1 ຂ່າວຄາວ 22 - ພຣະຄຳພີສັກສິ1 ດັ່ງນັ້ນ ກະສັດດາວິດຈຶ່ງກ່າວວ່າ, “ບ່ອນນີ້ຈະເປັນທີ່ຕັ້ງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າ. ນີ້ແມ່ນແທ່ນບູຊາທີ່ຊາວອິດສະຣາເອນໃຊ້ເພື່ອເຜົາເຄື່ອງບູຊາ.” ດາວິດຫ້າງຫາສຳລັບການສ້າງພຣະວິຫານ 2 ກະສັດດາວິດໄດ້ສັ່ງໃຫ້ຊາວຕ່າງດ້າວທັງໝົດ ທີ່ອາໄສຢູ່ໃນຊາດອິດສະຣາເອນມາເຕົ້າໂຮມກັນ ແລະໃຫ້ພວກເຂົາເຮັດວຽກ. ບາງຄົນໃນພວກເຂົາໄດ້ຕຽມສະກັດຫີນເພື່ອສ້າງວິຫານຂອງພຣະເຈົ້າ. 3 ເພິ່ນຈັດຫາເຫຼັກເປັນຈຳນວນຫລວງຫລາຍ ສຳລັບເຮັດຕະປູກັບບານພັບເພື່ອໃຊ້ຈັບປະຕູໄມ້ ແລະທອງສຳຣິດເປັນຈຳນວນຫລວງຫລາຍຈົນເກີນກວ່າທີ່ຈະຊັ່ງນໍ້າໜັກໄດ້. 4 ຊາວຊີໂດນກັບຊາວຕີເຣໄດ້ນຳໄມ້ສົນສີດາເປັນທ່ອນ ຈຳນວນຫລວງຫລາຍມາໃຫ້. 5 ກະສັດດາວິດຄິດວ່າ, “ວິຫານທີ່ໂຊໂລໂມນລູກຊາຍເຮົາຈະສ້າງຂຶ້ນສຳລັບພຣະເຈົ້າຢາເວນີ້ຕ້ອງງາມ ແລະເປັນທີ່ຊ່າລືກັນໄປທົ່ວໂລກ, ແຕ່ລາວຍັງໜຸ່ມ ແລະຂາດປະສົບການ. ດັ່ງນັ້ນ ເຮົາຈຶ່ງຕ້ອງເປັນຜູ້ຈັດຕຽມສິ່ງຕ່າງໆໄວ້ໃຫ້ລາວ.” ສະນັ້ນ ກະສັດດາວິດຈຶ່ງໄດ້ຈັດຫາວັດສະດຸກໍ່ສ້າງໄວ້ ເປັນຈຳນວນຫລວງຫລາຍກ່ອນເພິ່ນຕາຍໄປ. 6 ກະສັດດາວິດໄດ້ເອີ້ນໂຊໂລໂມນລູກຊາຍຂອງເພິ່ນມາ ແລະສັ່ງລາວໃຫ້ສ້າງວິຫານສຳລັບພຣະເຈົ້າຢາເວພຣະເຈົ້າແຫ່ງຊາດອິດສະຣາເອນ. 7 ກະສັດດາວິດກ່າວແກ່ລາວວ່າ, “ລູກເອີຍ ພໍ່ຢາກຈະສ້າງວິຫານເພື່ອນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພໍ່. 8 ແຕ່ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາຫາພໍ່ວ່າ ພໍ່ໄດ້ຂ້າຄົນຢ່າງຫລວງຫລາຍ ແລະເຮັດເສິກມາຕະຫລອດ. ສະນັ້ນ ເພາະການນອງເລືອດທັງໝົດທີ່ພໍ່ໄດ້ກະທຳມານັ້ນ ພຣະອົງຈຶ່ງບໍ່ໃຫ້ພໍ່ສ້າງວິຫານສຳລັບນາມຊື່ຂອງພຣະອົງ. 9 ເຖິງຢ່າງໃດກໍຕາມ, ພຣະອົງໄດ້ສັນຍາກັບພໍ່ວ່າ ‘ເຈົ້າຈະມີລູກຊາຍຜູ້ໜຶ່ງ ຜູ້ທີ່ຈະປົກຄອງປະເທດຢ່າງສະຫງົບສຸກ ເພາະເຮົາຈະໃຫ້ລາວຢູ່ເຢັນເປັນສຸກພົ້ນຈາກສັດຕູທັງປວງ. ລາວຈະຊື່ວ່າ ໂຊໂລໂມນ ເພາະໃນອານາຈັກຂອງລາວ ເຮົາຈະໃຫ້ຊາດອິດສະຣາເອນຢູ່ເຢັນເປັນສຸກ ແລະມີຄວາມປອດໄພ. 10 ລາວຈະເປັນຜູ້ສ້າງວິຫານໃຫ້ເຮົາ ແລະລາວຈະເປັນລູກຊາຍຂອງເຮົາ ແລະເຮົາຈະເປັນພໍ່ຂອງລາວ. ເຊື້ອວົງຂອງລາວຈະປົກຄອງຊາດອິດສະຣາເອນຕະຫລອດໄປ.”’ 11 ກະສັດດາວິດກ່າວຕໍ່ໄປວ່າ, “ບັດນີ້ລູກເອີຍ ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ ແລະຂໍໃຫ້ເຈົ້າຈະເລີນຂື້ນເຖີດ ເພື່ອເຈົ້າຈະສ້າງວິຫານສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າໃຫ້ສຳເລັດ. 12 ແລະຂໍພຣະເຈົ້າຢາເວໂຜດໃຫ້ເຈົ້າມີຄວາມເຂົ້າໃຈອັນເລິກເຊິ່ງ ແລະປະກອບດ້ວຍສະຕິປັນຍາ ແລະຕັ້ງເຈົ້າໄວ້ເພື່ອປົກຄອງຊາດອິດສະຣາເອນ ແລະໃຫ້ເຈົ້າຖືຮັກສາກົດບັນຍັດຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. 13 ຖ້າເຈົ້າຍອມເຮັດຕາມກົດບັນຍັດທັງໝົດ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ໂມເຊສຳລັບຊາດອິດສະຣາເອນນັ້ນ ເຈົ້າກໍຈະຈະເລີນຂື້ນ. ຈົ່ງເດັດດ່ຽວແລະກ້າຫານ ຢ່າໃຫ້ສິ່ງໃດສິ່ງໜຶ່ງເຮັດໃຫ້ເຈົ້າຕ້ອງຢ້ານກົວເລີຍ. 14 ສຳລັບການສ້າງວິຫານຂອງພຣະເຈົ້າຢາເວນັ້ນ ພໍ່ໄດ້ລົງແຮງສະສົມຄຳໄວ້ແລ້ວ ຫລາຍກວ່າສາມພັນສີ່ຮ້ອຍໂຕນ ແລະເງິນອີກຫລາຍກວ່າສາມສິບສີ່ພັນໂຕນ. ນອກນີ້ຍັງມີທອງສຳຣິດແລະເຫຼັກ ທີ່ຖືກຈັດຫາໄວ້ໂດຍບໍ່ຈຳກັດຈຳນວນແລ້ວ. ພໍ່ຍັງໄດ້ຈັດຫາໄມ້ແລະຫີນໄວ້ເຊັ່ນດຽວກັນ ແຕ່ເຈົ້າຕ້ອງຫາມາຕື່ມອີກ. 15 ເຈົ້າມີຄົນເຮັດວຽກຢ່າງຫລວງຫລາຍ. ຄົນເຫຼົ່ານັ້ນເປັນຊ່າງສະກັດຫີນ ຊ່າງກໍ່ແລະຊ່າງໄມ້ ພ້ອມທັງຊ່າງສີມືທຸກຊະນິດເຊັ່ນ: 16 ຊ່າງຄຳ, ຊ່າງເງິນ, ຊ່າງທອງສຳຣິດ ແລະຊ່າງເຫລັກ. ບັດນີ້ ຈົ່ງເລີ່ມເຮັດວຽກສາ ຂໍພຣະເຈົ້າຢາເວສະຖິດຢູ່ນຳເຈົ້າເທີ້ນ.” 17 ກະສັດດາວິດສັ່ງພວກຜູ້ນຳຊາວອິດສະຣາເອນໝົດທຸກຄົນໃຫ້ຊ່ວຍໂຊໂລໂມນ 18 ເພິ່ນກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ນຳພວກເຈົ້າ ແລະໄດ້ໃຫ້ພວກເຈົ້າມີຄວາມສະຫງົບສຸກຮອບດ້ານ. ພຣະອົງໄດ້ໃຫ້ຂ້າພະເຈົ້າຮົບຊະນະຊົນຊາດທັງປວງທີ່ອາໄສຢູ່ໃນດິນແດນນີ້; ບັດນີ້ ພວກເຂົາຢູ່ໃຕ້ອຳນາດຂອງພຣະເຈົ້າຢາເວ ແລະໃຕ້ອຳນາດຂອງພວກເຈົ້າຊຶ່ງເປັນໄພ່ພົນຂອງພຣະອົງ. 19 ສະນັ້ນ ຈົ່ງສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດໃຈແລະສຸດຈິດ. ຈົ່ງລົງມືກໍ່ສ້າງສະຖານທີ່ສັກສິດຂອງພຣະເຈົ້າຢາເວ ພຣະເຈົ້າ ເພື່ອຈະໄດ້ເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະເຄື່ອງສັກສິດອື່ນໆຂອງພຣະເຈົ້າ ເຂົ້າມາໃນວິຫານທີ່ສ້າງໄວ້ສຳລັບນາມຊື່ຂອງພຣະເຈົ້າຢາເວ.” |
@ 2012 United Bible Societies. All Rights Reserved.