Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 23 - ພຣະຄຳພີສັກສິ

1 ເມື່ອ​ກະສັດ​ດາວິດ​ໄດ້​ແກ່ຊະຣາ​ຫລາຍ​ແລ້ວ ເພິ່ນ​ໄດ້​ແຕ່ງຕັ້ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແທນ​ເພິ່ນ.


ວຽກງານ​ຂອງ​ພວກເລວີ

2 ກະສັດ​ດາວິດ​ໄດ້​ເອີ້ນ​ຜູ້ນຳ​ຊາດ​ອິດສະຣາເອນ​ທັງໝົດ​ປະໂຣຫິດ​ທຸກຄົນ ແລະ​ພວກເລວີ​ທັງໝົດ​ມາ​ປະຊຸມ​ກັນ.

3 ເພິ່ນ​ໄດ້​ນັບ​ຈຳນວນ​ຜູ້ຊາຍ​ຊາວ​ເລວີ​ທັງໝົດ​ທີ່​ມີ​ອາຍຸ​ສາມສິບ​ປີ​ຂຶ້ນ​ໄປ. ຈຳນວນ​ທັງໝົດ​ມີ​ສາມສິບແປດ​ພັນ​ຄົນ.

4 ກະສັດ​ມອບໝາຍ​ຊາວສີ່​ພັນ​ຄົນ ໃຫ້​ບໍລິຫານ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ຫົກພັນ​ຄົນ ໃຫ້​ຮັກສາ​ທະບຽນ​ແລະ​ຕັດສິນ​ຂໍ້​ໂຕ້ແຍ້ງ​ຕ່າງໆ;

5 ສີ່ພັນ​ຄົນ ໃຫ້​ເຮັດ​ໜ້າທີ່​ເຝົ້າຍາມ​ປະຕູ ແລະ​ອີກ​ສີ່ພັນ​ຄົນ ສຳລັບ​ສັນລະເສີນ​ພຣະເຈົ້າຢາເວ​ໂດຍ​ໃຊ້​ເຄື່ອງ​ດົນຕຼີ ທີ່​ກະສັດ​ດາວິດ​ໄດ້​ຈັດຫາ​ໄວ້​ສຳລັບ​ສັນລະເສີນ​ໂດຍ​ສະເພາະ.

6 ກະສັດ​ດາວິດ​ໄດ້​ແບ່ງ​ພວກ​ເລວີ​ອອກ​ເປັນ​ສາມ​ໝວດ ຕາມ​ຕະກຸນ​ຂອງ​ພວກເຂົາ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.

7 ເກໂຊນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ລາດານ​ແລະ​ຊີເມອີ.

8 ລາດານ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຢຮີເອນ, ເຊທາມ ແລະ​ໂຢເອນ,

9 ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ​ຊຶ່ງ​ສືບ​ເຊື້ອສາຍ​ມາ​ຈາກ​ລາດານ. (ຊີເມອີ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ເຊໂລໂມດ, ຮາຊີເອນ ແລະ​ຮາຣານ.)

10-11 ຊີເມອີ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ດັ່ງນີ້: ຢາຮາດ, ຊີນາ, ເຢອຸດ ແລະ​ເບຣິຢາ. ເຢອຸດ ແລະ​ເບຣິຢາ​ບໍ່ໄດ້​ມີ​ເຊື້ອສາຍ​ຫລາຍ. ດັ່ງນັ້ນ ທັງສອງ​ຈຶ່ງ​ໄດ້​ນັບ​ເຂົ້າ​ເປັນ​ຕະກຸນ​ດຽວ.

12 ໂກຮາດ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.

13 ອຳຣາມ​ລູກຊາຍ​ກົກ​ຂອງ​ເພິ່ນ​ເປັນ​ພໍ່​ຂອງ​ອາໂຣນ​ແລະ​ໂມເຊ. (ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ​ໄດ້​ຖືກ​ແຍກ​ອອກ​ຢູ່​ຕ່າງຫາກ ເພື່ອ​ເບິ່ງແຍງ​ເຄື່ອງ​ສັກສິດ​ຕ່າງໆ​ຕະຫລອດໄປ​ເຊັ່ນ: ເຜົາ​ເຄື່ອງຫອມ​ຕ່າງໆ​ຕໍ່ໜ້າ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ ແລະ​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະອົງ.

14 ແຕ່​ພວກ​ລູກຊາຍ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ​ນັ້ນ ນັບ​ເຂົ້າ​ກັບ​ພວກເລວີ.)

15 ໂມເຊ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ເກໂຊມ ແລະ​ເອລີເອເຊ.

16 ຜູ້ນຳ​ໃນ​ບັນດາ​ລູກຊາຍ​ຂອງ​ເກໂຊມ​ແມ່ນ​ເຊບູເອນ​ເປັນ​ຫົວໜ້າ.

17 ເອລີເອເຊ​ມີ​ລູກຊາຍ​ພຽງ​ຄົນ​ດຽວ​ເທົ່ານັ້ນ​ຊື່​ວ່າ ເຣຮາບີຢາ​ເປັນ​ຫົວໜ້າ ແຕ່​ເຣຮາບີຢາ​ມີ​ເຊື້ອສາຍ​ຫລາຍ​ຄົນ.

18 ອີຊະຮາ​ລູກຊາຍ​ຜູ້​ທີ​ສອງ​ຂອງ​ໂກຮາດ ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເຊໂລມິດ​ເປັນ​ຫົວໜ້າ.

19 ເຮັບໂຣນ ລູກຊາຍ​ຜູ້​ທີ​ສາມ​ຂອງ​ໂກຮາດ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ເຢຣີຢາ​ເປັນ​ຫົວໜ້າ, ອາມາຣີຢາ, ເຢຮາຊີເອນ ແລະ​ເຢກາເມອາມ.

20 ອຸດຊີເອນ ລູກຊາຍ​ຜູ້​ທີ​ສີ່​ຂອງ​ໂກຮາດ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ມີກາ​ເປັນ​ຫົວໜ້າ​ແລະ​ອິດຊີຢາ.

21 ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ມາຮະລີ​ແລະ​ມູຊີ. ມາຮະລີ​ມີ​ລູກຊາຍ​ສອງ​ຄົນ​ເຊັ່ນດຽວ​ກັນ​ດັ່ງນີ້: ເອເລອາຊາ​ແລະ​ກີເຊ,

22 ແຕ່​ເອເລອາຊາ​ໄດ້​ຕາຍໄປ​ໂດຍ​ບໍ່ມີ​ລູກຊາຍ ແລະ​ມີ​ແຕ່​ລູກສາວ. ພວກ​ລູກສາວ​ຂອງ​ລາວ​ໄດ້​ແຕ່ງງານ​ກັບ​ລູກຊາຍ​ຂອງ​ກີເຊ ພີ່ນ້ອງ​ຕົນເອງ.

23 ມູຊີ ລູກຊາຍ​ຜູ້​ທີ​ສອງ​ຂອງ​ເມຣາຣີ ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ມາຮະລີ, ເອເດ ແລະ​ເຢເຣໂມດ.

24 ຄົນ​ເຫຼົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເລວີ​ຕາມ​ຕະກຸນ ແລະ​ຄອບຄົວ​ທີ່​ທຸກຄົນ​ໄດ້​ຖືກ​ຈົດ​ຊື່​ໄວ້​ໃນ​ບັນຊີ​ຂອງ​ໃຜ​ລາວ. ແຕ່ລະຄົນ​ໃນ​ເຊື້ອສາຍ​ຂອງ​ລາວ​ທີ່​ມີ​ອາຍຸ​ຕັ້ງແຕ່​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ສ່ວນ​ໃນ​ວຽກງານ​ຮັບໃຊ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

25 ກະສັດ​ດາວິດ​ເວົ້າ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່ເຢັນ​ເປັນສຸກ ແລະ​ພຣະອົງ​ເອງ​ກໍ​ຈະ​ສະຖິດ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ຕະຫລອດໄປ.

26 ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ຈຳເປັນ ທີ່​ພວກເລວີ​ຕ້ອງ​ຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ໃນ​ການ​ຮັບໃຊ້​ອີກ​ຕໍ່ໄປ.”

27 ຕາມ​ຫລັກ​ຄຳແນະນຳ​ເທື່ອ​ສຸດທ້າຍ​ຂອງ​ກະສັດ​ດາວິດ​ແລ້ວ ຄົນເລວີ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຕ້ອງ​ຈົດ​ຊື່​ເຂົ້າ​ຮັບໃຊ້​ໃນ​ວຽກງານ.

28 ພວກເຂົາ​ໄດ້​ຮັບ​ມອບໝາຍ​ໜ້າທີ່​ດັ່ງ​ຕໍ່ໄປນີ້: ຊ່ວຍ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ກ່ຽວກັບ​ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຮັກສາ​ບົວລະບັດ​ເດີ່ນ​ແລະ​ຫ້ອງ​ຕ່າງໆ ແລະ​ຮັກສາ​ຄວາມສະອາດ​ສິ່ງ​ສັກສິດ​ທຸກຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ;

29 ຮັບຜິດຊອບ​ເຂົ້າຈີ່​ທີ່​ຖວາຍ​ແກ່​ພຣະເຈົ້າ, ແປ້ງເຂົ້າ​ທີ່​ໃຊ້​ໃນ​ການ​ຖວາຍບູຊາ, ເຂົ້າໜົມ​ທີ່​ບໍ່ມີ​ເຊື້ອແປ້ງ, ເຄື່ອງ​ປີ້ງ​ບູຊາ ແລະ​ແປ້ງເຂົ້າ​ປະສົມ​ນໍ້າມັນ​ໝາກກອກເທດ; ຊັ່ງ​ແລະ​ຕັກຕວງ​ເຄື່ອງ​ຖວາຍ​ໃນ​ພຣະວິຫານ;

30 ແລະ​ພວກເຂົາ​ຈະຕ້ອງ​ຢືນ​ຮັບໃຊ້​ເພື່ອ​ໂມທະນາ​ຂອບພຣະຄຸນ​ແລະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ທຸກໆເຊົ້າ​ແລະ​ທຸກໆແລງ

31 ແລະ​ເມື່ອໃດ​ທີ່​ມີ​ການ​ເຜົາບູຊາ​ດ້ວຍ​ໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ​ໃນ​ວັນ​ຊະບາໂຕ, ວັນ​ຂຶ້ນ​ເດືອນ​ໃໝ່ ແລະ​ວັນ​ອື່ນໆ​ອີກ. ກົດ​ຕ່າງໆ​ນີ້​ໄດ້​ເຮັດ​ໄວ້​ຢ່າງ​ສະເພາະ​ເຈາະຈົງ​ຕໍ່​ຈຳນວນ​ຄົນເລວີ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ນີ້. ຊາວ​ເລວີ​ໄດ້​ຖືກ​ມອບໝາຍ​ໃຫ້​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະເຈົ້າຢາເວ​ສືບໄປ.

32 ພວກເຂົາ​ຮັບຜິດຊອບ​ຊ່ວຍ​ພີ່ນ້ອງ​ຂອງ​ພວກເຂົາ​ເບິ່ງແຍງ​ຫໍເຕັນ​ບ່ອນ​ຊຸມນຸມ​ແລະ​ຫໍເຕັນ​ສັກສິດ; ແລະ​ຊ່ວຍ​ບັນດາ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan