Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 21 - ພຣະຄຳພີສັກສິ


ດາວິດ​ນັບ​ຈຳນວນ​ປະຊາຊົນ
( 2 ຊມອ 24:1-25 )

1 ມານຊາຕານ​ຢາກ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ​ອິດສະຣາເອນ. ດັ່ງນັ້ນ ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ກະສັດ​ດາວິດ​ຕັດສິນໃຈ​ນັບ​ຈຳນວນ​ປະຊາຊົນ.

2 ກະສັດ​ດາວິດ​ໄດ້​ໃຫ້​ຄຳສັ່ງ​ແກ່​ໂຢອາບ ແລະ​ນາຍ​ທະຫານ​ຄົນອື່ນໆ​ວ່າ, “ຈົ່ງ​ໄປ​ໃຫ້​ທົ່ວ​ດິນແດນ​ອິດສະຣາເອນ ຕັ້ງແຕ່​ເໜືອ​ຕະຫລອດ​ໃຕ້​ຂອງ​ປະເທດ ແລະ​ຈົ່ງ​ນັບ​ຈຳນວນ​ປະຊາຊົນ. ເຮົາ​ຢາກ​ຮູ້​ວ່າ​ມີ​ຈຳນວນ​ເທົ່າ​ໃດ?”

3 ໂຢອາບ​ຈຶ່ງ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ ຈົ່ງ​ບັນດານ​ໃຫ້​ມີ​ປະຊາຊົນ​ອິດສະຣາເອນ ເພີ່ມ​ຂຶ້ນ​ຫລາຍກວ່າ​ປັດຈຸບັນ​ນີ້​ຮ້ອຍ​ເທົ່າ​ເຖີດ ຂ້າແດ່​ພະຣາຊາ ພວກເຂົາ​ລ້ວນແຕ່​ເປັນ​ຄົນ​ຮັບໃຊ້​ຂອງທ່ານ. ດ້ວຍເຫດໃດ ທ່ານ​ຈຶ່ງ​ຢາກ​ເຮັດ​ສິ່ງ​ນີ້ ແລະ​ໃຫ້​ປະຊາຊົນ​ທັງ​ຊາດ​ມີ​ຄວາມຜິດ​ດ້ວຍ.”

4 ແຕ່​ກະສັດ​ກໍ​ບອກ​ໃຫ້​ໂຢອາບ​ເຮັດ​ຕາມ​ຄຳສັ່ງ. ໂຢອາບ​ໄດ້​ເດີນທາງ​ໄປ​ທົ່ວ​ປະເທດ​ອິດສະຣາເອນ ແລ້ວ​ລາວ​ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ.

5 ລາວ​ໄດ້​ລາຍງານ​ໃຫ້​ກະສັດ​ດາວິດ​ຮູ້​ຈຳນວນ​ຊາຍ​ສະກັນ​ທັງໝົດ ທີ່​ເປັນ​ທະຫານ​ໄດ້​ມີ​ດັ່ງນີ້: ທີ່​ດິນແດນ​ອິດສະຣາເອນ ໜຶ່ງລ້ານ​ໜຶ່ງຮ້ອຍພັນ​ຄົນ ແລະ​ທີ່​ດິນແດນ​ຢູດາຍ ສີ່ຮ້ອຍ​ເຈັດສິບພັນ​ຄົນ.

6 ຍ້ອນ​ໂຢອາບ​ບໍ່​ເຫັນ​ພ້ອມ​ກັບ​ຄຳສັ່ງ​ຂອງ​ກະສັດ ເພິ່ນ​ຈຶ່ງ​ບໍ່ໄດ້​ນັບ​ຈຳນວນ​ຄົນ​ໃນ​ເຜົ່າເລວີ ແລະ​ເຜົ່າ​ເບັນຢາມິນ.

7 ພຣະເຈົ້າ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ໄດ້​ເຮັດ​ໄປ​ນັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ລົງໂທດ​ປະຊາຊົນ​ອິດສະຣາເອນ.

8 ກະສັດ​ດາວິດ​ໄດ້​ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ທີ່​ໄດ້​ເຮັດ​ສິ່ງ​ນີ້ ໂຜດ​ຍົກໂທດ​ໃຫ້​ຂ້ານ້ອຍ​ດ້ວຍ​ເຖີດ. ຂ້ານ້ອຍ​ໄດ້​ກະທຳ​ໃນ​ສິ່ງ​ທີ່​ໂງ່ຈ້າ​ແທ້ໆ.”

9 ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ກາດ ຜູ້ທຳນວາຍ​ປະຈຳ​ກະສັດ​ດາວິດ​ວ່າ,

10 “ຈົ່ງ​ໄປ​ບອກ​ດາວິດ​ວ່າ ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: ໃຫ້​ລາວ​ເລືອກ​ເອົາ​ສາມ​ຢ່າງ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕາມ​ຢ່າງ​ທີ່​ລາວ​ໄດ້​ເລືອກ​ເອົາ​ນັ້ນ.”

11 ກາດ​ໄປ​ພົບ​ກະສັດ​ດາວິດ ແລະ​ບອກ​ເພິ່ນ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ນັ້ນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ຈະ​ເລືອກ​ເອົາ​ຢ່າງໃດ?

12 ຄື​ເກີດ​ການອຶດຢາກ​ສາມ​ປີ; ແລ່ນ​ປົບໜີ​ຈາກ​ກອງທັບ​ສັດຕູ​ສາມ​ເດືອນ; ໃຫ້​ພຣະເຈົ້າຢາເວ​ໃຊ້​ດາບ​ໂຈມຕີ ແລະ​ນຳ​ໂຣກ​ລະບາດ​ມາ​ສູ່​ດິນແດນ​ຂອງທ່ານ​ສາມ​ວັນ ໂດຍ​ໃຫ້​ເທວະດາ​ຂອງ​ພຣະເຈົ້າຢາເວ​ນຳ​ເອົາ​ຄວາມຕາຍ​ມາ​ສູ່​ທົ່ວ​ທັງ​ຊາດ​ອິດສະຣາເອນ. ທ່ານ​ຈະ​ໃຫ້​ຄຳຕອບ​ຢ່າງໃດ​ແກ່​ພຣະອົງ?”

13 ກະສັດ​ດາວິດ​ຈຶ່ງ​ຕອບ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ ໃຫ້​ພຣະເຈົ້າຢາເວ​ເອງ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”

14 ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ພະຍາດ​ລະບາດ​ມາ​ສູ່​ປະເທດ​ອິດສະຣາເອນ ແລະ​ເຈັດສິບພັນ​ຄົນ​ໄດ້​ຕາຍໄປ.

15 ແລ້ວ​ພຣະເຈົ້າ​ກໍ​ສົ່ງ​ເທວະດາ​ມາ​ເພື່ອ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ ແຕ່​ພຣະເຈົ້າຢາເວ​ປ່ຽນໃຈ​ແລະ​ສັ່ງ​ເທວະດາ​ວ່າ, “ຢຸດ! ຊໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.

16 ກະສັດ​ດາວິດ​ໄດ້​ຫລຽວຂື້ນ ແລະ​ໄດ້ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕົນ​ນັ້ນ​ຢືນ​ຢູ່​ໃນ​ກາງ​ອາກາດ ໂດຍ​ຖື​ດາບ​ຢູ່​ໃນ​ມື​ຕຽມພ້ອມ​ທີ່​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ. ແລ້ວ​ກະສັດ​ດາວິດ ແລະ​ບັນດາ​ຜູ້ນຳ​ປະຊາຊົນ ທຸກຄົນ​ລ້ວນແຕ່​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໄດ້​ຂາບລົງ​ດິນ.

17 ກະສັດ​ດາວິດ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ຜູ້​ເຮັດ​ຜິດ. ຂ້ານ້ອຍ​ເປັນ​ຜູ້​ອອກ​ຄຳສັ່ງ​ໃຫ້​ນັບ​ຈຳນວນ​ປະຊາຊົນ. ຄົນ​ຍາກຈົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ຫຍັງ? ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລົງໂທດ​ຂ້ານ້ອຍ​ກັບ​ຄອບຄົວ​ຂອງ​ຂ້ານ້ອຍ​ສາ ແລະ​ໄວ້​ຊີວິດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ.”

18 ເທວະດາ​ຂອງ​ພຣະເຈົ້າຢາເວ​ບອກ​ກາດ ໃຫ້​ສັ່ງ​ກະສັດ​ດາວິດ​ໄປ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ທີ່​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.

19 ກະສັດ​ດາວິດ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກາດ ທີ່​ເພິ່ນ​ໄດ້​ບອກ​ໃນ​ນາມຊື່​ພຣະເຈົ້າຢາເວ.

20 ອາໂຣນາ ແລະ​ລູກຊາຍ​ສີ່​ຄົນ​ຂອງຕົນ​ກຳລັງ​ຟາດ​ເຂົ້າ​ຢູ່​ໃນ​ລານ​ຂອງຕົນ ແລະ​ເມື່ອ​ພວກເຂົາ​ໄດ້​ເຫັນ​ເທວະດາ​ກໍ​ພາກັນ​ແລ່ນ​ໜີໄປ​ລີ້.

21 ເມື່ອ​ອາໂຣນາ​ເຫັນ​ກະສັດ​ດາວິດ​ກຳລັງ​ມາ ລາວ​ຈຶ່ງ​ຟ້າວ​ອອກ​ຈາກ​ລານເຂົ້າ​ໄປ​ຫາ​ເພິ່ນ ແລະ​ຂາບລົງ​ຕ້ອນຮັບ.

22 ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຂາຍ​ລານເຂົ້າ​ນີ້​ໃຫ້​ເຮົາ​ສາ ເພື່ອ​ເຮົາ​ຈະ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ພະຍາດ​ລະບາດ​ຈະ​ໄດ້​ເຊົາ. ເຮົາ​ຈະ​ຈ່າຍ​ຄ່າ​ລານເຂົ້າ​ໃຫ້​ເຈົ້າ​ເຕັມ​ລາຄາ.”

23 ອາໂຣນາ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຈົ່ງ​ເອົາ​ໄປ​ເຖີດ ແລະ​ກະທຳ​ຕາມ​ທີ່​ທ່ານ​ປະສົງ. ທີ່​ນີ້​ມີ​ງົວ​ເພື່ອ​ເຜົາ​ທີ່​ເທິງ​ແທ່ນບູຊາ ແລະ​ມີ​ໄມ້​ຟືນ​ທີ່​ລານ​ເພື່ອ​ໃຊ້​ເປັນ​ຟືນ​ເຜົາ ພ້ອມ​ທັງ​ມີ​ເຂົ້າ​ເພື່ອ​ໃຊ້​ເປັນ​ເຄື່ອງ​ຖວາຍບູຊາ​ດ້ວຍ. ຂ້ານ້ອຍ​ຂໍ​ມອບ​ໃຫ້​ທ່ານ​ທັງໝົດ.”

24 ແຕ່​ກະສັດ​ຕອບ​ວ່າ, “ບໍ່ ເຮົາ​ຈະ​ຈ່າຍ​ໃຫ້​ເຈົ້າ​ເຕັມ​ລາຄາ ເຮົາ​ຈະ​ບໍ່​ຖວາຍບູຊາ​ສິ່ງ​ທີ່​ເຮົາ​ໄດ້​ລ້າ​ຈາກ​ເຈົ້າ ເປັນ​ເຄື່ອງ​ບູຊາ​ໃຫ້​ແກ່​ພຣະເຈົ້າຢາເວ​ດອກ.”

25 ເພິ່ນ​ໄດ້​ຈ່າຍ​ຄ່າ​ລານເຂົ້າ​ໃຫ້​ອາໂຣນາ​ຫົກຮ້ອຍ​ຫລຽນ​ຄຳ.

26 ໃນ​ທີ່ນັ້ນ​ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ໄດ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເພິ່ນ ໂດຍ​ສົ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ​ໄໝ້​ເຄື່ອງ​ຖວາຍ​ທີ່​ເທິງ​ແທ່ນບູຊາ​ນັ້ນ.

27 ພຣະເຈົ້າຢາເວ​ໄດ້​ສັ່ງ​ເທວະດາ​ໃຫ້​ເອົາ​ດາບ​ມ້ຽນ​ໄວ້ ແລະ​ເທວະດາ​ຕົນ​ນັ້ນ​ກໍໄດ້​ເຊື່ອຟັງ​ພຣະອົງ.

28 ເມື່ອ​ກະສັດ​ດາວິດ​ເຫັນ​ວ່າ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງຕົນ​ເຊັ່ນ​ນີ້; ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ທີ່​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.

29 ໃນ​ເວລາ​ນັ້ນ ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ໂມເຊ​ໄດ້​ສ້າງ​ຂຶ້ນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ແທ່ນບູຊາ​ທີ່​ໃຊ້​ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ ກໍ​ຍັງ​ຢູ່​ໃນ​ສະຖານທີ່​ສູງ​ທີ່​ກີເບໂອນ;

30 ແຕ່​ກະສັດ​ດາວິດ​ບໍ່​ສາມາດ​ໄປ​ທູນຖາມ​ພຣະເຈົ້າ​ທີ່​ນັ້ນ​ໄດ້ ເພາະ​ເພິ່ນ​ຢ້ານ​ດາບ​ຂອງ​ເທວະດາ​ຂອງ​ພຣະເຈົ້າຢາເວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan