1 ຂ່າວຄາວ 20 - ພຣະຄຳພີສັກສິດາວິດຢຶດເມືອງຣັບບາ ( 2 ຊມອ 12:26-31 ) 1 ຕໍ່ມາ ໃນລະດູໃບໄມ້ປົ່ງ ອັນເປັນເວລາທີ່ບັນດາກະສັດເຄີຍເຮັດເສິກ ໂຢອາບໄດ້ນຳກອງທັບໄປຮຸກຮານປະເທດອຳໂມນ; ແຕ່ກະສັດດາວິດຍັງພັກຢູ່ນະຄອນເຢຣູຊາເລັມ. ພວກເຂົາໄດ້ປິດລ້ອມເມືອງຣັບບາໄວ້ ທັງໂຈມຕີ ແລະທຳລາຍເມືອງ. 2 ຮູບເຄົາຣົບໂມເລັກຂອງຊາວມິນກົມ ສວມມົງກຸດຄຳໜັກປະມານສາມສິບສີ່ກິໂລກຼາມ. ຢູ່ໃນມົງກຸດນັ້ນມີເພັດເມັດໜຶ່ງ ຊຶ່ງກະສັດດາວິດໄດ້ແກະເອົາອອກມາໃສ່ມົງກຸດຂອງຕົນ. ເພິ່ນໄດ້ຢຶດເອົາສິ່ງຂອງຊຶ່ງປຸ້ນມາໄດ້ຈາກເມືອງນັ້ນເປັນຈຳນວນຫລວງຫລາຍ. 3 ເພິ່ນໄດ້ກວາດເອົາປະຊາຊົນໃນເມືອງນັ້ນມາເຮັດວຽກເລື່ອຍໄມ້, ຕັດຫີນ ແລະຕັດໄມ້ ດັ່ງທີ່ໄດ້ເຮັດກັບຊາວອຳໂມນໃນເມືອງຕ່າງໆ. ແລ້ວເພິ່ນກໍໄດ້ຍົກທັບກັບຄືນສູ່ນະຄອນເຢຣູຊາເລັມ. ເສິກກັບຊາວຟີລິດສະຕິນຄົນຮ່າງໃຫຍ່ ( 2 ຊມອ 21:15-22 ) 4 ຕໍ່ມາ ຊາດອິດສະຣາເອນໄດ້ເຮັດເສິກກັບພວກຟີລິດສະຕິນອີກທີ່ເກເຊ. ໃນການສູ້ຮົບຄັ້ງນີ້ ສິບເບກາຍຊາວເມືອງຮູຊາໄດ້ຂ້າຄົນຮ່າງໃຫຍ່ຜູ້ໜຶ່ງຊື່ວ່າສິບປາຍ ແລະພວກຟີລິດສະຕິນກໍໄດ້ພ່າຍແພ້. 5 ໃນການສູ້ຮົບກັບຊາວຟີລິດສະຕິນຄັ້ງໜຶ່ງອີກ ເອນຮານານລູກຊາຍຂອງຢາອີໄດ້ຂ້າລາຮະມີນ້ອງຊາຍຂອງໂກລີອາດຊາວເມືອງກາດ ຜູ້ທີ່ມີຫອກເທົ່າກັບໄມ້ກຳພັ້ນຫູກ. 6 ຕໍ່ມາ ໄດ້ມີເສິກເກີດຂຶ້ນອີກຄັ້ງໜຶ່ງທີ່ເມືອງກາດ. ໃນຄັ້ງນີ້ ໄດ້ມີຄົນຮ່າງໃຫຍ່ຜູ້ໜຶ່ງມີນິ້ວມື ແລະນິ້ວຕີນເບື້ອງລະຫົກນິ້ວ. ລາວສືບເຊື້ອສາຍມາຈາກຄົນຮ່າງໃຫຍ່ແຕ່ສະໄໝບູຮານ. 7 ລາວທ້າທາຍຊາວອິດສະຣາເອນ; ແລະໂຢນາທານລູກຊາຍຂອງຊາມມາອ້າຍກະສັດດາວິດໄດ້ຂ້າລາວ. 8 ຄົນທັງສາມນີ້ສືບເຊື້ອສາຍມາຈາກຄົນຮ່າງໃຫຍ່ທີ່ເມືອງກາດ. ກະສັດດາວິດ ແລະທະຫານຂອງເພິ່ນໄດ້ຂ້າຄົນເຫຼົ່ານີ້. |
@ 2012 United Bible Societies. All Rights Reserved.