Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 16 - ພຣະຄຳພີສັກສິ

1 ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ສູ່​ຫໍເຕັນ ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້​ແລະ​ນຳ​ເອົາ​ຫີບ​ເຂົ້າ​ໄປ​ໄວ້​ໃນ​ທີ່ນັ້ນ. ແລ້ວ​ພວກເຂົາ​ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ.

2 ຫລັງຈາກ​ກະສັດ​ດາວິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແລ້ວ ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ​ເພິ່ນ​ໄດ້​ອວຍພອນ​ປະຊາຊົນ

3 ແລະ​ແຈກ​ຢາຍ​ອາຫານ​ໃຫ້​ພວກເຂົາ​ທຸກຄົນ. ເພິ່ນ​ໄດ້​ເອົາ​ເຂົ້າຈີ່​ຢາຍ​ໃຫ້​ຜູ້ຊາຍ ແລະ​ຜູ້ຍິງ​ໃນ​ຊາດ​ອິດສະຣາເອນ ຄົນລະ​ກ້ອນ, ຊີ້ນ​ປີ້ງ​ຄົນລະ​ຕ່ອນ, ແລະ​ໝາກອະງຸ່ນ​ແຫ້ງ.

4 ກະສັດ​ດາວິດ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ບາງຄົນ​ເປັນ​ຜູ້ນຳ​ໃນ​ການ​ນະມັດສະການ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ ໂດຍ​ຮ້ອງເພງ​ໂມທະນາ​ຂອບ​ພຣະຄຸນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.

5 ອາສັບ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າ ແລະ​ເຊກາຣີຢາ​ເປັນ​ຜູ້​ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ​ເຢອີເອນ ເປັນ​ພວກ​ດີດພິນ. ອາສັບ​ເປັນ​ຜູ້​ຕົບແສ່ງ,

6 ແລະ​ປະໂຣຫິດ​ສອງ​ຄົນ​ຄື​ເບນາອີຢາ​ແລະ​ຢາຮາຊີເອນ ເຮັດ​ໜ້າທີ່​ເປົ່າແກ​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢ່າງ​ສະໝໍ່າ​ສະເໝີ.

7 ນີ້​ເປັນ​ເທື່ອ​ທຳອິດ​ທີ່​ກະສັດ​ດາວິດ​ໄດ້​ໃຫ້​ອາສັບ ແລະ​ພີ່ນ້ອງ​ຊາວ​ເລວີ​ຂອງ​ລາວ ຮັບຜິດຊອບ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ.


ບົດເພງ​ແຫ່ງ​ຄຳສັນລະເສີນ
( ພສສ 105:1-15 ; 96:1-13 ; 106:1 , 47-48 )

8 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຈົ່ງ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະອົງ ຈົ່ງ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.

9 ຈົ່ງ​ຮ້ອງເພງ​ສຳລັບ​ພຣະອົງ ຈົ່ງ​ຮ້ອງເພງ​ສັນລະເສີນ​ແດ່​ພຣະອົງ ຈົ່ງ​ບອກ​ສິ່ງ​ໜ້າງຶດງໍ້​ທີ່​ພຣະອົງ​ໄດ້​ກະທຳ.

10 ຈົ່ງ​ດີໃຈ​ທີ່​ພວກເຮົາ​ໄດ້​ເປັນ​ຂອງ​ພຣະອົງ; ໃຫ້​ທຸກຄົນ​ຊົມຊື່ນ​ຍິນດີ​ນະມັດສະການ​ພຣະອົງ

11 ຈົ່ງ​ຊອກຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ນະມັດສະການ​ພຣະອົງ​ສືບ​ໄປ​ເລື້ອຍໆ.

12-13 ພວກ​ເຊື້ອສາຍ​ຂອງ​ຢາໂຄບ ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ຄື​ເຊື້ອສາຍ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຈົ່ງ​ຈື່ຈຳ​ການ​ອັດສະຈັນ​ທີ່​ພຣະເຈົ້າ​ໄດ້​ກະທຳ ແລະ​ການຕັດສິນ​ທີ່​ພຣະອົງ​ໄດ້​ປະກາດ​ນັ້ນ.

14 ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ການຕັດສິນ​ທັງຫລາຍ​ຂອງ​ພຣະອົງ​ກໍຢູ່​ທົ່ວໄປ​ໃນ​ໂລກນີ້.

15 ຢ່າ​ລືມ​ພັນທະສັນຍາ​ຂອງ​ພຣະອົງ​ຈັກເທື່ອ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ໃຫ້​ຍືນຍົງ​ຕະຫລອດໄປ

16 ຄື​ພັນທະສັນຍາ​ທີ່​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ​ບັນດາ​ຄຳສັນຍາ​ທີ່​ເຮັດ​ໄວ້​ກັບ​ອີຊາກ.

17 ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ກັບ​ຢາໂຄບ ຄື​ສິ່ງ​ໜຶ່ງ​ທີ່​ຈະ​ຍືນຍົງ​ຄົງຢູ່​ເປັນນິດ.

18 ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ມອບ​ດິນແດນ​ການາອານ​ໃຫ້ ດິນແດນ​ນັ້ນ​ຈະ​ເປັນ​ກຳມະສິດ ຂອງ​ພວກເຈົ້າ​ເທົ່ານັ້ນ.”

19 ຄົນ​ຂອງ​ພຣະເຈົ້າ​ມີ​ຈຳນວນ​ໜ້ອຍ ເປັນ​ຄົນຕ່າງດ້າວ​ຢູ່​ໃນ​ການາອານ​ນັ້ນ.

20 ພວກເຂົາ​ທ່ອງທ່ຽວ​ຈາກ​ປະເທດ​ນີ້​ສູ່​ທີ່​ອື່ນໄກ ຈາກ​ອານາຈັກ​ນີ້​ໄປ​ສູ່​ອານາຈັກ​ອື່ນ​ອີກ.

21 ແຕ່​ພຣະອົງ​ບໍ່​ຍອມ​ໃຫ້​ຜູ້ໃດ​ກົດຂີ່​ພວກເຂົາ ພຣະອົງ​ເຕືອນ​ກະສັດ​ໃຫ້​ປົກປ້ອງ​ພວກເຂົາ​ໄວ້​ວ່າ,

22 “ຢ່າ​ສູ່​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ເລືອກ​ເອົາ ຢ່າ​ສູ່​ແຕະຕ້ອງ​ຜູ້ທຳນວາຍ​ຂອງ​ເຮົາ​ນັ້ນ.”

23 ທົ່ວ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ​ແດ່ ພຣະເຈົ້າຢາເວ​ຂອງ​ພວກເຮົາ ທຸກ​ມື້​ຈົ່ງ​ປະກາດ​ຂ່າວ​ດີ ທີ່​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.

24 ຈົ່ງ​ປະກາດ​ສະຫງ່າຣາສີ​ຂອງ​ພຣະອົງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ການ​ອັດສະຈັນ​ທັງຫຼາຍ​ຂອງ​ພຣະອົງ​ໃນ​ທ່າມກາງ​ຄົນ​ທັງປວງ​ດ້ວຍ.

25 ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ຫລາຍ ແລະ​ຄວນ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສົ່ງ; ພຣະອົງ​ຄວນ​ເປັນ​ທີ່​ຍົກຍໍ​ສັນລະເສີນ ໃຫ້ກຽດ​ສັກສີ​ກວ່າ​ພະອື່ນໆ​ທັງສິ້ນ.

26 ບັນດາ​ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ ເປັນ​ພະ​ຈອມປອມ​ທັງໝົດ ແຕ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ ເປັນ​ຜູ້​ສ້າງ​ຈັກກະວານ.

27 ສະຫງ່າຣາສີ​ແລະ​ກຽດຕິຍົດ​ນັ້ນ ກໍ​ອ້ອມລ້ອມ​ເຕັມ​ຢູ່​ໃນ​ພຣະອົງ ຣິດອຳນາດ​ແລະ​ຄວາມ​ຊົມຊື່ນ​ຍິນດີ ກໍ​ມີ​ເຕັມ​ຢູ່​ໃນ​ພຣະວິຫານ​ດ້ວຍ.

28 ຈົ່ງ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ມວນ​ມະນຸດ​ທົ່ວ​ທັງ​ໂລກາ ຈົ່ງ​ສັນລະເສີນ​ສະຫງ່າຣາສີ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.

29 ຈົ່ງ​ຍົກຍໍ​ນາມ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ໂດຍ​ນຳ​ເຄື່ອງບູຊາ​ມາ​ທີ່​ພຣະວິຫານ​ດ້ວຍ. ຈົ່ງ​ກົ້ມຂາບ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະພາບ​ນັ້ນ;

30 ທົ່ວໂລກ ຈົ່ງ​ສະທ້ານ​ຢູ່​ຊ້ອງໜ້າ​ພຣະອົງ ແຜ່ນດິນ​ໂລກ​ຄົງ​ຢູ່​ກັບທີ່​ເຄື່ອນຍ້າຍ​ບໍ່ໄດ້.

31 ຈັກກະວານ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ຈອມ​ກະສັດ.”

32 ທ້ອງ​ທະເລ​ກັບ​ທຸກສິ່ງ​ໃນ​ນັ້ນ ຈົ່ງ​ສົ່ງ​ສຽງ​ສະໜັ່ນ​ຫວັ່ນໄຫວ ໃຫ້​ທົ່ງນາ​ກັບ​ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ ຈົ່ງ​ພາກັນ​ຊົມຊື່ນ​ຍິນດີ​ເທີ້ນ

33 ຕົ້ນໄມ້​ໃນ​ປ່າ​ຈະ​ໂຮຮ້ອງ​ແລະ​ຍິນດີ ຕໍ່ໜ້າ​ພຣະເຈົ້າຢາເວ, ເມື່ອ​ພຣະອົງ​ມາ​ຕັດສິນ​ແຜ່ນດິນ​ໂລກ.

34 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງຄຸນ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.

35 ຈົ່ງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ຂອງ​ພວກ​ຂ້ານ້ອຍ​ເອີຍ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ ໂຜດ​ເຕົ້າໂຮມ​ພວກ​ຂ້ານ້ອຍ​ໄວ້​ສາ ໂຜດ​ຊ່ວຍກູ້​ພວກ​ຂ້ານ້ອຍ ຈາກ​ບັນດາ​ຊົນຊາດ​ທັງຫລາຍ​ດ້ວຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ແກ່ນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ ແລະ​ຍົກຍໍ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະອົງ.”

36 ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະອົງ ແຕ່​ບັດນີ້​ແລະ​ສືບໆໄປ​ເທີ້ນ. ແລ້ວ​ປະຊາຊົນ​ທຸກໆ​ຄົນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ໄດ້​ພ້ອມ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ການ​ນະມັດສະການ​ທີ່​ເຢຣູຊາເລັມ​ແລະ​ກິເບໂອນ

37 ກະສັດ​ດາວິດ​ໄດ້​ຕັ້ງ​ໃຫ້​ອາສັບ ແລະ​ພີ່ນ້ອງ​ຊາວ​ເລວີ​ຂອງ​ລາວ ເບິ່ງແຍງ​ການ​ນະມັດສະການ​ຢ່າງ​ຖາວອນ ໃນ​ບ່ອນ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖືກ​ຮັກສາ​ໄວ້. ພວກເຂົາ​ໄດ້​ເຮັດ​ໜ້າທີ່​ຂອງ​ພວກຕົນ​ຢູ່​ໃນ​ທີ່ນັ້ນ​ສະໝໍ່າ​ສະເໝີ.

38 ໂອເບັດເອໂດມ ລູກຊາຍ​ເຢດູທູນ ແລະ​ຫົກສິບແປດ​ຄົນ​ໃນ​ຕະກຸນ​ຂອງ​ລາວ ເປັນ​ຜູ້​ຊ່ວຍ. ໂຮສາ​ແລະ​ໂອເບັດເອໂດມ​ເປັນ​ຜູ້​ເຝົ້າຍາມ​ປະຕູ​ເຂົ້າ.

39 ແຕ່​ປະໂຣຫິດ​ຊາດົກ ແລະ​ພີ່ນ້ອງ​ປະໂຣຫິດ​ອື່ນໆ ໄດ້​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ທີ່​ກີເບໂອນ.

40 ທຸກ​ເຊົ້າ​ແລະ​ທຸກ​ແລງ ພວກເພິ່ນ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍ​ແກ່​ພຣະເຈົ້າຢາເວ​ເທິງ​ແທ່ນບູຊາ ໂດຍ​ປະຕິບັດ​ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ ຂອງ​ພຣະເຈົ້າຢາເວ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຊາດ​ອິດສະຣາເອນ.

41 ໃນ​ທີ່ນັ້ນ ເຮມານ​ແລະ​ເຢດູທູນ​ກັບ​ຄົນອື່ນໆ ທີ່​ໄດ້​ຮັບ​ເລືອກ​ຂຶ້ນ​ໂດຍ​ພິເສດ​ພ້ອມ​ດ້ວຍ​ພວກ​ປະໂຣຫິດ ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ສຳລັບ​ຄວາມຮັກ​ອັນ​ໝັ້ນຄົງ​ຕະຫລອດໄປ​ຂອງ​ພຣະອົງ.

42 ເຮມານ​ແລະ​ເຢດູທູນ​ໄດ້​ເຮັດ​ໜ້າທີ່​ເປົ່າແກ, ຕົບແສ່ງ ແລະ​ຫລີ້ນ​ເຄື່ອງ​ດົນຕຼີ​ອື່ນໆ​ເມື່ອ​ຮ້ອງເພງ​ສັນລະເສີນ. ສະມາຊິກ​ໃນ​ຕະກຸນ​ເຢດູທູນ​ໄດ້​ເປັນ​ຜູ້​ເຝົ້າຍາມ​ປະຕູ​ເຂົ້າ.

43 ເມື່ອ​ຈົບ​ພິທີ​ແລ້ວ ທຸກຄົນ​ກໍ​ກັບ​ເມືອ​ເຮືອນ​ຂອງຕົນ ແລະ​ກະສັດ​ດາວິດ​ກໍ​ກັບ​ເມືອ​ຢູ່​ນຳ​ຄອບຄົວ​ຂອງ​ເພິ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan