Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 29 - ພຣະຄຳພີສັກສິ


ເຄື່ອງ​ຖວາຍ​ສຳລັບ​ສ້າງ​ພຣະວິຫານ

1 ແລ້ວ​ກະສັດ​ດາວິດ​ກໍ​ປະກາດ​ຕໍ່​ທີ່​ປະຊຸມ​ທັງໝົດ​ວ່າ, “ໂຊໂລໂມນ​ລູກຊາຍ​ຂອງ​ຂ້າພະເຈົ້າ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກເອົາ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ພາລະກິດ​ນີ້​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ຫລາຍ ເພາະ​ບໍ່ແມ່ນ​ວຽກ​ສຳລັບ​ສ້າງ​ຣາຊວັງ​ໃຫ້​ມະນຸດ​ຢູ່, ແຕ່​ເປັນ​ວຽກ​ທີ່​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ.

2 ຂ້າພະເຈົ້າ​ໄດ້​ພະຍາຍາມ​ຈັດຕຽມ​ວັດສະດຸ​ຕ່າງໆ​ໄວ້ ສຳລັບ​ສ້າງ​ພຣະວິຫານ ເປັນ​ຕົ້ນ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ໄມ້, ຫີນ​ມີຄ່າ​ແລະ​ພອຍ, ຫີນລາຍ​ແລະ​ຫີນອ່ອນ ເປັນ​ຈຳນວນ​ຫລວງຫລາຍ.

3 ນອກຈາກ​ສິ່ງ​ທັງໝົດ​ທີ່​ໄດ້​ຖືກ​ຈັດຫາ​ໄວ້​ນັ້ນ ຂ້າພະເຈົ້າ​ຍັງ​ໄດ້​ມອບ​ເງິນ​ແລະ​ຄຳ​ຈາກ​ຊັບສົມບັດ​ສ່ວນຕົວ​ຂອງ​ຂ້າພະເຈົ້າ​ໃຫ້​ຕື່ມ ເພາະ​ຂ້າພະເຈົ້າ​ຮັກ​ວິຫານ​ຂອງ​ພຣະເຈົ້າ.

4-5 ຂ້າພະເຈົ້າ​ມອບ​ຄຳສົດ​ຈາກ​ໂອເຟຍ​ກວ່າ​ໜຶ່ງຮ້ອຍ​ໂຕນ ແລະ​ເງິນ​ສົດ​ສອງຮ້ອຍ​ຫົກສິບຫ້າ​ໂຕນ ສຳລັບ​ໃຊ້​ຕົບແຕ່ງ​ຝາ​ຂອງ​ພຣະວິຫານ ແລະ​ສຳລັບ​ເຮັດ​ສິ່ງຂອງ​ຕ່າງໆ​ທີ່​ພວກ​ຊ່າງສີມື​ຈະ​ລົງ​ມື​ເຮັດ. ບັດນີ້ ຜູ້ໃດ​ອີກ​ແດ່​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ຢາກ​ຖວາຍ​ແກ່​ພຣະເຈົ້າຢາເວ?”

6 ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຜູ້​ບັນຊາການ​ກອງທັບ ແລະ​ບັນດາ​ຜູ້​ບໍລິຫານ​ຊັບສົມບັດ​ຂອງ​ກະສັດ ກໍໄດ້​ສະໝັກ​ໃຈ​ຖວາຍ​ສິ່ງຂອງ​ເພື່ອ​ວຽກງານ​ການ​ກໍ່ສ້າງ​ພຣະວິຫານ

7 ດັ່ງ​ຕໍ່ໄປນີ້: ຄຳ​ໜຶ່ງຮ້ອຍ​ເກົ້າສິບ​ໂຕນ, ເງິນ​ສາມຮ້ອຍ​ແປດສິບ​ໂຕນ, ທອງສຳຣິດ​ຫົກຮ້ອຍ​ເຈັດສິບຫ້າ​ໂຕນ ແລະ​ເຫຼັກ​ສາມພັນ​ເຈັດຮ້ອຍ​ຫ້າສິບ​ໂຕນ.

8 ສ່ວນ​ຜູ້​ທີ່​ມີ​ຫີນ​ມີຄ່າ​ກໍໄດ້​ຖວາຍ​ໃຫ້​ຄັງ​ວິຫານ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ເຢຮີເອນ​ຄົນເລວີ​ໃນ​ຕະກຸນ​ເກໂຊນ​ເປັນ​ຜູ້​ບໍລິຫານ.

9 ປະຊາຊົນ​ຖວາຍ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຕ່າງ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມີ​ຄົນ​ຖວາຍ​ຢ່າງ​ຫລວງຫລາຍ. ສ່ວນ​ກະສັດ​ດາວິດ​ຍິ່ງ​ມີ​ຄວາມ​ສຸກໃຈ​ຫລາຍ​ທີ່ສຸດ.


ດາວິດ​ສັນລະເສີນ​ພຣະເຈົ້າ

10 ກະສັດ​ດາວິດ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຕໍ່​ໜ້າທີ່​ປະຊຸມ​ທັງຫລາຍ. ເພິ່ນ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຂໍ​ໃຫ້​ພຣະອົງ​ຈົ່ງ​ໄດ້​ຮັບ​ຄຳ​ຍົກຍໍ​ສັນລະເສີນ​ຕະຫລອດໄປ​ເທີ້ນ

11 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ, ມີ​ໄຊຊະນະ, ງົດງາມ​ແລະ​ເຕັມປ່ຽມ​ດ້ວຍ​ສະຫງ່າຣາສີ. ທຸກໆ​ສິ່ງ​ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະອົງ, ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ຈອມ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.

12 ຄວາມຮັ່ງມີ​ແລະ​ຊັບສົມບັດ​ທັງໝົດ​ກໍ​ມາ​ຈາກ​ພຣະອົງ​ທັງສິ້ນ; ພຣະອົງ​ປົກປ້ອງ​ຄຸ້ມຄອງ​ສັບພະທຸກສິ່ງ​ດ້ວຍ​ກຳລັງ ແລະ​ຣິດເດດ​ຂອງ​ພຣະອົງ​ເອງ ແລະ​ພຣະອົງ​ບັນດານ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຍິ່ງໃຫຍ່​ແລະ​ເຂັ້ມແຂງ​ໄດ້.

13 ບັດນີ້ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພວກ​ຂ້ານ້ອຍ​ຂໍ​ໂມທະນາ​ຂອບພຣະຄຸນ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.

14 ຕາມ​ທີ່​ຈິງ​ແລ້ວ ປະຊາຊົນ​ຂອງ​ພຣະອົງ​ແລະ​ຂ້ານ້ອຍ​ເອງ​ຈະ​ຖວາຍ​ສິ່ງໃດໆ​ໃຫ້​ແກ່​ພຣະອົງ​ບໍ່ໄດ້​ດອກ ເພາະ​ທຸກສິ່ງ​ເປັນ​ຂອງຂວັນ​ມາ​ຈາກ​ພຣະອົງ​ທັງ​ສິ້ນ ແລະ​ພວກ​ຂ້ານ້ອຍ​ກໍ​ພຽງແຕ່​ຖວາຍ​ສິ່ງ​ທີ່​ເປັນ​ຂອງ​ພຣະອົງ​ຄືນ​ໃຫ້​ພຣະອົງ​ເທົ່ານັ້ນ.

15 ພວກ​ຂ້ານ້ອຍ​ມີ​ຊີວິດ​ທີ່​ຜ່ານ​ມາ ດັ່ງ​ຄົນ​ທີ່​ຖືກ​ເນລະເທດ​ແລະ​ຄົນຕ່າງດ້າວ ເໝືອນ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ທີ່​ເຄີຍ​ເປັນ​ມາ. ຊີວິດ​ຂອງ​ພວກ​ຂ້ານ້ອຍ​ປຽບ​ດັ່ງ​ເງົາ​ທີ່​ຜ່ານ​ພົ້ນ​ໄປ ແລະ​ພວກ​ຂ້ານ້ອຍ​ກໍ​ບໍ່​ອາດ​ຫລີກລ້ຽງ​ຈາກ​ຄວາມຕາຍ​ໄດ້.

16 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ຊັບສົມບັດ​ທັງໝົດ​ນີ້​ມາ​ສ້າງ​ວິຫານ ເພື່ອ​ເປັນ​ການ​ຍ້ອງຍໍ​ໃຫ້ກຽດ​ພຣະນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ; ແຕ່​ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ມາ​ຈາກ​ພຣະອົງ ແລະ​ເປັນ​ຂອງ​ພຣະອົງ​ທັງສິ້ນ.

17 ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.

18 ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ຮັກສາ​ການ​ອຸທິດຕົວ​ຢ່າງ​ນີ້ ໄວ້​ໃຫ້​ເຂັ້ມແຂງ​ຢູ່​ໃນ​ຈິດໃຈ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ຮັກສາ​ພວກເຂົາ​ໃຫ້​ສັດຊື່​ຕໍ່​ພຣະອົງ​ສືບໆໄປ​ດ້ວຍ​ເທີ້ນ.

19 ຂໍໂຜດ​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ອັນ​ເຕັມ​ລົ້ນ ທີ່​ຈະ​ປະຕິບັດ​ຕາມ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ ແລະ​ທີ່​ຈະ​ກໍ່ສ້າງ​ພຣະວິຫານ ຊຶ່ງ​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ແລ້ວ​ນີ້​ດ້ວຍ.”

20 ແລ້ວ​ກະສັດ​ດາວິດ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ” ແລະ​ທີ່​ປະຊຸມ​ທັງໝົດ​ກໍ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຂົາ ພ້ອມທັງ​ໄດ້​ຂາບລົງ ແລະ​ຍ້ອງຍໍ​ໃຫ້ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ຂອງ​ພວກຕົນ.

21 ວັນ​ຕໍ່ມາ ພວກເຂົາ​ໄດ້​ຂ້າ​ສັດ​ຖວາຍບູຊາ​ໃຫ້​ແກ່​ພຣະເຈົ້າຢາເວ​ກ່ອນ ແລ້ວ​ຈຶ່ງ​ນຳ​ມາ​ໃຫ້​ປະຊາຊົນ. ພວກເຂົາ​ຍັງ​ຂ້າ​ສັດ​ເຜົາ​ທັງ​ໂຕ​ຖວາຍ​ທີ່​ເທິງ​ແທ່ນບູຊາ​ເຊັ່ນ: ງົວເຖິກ​ໜຶ່ງພັນ​ໂຕ, ແກະເຖິກ​ໜຶ່ງພັນ​ໂຕ ແລະ​ລູກແກະ​ໜຶ່ງພັນ​ໂຕ. ພວກເຂົາ​ຍັງ​ໄດ້​ນຳ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ຄືກັນ.

22 ສະນັ້ນ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ​ໃນ​ມື້​ນັ້ນ ໃນ​ເມື່ອ​ໄດ້​ກິນ​ແລະ​ໄດ້​ດື່ມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ອັນນີ້​ເປັນ​ເທື່ອ​ທີ​ສອງ ທີ່​ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ກະສັດ. ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈີມ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ຂອງ​ພວກເຂົາ.

23 ດັ່ງນັ້ນ ໂຊໂລໂມນ​ຈຶ່ງ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ດາວິດ​ພໍ່​ຂອງຕົນ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຕັ້ງ​ຂຶ້ນ. ເພິ່ນ​ເປັນ​ກະສັດ​ທີ່​ປະສົບ​ຄວາມ​ສຳເລັດ ແລະ​ປະຊາຊົນ​ອິດສະຣາເອນ​ທັງ​ຊາດ​ກໍ​ເຊື່ອຟັງ​ເພິ່ນ.

24 ບັນດາ​ເຈົ້າໜ້າທີ່​ແລະ​ນາຍພົນ​ທະຫານ​ທັງຫລາຍ ຕະຫລອດ​ທັງ​ລູກຊາຍ​ທັງໝົດ​ຂອງ​ກະສັດ​ດາວິດ ຕ່າງ​ກໍໄດ້​ສັນຍາ​ວ່າ ຈະ​ສັດຊື່​ຕໍ່​ກະສັດ​ໂຊໂລໂມນ.

25 ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊົນຊາດ​ທັງໝົດ​ເກງກົວ​ກະສັດ​ໂຊໂລໂມນ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ເພິ່ນ​ມີ​ກຽດ​ຍິ່ງໃຫຍ່​ກວ່າ​ກະສັດ​ໃດໆ​ທີ່​ປົກຄອງ​ປະເທດ​ອິດສະຣາເອນ.


ສະຫລຸບ​ການປົກຄອງ​ຂອງ​ກະສັດ​ດາວິດ

26 ກະສັດ​ດາວິດ​ລູກຊາຍ​ຂອງ​ເຢຊີ​ໄດ້​ປົກຄອງ​ທົ່ວ​ທັງ​ຊາດ​ອິດສະຣາເອນ

27 ເປັນ​ເວລາ​ສີ່ສິບ​ປີ. ເພິ່ນ​ປົກຄອງ​ຢູ່​ທີ່​ເຮັບໂຣນ​ເຈັດ​ປີ ແລະ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ສາມສິບສາມ​ປີ.

28 ເພິ່ນ​ໄດ້​ຕາຍໄປ​ເມື່ອ​ເຖົ້າແກ່​ຊະຣາ​ຫລາຍ​ແລ້ວ ທັງ​ຮັ່ງມີ ແລະ​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ຢ່າງສູງ. ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

29 ປະຫວັດ​ຂອງ​ກະສັດ​ດາວິດ ແຕ່ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ບົດ​ບັນທຶກ​ຂອງ​ຜູ້ທຳນວາຍ​ສາມ​ຄົນ ດັ່ງນີ້: ຊາມູເອນ, ນາທານ ແລະ​ກາດ.

30 ບົດ​ບັນທຶກ​ນັ້ນ​ໄດ້​ບອກ​ເຖິງ​ການປົກຄອງ​ອຳນາດ ແລະ​ເຫດການ​ທີ່​ເກີດຂຶ້ນ​ແກ່​ເພິ່ນ, ແກ່​ຊາດ​ອິດສະຣາເອນ ແລະ​ແກ່​ອານາຈັກ​ທັງຫລາຍ​ທີ່​ຢູ່​ອ້ອມຮອບ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan