1 ຂ່າວຄາວ 28 - ພຣະຄຳພີສັກສິກະສັດດາວິດແນະນຳການສ້າງພຣະວິຫານ 1 ກະສັດໄດ້ສັ່ງບັນດາຂ້າຣາຊການທັງໝົດໃນຊາດອິດສະຣາເອນ ໃຫ້ມາປະຊຸມກັນທີ່ນະຄອນເຢຣູຊາເລັມ. ດັ່ງນັ້ນ ຂ້າຣາຊການທັງໝົດຂອງເຜົ່າຕ່າງໆ, ບັນດາຂ້າຣາຊການຜູ້ທີ່ໄດ້ບໍລິຫານວຽກການຂອງອານາຈັກ ບັນດາຜູ້ນຳຂອງຕະກຸນຕ່າງໆ, ບັນດາເຈົ້າໜ້າທີ່ຜູ້ເບິ່ງແຍງຊັບສົມບັດ ແລະສັດຂອງກະສັດ ແລະຂອງບັນດາລູກຊາຍຂອງເພິ່ນ ຕະຫລອດທັງບັນດາຂ້າຣາຊການໃນວັງ, ພວກທະຫານທີ່ເກັ່ງກ້າ, ພວກນັກຮຽນຮູ້ ແລະບັນດາຜູ້ອາວຸໂສ ກໍໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ. 2 ກະສັດດາວິດໄດ້ຢືນຂຶ້ນຕໍ່ໜ້າພວກເຂົາ ແລະກ່າວແກ່ທີ່ປະຊຸມວ່າ, “ເພື່ອນຮ່ວມຊາດທັງຫລາຍ ຈົ່ງຟັງເທີ້ນ ຂ້າພະເຈົ້າຕ້ອງການສ້າງວິຫານອັນຖາວອນເພື່ອໄວ້ຫີບພັນທະສັນຍາຂອງພຣະເຈົ້າຢາເວ ໃຫ້ເປັນທີ່ຮອງຕີນພຣະເຈົ້າຂອງພວກເຮົາ. ຂ້າພະເຈົ້າໄດ້ຫ້າງຫາທຸກສິ່ງໄວ້ພ້ອມແລ້ວສຳລັບການກໍ່ສ້າງ. 3 ແຕ່ພຣະເຈົ້າໄດ້ຫ້າມຂ້າພະເຈົ້າໄວ້ ເພາະຂ້າພະເຈົ້າເປັນນັກຮົບ ແລະໄດ້ເຮັດໃຫ້ເລືອດຕົກຢ່າງຫລວງຫລາຍ. 4 ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນໄດ້ເລືອກຂ້າພະເຈົ້າ ແລະເຊື້ອສາຍຂອງຂ້າພະເຈົ້າໃຫ້ປົກຄອງຊາດອິດສະຣາເອນຕະຫລອດໄປ. ພຣະອົງໄດ້ເລືອກເອົາເຜົ່າຢູດາໃຫ້ເປັນຫົວໜ້ານຳພາ ແລະຈາກເຜົ່າຢູດາ ພຣະອົງໄດ້ເລືອກເອົາຄອບຄົວຂອງຂ້າພະເຈົ້າ. ຈາກພີ່ນ້ອງທັງໝົດໃນຄອບຄົວຂອງຂ້າພະເຈົ້າ ພຣະອົງພໍໃຈນຳຂ້າພະເຈົ້າ ແລະແຕ່ງຕັ້ງຂ້າພະເຈົ້າໃຫ້ຂຶ້ນເປັນກະສັດປົກຄອງທົ່ວທັງໝົດຊາດອິດສະຣາເອນ. 5 ພຣະເຈົ້າຢາເວໄດ້ໃຫ້ຂ້າພະເຈົ້າມີລູກຊາຍຫລາຍຄົນ ແລະໃນພວກລູກຊາຍທັງໝົດຂອງຂ້າພະເຈົ້ານັ້ນ ພຣະອົງກໍໄດ້ເລືອກເອົາໂຊໂລໂມນໃຫ້ຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນ ອານາຈັກຂອງພຣະເຈົ້າຢາເວ. 6 ພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ໂຊໂລໂມນ ລູກຊາຍຂອງເຈົ້າເທົ່ານັ້ນຈະເປັນຜູ້ສ້າງວິຫານຂອງເຮົາ. ເຮົາໄດ້ເລືອກເອົາລາວໃຫ້ເປັນລູກຊາຍຂອງເຮົາ ແລະເຮົາຈະເປັນພໍ່ຂອງລາວ. 7 ເຮົາຈະເຮັດໃຫ້ອານາຈັກຂອງລາວຍືນຍົງໄປຕະຫລອດ ຖ້າລາວສືບຕໍ່ເຊື່ອຟັງຢ່າງເອົາໃຈໃສ່ ກົດບັນຍັດທຸກບົດແລະຄຳສັ່ງທຸກຂໍ້ຂອງເຮົາ ດັ່ງທີ່ລາວປະຕິບັດໃນເວລານີ້.’ 8 ສະນັ້ນ ປະຊາຊົນຂອງຂ້າພະເຈົ້າເອີຍ ບັດນີ້ ໂດຍຊ້ອງໜ້າພຣະເຈົ້າຢາເວຂອງພວກເຮົາ ຕໍ່ການໄດ້ຍິນພຣະເຈົ້າຂອງພວກເຮົາ ແລະຢູ່ຕໍ່ໜ້າທີ່ປະຊຸມຂອງຊາວອິດສະຣາເອນທັງໝົດນີ້; ຂ້າພະເຈົ້າຈຶ່ງຂໍສັ່ງພວກທ່ານທຸກຄົນໃຫ້ເຊື່ອຟັງຢ່າງເອົາໃຈໃສ່ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງພວກເຮົາໄວ້ທຸກປະການ; ເພື່ອວ່າພວກທ່ານຈະໄດ້ສືບຕໍ່ເປັນກຳມະສິດດິນແດນອັນອຸດົມສົມບູນແລະຮັ່ງມີ ຊຶ່ງພວກທ່ານຈະໄດ້ສືບທອດໃຫ້ເຊັ່ນຕໍ່ໆໄປໄດ້.” 9 ຕໍ່ມາເພິ່ນໄດ້ກ່າວແກ່ໂຊໂລໂມນວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີໆ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະສຸດຄວາມຄິດ. ພຣະເຈົ້າຢາເວຮູ້ຄວາມຄິດແລະຄວາມປາຖະໜາທັງໝົດຂອງພວກເຮົາ. ຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍຈະໃຫ້ເຈົ້າໄດ້ພົບກັບພຣະອົງ, ແຕ່ຖ້າເຈົ້າຫັນໜ້າໜີໄປຈາກພຣະອົງ ພຣະອົງກໍຈະປະຖິ້ມເຈົ້າຕະຫລອດໄປ. 10 ເຈົ້າຕ້ອງຮັບຮູ້ວ່າພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ເປັນຜູ້ສ້າງວິຫານອັນສັກສິດຂອງພຣະອົງ. ບັດນີ້ ຈົ່ງລົງມືເຮັດດ້ວຍຄວາມເດັດດ່ຽວ ແລະກ້າຫານເທີ້ນ.” 11 ກະສັດດາວິດໄດ້ມອບແຜນຜັງການກໍ່ສ້າງພຣະວິຫານທັງໝົດໃຫ້ແກ່ໂຊໂລໂມນຄື: ແຜນຜັງຫ້ອງຕ່າງໆ, ຫ້ອງໄວ້ເຄື່ອງ ແລະຫ້ອງຊັ້ນເທິງ ແລະຫ້ອງຊັ້ນໃນ ແລະຫ້ອງສັກສິດທີ່ສຸດຄືຫ້ອງພຣະທີ່ນັ່ງແຫ່ງພຣະຄຸນ. 12 ເພິ່ນໄດ້ບອກໃຫ້ໂຊໂລໂມນຮູ້ແຜນຜັງທີ່ເພິ່ນໄດ້ຄິດໃນໃຈກ່ຽວກັບເດີ່ນວິຫານຂອງພຣະເຈົ້າຢາເວ ແລະຫ້ອງອື່ນໆທີ່ອ້ອມຮອບເດີ່ນວິຫານຂອງພຣະເຈົ້າ ແລະຫ້ອງໄວ້ຂອງສຳລັບເຄື່ອງໃຊ້ໃນພຣະວິຫານແລະເຄື່ອງທີ່ອຸທິດຖວາຍ. 13 ກະສັດດາວິດໄດ້ມອບໃຫ້ໂຊໂລໂມນ ມີລະບຽບການຈັດຕັ້ງຂອງບັນດາປະໂຣຫິດແລະຂອງພວກເລວີ ໃນການຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວ ແລະຮັກສາເຄື່ອງໃຊ້ທັງໝົດປະຈຳວິຫານຂອງພຣະເຈົ້າຢາເວ. 14 ເພິ່ນໄດ້ແນະນຳວ່າ ຈະໃຊ້ເງິນແລະຄຳໜັກເທົ່າໃດ ເພື່ອເຮັດເຄື່ອງໃຊ້, 15 ເຮັດຕະກຽງແຕ່ລະໜ່ວຍ ແລະລຳຕະກຽງແຕ່ລະອັນ; 16 ເຮັດໂຕະເປັນເງິນແລະໂຕະເປັນຄຳ ເພື່ອຈະວາງເຂົ້າຈີ່ຖວາຍ. 17 ເພິ່ນຍັງແນະນຳວ່າຈະໃຊ້ຄຳເທົ່າໃດເພື່ອເຮັດສ້ອມ, ຖ້ວຍ ແລະໄຫ, ຕະຫລອດທັງຈະໃຊ້ເງິນແລະຄຳເທົ່າໃດສຳລັບເຮັດຈານ, 18 ແລະຈະໃຊ້ຄຳສົດເທົ່າໃດສຳລັບເຮັດແທ່ນບູຊາ ເພື່ອເຜົາເຄື່ອງຫອມພ້ອມທັງເຮັດລົດມ້າສຳລັບເຄຣຸບ ຊຶ່ງມີປີກພືອອກທີ່ເທິງຫີບພັນທະສັນຍາຂອງພຣະເຈົ້າຢາເວ. 19 ກະສັດດາວິດໄດ້ເວົ້າວ່າ, “ທັງໝົດນັ້ນມີຢູ່ໃນແຜນຜັງຕາມຄຳແນະນຳ ທີ່ພຣະເຈົ້າຢາເວເອງໄດ້ບອກພໍ່ປະຕິບັດໃຫ້ສຳເລັດ.” 20 ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ. 21 ບັນດາປະໂຣຫິດ ແລະພວກເລວີໄດ້ຮັບມອບໝາຍໜ້າທີ່ ໃຫ້ຮັບຜິດຊອບໃນວິຫານຂອງພຣະເຈົ້າ. ຊ່າງສີມືທຸກໆຂະແໜງກໍຍິນດີຈະຊ່ວຍເຫລືອເຈົ້າ ແລະປະຊາຊົນທັງໝົດພ້ອມບັນດາພວກຜູ້ນຳກໍຢູ່ໃຕ້ຄຳສັ່ງຂອງເຈົ້າ.” |
@ 2012 United Bible Societies. All Rights Reserved.