​ລູກຊາຍ​ຂອງ​ເອທະນີ ຜູ້​ເປັນ​ລູກຊາຍ​ຂອງ​ເຊຣາ ຜູ້​ເປັນ​ລູກຊາຍ​ຂອງ​ອາດາອີຢາ

42 ຜູ້​ເປັນ​ລູກຊາຍ​ຂອງ​ເອທານ ຜູ້​ເປັນ​ລູກຊາຍ​ຂອງ​ຊິມມາ ຜູ້​ເປັນ​ລູກຊາຍ​ຂອງ​ຊີເມອີ

43 ຜູ້​ເປັນ​ລູກຊາຍ​ຂອງ​ຢາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ເກໂຊນ ຜູ້​ເປັນ​ລູກຊາຍ​ຂອງ​ເລວີ.

44 ເອທານ​ຄົນ​ໃນ​ຕະກຸນ​ເມຣາຣີ ເປັນ​ຜູ້ນຳ​ກຸ່ມ​ຮ້ອງເພງ​ໝວດ​ທີສາມ. ສາຍ​ຄອບຄົວ​ຂອງ​ລາວ​ເມື່ອ​ນັບ​ຄືນ​ຫລັງ​ຫາ​ເລວີ ມີ​ດັ່ງນີ້: ເອທານ​ຜູ້​ເປັນ​ລູກຊາຍ​ຂອງ​ກີຊີ ຜູ້​ເປັນ​ລູກຊາຍ​ຂອງ​ອັບດີ ຜູ້​ເປັນ​ລູກຊາຍ​ຂອງ​ມານລຸກ

45 ຜູ້​ເປັນ​ລູກຊາຍ​ຂອງ​ຮາຊາບີຢາ ຜູ້​ເປັນ​ລູກຊາຍ​ຂອງ​ອາມາຊີຢາ ຜູ້​ເປັນ​ລູກຊາຍ​ຂອງ​ຮິນກີຢາ

46 ຜູ້​ເປັນ​ລູກຊາຍ​ຂອງ​ອາມຊີ ຜູ້​ເປັນ​ລູກຊາຍ​ຂອງ​ບານີ ຜູ້​ເປັນ​ລູກຊາຍ​ຂອງ​ເຊເມ

47 ຜູ້​ເປັນ​ລູກຊາຍ​ຂອງ​ມາຮະລີ ຜູ້​ເປັນ​ລູກຊາຍ​ຂອງ​ມູຊີ ຜູ້​ເປັນ​ລູກຊາຍ​ຂອງ​ເມຣາຣີ ຜູ້​ເປັນ​ລູກຊາຍ​ຂອງ​ເລວີ.

48 ຝ່າຍ​ພວກ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ​ກໍໄດ້​ຖືກ​ມອບໝາຍ ໃຫ້​ຮັບໃຊ້​ໜ້າທີ່​ທັງໝົດ​ໃນ​ຫໍເຕັນ​ສັກສິດ​ແຫ່ງ​ວິຫານ​ຂອງ​ພຣະເຈົ້າ.


ເຊື້ອສາຍ​ຂອງ​ອາໂຣນ

49 ອາໂຣນ​ແລະ​ເຊື້ອສາຍ​ຂອງຕົນ​ເປັນ​ຜູ້​ເຜົາ​ເຄື່ອງຫອມ ແລະ​ເຜົາ​ເຄື່ອງ​ບູຊາ​ຕ່າງໆ​ເທິງ​ແທ່ນບູຊາ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ນະມັດສະການ​ທຸກຢ່າງ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ສຳລັບ​ການ​ຖວາຍບູຊາ​ຕ່າງໆ​ເພື່ອ​ພຣະເຈົ້າ​ຈະ​ຍົກ​ບາບ​ໃຫ້​ແກ່​ຊາດ​ອິດສະຣາເອນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ຕາມ​ຄຳແນະນຳ​ຂອງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.

50 ເຊື້ອສາຍ​ຂອງ​ອາໂຣນ ມີ​ດັ່ງນີ້: ລູກຊາຍ​ຂອງ​ອາໂຣນ​ແມ່ນ​ເອເລອາຊາ, ລູກຊາຍ​ຂອງ​ເອເລອາຊາ​ແມ່ນ​ຟີເນຮາ, ລູກຊາຍ​ຂອງ​ຟີເນຮາ​ແມ່ນ​ອາບີຊູອາ,

51 ລູກຊາຍ​ຂອງ​ອາບີຊູອາ​ແມ່ນ​ບຸກກີ, ລູກຊາຍ​ຂອງ​ບຸກກີ​ແມ່ນ​ອຸດຊີ, ລູກຊາຍ​ຂອງ​ອຸດຊີ​ແມ່ນ​ເຊຣາຮີຢາ,

52 ລູກຊາຍ​ຂອງ​ເຊຣາຮີຢາ​ແມ່ນ​ເມຣາອີໂຢດ, ລູກຊາຍ​ຂອງ​ເມຣາອີໂຢດ​ແມ່ນ​ອາມາຣີຢາ, ລູກຊາຍ​ຂອງ​ອາມາຣີຢາ​ແມ່ນ​ອາຮີຕຸບ,

53 ລູກຊາຍ​ຂອງ​ອາຮີຕຸບ​ແມ່ນ​ຊາດົກ, ລູກຊາຍ​ຂອງ​ຊາດົກ​ແມ່ນ​ອາຮີມາອາດ.


ເຂດແດນ​ທີ່​ຊາວ​ເລວີ​ອາໄສ​ຢູ່

54 ຕໍ່ໄປນີ້​ແມ່ນ​ເຂດແດນ​ທີ່​ໄດ້​ຖືກ​ມອບ​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ ຕະກຸນ​ໂກຮາດ. ພວກເຂົາ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ຮັບ​ສ່ວນ​ຂອງ​ດິນແດນ ຊຶ່ງ​ໄດ້​ມອບ​ໃຫ້​ຊາວ​ເລວີ.

55 ເຂດແດນ​ນີ້​ລວມເອົາ​ທັງ​ເຮັບໂຣນ​ໃນ​ເຂດແດນ​ຂອງ​ຢູດາຍ ແລະ​ທົ່ງຫຍ້າ​ຊຶ່ງ​ຢູ່​ອ້ອມຮອບ​ນັ້ນ.

56 ແຕ່​ທົ່ງນາ​ແລະ​ໝູ່ບ້ານ​ຕ່າງໆ​ທີ່​ເປັນ​ຂອງ​ຕົວເມືອງ​ນັ້ນ ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ກາເລັບ ລູກຊາຍ​ຂອງ​ເຢຟຸນເນ.

57-59 ເມືອງ​ຕ່າງໆ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ ມີ​ດັ່ງນີ້: ເຮັບໂຣນ ເມືອງ​ລີ້ໄພ, ຢັດຕີ ແລະ​ເມືອງ​ທັງຫລາຍ​ຂອງ​ລິບນາ, ເອຊະເຕມົວ, ຮີເລນ, ເດບີ, ອາຊານ ແລະ​ເບັດເຊເມດ, ຕະຫລອດ​ທັງ​ທົ່ງ​ລ້ຽງ​ສັດ​ໃນ​ແຕ່ລະ​ບ່ອນ​ດ້ວຍ.

60 ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ ພວກເຂົາ​ໄດ້​ຮັບ​ມອບ​ເມືອງ​ແລະ​ທົ່ງຫຍ້າ ດັ່ງ​ຕໍ່ໄປນີ້: ເກບາ, ອາເລເມັດ ແລະ​ອານາທົດ. ເມື່ອ​ລວມ​ແລ້ວ ມີ​ສິບສາມ​ເມືອງ​ສຳລັບ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ​ອາໄສ​ຢູ່.

61 ສິບ​ເມືອງ​ໃນ​ເຂດແດນ​ຂອງ​ມານາເຊ​ເຄິ່ງເຜົ່າ​ຕາເວັນຕົກ ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ຕະກຸນ​ຂອງ​ໂກຮາດ​ໂດຍ​ການ​ໃຊ້​ສະຫລາກ ສຳລັບ​ແຕ່ລະ​ຄອບຄົວ​ທີ່​ຍັງເຫລືອ​ຢູ່.

62 ຕະກຸນ​ເກໂຊນ​ແຕ່ລະ​ຄອບຄົວ​ໄດ້​ຮັບ​ມອບໝາຍ ສິບສາມ​ເມືອງ​ໃນ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ, ອາເຊ, ເນັບທາລີ ແລະ​ມານາເຊ​ຕາເວັນອອກ​ຕາເວັນອອກ​ໃນ​ບາຊານ.

63 ໂດຍ​ວິທີ​ດຽວກັນ ຕະກຸນ​ເມຣາຣີ​ໄດ້​ຮັບ​ມອບໝາຍ​ສິບສອງ​ເມືອງ ໃນ​ເຂດແດນ​ຂອງ​ເຜົ່າ​ຣູເບັນ, ກາດ ແລະ​ເຊບູໂລນ.

64 ໂດຍ​ວິທີ​ນີ້ ປະຊາຊົນ​ອິດສະຣາເອນ​ໄດ້​ມອບໝາຍ​ຕົວເມືອງ​ຕ່າງໆ ໃຫ້​ພວກ​ເລວີ​ອາໄສ​ຢູ່​ພ້ອມ​ທັງ​ທົ່ງຫຍ້າ​ອ້ອມ​ຕົວເມືອງ​ນັ້ນ​ດ້ວຍ. (

65 ເມືອງ​ຕ່າງໆ​ຂອງ​ເຜົ່າຢູດາຍ ຊີເມໂອນ ແລະ​ເບັນຢາມິນ​ທີ່​ໄດ້​ກ່າວ​ມາ​ນັ້ນ​ແມ່ນ​ໄດ້​ຖືກ​ມອບໝາຍ​ໃຫ້ ໂດຍ​ການ​ໃຊ້​ສະຫລາກ​ຄືກັນ.)

66 ບາງ​ຄອບຄົວ​ໃນ​ຕະກຸນ​ໂກຮາດ​ກໍໄດ້​ຮັບ​ມອບໝາຍ​ຕົວເມືອງ ແລະ​ທົ່ງຫຍ້າ​ຕ່າງໆ​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ​ເຊັ່ນ:

67 ຊີເຄມ, ເມືອງ​ລີ້ໄພ​ໃນ​ແຖບ​ເນີນພູ​ເອຟຣາອິມ, ເກເຊ,

68 ໂຢກເມອາມ, ເບັດ​ໂຮໂຣນ,

69 ໄອຢາໂລນ ແລະ​ກາດຣິມໂມນ.

70 ໃນ​ເຂດແດນ​ຂອງ​ມານາເຊ​ເຄິ່ງເຜົ່າ​ຕາເວັນຕົກ ພວກເຂົາ​ໄດ້​ຮັບ​ມອບໝາຍ​ເມືອງ​ຕ່າງໆ​ຂອງ​ອາເນ​ແລະ​ບີເລອາມ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ​ດ້ວຍ.

71 ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເກໂຊນ​ໄດ້​ຮັບ​ມອບໝາຍ​ຕົວເມືອງ​ຕ່າງໆ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ ມີ​ດັ່ງນີ້: ໃນ​ເຂດແດນ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ ໂກລານ​ໃນ​ບາຊານ ແລະ​ອັດຊະຕາໂຣດ.

72 ໃນ​ເຂດແດນ​ອິດຊາຄາ: ເກເດັດ, ດາເບຣັດ,

73 ຣາໂມດ ແລະ​ອາເນມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.

74 ໃນ​ເຂດແດນ​ອາເຊ: ມາຊານ, ອັບໂດນ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,

75 ຮູກົກ ແລະ​ເຣໂຮບ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.

76 ໃນ​ເຂດແດນ​ເນັບທາລີ: ເກເດັດ​ໃນ​ຄາລີເລ, ຮາມໂມນ ແລະ​ກີຣິອາດທາອິມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.

77 ສ່ວນ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເມຣາຣີ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍໄດ້​ຮັບ​ມອບໝາຍ​ເມືອງ​ຕ່າງໆ​ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ​ດ້ວຍ ມີ​ດັ່ງນີ້: ໃນ​ເຂດແດນ​ເຊບູໂລນ: ຣີມໂມໂນ​ແລະ​ຕາໂບ.

78 ໃນ​ເຂດແດນ​ຣູເບັນ ທາງ​ຝັ່ງ​ເບື້ອງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ເລີຍ​ໄປ​ທາງ​ເມືອງ​ເຢຣິໂກ: ເບເຊ​ຢູ່​ເທິງ​ພູພຽງ, ຢາຊາ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,

79 ເກເດໂມດ ແລະ​ເມຟາອາດ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.

80 ໃນ​ເຂດແດນ​ຂອງ​ກາດ: ຣາໂມດ​ໃນ​ກີເລອາດ, ມະຫານາອິມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,

81 ເຮັດຊະໂບນ​ແລະ​ຢາເຊ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan