Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 19 - ພຣະຄຳພີສັກສິ


ດາວິດ​ຮົບ​ຊະນະ​ຊາວ​ອຳໂມນ ແລະ​ຊາວ​ຊີເຣຍ
( 2 ຊມອ 10:1-19 )

1 ຕໍ່ມາ ນາຮາດ​ກະສັດ​ແຫ່ງ​ອຳໂມນ​ໄດ້​ຕາຍໄປ ແລະ​ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

2 ກະສັດ​ດາວິດ​ຈຶ່ງ​ເວົ້າ​ວ່າ, “ເຮົາ​ຕ້ອງ​ສະແດງ​ຄວາມ​ເປັນ​ມິດ​ອັນ​ສັດຊື່​ຕໍ່​ຮານູນ ດັ່ງ​ທີ່​ນາຮາດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ຕໍ່​ເຮົາ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄະນະທູດ​ໄປ​ສະແດງ​ຄວາມ​ເສົ້າໂສກ​ເສຍໃຈ ແລະ​ໄວ້​ອາໄລ​ນຳ. ເມື່ອ​ຄະນະທູດ​ໄດ້​ມາ​ຮອດ​ນະຄອນ​ອຳໂມນ ແລະ​ຂໍ​ເຂົ້າ​ພົບ​ກະສັດ​ຮານູນ

3 ພວກ​ຜູ້ນຳ​ຊາວ​ອຳໂມນ​ຈຶ່ງ​ໄປ​ບອກ​ກະສັດ​ວ່າ, “ທ່ານ​ຄິດ​ວ່າ​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ການ​ໄວ້​ອາໄລ​ນຳ​ທ່ານ​ໃນ​ເວລາ​ນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພໍ່​ຂອງທ່ານ​ບໍ? ແນ່ນອນ​ບໍ່ແມ່ນ​ດອກ ເພິ່ນ​ສົ່ງ​ພວກເຂົາ​ມາ​ທີ່​ນີ້​ເພື່ອ​ສອດແນມ​ເບິ່ງ​ເມືອງ​ຂອງ​ພວກເຮົາ ເພື່ອ​ວ່າ​ເພິ່ນ​ຈະ​ສາມາດ​ຮົບ​ຊະນະ​ພວກເຮົາ​ໄດ້.”

4 ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.

5 ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ຄວາມ​ໄປ​ບອກ​ພວກເຂົາ​ໃຫ້​ພັກ​ຢູ່​ເມືອງ​ເຢຣິໂກ ແລະ​ບໍ່​ໃຫ້​ກັບຄືນ​ມາ​ຈົນກວ່າ​ໜວດ​ປົ່ງ​ເສຍ​ກ່ອນ.

6 ກະສັດ​ຮານູນ ແລະ​ຊາວ​ອຳໂມນ​ຮູ້​ສຶກ​ວ່າ ພວກ​ຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈ່າຍ​ເງິນ​ປະມານ​ສາມສິບສີ່ພັນ​ກິໂລກຼາມ ເພື່ອ​ຈ້າງ​ເອົາ​ລົດຮົບ​ພ້ອມ​ຄົນ​ຂັບ​ຈາກ​ເມໂຊໂປຕາເມຍ​ຕອນ​ເທິງ ແລະ​ຈາກ​ນະຄອນ​ມາອາກາ ແລະ​ໂຊບາ​ແຫ່ງ​ຊີເຣຍ.

7 ລົດຮົບ​ສາມສິບສອງພັນ​ຄັນ ທີ່​ຖືກ​ຈ້າງ​ມາ ແລະ​ກອງທັບ​ຂອງ​ກະສັດ​ມາອາກາ ໄດ້​ຕັ້ງ​ຄ້າຍ​ຢູ່​ໃກ້​ເມືອງ​ເມເດບາ. ແລ້ວ​ຊາວ​ອຳໂມນ​ກໍໄດ້​ອອກ​ມາ​ຈາກ​ເມືອງຕ່າງໆ​ຂອງ​ພວກເຂົາ ເພື່ອ​ຕຽມ​ສູ້ຮົບ.

8 ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢອາບ​ພ້ອມ​ດ້ວຍ​ກອງທັບ​ທັງໝົດ​ອອກ​ໄປ.

9 ພວກ​ອຳໂມນ​ເຄື່ອນທັບ​ມາ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຂອງ​ຣັບບາ ເມືອງເອກ​ຂອງ​ພວກເຂົາ; ແລະ​ບັນດາ​ກະສັດ​ທີ່​ມາ​ຊ່ວຍ​ນັ້ນ ກໍ​ຕັ້ງ​ທີ່ໝັ້ນ​ຂອງ​ພວກ​ຕົນ​ຢູ່​ນອກ​ຕົວເມືອງ.

10 ໂຢອາບ​ໄດ້​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ທາງ​ດ້ານ​ໜ້າ​ແລະ​ດ້ານຫລັງ; ສະນັ້ນ ເພິ່ນ​ຈຶ່ງ​ເລືອກ​ເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ​ທີ່ສຸດ ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ປະເຊີນ​ໜ້າ​ກັບ​ທະຫານ​ຊີເຣຍ.

11 ສ່ວນ​ທະຫານ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ມອບ​ໃຫ້​ຢູ່​ໃຕ້​ການ​ບັງຄັບ​ບັນຊາ​ຂອງ​ອາບີໄຊ​ນ້ອງຊາຍ​ຂອງ​ຕົນ. ລາວ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ປະເຊີນ​ໜ້າ​ກັບ​ຊາວ​ອຳໂມນ.

12 ໂຢອາບ​ເວົ້າ​ກັບ​ລາວ​ວ່າ, “ຖ້າ​ເຈົ້າ​ເຫັນ​ວ່າ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ. ແຕ່​ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.

13 ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ຫົວເມືອງຕ່າງໆ​ຂອງ​ພຣະເຈົ້າ. ຂໍ​ໃຫ້​ພຣະເຈົ້າຢາເວ​ກະທຳການ​ຂອງ​ພຣະອົງ​ດ້ວຍ​ເທີ້ນ.”

14 ແລ້ວ​ໂຢອາບ​ກັບ​ທະຫານ​ຂອງຕົນ​ກໍ​ຍົກທັບ​ເຂົ້າ​ໄປ​ໂຈມຕີ​ພວກ​ຊີເຣຍ ແລະ​ພວກເຂົາ​ຕ່າງ​ກໍ​ແຕກ​ພ່າຍ​ໜີໄປ.

15 ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ປົບໜີໄປ​ແລ້ວ ພວກເຂົາ​ກໍ​ແລ່ນ​ປົບໜີ​ຈາກ​ອາບີໄຊ ແລະ​ຖອຍ​ເຂົ້າ​ໄປ​ໃນ​ເມືອງ. ແລ້ວ​ໂຢອາບ​ກໍ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ.

16 ພວກ​ຊີເຣຍ​ເຫັນ​ວ່າ ພວກຕົນ​ໄດ້​ພ່າຍແພ້​ໃຫ້​ແກ່​ພວກ​ອິດສະຣາເອນ​ແລ້ວ; ສະນັ້ນ ພວກເຂົາ​ຈຶ່ງ​ນຳ​ເອົາ​ກອງ​ທະຫານ​ມາ​ຈາກ​ເມືອງຕ່າງໆ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ເອີຟຣັດ ແລະ​ໃຫ້​ຢູ່​ໃຕ້​ການ​ບັນຊາ​ຂອງ​ໂຊບັກ ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ຮາດາເດເຊ​ແຫ່ງ​ໂຊບາ.

17 ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ຮວບຮວມ​ເອົາ​ທະຫານ​ອິດສະຣາເອນ​ທັງໝົດ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ ແລະ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ປະເຊີນ​ໜ້າ​ກັບ​ກອງທັບ​ຊີເຣຍ. ການ​ສູ້ຮົບ​ກັນ​ໄດ້​ເລີ່ມ​ຂຶ້ນ

18 ແລະ​ພວກ​ອິດສະຣາເອນ​ໄດ້​ໄລ່​ກອງທັບ​ຊີເຣຍ​ໃຫ້​ລ່າຖອຍ​ໜີໄປ. ກະສັດ​ດາວິດ ແລະ​ທະຫານ​ຂອງ​ເພິ່ນ​ໄດ້​ຂ້າ​ທະຫານ​ຂັບ​ລົດຮົບ​ເຈັດພັນ​ຄົນ ແລະ​ທະຫານ​ລາບ​ສີ່ສິບພັນ​ຄົນ. ພວກເຂົາ​ຍັງ​ໄດ້​ຂ້າ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຊີເຣຍ​ດ້ວຍ.

19 ເມື່ອ​ພວກ​ທີ່​ຂຶ້ນ​ກັບ​ກະສັດ​ຮາດາເດເຊ​ເຫັນ​ວ່າ ພວກຕົນ​ໄດ້​ພ່າຍແພ້​ໃຫ້​ແກ່​ຊາດ​ອິດສະຣາເອນ​ແລ້ວ ຕ່າງ​ກໍໄດ້​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ກະສັດ​ດາວິດ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ການປົກຄອງ​ຂອງ​ເພິ່ນ. ພວກ​ຊີເຣຍ​ຈຶ່ງ​ບໍ່ຍອມ​ຊ່ວຍເຫລືອ​ພວກ​ອຳໂມນ​ອີກ​ຕໍ່ໄປ​ຈັກເທື່ອ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan