Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 24 - ພຣະຄຳພີສັກສິ


ວຽກງານ​ທີ່​ຖືກ​ມອບໝາຍ​ໃຫ້​ພວກ​ປະໂຣຫິດ

1 ຄົນ​ເຫຼົ່ານີ້​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.

2 ນາດາບ​ແລະ​ອາບີຮູ​ຕາຍໄປ​ກ່ອນ​ພໍ່ ແລະ​ບໍ່ໄດ້​ສືບ​ເຊື້ອສາຍ​ໃຫ້​ຜູ້ໃດ​ເລີຍ; ດັ່ງນັ້ນ ເອເລອາຊາ​ແລະ​ອີທາມາ ນ້ອງ​ຂອງ​ພວກເຂົາ​ຈຶ່ງ​ຂຶ້ນ​ເປັນ​ປະໂຣຫິດ.

3 ກະສັດ​ດາວິດ​ຈັດ​ເຊື້ອສາຍ​ຂອງ​ອາໂຣນ​ເປັນ​ສອງ​ໝວດ ຕາມ​ໜ້າທີ່​ການ​ຂອງ​ພວກເຂົາ. ຊາດົກ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ເອເລອາຊາ ແລະ​ອາຮີເມເຫຼັກ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ອີທາມາ ເປັນ​ຜູ້​ຊ່ວຍ​ເພິ່ນ​ໃນ​ວຽກງານ​ນີ້.

4 ເຊື້ອສາຍ​ຂອງ​ເອເລອາຊາ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ສິບຫົກ​ໝວດ ສ່ວນ​ເຊື້ອສາຍ​ຂອງ​ອີທາມາ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ແປດ​ໝວດ; ການ​ເຮັດ​ເຊັ່ນນີ້​ເພາະ​ເຊື້ອສາຍ​ຂອງ​ເອເລອາຊາ​ມີ​ເພດ​ຊາຍ ເປັນ​ຫົວໜ້າ​ຄອບຄົວ​ຫລາຍກວ່າ.

5 ໃນ​ເມື່ອ​ທັງ​ເຊື້ອສາຍ​ຂອງ​ເອເລອາຊາ ແລະ​ອີທາມາ ມີ​ເຈົ້າໜ້າທີ່​ໃນ​ພຣະວິຫານ ແລະ​ຜູ້ນຳ​ທາງ​ດ້ານ​ຈິດວິນຍານ​ໃນ​ທ່າມກາງ​ພວກເຂົາ. ດັ່ງນັ້ນ ການ​ມອບໝາຍ​ໜ້າທີ່​ຈຶ່ງ​ໃຊ້​ສະຫລາກ.

6 ເຊື້ອສາຍ​ຂອງ​ເອເລອາຊາ ແລະ​ຂອງ​ອີທາມາ​ໄດ້​ປ່ຽນຜຽນກັນ​ໃຊ້​ສະຫລາກ. ແລ້ວ​ພວກເຂົາ​ກໍ​ໄປ​ຈົດ​ຊື່​ນຳ​ເຊມາອີຢາ​ລູກຊາຍ​ຂອງ​ເນທາເນນ​ຜູ້​ເປັນ​ເລຂາທິການ​ຂອງ​ຊາວ​ເລວີ. ກະສັດ, ບັນດາ​ຂ້າຣາຊການ, ປະໂຣຫິດ​ຊາດົກ, ອາຮີເມເຫຼັກ​ຜູ້​ເປັນ​ລູກຊາຍ​ຂອງ​ອາບີອາທາ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ປະໂຣຫິດ ແລະ​ຂອງ​ຊາວ​ເລວີ ທັງໝົດ​ຕ່າງ​ກໍ​ຮູ້​ເຫັນ​ເປັນ​ພະຍານ​ນຳ.

7-18 ຕໍ່ໄປ ແມ່ນ​ຊາວສີ່​ຄອບຄົວ​ທີ່​ໄດ້​ຖືກ​ມອບໝາຍ​ໜ້າທີ່​ໃຫ້​ຮັບຜິດຊອບ​ເປັນ​ລຳດັບ ດັ່ງນີ້: ທີໜຶ່ງ​ເຢໂຮຍອາຣິບ; ທີສອງ​ເຢດາອີຢາ; ທີສາມ​ຮາຣິມ; ທີສີ່​ເສໂອຣິມ; ທີຫ້າ​ມັນກີຢາ; ທີຫົກ​ມີຢາມິນ; ທີເຈັດ​ຮັກກົດ; ທີແປດ​ອາບີຢາ; ທີເກົ້າ​ເຢຊູອາ; ທີສິບ​ເຊການີຢາ; ທີສິບເອັດ​ເອລີອາຊິບ; ທີສິບສອງ​ຢາກິມ; ທີສິບສາມ​ຮຸບປາ; ທີສິບສີ່​ເຢເຊເບອັບ; ທີສິບຫ້າ​ບີນກາ; ທີສິບຫົກ​ອີມເມ; ທີສິບເຈັດ​ເຮຊີຣະ; ທີສິບແປດ​ຮັບປີເຊດ; ທີສິບເກົ້າ​ເປທາຮີຢາ; ທີຊາວ​ເຢເຮຊະເກນ; ທີຊາວເອັດ​ຢາກິນ; ທີຊາວສອງ​ກາມູນ; ທີຊາວສາມ​ເດລາອີຢາ; ທີຊາວສີ່​ມາອາຊີຢາ.

19 ຄົນ​ເຫຼົ່ານີ້​ໄດ້​ຖືກ​ຈົດ​ຊື່​ໄວ້​ຕາມ​ໜ້າທີ່ ຊຶ່ງ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເຮັດ​ໜ້າທີ່​ຊຶ່ງ​ອາໂຣນ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ວາງ​ໄວ້; ເພື່ອ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ບັນຊີ​ລາຍຊື່​ຂອງ​ຊາວ​ເລວີ

20 ຄົນ​ເຫຼົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ​ມີ​ດັ່ງນີ້: ເຢເດອີຢາ ເຊື້ອສາຍ​ຂອງ​ອຳຣາມ ສືບ​ມາ​ທາງ​ຊູບາເອນ;

21 ອີຊີຢາ ເຊື້ອສາຍ​ຂອງ​ເຣຮາບີຢາ;

22 ຢາຮາດ ເຊື້ອສາຍ​ຂອງ​ອີຊະຮາ ສືບ​ມາ​ທາງ​ເຊໂລໂມດ;

23 ເຢຣິຢາ, ອາມາຣີຢາ, ເຢຮາຊີເອນ ແລະ​ເຢກາມີອາມ​ລູກຊາຍ​ຂອງ​ເຮັບໂຣນ ຕາມ​ລຳດັບ​ອາຍຸ;

24 ຊາເມຍ ເຊື້ອສາຍ​ຂອງ​ອຸດຊີເອນ ສືບ​ມາ​ທາງ​ມີກາ;

25 ເຊກາຣີຢາ ສືບ​ມາ​ທາງ​ອິດຊີຢາ. ລາວ​ເປັນ​ນ້ອງຊາຍ​ຂອງ​ມີກາ;

26 ມາຮະລີ, ມູຊີ ແລະ​ຢາອາຊີຢາ, ເຊື້ອສາຍ​ຂອງ​ເມຣາຣີ.

27 ສ່ວນ​ຢາອາຊີຢາ​ນັ້ນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ໂຊຮາມ, ຊັກກູເຣ ແລະ​ອິບຣີ.

28-29 ມາຮະລີ​ມີ​ລູກຊາຍ​ສອງ​ຄົນ: ເອເລອາຊາ​ແລະ​ກີເຊ. ເອເລອາຊາ​ບໍ່ມີ​ລູກຊາຍ ແຕ່​ກີເຊ​ນັ້ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຢຣາເມເອນ.

30 ສ່ວນ​ມູຊີ​ນັ້ນ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ມາຮະລີ, ເອເດ ແລະ​ເຢຣີໂມດ. ຄົນ​ເຫຼົ່ານີ້​ແມ່ນ​ຄອບຄົວ​ຕ່າງໆ​ຂອງ​ຊາວ​ເລວີ.

31 ຫົວໜ້າ​ຂອງ​ແຕ່ລະ​ຄອບຄົວ ແລະ​ນ້ອງຊາຍ​ຂອງ​ພວກເຂົາ​ກໍ​ເໝືອນກັນ ໄດ້​ໃຊ້​ສະຫລາກ​ເລືອກ​ເອົາ​ໜ້າທີ່ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້ ເໝືອນກັນ​ກັບ​ຍາດຕິພີ່ນ້ອງ​ຂອງ​ພວກເຂົາ​ຄື​ບັນດາ​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ໄດ້​ປະຕິບັດ​ຕໍ່ໜ້າ​ກະສັດ​ດາວິດ, ຊາດົກ, ອາຮີເມເຫຼັກ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ປະໂຣຫິດ​ແລະ​ຂອງ​ຊາວ​ເລວີ ຕ່າງ​ກໍໄດ້​ຮູ້​ເຫັນ​ເປັນ​ພະຍານ​ນຳ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan