Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 3 - ພຣະຄຳພີສັກສິ


ພວກ​ລູກໆ​ຂອງ​ກະສັດ​ດາວິດ

1 ຕໍ່ໄປນີ້​ແມ່ນ​ລູກຊາຍ​ຂອງ​ກະສັດ​ດາວິດ​ຕາມ​ລຳດັບ​ອາຍຸ ເກີດ​ໃນ​ເວລາ​ທີ່​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຮັບໂຣນ ມີ​ດັ່ງນີ້: ອຳໂນນ ມີ​ແມ່​ຊື່​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ ດານີເອນ ມີ​ແມ່​ຊື່​ນາງ​ອາບີກາຍ ຊາວ​ກາເມນ

2 ອັບຊາໂລມ ມີ​ແມ່​ຊື່​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເມືອງ​ເກຊູ ອາໂດນີຢາ ມີ​ແມ່​ຊື່​ນາງ​ຮັກກິດ

3 ເຊຟາຕີຢາ ມີ​ແມ່​ຊື່​ນາງ​ອາບີຕານ ອິດທະເຣອາມ ມີ​ແມ່​ຊື່​ນາງ​ເອກະລາ

4 ລູກ​ທັງ​ຫົກ​ຄົນ​ນັ້ນ​ໄດ້​ເກີດ​ຢູ່​ໃນ​ເມືອງ​ເຮັບໂຣນ ເວລາ​ທີ່​ກະສັດ​ດາວິດ​ໄດ້​ປົກຄອງ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ເຈັດ​ປີ​ເຄິ່ງ. ກະສັດ​ດາວິດ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບສາມ​ປີ ແລະ​ເພິ່ນ​ໄດ້​ລູກຊາຍ​ອີກ​ຫລາຍ​ຄົນ. ນາງ​ບັດເຊບາ ເມຍ​ຂອງ​ເພິ່ນ​ເປັນ​ລູກສາວ​ຂອງ​ອາມມີເອນ

5 ໄດ້​ເກີດ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຊີເມອາ, ໂຊບັບ, ນາທານ ແລະ​ໂຊໂລໂມນ.

6 ເພິ່ນ​ໄດ້​ມີ​ລູກຊາຍ​ອື່ນໆ​ອີກ​ເກົ້າ​ຄົນ ດັ່ງນີ້: ອິບຮາ, ເອລີຊາມາ, ເອລີເຟເລັດ,

7 ໂນຄາ, ເນເຟັກ, ຢາເຟຍ,

8 ເອລີຊາມາ, ເອລີອາດາ ແລະ​ເອລີເຟເລັດ.

9 ນອກຈາກ​ລູກ​ທັງໝົດ​ເຫຼົ່ານີ້​ແລ້ວ ເພິ່ນ​ຍັງ​ມີ​ລູກຊາຍ​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຈາກ​ບັນດາ​ເມຍນ້ອຍ. ເພິ່ນ​ໄດ້​ມີ​ລູກສາວ​ຜູ້ໜຶ່ງ​ອີກ​ຊື່​ວ່າ ຕາມາ.


ເຊື້ອສາຍ​ຂອງ​ກະສັດ​ໂຊໂລໂມນ

10 ຣາຊວົງ​ຂອງ​ກະສັດ​ໂຊໂລໂມນ​ແຕ່​ພໍ່​ຮອດ​ລູກ ມີ​ດັ່ງນີ້: ໂຊໂລໂມນ, ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ,

11 ໂຢຣາມ, ອາຮາຊີຢາ, ໂຢອາດ,

12 ອາມາຊີຢາ, ອາຊາຣີຢາ(ອຸດຊີຢາ), ໂຢທາມ,

13 ອາຮາດ, ເຮເຊກີຢາ, ມານາເຊ,

14 ອາໂມນ ແລະ ໂຢສີຢາ.

15 ໂຢສີຢາ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ມີ​ດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະ​ຊານລູມ.

16 ເຢໂຮຍອາກິມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ເຢໂຮຍອາກິນ ແລະ​ເຊເດກີຢາ.


ເຊື້ອສາຍ​ຂອງ​ກະສັດ​ເຢໂຮຍອາກິນ

17 ຄົນ​ເຫຼົ່ານີ້​ແມ່ນ​ບັນດາ​ເຊື້ອສາຍ​ຂອງ​ກະສັດ​ເຢໂຮຍອາກິນ ທີ່​ຖືກ​ພວກ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍ ກະສັດ​ເຢໂຮຍອາກິນ​ມີ​ລູກຊາຍ​ເຈັດ​ຄົນ ດັ່ງນີ້: ເຊອານຕີເອນ,

18 ມານກີຣາມ, ເປດາອີຢາ, ເຊນັດຊາ, ເຢກາມີຢາ, ໂຮຊາມາ ແລະ​ເນດາບີຢາ.

19 ເປດາອີຢາ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເຊຣຸບບາເບນ​ແລະ​ຊີເມອີ. ເຊຣຸບບາເບນ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເມຊູນລຳ​ແລະ​ຮານານີຢາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເຊໂລມິດ.

20 ເພິ່ນ​ຍັງ​ມີ​ລູກສາວ​ຕື່ມ​ອີກ​ຫ້າ​ຄົນ​ດັ່ງນີ້: ຮາຊູບາ, ໂອເຮນ, ເບເຣກີຢາ, ຮາສາດີຢາ ແລະ​ຢູຊັບເຮເສັດ.

21 ຮານານີຢາ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເປລາຕີຢາ​ແລະ​ເຢຊາອີຢາ. ເຢຊາອີຢາ​ເປັນ​ພໍ່​ຂອງ​ເຣຟາອີຢາ ແລະ​ເຣຟາອີຢາ​ເປັນ​ພໍ່​ຂອງ​ອາກນັນ ອາກນັນ​ເປັນ​ພໍ່​ຂອງ​ໂອບາດີຢາ ແລະ​ໂອບາດີຢາ​ເປັນ​ພໍ່​ຂອງ​ເຊການີຢາ.

22 ເຊການີຢາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຊມາອີຢາ ແລະ​ມີ​ຫລານຊາຍ​ຫ້າ​ຄົນ ດັ່ງນີ້: ຮັດຕຸເຊ, ອີການ, ບາຣີຢາ, ເນອາຣີຢາ ແລະ​ຊາຟັດ.

23 ເນອາຣີຢາ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ເອລີໂອນາຍ, ຮີຊະກີຢາ ແລະ​ອາຊະຣີກຳ.

24 ເອລີໂອນາຍ ມີ​ລູກຊາຍ​ເຈັດ​ຄົນ​ດັ່ງນີ້: ໂຮດາວີຢາ, ເອລີອາຊິບ, ເປລາອີຢາ, ອັກກຸບ, ໂຢຮານານ, ເດລາອີຢາ ແລະ​ອານານີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan