1 ຂ່າວຄາວ 5 - ພຣະຄຳພີສັກສິເຊື້ອສາຍຂອງຣູເບັນ 1 ບຸກຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບ. (ຍ້ອນຣູເບັນໄດ້ລັກນອນນຳເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ລາວຈຶ່ງໄດ້ສູນເສຍສິດການເປັນອ້າຍກົກ ແລະສິດນັ້ນໄດ້ຖືກມອບໝາຍໃຫ້ແກ່ໂຢເຊັບ. 2 ແຕ່ຢ່າງໃດກໍດີ ແມ່ນເຜົ່າຢູດາທີ່ໄດ້ເຂັ້ມແຂງທີ່ສຸດ ແລະໃຫ້ຜູ້ປົກຄອງຄົນໜຶ່ງສືບມາຈາກເຜົ່ານີ້ແກ່ເຜົ່າທັງໝົດ.) 3 ຣູເບັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ. 4 ບຸກຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງໂຢເອນ, ແຕ່ເຊັ່ນໜຶ່ງຫາເຊັ່ນໜຶ່ງ ດັ່ງນີ້: ເຊມາອີຢາ, ໂກກ, ຊີເມອີ, 5 ມີກາ, ເຣອາອີຢາ, ບາອານ ແລະເບເອຣາ. 6 ຕີກະລາດປີເລເສກະສັດແຫ່ງອັດຊີເຣຍໄດ້ຈັບເບເອຣາ ຜູ້ເປັນຫົວໜ້າເຜົ່າຣູເບັນແລະໄດ້ເອົາລາວໄປເປັນຊະເລີຍ. 7 ບັນທຶກສຳມະໂນຄົວຂອງຕະກຸນຕ່າງໆໃນເຜົ່າຣູເບັນ ມີດັ່ງນີ້: ເຢອີເອນ, ເຊກາຣີຢາ, 8 ແລະເບລາລູກຊາຍຂອງອາສາ ແລະຫລານຊາຍເຊມາໃນຕະກຸນໂຢເອນ. ຕະກຸນນີ້ໄດ້ອາໄສຢູ່ທີ່ອາໂຣເອແລະທີ່ເຂດແດນ, ແຕ່ຕອນເໜືອໄປເຖິງເນໂບແລະບາອານເມໂອນ. 9 ພວກເຂົາມີຝູງສັດຢ່າງຫລວງຫລາຍໃນດິນແດນກີເລອາດ. ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຢຶດເອົາດິນແດນທາງທິດຕາເວັນອອກ ໄກໄປຈົນເຖິງຖິ່ນແຫ້ງແລ້ງກັນດານແລະເລີຍໄປຈຸແມ່ນໍ້າເອີຟຣັດ. 10 ໃນສະໄໝຂອງກະສັດໂຊນ ເຜົ່າຣູເບັນໄດ້ໂຈມຕີພວກຮັກກິດ, ສັງຫານພວກເຂົາໃນສະໜາມຮົບ ແລະຢຶດຄອງເອົາດິນແດນຂອງພວກເຂົາໃນພາກຕາເວັນອອກຂອງກີເລອາດ. ເຊື້ອສາຍຂອງກາດ 11 ເຜົ່າກາດໄດ້ອາໄສຢູ່ທາງພາກເໜືອເຜົ່າຣູເບັນໃນດິນແດນຂອງບາຊານ ຈົນໄປເຖິງພາກຕາເວັນອອກສຸດຂອງສາເລກາ. 12 ໂຢເອນເປັນຕົ້ນຕະກຸນທີ່ສຳຄັນທີໜຶ່ງ ແລະຊາຟາມເປັນຕະກຸນສຳຄັນທີສອງ. ຢານາຍແລະຊາຟັດໄດ້ເປັນຕົ້ນຕະກຸນອື່ນໆອີກໃນບາຊານ. 13 ບັນດາສະມາຊິກອື່ນໆຂອງເຜົ່າລວມເປັນເຈັດຕະກຸນ ມີດັ່ງນີ້: ມີກາເອນ, ເມຊຸນລຳ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະເອເບ. 14 ພວກເຂົາແມ່ນເຊື້ອສາຍຂອງອາບີໄຮ ລູກຊາຍຂອງຮູຣິ. ປູ່ຍ່າຕາຍາຍຂອງພວກເຂົາເມື່ອໄລ່ຄືນຫລັງ ມີດັ່ງນີ້: ອາບີໄຮເປັນລູກຊາຍຂອງຮູຣິ, ຮູຣິເປັນລູກຊາຍຂອງຢາໂຣອາ, ຢາໂຣອາເປັນລູກຊາຍຂອງກີເລອາດ, ກີເລອາດເປັນລູກຊາຍຂອງມີກາເອນ, ມີກາເອນເປັນລູກຊາຍຂອງເຢຊີຊາຍ, ເຢຊີຊາຍເປັນລູກຊາຍຂອງຢາໂດ, ຢາໂດເປັນລູກຊາຍຂອງບູເຊ. 15 ອາຮີ ລູກຊາຍຂອງອັບດີເອນແລະຫລານຊາຍຂອງກູນີ ເປັນຫົວໜ້າຂອງຕະກຸນເຫຼົ່ານັ້ນ. 16 ພວກເຂົາໄດ້ອາໄສໃນເຂດແດນບາຊານແລະກີເລອາດ ໃນເມືອງທັງຫລາຍໃນທີ່ນັ້ນແລະຕາມທົ່ງຫຍ້າຂອງຊາໂຣນ. 17 ບັນທຶກເຫຼົ່ານີ້ໄດ້ຖືກຮິບໂຮມໄວ້ໃນສະໄໝຂອງກະສັດໂຢທາມແຫ່ງຢູດາຍ ແລະກະສັດເຢໂຣໂບອາມແຫ່ງອິດສະຣາເອນ. ກອງທັບຂອງເຜົ່າທາງທິດຕາເວັນອອກ 18 ໃນເຜົ່າຣູເບັນ, ກາດ ແລະມານາເຊເຄິ່ງເຜົ່າ ມີທະຫານທີ່ຝຶກແອບຢ່າງດີໃນການໃຊ້ໂລ້, ດາບ ແລະທະນູຈຳນວນສີ່ສິບສີ່ພັນເຈັດຮ້ອຍຫົກສິບຄົນ. 19 ພວກເຂົາໄດ້ເຮັດເສິກຕໍ່ສູ້ພວກຮັກກິດຂອງເຜົ່າເຢຕູເຣ, ນາຟິດ ແລະໂນດາບ. 20 ພວກເຂົາໄວ້ວາງໃຈໃນພຣະເຈົ້າ ແລະພາວັນນາອະທິຖານຂໍພຣະອົງຊ່ວຍເຫລືອ ແລະພຣະເຈົ້າໄດ້ຕອບຄຳພາວັນນາອະທິຖານຂອງພວກເຂົາ; ພຣະອົງໃຫ້ພວກເຂົາເອົາຊະນະພວກຮັກກິດແລະພັນທະມິດ. 21 ພວກເຂົາໄດ້ຢຶດມາຈາກພວກສັດຕູ ມີດັ່ງນີ້: ອູດຫ້າສິບພັນໂຕ, ແກະສອງຮ້ອຍຫ້າສິບພັນໂຕ ແລະລໍສອງພັນໂຕ ພ້ອມທັງຊະເລີຍເສິກອີກໜຶ່ງແສນຄົນ. 22 ພວກເຂົາໄດ້ຂ້າສັດຕູຢ່າງຫລວງຫລາຍ ເພາະການເຮັດເສິກຄັ້ງນີ້ແມ່ນພຣະເຈົ້າພໍໃຈໃຫ້ເຮັດ ແລະພວກເຂົາໄດ້ເຂົ້າໄປອາໄສຢູ່ໃນດິນແດນນີ້ ຈົນຖືກກວາດໄປເປັນຊະເລີຍໃນຕ່າງຖິ່ນ. ປະຊາຊົນຂອງມານາເຊເຄິ່ງເຜົ່າຕາເວັນອອກ 23 ປະຊາຊົນມານາເຊເຄິ່ງເຜົ່າຕາເວັນອອກໄດ້ຕັ້ງຖິ່ນຖານຢູ່ທີ່ເຂດແດນຂອງບາຊານ ຈົນໄປເຖິງພາກເໜືອຂອງບາອານເຮີໂມນ, ເສນີ ແລະທີ່ພູເຮີໂມນ; ແລະປະຊາຊົນຂອງພວກເຂົາໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ. 24 ບຸກຄົນດັ່ງຕໍ່ໄປນີ້ແມ່ນຫົວໜ້າຂອງຕະກຸນຕ່າງໆມີດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະຢາດີເອນ. ພວກເຂົາທັງໝົດເປັນທະຫານທີ່ເກັ່ງກ້າແລະເປັນຜູ້ນຳຕະກຸນທີ່ມີຊື່ສຽງດີ. ເຜົ່າທາງທິດຕາເວັນອອກຖືກຈັບໄປເປັນຊະເລີຍ 25 ແຕ່ປະຊາຊົນບໍ່ສັດຊື່ຕໍ່ພຣະເຈົ້າຂອງປູ່ຍ່າຕາຍາຍພວກເຂົາ ແລະໄດ້ປະຖິ້ມພຣະອົງໄປຂາບໄຫວ້ບັນດາພະຊົນຊາດອື່ນ ທີ່ພຣະເຈົ້າໄດ້ຂັບໄລ່ໜີອອກໄປຈາກດິນແດນ. 26 ດັ່ງນັ້ນ ພຣະເຈົ້າຈຶ່ງບັນດານໃຫ້ກະສັດປູນແຫ່ງອັດຊີເຣຍ (ມີຊື່ອື່ນອີກວ່າ ຕີກະລາດປີເລເສ) ມາຮຸກຮານປະເທດຂອງພວກເຂົາ. ເພິ່ນໄດ້ຈັບເຜົ່າຣູເບັນ, ກາດ, ມານາເຊເຄິ່ງເຜົ່າຕາເວັນອອກໄປເປັນຊະເລີຍ ແລະໃຫ້ພວກເຂົາໄດ້ຕັ້ງຫຼັກແຫຼ່ງຢູ່ໃນຮາລາ, ຮາບໍ ແລະຮາຣາ ແລະຕາມລຳແມ່ນໍ້າໂກຊານຈົນເຖິງທຸກວັນນີ້. |
@ 2012 United Bible Societies. All Rights Reserved.