1 ຂ່າວຄາວ 18 - ພຣະຄຳພີສັກສິດາວິດມີໄຊຊະນະທາງດ້ານການທະຫານ ( 2 ຊມອ 8:1-18 ) 1 ຕໍ່ມາ ກະສັດດາວິດໄດ້ໂຈມຕີພວກຟີລິດສະຕິນອີກ ແລະໄດ້ຮົບຊະນະພວກເຂົາ. ເພິ່ນໄດ້ຢຶດເອົາເມືອງກາດ ແລະໝູ່ບ້ານທີ່ຢູ່ອ້ອມແອ້ມນັ້ນ. 2 ເພິ່ນຍັງໄດ້ເອົາຊະນະຊາວໂມອາບ. ພວກເຂົາໄດ້ຕົກຢູ່ໃຕ້ອຳນາດຂອງເພິ່ນ ແລະໄດ້ເສຍສ່ວຍໃຫ້ເພິ່ນ. 3 ຕໍ່ມາ ກະສັດດາວິດໄດ້ໂຈມຕີກະສັດຮາດາເດເຊແຫ່ງຊີເຣຍຂອງໂຊບາ ເພາະຮາດາເດເຊພະຍາຍາມຢຶດເອົາເຂດແດນທາງດ້ານເໜືອຂອງແມ່ນໍ້າເອີຟຣັດ. 4 ກະສັດດາວິດຢຶດລົດຮົບໄດ້ພັນຄັນ ແລະຈັບທະຫານມ້າໄດ້ເຈັດພັນຄົນ ແລະທະຫານລາບຊາວພັນຄົນ, ແຕ່ເພິ່ນຮັກສາມ້າແລະລົດຮົບໄວ້ພຽງແຕ່ຮ້ອຍຄັນເທົ່ານັ້ນ ແລະສ່ວນມ້າທີ່ເຫຼືອນັ້ນເພິ່ນຕັດເອັນຄະໜ່ອງໝົດ. 5 ເມື່ອຊາວຊີເຣຍແຫ່ງດາມັສກັດໄດ້ສົ່ງກອງທັບມາຊ່ວຍກະສັດຮາດາເດເຊແຫ່ງໂຊບາ ກະສັດດາວິດກໍດັກໂຈມຕີ ແລະຂ້າທະຫານຊາວສອງພັນຄົນ. 6 ແລ້ວເພິ່ນກໍຕັ້ງຄ້າຍທະຫານຢູ່ໃນເຂດແດນຂອງພວກເຂົາ. ພວກເຂົາໄດ້ຕົກຢູ່ໃຕ້ອຳນາດຂອງເພິ່ນ ແລະໄດ້ເສຍສ່ວຍໃຫ້ເພິ່ນ. ພຣະເຈົ້າຢາເວໄດ້ໃຫ້ກະສັດດາວິດເອົາຊະນະທຸກໆບ່ອນ. 7 ກະສັດດາວິດໄດ້ຢຶດເອົາໂລ້ຄຳ ຊຶ່ງຂ້າຣາຊການຂອງກະສັດຮາດາເດເຊໄດ້ຖືໄປນຳນັ້ນ ມາທີ່ນະຄອນເຢຣູຊາເລັມ. 8 ເພິ່ນໄດ້ຂົນເອົາທອງສຳຣິດເປັນຈຳນວນຫລວງຫລາຍ ມາຈາກເມືອງຕິບຮາດ ແລະເມືອງກູນ ຊຶ່ງຢູ່ພາຍໃຕ້ການປົກຄອງຂອງກະສັດຮາດາເດເຊ. (ຕໍ່ມາ ກະສັດໂຊໂລໂມນໄດ້ເອົາທອງສຳຣິດເຫຼົ່ານີ້ມາເຮັດຖັງນໍ້າ, ເສົາ ແລະເຄື່ອງໃຊ້ຕ່າງໆສຳລັບພຣະວິຫານ.) 9 ກະສັດໂຕອີແຫ່ງຮາມັດໄດ້ຍິນວ່າ ກະສັດດາວິດໄດ້ເອົາຊະນະກອງທັບທັງໝົດຂອງກະສັດຮາດາເດເຊແຫ່ງໂຊບາ. 10 ສະນັ້ນ ເພິ່ນຈຶ່ງສົ່ງຮາໂດຣາມ ລູກຊາຍຂອງເພິ່ນມາອວຍພອນກະສັດດາວິດ ແລະສະແດງຄວາມດີໃຈນຳທີ່ເພິ່ນໄດ້ເອົາຊະນະກະສັດຮາດາເດເຊ ຜູ້ທີ່ເຈົ້າໂຕອີໄດ້ສູ້ຮົບມາຕັ້ງຫລາຍຄັ້ງແລ້ວ. ເພິ່ນໄດ້ນຳຂອງຂວັນທີ່ເຮັດດ້ວຍຄຳ, ເງິນ ແລະທອງສຳຣິດມາມອບໃຫ້ກະສັດດາວິດ. 11 ກະສັດດາວິດໄດ້ຖວາຍສິ່ງເຫຼົ່ານີ້ແກ່ພຣະເຈົ້າຢາເວພ້ອມດ້ວຍເງິນ ແລະຄຳ ທີ່ເພິ່ນຢຶດມາໄດ້ຈາກຊົນຊາດຕ່າງໆ ເປັນຕົ້ນໄດ້ມາແຕ່ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະອາມາເຫຼັກ. 12 ອາບີໄຊ ລູກຊາຍນາງເຊຣູອີຢາໄດ້ເອົາຊະນະຊາວເອໂດມຢູ່ໃນຮ່ອມພູເກືອ ໂດຍໄດ້ຂ້າສັດຕູ ສິບແປດພັນຄົນ. 13 ລາວໄດ້ຕັ້ງຄ້າຍທະຫານຢູ່ທົ່ວດິນແດນເອໂດມ ແລະປະຊາຊົນໃນທີ່ນັ້ນໄດ້ຕົກຢູ່ໃຕ້ອຳນາດຂອງກະສັດດາວິດ. ພຣະເຈົ້າຢາເວໄດ້ໃຫ້ກະສັດດາວິດຮົບຊະນະ ໃນທຸກທີ່ທຸກບ່ອນທີ່ເພິ່ນໄດ້ໄປ. 14 ກະສັດດາວິດໄດ້ປົກຄອງທົ່ວທັງປະເທດອິດສະຣາເອນ ແລະໃຫ້ປະຊາຊົນຂອງຕົນໄດ້ຮັບຄວາມທ່ຽງທຳ ແລະຄວາມຍຸດຕິທຳສະເໝີມາ. 15 ໂຢອາບ ອ້າຍຂອງອາບີໄຊເປັນຜູ້ບັນຊາການທະຫານ; ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ຮັບຜິດຊອບບັນທຶກ; 16 ຊາດົກລູກຊາຍຂອງອາຮີຕຸບ ແລະອາຮີເມເຫຼັກລູກຊາຍຂອງອາບີອາທາ ທັງສອງຄົນເປັນປະໂຣຫິດ; ເສຣາອີຢາ ເປັນເລຂາທິການປະຈຳຣາຊສຳນັກ; 17 ເບນາອີຢາລູກຊາຍຂອງເຢໂຮຍອາດາເປັນຫົວໜ້າຊາວເກເຣັດແລະຊາວເປເລັດ; ແລະບັນດາລູກຊາຍຂອງກະສັດດາວິດດຳລົງຕຳແໜ່ງສູງເພື່ອຮັບໃຊ້ພໍ່ຂອງຕົນ. |
@ 2012 United Bible Societies. All Rights Reserved.