Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 27 - ພຣະຄຳພີສັກສິ


ການຈັດຕັ້ງ​ທາງ​ທະຫານ ແລະ​ພົນລະເຮືອນ

1 ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ຫົວໜ້າ​ຄອບຄົວ ແລະ​ບັນດາ​ຫົວໜ້າ​ຕະກຸນ ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ອິດສະຣາເອນ ທີ່​ໄດ້​ບໍລິຫານ​ວຽກງານ​ຂອງ​ຣາຊອານາຈັກ. ທຸກໆ​ເດືອນ​ໃນ​ແຕ່ລະ​ປີ​ໃດ ໄດ້​ມີ​ໝວດ​ຕ່າງໆ​ຊາວສີ່​ພັນ​ຄົນ ປະຕິບັດ​ໜ້າທີ່​ພາຍໃຕ້​ຜູ້​ບັນຊາການ​ປະຈຳເດືອນ​ນັ້ນໆ.

2-15 ລາຍຊື່​ດັ່ງ​ຕໍ່​ລົງ​ໄປ​ນີ້​ແມ່ນ​ບັນດາ​ຜູ້​ບັນຊາການ​ຂອງ​ແຕ່ລະ​ເດືອນ ມີ​ດັ່ງນີ້: ເດືອນ​ທີໜຶ່ງ: ຢາໂຊເບອາມ ລູກຊາຍ​ຂອງ​ຊັບດີເອນ (ລາວ​ເປັນ​ສະມາຊິກ​ຂອງ​ຕະກຸນ​ເປເຣັດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າຢູດາ) ເດືອນ​ທີສອງ: ໂດດາຍ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາໂຮ (ມິກໂລດ​ເປັນ​ຜູ້​ຮອງ) ເດືອນ​ທີສາມ: ເບນາອີຢາ ລູກຊາຍ​ຂອງ​ປະໂຣຫິດ​ເຢໂຮຍອາດາ; ລາວ​ໄດ້​ເປັນ​ຫົວໜ້າ​ຂອງ “ທະຫານ​ເອກ​ສາມສິບ​ຄົນ” (ອຳມີຊາບັດ ຜູ້​ເປັນ​ລູກຊາຍ​ຂອງ​ເບນາອີຢາ ໄດ້​ຂຶ້ນ​ເປັນ​ຜູ້​ບັນຊາການ​ຂອງ​ໝວດ​ນີ້​ແທນ​ພໍ່​ຂອງ​ຕົນ) ເດືອນ​ທີສີ່: ອາສາເຮນ ນ້ອງຊາຍ​ຂອງ​ໂຢອາບ (ເຊບາດີຢາ​ຜູ້​ເປັນ​ລູກຊາຍ​ໄດ້​ຂຶ້ນ​ແທນ​ລາວ) ເດືອນ​ທີຫ້າ: ຊາມຮູດ ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ອີຊະຣາ ເດືອນ​ທີຫົກ: ອີຣາ ລູກຊາຍ​ຂອງ​ອິກເກັດ ຊາວ​ເມືອງ​ເຕກົວ ເດືອນ​ທີເຈັດ: ເຮເລດ ຊາວ​ເອຟຣາອິມ ຈາກ​ເມືອງ​ເປໂລນ ເດືອນ​ທີແປດ: ສິບເບກາຍ ຊາວ​ຮູຊາ (ລາວ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ໃນ​ຕະກຸນ​ເຊຣາ ຊຶ່ງ​ເປັນ​ສ່ວນໜຶ່ງ​ຂອງ​ເຜົ່າຢູດາ) ເດືອນ​ທີເກົ້າ: ອາບີເອເຊ ຊາວ​ເມືອງ​ອານາທົດ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ ເດືອນ​ທີສິບ: ມະຫາໄຣ ຊາວ​ເມືອງ​ເນໂຕຟາ ລາວ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ຕະກຸນ​ເຊຣາ ເດືອນ​ທີສິບເອັດ: ເບນາອີຢາ ຊາວ​ເມືອງ​ປີຣາໂທນ​ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ ເດືອນ​ທີສິບສອງ: ເຮນດາອີ ຊາວ​ເມືອງ​ເນໂຕຟາ (ລາວ​ເປັນ​ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ໂອດນີເອນ)


ການບໍລິຫານ​ງານ​ຂອງ​ບັນດາ​ເຜົ່າ​ອິດສະຣາເອນ

16-22 ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຜູ້​ບໍລິຫານ​ງານ​ຂອງ​ບັນດາ​ເຜົ່າ​ອິດສະຣາເອນ​ມີ​ດັ່ງນີ້: ເຜົ່າ ຜູ້​ບໍລິຫານ ຣູເບັນ ເອລີເອເຊ​ລູກຊາຍ​ຂອງ​ຊີກະຣີ ຊີເມໂອນ ເຊຟາຕີຢາ​ລູກຊາຍ​ຂອງ​ມາອາກາ ເລວີ ຮາຊາບີຢາ​ລູກຊາຍ​ຂອງ​ເກມູເອນ ອາໂຣນ ຊາດົກ ຢູດາ ເອລີຮູ​ອ້າຍ​ຂອງ​ກະສັດ​ດາວິດ ອິດຊາຄາ ອົມຣີ​ລູກຊາຍ​ຂອງ​ມີກາເອນ ເຊບູໂລນ ອີຊະມາອີຢາ​ລູກຊາຍ​ຂອງ​ໂອບາດີຢາ ເນັບທາລີ ເຢຣີໂມດ​ລູກຊາຍ​ຂອງ​ອາຊະຣີເອນ ເອຟຣາອິມ ໂຮເຊອາ​ລູກຊາຍ​ຂອງ​ອາຊາຊີຢາ ມານາເຊ​ເຄິ່ງເຜົ່າ​ຕາເວັນຕົກ ໂຢເອນ​ລູກຊາຍ​ຂອງ​ເປດາອີຢາ ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ ອິດໂດ​ລູກຊາຍ​ຂອງ​ເຊກາຣີຢາ ເບັນຢາມິນ ຢາອາສີເອນ​ລູກຊາຍ​ຂອງ​ອັບເນ ດານ ອາຊາເຣນ​ລູກຊາຍ​ຂອງ​ເຢໂຣຮາມ


ເຜົ່າ ຜູ້​ບໍລິຫານ

23 ກະສັດ​ບໍ່ໄດ້​ຈົດ​ຊື່​ປະຊາຊົນ​ຜູ້​ມີ​ອາຍຸ​ຕໍ່າກວ່າ​ຊາວ​ປີ​ລົງ​ໄປ ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ ມີ​ຈຳນວນ​ຫລວງຫລາຍ​ດັ່ງ​ດວງດາວ​ໃນ​ຟ້າ​ສະຫວັນ.

24 ໂຢອາບ ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ລົງມື​ຈົດ​ຊື່​ປະຊາຊົນ ແຕ່​ເພິ່ນ​ເຮັດ​ບໍ່​ສຳເລັດ. ພຣະເຈົ້າ​ໄດ້​ລົງໂທດ​ຊາດ​ອິດສະຣາເອນ ຍ້ອນ​ການ​ຈົດ​ຊື່​ຈຳນວນ​ປະຊາຊົນ​ນີ້; ດັ່ງນັ້ນ ຕົວ​ເລກ​ອັນ​ແທ້ຈິງ​ຈຶ່ງ​ບໍ່ໄດ້​ຖືກ​ບັນທຶກ​ໄວ້​ໃນ​ເອກະສານ​ທາງການ​ຂອງ​ກະສັດ​ດາວິດ.


ຜູ້​ບໍລິຫານ​ຊັບສົມບັດ​ຂອງ​ກະສັດ

25-31 ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຜູ້​ບໍລິຫານ​ຊັບສົມບັດ​ຂອງ​ກະສັດ​ມີ​ດັ່ງນີ້: ຫ້ອງເກັບເຄື່ອງ​ຂອງ​ກະສັດ: ອາຊະມາເວດ​ລູກຊາຍ​ຂອງ​ອາດີເອນ ຫ້ອງເກັບເຄື່ອງ​ທ້ອງຖິ່ນ: ໂຢນາທານ​ລູກຊາຍ​ຂອງ​ອຸດຊີຢາ ຜູ້ດູແລ​ຄົນ​ເຮັດ​ນາ: ເອຊະຣີ​ລູກຊາຍ​ຂອງ​ເກລຸບ ຜູ້ດູແລ​ຄົນ​ເຮັດ​ສວນອະງຸ່ນ: ຊີເມອີ​ຊາວ​ເມືອງ​ຣາມາ ຜູ້ດູແລ​ຫ້ອງ​ໄວ້​ເຫຼົ້າ​ອະງຸ່ນ: ຊັບດີ​ຊາວ​ເມືອງ​ເຊຟາມ ຜູ້ດູແລ​ຄົນ​ເຮັດ​ສວນ​ໝາກກອກເທດ ແລະ​ໝາກເດື່ອ (ທີ່​ຕີນ​ພູ​ດ້ານ​ທິດ​ຕາເວັນຕົກ): ບາອານຮານານ​ຊາວ​ເມືອງ​ເກເດ ຜູ້ດູແລ​ຫ້ອງ​ໄວ້​ນໍ້າມັນ​ໝາກກອກເທດ: ໂຢອາດ ຜູ້ດູແລ​ຄົນ​ລ້ຽງ​ສັດ​ໃນ​ທົ່ງຫຍ້າ​ຊາໂຣນ: ຊິດໄຣ​ຊາວ​ເມືອງ​ຊາໂຣນ ຜູ້ດູແລ​ຝູງສັດ​ຢູ່​ໃນ​ຮ່ອມພູ: ຊາຟັດ​ລູກຊາຍ​ຂອງ​ອັດໄລ ຜູ້ດູແລ​ຝູງ​ອູດ: ໂອບິນ​ຊາວ​ອິດຊະມາເອນ ຜູ້ດູແລ​ຝູງ​ລໍ: ເຢເດອີຢາ​ຊາວ​ເມືອງ​ເມໂຣໂນດ ຜູ້ດູແລ​ຝູງແກະ​ແລະ​ຝູງແບ້: ຢາຊິດ​ຊາວ​ເມືອງ​ຮັກຣິດ.


ທີ່ປຶກສາ​ສ່ວນຕົວ​ຂອງ​ກະສັດ​ດາວິດ

32 ໂຢນາທານ​ລູງ​ຂອງ​ກະສັດ​ດາວິດ​ເປັນ​ທີ່ປຶກສາ​ທີ່​ສະຫລຽວ​ສະຫລາດ ແລະ​ທັງ​ເປັນ​ນັກຮຽນ​ຮູ້​ຜູ້ໜຶ່ງ. ເພິ່ນເອງ ແລະ​ເຢຮີເອນ​ລູກຊາຍ​ຂອງ​ຮັກໂມນີ ເປັນ​ຜູ້​ກຳກັບ​ການ​ສຶກສາ​ຂອງ​ພວກ​ລູກ​ຂອງ​ກະສັດ.

33 ອາຮີໂຕເຟນ​ເປັນ​ທີ່ປຶກສາ​ຂອງ​ກະສັດ ແລະ​ຮູຊາຍ​ຊາວ​ເມືອງ​ອາກກິດ ເປັນ​ເພື່ອນ ແລະ​ທັງ​ເປັນ​ທີ່ປຶກສາ​ຂອງ​ກະສັດ​ດາວິດ.

34 ຫລັງຈາກ​ອາຮີໂຕເຟນ​ໄດ້​ຕາຍໄປ​ແລ້ວ ເຢໂຮຍອາດາ​ລູກຊາຍ​ຂອງ​ເບນາອີຢາ ແລະ​ອາບີອາທາ​ກໍໄດ້​ຂຶ້ນ​ເປັນ​ທີ່ປຶກສາ​ແທນ. ສ່ວນ​ໂຢອາບ​ນັ້ນ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ​ສູງສຸດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan