Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 26 - ພຣະຄຳພີສັກສິ


ພວກ​ຄົນ​ເຝົ້າຍາມ​ປະຈຳ​ພຣະວິຫານ

1 ຄົນເລວີ​ເຫຼົ່ານີ້​ມີ​ໜ້າທີ່​ເຝົ້າຍາມ​ພຣະວິຫານ. ຈາກ​ຕະກຸນ​ຂອງ​ໂກຣາ​ແມ່ນ​ເມເຊເລມີຢາ ລູກຊາຍ​ຂອງ​ໂກເຣ​ໃນ​ຄອບຄົວ​ຂອງ​ອາສັບ.

2 ລາວ​ມີ​ລູກຊາຍ​ເຈັດ​ຄົນ​ຕາມ​ລຳດັບ​ອາຍຸ ດັ່ງນີ້: ເຊກາຣີຢາ, ເຢດີອາເອນ, ເຊບາດີຢາ, ຢາທະນິເອນ,

3 ເອລາມ, ເຢໂຮຮານານ ແລະ​ເອລີເອໂຮນາຍ.

4 ພຣະເຈົ້າ​ໄດ້​ອວຍພອນ​ໂອເບັດເອໂດມ​ໃຫ້​ມີ​ລູກຊາຍ​ແປດ​ຄົນ ຕາມ​ລຳດັບ​ອາຍຸ ດັ່ງນີ້: ເຊມາອີຢາ, ເຢໂຮຊາບັດ, ໂຢອາ, ສາກາ, ເນທາເນນ,

5 ອາມມີເອນ, ອິດຊາຄາ ແລະ​ເປອູນເລໄທ.

6-7 ເຊມາອີຢາ ລູກຊາຍກົກ​ຂອງ​ໂອເບັດເອໂດມ​ມີ​ລູກຊາຍ​ຫົກ​ຄົນ​ດັ່ງນີ້: ໂອທະນີ, ເຣຟາເອນ, ໂອເບັດ, ເອນຊາບັດ, ເອລີຮູ ແລະ​ເສມາກີຢາ. ພວກເຂົາ​ເປັນ​ຄົນ​ສຳຄັນ​ໃນ​ຕະກຸນ​ເພາະ​ພວກເຂົາ​ມີ​ຄວາມ​ສາມາດ​ສູງ; ສອງ​ຄົນ​ສຸດທ້າຍ​ນີ້​ຍິ່ງ​ມີ​ຄວາມ​ສາມາດເລີດ.

8 ຄອບຄົວ​ຂອງ​ໂອເບັດເອໂດມ​ສືບທອດ ຜູ້​ມີ​ຄວາມ​ສາມາດ​ສູງ​ໃຫ້​ທັງໝົດ​ຫົກສິບສອງ​ຄົນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ດ້ານ​ນີ້.

9 ຄອບຄົວ​ຂອງ​ເມເຊເລມີຢາ ສືບທອດ​ຜູ້​ມີ​ຄວາມ​ສາມາດ​ໃຫ້ ສິບແປດ​ຄົນ.

10 ໂຮສາ ຈາກ​ຕະກຸນ​ເມຣາຣີ ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ຊີມຣີ (ພໍ່​ຂອງ​ລາວ​ໄດ້​ຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ ເຖິງ​ແມ່ນ​ວ່າ​ບໍ່ແມ່ນ​ອ້າຍກົກ​ກໍຕາມ),

11 ຮິນກີຢາ, ເຕບາລີຢາ ແລະ​ເຊກາຣີຢາ. ສະມາຊິກ​ທັງໝົດ​ໃນ​ຄອບຄົວ​ຂອງ​ໂຮສາ​ທີ່​ເປັນ​ຜູ້​ເຝົ້າຍາມ​ພຣະວິຫານ​ມີ​ສິບສາມ​ຄົນ.

12 ຄົນ​ເຝົ້າຍາມ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ໝວດ​ຕາມ​ຄອບຄົວ ແລະ​ພວກເຂົາ​ໄດ້​ຖືກ​ມອບໝາຍ​ໜ້າທີ່​ໃນ​ພຣະວິຫານ​ດັ່ງ​ຄົນເລວີ​ອື່ນໆ.

13 ແຕ່ລະ​ຄອບຄົວ​ຈະ​ໃຊ້​ສະຫລາກ​ເອົາ ວ່າ​ຕົນ​ຈະ​ຮັບຜິດຊອບ​ປະຕູ​ດ້ານ​ໃດ ໂດຍ​ບໍ່ຄຳນືງ​ເຖິງ​ວ່າ​ຄອບຄົວ​ມີ​ຄົນ​ຫລາຍ ຫລື​ຄົນໜ້ອຍ.

14 ເຊເລມີຢາ ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ຕາເວັນອອກ ແລະ​ເຊກາຣີຢາ​ລູກຊາຍ​ຂອງ​ເພິ່ນ ຜູ້​ໃຫ້​ຄຳ​ປຶກສາ​ທີ່​ດີ​ຕະຫລອດ​ມາ ກໍໄດ້​ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ເໜືອ.

15 ໂອເບັດເອໂດມ ໄດ້​ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ໃຕ້ ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ຮັບ​ສະຫລາກ​ຖືກ​ເຝົ້າຍາມ​ຫ້ອງເກັບເຄື່ອງ.

16 ຊຸບປິມ​ແລະ​ໂຮສາ ໄດ້​ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ຕາເວັນຕົກ ແລະ​ປະຕູ​ຊັນເລເກັດ​ທີ່​ຖະໜົນ​ຂ້າງ​ເທິງ. ໜ້າທີ່​ເຝົ້າຍາມ​ນັ້ນ​ໄດ້​ຖືກ​ແບ່ງ​ຜຽນ ເຂົ້າ​ຮັບ​ໜ້າທີ່​ສືບຕໍ່​ກັນໄປ.

17 ທາງດ້ານ​ຕາເວັນອອກ ແຕ່ລະວັນ​ມີ​ຄົນ​ເຝົ້າຍາມ​ຫົກ​ຄົນ; ທາງ​ດ້ານ​ເໜືອ​ມີ​ສີ່​ຄົນ ແລະ​ທາງດ້ານ​ໃຕ້​ມີ​ສີ່​ຄົນ. ທີ່​ຫ້ອງ​ໄວ້​ເຄື່ອງ​ມີ​ຄົນ​ເຝົ້າຍາມ​ສີ່​ຄົນ ຫ້ອງ​ລະ​ສອງ​ຄົນ.

18 ບ່ອນ​ໃກ້​ຕຶກ​ທາງ​ດ້ານ​ຕາເວັນຕົກ​ມີ​ຄົນ​ເຝົ້າຍາມ​ສີ່​ຄົນ ທີ່​ຖະໜົນ​ມີ​ສອງ​ຄົນ ແລະ​ທີ່​ຕົວ​ຕຶກ​ມີ​ສອງ​ຄົນ.

19 ອັນນີ້​ແມ່ນ​ການ​ມອບໝາຍ​ໜ້າທີ່​ເຝົ້າຍາມ ໃຫ້​ແກ່​ຕະກຸນ​ໂກຣາ ແລະ​ເມຣາຣີ.


ໜ້າທີ່​ອື່ນໆ​ໃນ​ພຣະວິຫານ

20 ຊາວ​ເລວີ​ອື່ນໆ ມີ​ໜ້າທີ່​ເບິ່ງແຍງ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ທີ່​ໄດ້​ອຸທິດຖວາຍ​ແລ້ວ.

21 ລາດານ ລູກຊາຍ​ຜູ້ໜຶ່ງ​ຂອງ​ເກໂຊນ​ເປັນ​ບັນພະບຸລຸດ​ຄອບຄົວ​ຕາມ​ໝວດ​ຕ່າງໆ ລວມທັງ​ຄອບຄົວ​ຂອງ​ເຢຮີເອລີ ລູກຊາຍ​ຂອງຕົນ.

22 ລູກຊາຍ​ອີກ​ສອງ​ຄົນ​ຂອງ​ລາດານ ເຊດທາມ​ແລະ​ໂຢເອນ ເປັນ​ຜູ້​ເບິ່ງແຍງ​ຄັງ​ວິຫານ​ຂອງ​ພຣະເຈົ້າຢາເວ​ແລະ​ຫ້ອງ​ໄວ້​ເຄື່ອງ.

23 ໜ້າທີ່​ຕ່າງໆ​ນີ້​ຍັງ​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.

24 ເຊບູເອນ ຄົນ​ໃນ​ຕະກຸນ​ເກໂຊມ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ໂມເຊ ໄດ້​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ຮັບຜິດຊອບ​ຄັງ​ຂອງ​ພຣະວິຫານ.

25 ໂດຍ​ເປັນ​ດອງ​ກັນ​ກັບ​ເອລີເອເຊ​ນ້ອງຊາຍ​ຂອງ​ເກໂຊມ ລາວ​ຈຶ່ງ​ເປັນ​ພີ່ນ້ອງ​ກັບ​ເຊໂລມິດ. ເອລີເອເຊ​ເປັນ​ພໍ່​ຂອງ​ເຣຮາບີຢາ, ເຣຮາບີຢາ​ເປັນ​ພໍ່​ຂອງ​ເຢຊາອີຢາ, ເຢຊາອີຢາ​ເປັນ​ພໍ່​ຂອງ​ໂຢຣາມ, ໂຢຣາມ​ເປັນ​ພໍ່​ຂອງ​ຊີກະຣີ, ຊີກະຣີ​ເປັນ​ພໍ່​ຂອງ​ເຊໂລມິດ.

26 ເຊໂລມິດ ແລະ​ສະມາຊິກ​ໃນ​ຄອບຄົວ​ຂອງ​ລາວ ເປັນ​ຜູ້​ເບິ່ງແຍງ​ເຄື່ອງ​ຖວາຍ​ທັງໝົດ​ທີ່​ກະສັດ​ດາວິດ, ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ, ບັນດາ​ຜູ້ນຳ​ຕະກຸນ​ໃນ​ໝວດ​ຕ່າງໆ ແລະ​ບັນດາ​ນາຍ​ທະຫານ​ໃນ​ກອງທັບ​ໄດ້​ອຸທິດຖວາຍ.

27 ພວກເຂົາ​ນຳ​ເອົາ​ຂອງ​ທີ່​ຢຶດ​ໄດ້​ຈາກ​ສະໜາມຮົບ ແລະ​ອຸທິດຖວາຍ​ສິ່ງ​ເຫຼົ່ານັ້ນ​ເພື່ອ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

28 ເຊໂລມິດ​ກັບ​ຄອບຄົວ​ຂອງ​ລາວ​ເປັນ​ຜູ້​ເບິ່ງແຍງ​ທຸກສິ່ງ ທີ່​ໄດ້​ອຸທິດຖວາຍ​ເພື່ອ​ໃຊ້​ໃນ​ພຣະວິຫານ ລວມ​ທັງ​ເຄື່ອງ​ຖວາຍ ຊຶ່ງ​ຜູ້ທຳນວາຍ​ຊາມູເອນ, ກະສັດ​ໂຊນ​ລູກຊາຍ​ຂອງ​ກີເຊ, ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ໄດ້​ນຳ​ມາ​ຖວາຍ.


ໜ້າທີ່​ຂອງ​ຊາວ​ເລວີ​ຄົນອື່ນໆ

29 ໃນ​ຈຳນວນ​ເຊື້ອສາຍ​ຂອງ​ອີຊະຮາ​ນັ້ນ ເກນານີຢາ​ກັບ​ລູກຊາຍ​ຂອງ​ລາວ ໄດ້​ຖືກ​ມອບໝາຍ​ໜ້າທີ່​ການ​ບໍລິຫານ​ພາຍນອກ​ສຳລັບ​ຊາວ​ອິດສະຣາເອນ​ຄື: ເປັນ​ເຈົ້າໜ້າທີ່ ແລະ​ຜູ້ຕັດສິນ.

30 ໃນ​ຈຳນວນ​ເຊື້ອສາຍ​ຂອງ​ເຮັບໂຣນ​ນັ້ນ ຮາຊາບີຢາ ແລະ​ພີ່ນ້ອງ​ຂອງ​ລາວ ໜຶ່ງພັນ​ເຈັດຮ້ອຍ​ຄົນ ລ້ວນແຕ່​ເດັ່ນໆ​ທັງ​ນັ້ນ ເຮັດ​ໜ້າທີ່​ບໍລິຫານ​ຈັດການ​ວຽກງານ​ຂອງ​ພຣະເຈົ້າຢາເວ ພິທີກຳ​ແລະ​ດ້ານ​ພົນລະເຮືອນ​ໃນ​ປະເທດ​ອິດສະຣາເອນ ທາງ​ຝັ່ງ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ.

31 ເຢຣິຢາ​ເປັນ​ຫົວໜ້າ​ໃນ​ເຊື້ອສາຍ​ຂອງ​ເຮັບໂຣນ. (ໃນ​ຣາຊການ​ປີ​ທີ​ສີ່ສິບ​ຂອງ​ກະສັດ​ດາວິດ ໄດ້​ມີ​ການ​ສືບສວນ​ເບິ່ງ​ສາຍ​ຄອບຄົວ​ຂອງ​ເຮັບໂຣນ ຕະຫລອດ​ທັງ​ທະຫານ​ຜູ້​ທີ່​ເກັ່ງກ້າ​ຂອງ​ຄອບຄົວ​ນີ້ ທີ່​ຍັງ​ມີ​ຊີວິດ​ຢູ່​ທີ່​ອາໄສ​ຢູ່​ຢາເຊ​ໃນ​ກີເລອາດ.)

32 ກະສັດ​ດາວິດ​ໄດ້​ເລືອກເອົາ​ບັນດາ​ຫົວໜ້າ​ຄອບຄົວ​ທີ່​ເກັ່ງກ້າ​ຈາກ​ພີ່ນ້ອງ​ຂອງ​ເຢຣິຢາ ສອງພັນ​ເຈັດຮ້ອຍ​ຄົນ ເພື່ອ​ໃຫ້​ເຮັດ​ໜ້າທີ່​ບໍລິຫານ​ທາງ​ດ້ານ​ກິດຈະການ​ຂອງ​ພຣະເຈົ້າ ແລະ​ດ້ານ​ພົນລະເຮືອນ​ທ່າມກາງ​ຊາວ​ອິດສະຣາເອນ​ທີ່​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ເຊັ່ນ: ໃນ​ເຂດແດນ​ຕ່າງໆ​ຂອງ​ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan