Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 4 - ພຣະຄຳພີສັກສິ


ເຊື້ອສາຍ​ຂອງ​ຢູດາ

1 ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ບາງສ່ວນ​ຂອງ​ຢູດາ ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະ​ໂຊບານ.

2 ໂຊບານ​ເປັນ​ພໍ່​ຂອງ​ເຣອາອີຢາ ແລະ​ເຣອາອີຢາ​ເປັນ​ພໍ່​ຂອງ​ຢາຮາດ; ຢາຮາດ​ເປັນ​ພໍ່​ຂອງ​ອາຮູມາຍ​ແລະ​ລາຮາດ ຊຶ່ງ​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ​ໂຊຣາ.

3-4 ຮູເຣ​ແມ່ນ​ລູກຊາຍກົກ​ຂອງ​ກາເລັບ​ທີ່​ໄດ້​ກັບ​ນາງ​ເອຟຣັດ. ແມ່ນ​ເຊື້ອສາຍ​ຂອງ​ຮູເຣ​ທີ່​ເປັນ​ຜູ້​ໄດ້​ສ້າງ​ເມືອງ​ເບັດເລເຮັມ. ຮູເຣ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເອຕາມ, ເປນູເອນ ແລະ​ເອເຊ. ເອຕາມ​ມີ​ລູກຊາຍ ສາມ​ຄົນ​ດັ່ງນີ້: ຢິດຊະເຣນ, ອີຊະມາ ແລະ​ອີດະບັດ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ຮັດເຊເລນໂປນີ. ເປນູເອນ​ໄດ້​ສ້າງ​ເມືອງ​ເກໂດເຣ ແລະ​ເອເຊ​ໄດ້​ສ້າງ​ເມືອງ​ຮູຊາ.

5 ອາຊະຮູ​ຜູ້​ໄດ້​ສ້າງ​ເມືອງ​ເຕກົວ ມີ​ເມຍ​ສອງ​ຄົນ​ດັ່ງນີ້: ເຮລາ​ແລະ​ນາອາຣາ.

6 ລາວ​ມີ​ລູກຊາຍ​ກັບ​ນາງ​ນາອາຣາ​ສີ່​ຄົນ ດັ່ງນີ້: ອາຮູດຊຳ, ເຮເຟ, ເຕເມນີ ແລະ​ຮາຮັດສະຕາຣີ.

7 ແລະ​ລາວ​ຍັງ​ມີ​ລູກຊາຍ​ກັບ​ນາງ​ເຮລາ​ສາມ​ຄົນ ດັ່ງນີ້: ເຊເຣດ, ອີຊະຮາດ ແລະ​ເອັດນັນ.

8 ໂກເຊ​ເປັນ​ພໍ່​ຂອງ​ອານຸບ​ແລະ​ໂຊເບບາ ແລະ​ເປັນ​ບັນພະບຸລຸດ​ຂອງ​ຕະກຸນ​ຕ່າງໆ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາຮາເຮນ​ລູກຊາຍ​ຂອງ​ຮາຣູມ.

9 ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຢາເບດ ແລະ​ລາວ​ໄດ້​ຮັບ​ການ​ນັບຖື​ຫລາຍກວ່າ​ໝູ່​ໃນ​ຄອບຄົວ. ແມ່​ຂອງ​ລາວ​ໄດ້​ໃສ່​ຊື່​ໃຫ້​ວ່າ​ຢາເບດ ເພາະ​ເມື່ອ​ຄອດ​ລາວ​ອອກ​ມາ​ນັ້ນ ນາງ​ໄດ້​ຮັບ​ຄວາມ​ເຈັບປວດ​ຫລາຍ.

10 ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.


ລາຍຊື່​ຄອບຄົວ​ອື່ນໆ

11 ເກລຸບ​ອ້າຍ​ຂອງ​ຊູຮາ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເມຮີ. ເມເຮຍ​ເປັນ​ພໍ່​ຂອງ​ເອຊະໂຕນ,

12 ແລະ​ເອຊະໂຕນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເບັດຣາພາ, ປາເສຢາ ແລະ​ເຕຮີນນາ. ເຕຮີນນາ​ເປັນ​ຜູ້​ສ້າງ​ເມືອງ​ນາຮາດ. ພວກ​ເຊື້ອສາຍ​ຂອງ​ຄົນ​ເຫຼົ່ານີ້​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຣກາ.

13 ເກນາດ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ໂອດນີເອນ​ແລະ​ເສຣາອີຢາ. ໂອດນີເອນ​ມີ​ລູກຊາຍ​ສອງ​ຄົນ​ເຊັ່ນກັນ ດັ່ງນີ້: ຮາທັດ ແລະ​ເມໂອໂນໄທ.

14 ເມໂອໂນໄທ​ເປັນ​ພໍ່​ຂອງ​ໂອຟະຣາ. ເສຣາອີຢາ​ເປັນ​ພໍ່​ຂອງ​ໂຢອາບ ຜູ້​ທີ່​ໄດ້​ກໍ​ຕັ້ງ​ບ້ານ​ແຫ່ງ​ຮ່ອມພູ​ຊ່າງສີມື ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ນາຍ​ຊ່າງສີມື​ທຸກຄົນ​ອາໄສ​ຢູ່.

15 ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອີຣູ, ເອລາ ແລະ​ນາອາມ. ເອລາ​ເປັນ​ພໍ່​ຂອງ​ເກນາດ.

16 ເຢຮັນເລເລນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຊີເຟ, ຊີຟາ, ຕີຣີອາ ແລະ​ອາສາເຣນ.

17-18 ເອຊະຣາ ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ເຢເທ, ເມເຣດ, ເອເຟ ແລະ​ຢາໂລນ. ເມເຣດ​ໄດ້​ແຕ່ງງານ​ກັບ​ບີທີຢາ ລູກສາວ​ຂອງ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ; ແລະ​ພວກເຂົາ​ມີ​ລູກສາວ​ຄົນ​ໜຶ່ງ​ຊື່​ວ່າ ມີຣີອາມ ແລະ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ຊາມມາຍ ແລະ​ອີຊະບາ. ອີຊະບາ​ໄດ້​ສ້າງ​ເມືອງ​ເອຊະເຕມົວ. ເມເຣດ​ຍັງ​ໄດ້​ແຕ່ງງານ​ກັບ​ຍິງ​ຄົນ​ໜຶ່ງ​ໃນ​ເຜົ່າ​ຢູດາ​ເຊັ່ນກັນ ແລະ​ພວກເຂົາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢເຣັດ​ຜູ້​ໄດ້​ສ້າງ​ເມືອງ​ເກໂດເຣ; ເຮເບ​ຜູ້​ໄດ້​ສ້າງ​ເມືອງ​ໂສໂກ; ແລະ​ເຢກູທິເອນ​ຜູ້​ໄດ້​ສ້າງ​ເມືອງ​ຊາໂນອາ.

19 ໂຮດີຢາ​ໄດ້​ແຕ່ງງານ​ກັບ​ເອື້ອຍ​ຂອງ​ນາຮາມ. ເຊື້ອສາຍ​ຂອງ​ພວກເຂົາ​ໄດ້​ກໍ່​ຕັ້ງ​ຕະກຸນ​ຄາມ ຊຶ່ງ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເກອີລາ ແລະ​ຕະກຸນ​ມາອາກາດ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເອຊະເຕມົວ.

20 ຊີໂມນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອາມໂນນ, ຣິນນາ, ເບນຮານານ ແລະ​ຕີໂລນ. ອີຊີ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ໂຊເຮັດ​ແລະ​ເບນໂຊເຫັດ.


ເຊື້ອສາຍ​ຂອງ​ເຊລາ

21 ເຊລາ​ແມ່ນ​ລູກຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ລູກຊາຍ​ທັງຫລາຍ​ຂອງ​ຢູດາ. ເຊື້ອສາຍ​ຂອງ​ເພິ່ນ ມີ​ດັ່ງນີ້: ເອຣະ​ຜູ້​ທີ່​ໄດ້​ສ້າງ​ເມືອງ​ເລກາ; ລາອາດາ​ຜູ້​ທີ່​ໄດ້​ສ້າງ​ເມືອງ​ມາເຣຊາ; ຕະກຸນ​ຂອງ​ຊ່າງ​ຕໍ່າຜ້າ​ຜູ້​ທີ່​ໄດ້​ອາໄສ​ຢູ່​ເມືອງ​ເບັດ​ອາຊະເບອາ;

22 ໂຢກີມ​ແລະ​ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ໂກເຊບາ; ແລະ​ໂຢອາດ​ກັບ​ສາຣາບ​ຜູ້​ທີ່​ໄດ້​ແຕ່ງງານ​ກັບ​ຍິງ​ຊາວ​ໂມອາບ; ແລະ​ຕໍ່ມາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ເລີຍ​ທີ່​ເບັດເລເຮັມ. (ສ່ວນ​ຂະນົບທຳນຽມ​ເຫຼົ່ານີ້​ເປັນ​ເລື່ອງ​ບູຮານ​ຫລາຍ.)

23 ພວກເຂົາ​ເປັນ​ຊ່າງ​ປັ້ນໝໍ້​ຮັບໃຊ້​ກະສັດ ແລະ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເນຕາອີມ​ແລະ​ເກເດຣາ.


ເຊື້ອສາຍ​ຂອງ​ຊີເມໂອນ

24 ຊີເມໂອນ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະ​ຊາອູນ.

25 ລູກຊາຍ​ຂອງ​ຊາອູນ​ແມ່ນ​ຊານລູມ, ຫລານຊາຍ​ຂອງ​ເພິ່ນ​ແມ່ນ​ມິບສາມ ແລະ​ເຫຼັນ​ຂອງ​ເພິ່ນ​ແມ່ນ​ມີຊະມາ.

26 ແລ້ວ​ເຊື້ອສາຍ​ທີ່​ສືບຕໍ່​ຈາກ​ມີຊະມາ ມີ​ດັ່ງນີ້: ຮາມມູເອນ, ຊັກກູເຣ ແລະ​ຊີເມອີ.

27 ຊີເມອີ​ມີ​ລູກຊາຍ​ສິບຫົກ​ຄົນ​ແລະ​ລູກສາວ​ຫົກ​ຄົນ ແຕ່​ພີ່ນ້ອງ​ຂອງ​ລາວ​ມີ​ລູກ​ບໍ່​ຫລາຍ​ຄົນ ແລະ​ຕະກຸນ​ທັງໝົດ​ຂອງ​ພວກເຂົາ​ບໍ່ມີ​ຄົນ​ເພີ່ມ​ຂຶ້ນ​ຫລາຍ​ເທົ່າ​ກັບ​ເຜົ່າຢູດາ.

28 ນັບ​ລົງ​ໄປ​ເຖິງ​ສະໄໝ​ຂອງ​ກະສັດ​ດາວິດ ເຊື້ອສາຍ​ຂອງ​ຊີເມໂອນ​ໄດ້​ອາໄສ​ຢູ່​ໃນ​ເມືອງ ດັ່ງ​ຕໍ່ໄປນີ້: ເບເອນເຊບາ, ໂມລາດາ, ຮາຊາຊູອານ,

29 ບີນຮາ, ເອເຊມ, ໂຕລາດ,

30 ເບທູເອນ, ໂຮມາ, ຊິກລັກ,

31 ເບັດ​ມັກກາໂບດ, ຮາຊາສູສິມ, ເບັດບີຣີ ແລະ​ຊາອາຣາອິມ.

32 ພວກເຂົາ​ຍັງ​ໄດ້​ອາໄສ​ຢູ່​ໃນ​ບ່ອນ​ອື່ນໆ​ອີກ ດັ່ງນີ້: ເອຕາມ, ອາອິນ, ຣິມໂມນ, ໂຕເກນ ແລະ​ອາຊານ,

33 ແລະ​ບ້ານ​ທັງຫລາຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄກ​ໄປ​ຈົນເຖິງ​ທິດ​ຕາເວັນຕົກ​ສ່ຽງໃຕ້​ຂອງ​ເມືອງ​ບາອາລາດ. ນີ້ແຫລະ ຄື​ການ​ບັນທຶກ​ສຳມະໂນຄົວ​ແລະ​ບ່ອນຕ່າງໆ​ທີ່​ພວກເຂົາ​ອາໄສ​ຢູ່.

34 ບຸກຄົນ​ດັ່ງ​ຕໍ່ໄປນີ້​ແມ່ນ​ຫົວໜ້າ​ຕະກຸນ​ຂອງ​ພວກເຂົາ ມີ​ດັ່ງນີ້: ເມໂຊບັບ, ຢາມເລັກ, ໂຢຊາ ຜູ້​ເປັນ​ລູກຊາຍ​ຂອງ​ອາມາຊີຢາ,

35 ໂຢເອນ, ເຢຮູ (ເປັນ​ລູກຊາຍ​ຂອງ​ໂຢຊີບີຢາ, ຫລານຊາຍ​ຂອງ​ເສຣາອີຢາ, ເຫຼັນ​ຂອງ​ອາສີເອນ),

36 ເອລີໂອນາຍ, ຢາອາໂກບາດ, ເຢໂຊຮາອີຢາ, ອາສາອີຢາ, ອາດີເອນ, ເຢສີມີເອນ, ເບນາອີຢາ.

37 ຊີຊາ (ລູກຊາຍ​ຂອງ​ຊິບຟີ, ຫລານຊາຍ​ຂອງ​ອັນໂລນ, ເຊື້ອສາຍ​ຂອງ​ເຢດາອີຢາ, ຊິມຣີ ແລະ​ເຊມາອີຢາ).

38 ຊື່​ເຫຼົ່ານີ້​ເປັນ​ຜູ້ນຳ​ໃນ​ຄອບຄົວ ຍ້ອນ​ຄອບຄົວ​ຂອງ​ພວກເຂົາ​ສືບຕໍ່​ເພີ່ມ​ຂຶ້ນ,

39 ພວກເຂົາ​ຈຶ່ງ​ໄດ້​ແຜ່ຜາຍ​ກະຈາຍ​ອອກ​ໄປ ທາງ​ທິດ​ຕາເວັນຕົກ​ເກືອບ​ຮອດ​ເກຣາກ ແລະ​ໄດ້​ລ້ຽງ​ຝູງແກະ​ຂອງ​ພວກເຂົາ​ຢູ່​ທາງ​ພາກ​ຕາເວັນອອກ​ຂອງ​ຮ່ອມພູ​ໃນ​ບ່ອນ​ທີ່​ຕັ້ງ​ເມືອງ​ຢູ່.

40 ພວກເຂົາ​ໄດ້​ພົບ​ທົ່ງຫຍ້າ​ຢ່າງ​ອຸດົມສົມບູນ ທັງ​ກວ້າງຂວາງ​ແລະ​ງຽບ​ສະຫງົບ​ດີ​ຢູ່​ນອກເມືອງ. ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ກ່ອນ​ພວກເຂົາ​ແມ່ນ​ຊາວ​ຮາມ.

41 ໃນ​ສະໄໝ​ຂອງ​ກະສັດ​ເຮເຊກີຢາ​ແຫ່ງ​ອານາຈັກ​ຢູດາຍ ພວກ​ຜູ້ຊາຍ​ທີ່​ມີ​ຊື່​ໃນ​ຂ້າງ​ເທິງ​ນັ້ນ​ໄດ້​ໄປ​ທີ່​ເມືອງ​ເກຣາກ ແລະ​ທຳລາຍ​ເຕັນ​ກັບ​ຕູບ​ຂອງ​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພວກເຂົາ​ຂັບໄລ່​ປະຊາຊົນ​ເຫຼົ່ານັ້ນ​ອອກ​ໄປ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ ຍ້ອນ​ບ່ອນ​ນີ້​ມີ​ດິນ​ທີ່​ອຸດົມສົມບູນ​ສຳລັບ​ຝູງແກະ​ຂອງ​ພວກເຂົາ.

42 ຄົນ​ໃນ​ເຜົ່າ​ຂອງ​ຊີເມໂອນ​ອື່ນໆ ຫ້າຮ້ອຍ​ຄົນ​ໄດ້​ພາກັນ​ໄປ ທີ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເອໂດມ. ພວກຜູ້ນຳ​ຂອງ​ພວກເຂົາ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ອີຊີ ມີ​ດັ່ງນີ້: ເປລາຕີຢາ, ເນອາຣີຢາ, ເຣຟາອີຢາ ແລະ​ອຸດຊີເອນ.

43 ຢູ່​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ສັງຫານ​ຊາວ​ອາມາເຫຼັກ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ແລະ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ຈົນເຖິງ​ທຸກ​ວັນນີ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan