Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 15 - ພຣະຄຳພີສັກສິ


ຫີບ​ພັນທະສັນຍາ​ຖືກ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ

1 ກະສັດ​ດາວິດ​ໄດ້​ສ້າງ​ສຳນັກ​ຫລາຍ​ຫລັງ​ສຳລັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ. ເພິ່ນ​ຍັງ​ໄດ້​ຈັດຕຽມ​ບ່ອນ​ໄວ້​ຫີບ​ຂອງ​ພຣະເຈົ້າ ແລະ​ສ້າງ​ເຕັນ​ສຳລັບ​ບັນຈຸ​ຫີບ​ຢູ່​ທີ່​ນັ້ນ.

2 ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ໃຫ້​ພວກ​ເລວີ​ເທົ່ານັ້ນ​ຫາມ​ຫີບ​ຂອງ​ພຣະເຈົ້າ ເພາະ​ພວກເຂົາ​ແມ່ນ​ພວກດຽວ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກໄວ້​ເພື່ອ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ຮັບໃຊ້​ພຣະອົງ​ຕະຫລອດໄປ.”

3 ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ໄປ​ບ່ອນ​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ.

4 ແລ້ວ​ເພິ່ນ​ກໍ​ເຊີນ​ເອົາ​ພວກ​ເຊື້ອສາຍ​ຂອງ​ອາໂຣນ ແລະ​ເອີ້ນ​ເອົາ​ເຊື້ອສາຍ​ຂອງ​ພວກ​ເລວີ.

5 ຄົນເລວີ​ຈາກ​ຕະກຸນ​ໂກຮາດ​ແມ່ນ​ອູຣິເອນ ເບິ່ງແຍງ​ສະມາຊິກ​ໜຶ່ງຮ້ອຍຊາວ​ຄົນ ໃນ​ຕະກຸນ​ຂອງ​ຕົນເອງ;

6 ຈາກ​ຕະກຸນ​ເມຣາຣີ​ແມ່ນ​ອາສາອີຢາ ເບິ່ງແຍງ​ສອງຮ້ອຍຊາວ​ຄົນ;

7 ຈາກ​ຕະກຸນ​ເກໂຊນ​ແມ່ນ​ໂຢເອນ ເບິ່ງແຍງ​ໜຶ່ງຮ້ອຍ​ສາມສິບ​ຄົນ;

8 ຈາກ​ຕະກຸນ​ເອລີຊາຟັນ​ແມ່ນ​ເຊມາອີຢາ ເບິ່ງແຍງ​ສອງຮ້ອຍ​ຄົນ;

9 ຈາກ​ຕະກຸນ​ເຮັບໂຣນ​ແມ່ນ​ເອລີເອນ ເບິ່ງແຍງ​ແປດສິບ​ຄົນ;

10 ແລະ​ຈາກ​ຕະກຸນ​ອຸດຊີເອນ​ແມ່ນ​ອຳມີນາດາບ ເບິ່ງແຍງ​ໜຶ່ງຮ້ອຍ​ສິບສອງ​ຄົນ.

11 ກະສັດ​ດາວິດ​ໄດ້​ເອີ້ນ​ເອົາ​ປະໂຣຫິດ​ຊາດົກ​ແລະ​ອາບີອາທາ ເພື່ອ​ໃຫ້​ເຂົ້າ​ມາ​ພົບ​ເພິ່ນ​ພ້ອມ​ດ້ວຍ​ຊາວ​ເລວີ​ຫົກ​ຄົນ ດັ່ງນີ້: ອູຣິເອນ, ອາສາອີຢາ, ໂຢເອນ, ເຊມາອີຢາ, ເອລີເອນ ແລະ​ອຳມີນາດາບ.

12 ເພິ່ນ​ກ່າວ​ແກ່​ພວກເລວີ​ວ່າ, “ພວກເຈົ້າ​ເປັນ​ຜູ້ນຳ​ບັນດາ​ຕະກຸນ​ຊາວ​ເລວີ. ຈົ່ງ​ຊຳລະ​ຕົນເອງ​ໃຫ້​ສະອາດ ແລະ​ພີ່ນ້ອງ​ເລວີ​ຄົນອື່ນ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ນຳ​ຫີບ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ມາ​ສູ່​ບ່ອນ​ທີ່​ຖືກ​ຈັດຕຽມ​ໄວ້​ແລ້ວ​ນັ້ນ​ໄດ້.

13 ຍ້ອນ​ພວກເຈົ້າ​ບໍ່ໄດ້​ໄປ​ທີ່​ນັ້ນ​ເທື່ອ​ທຳອິດ ເພື່ອ​ຫາມ​ຫີບ​ພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ລົງໂທດ​ພວກເຮົາ ເພາະ​ບໍ່ໄດ້​ນະມັດສະການ​ພຣະອົງ​ຕາມ​ທີ່​ສົມຄວນ.”

14 ແລ້ວ​ບັນດາ​ປະໂຣຫິດ​ແລະ​ພວກເລວີ​ກໍ​ຊຳລະ​ຕົນເອງ​ໃຫ້​ສະອາດ ເພື່ອ​ຈະ​ຍົກຍ້າຍ​ຫີບ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

15 ພວກເລວີ​ໄດ້​ໃຊ້​ໄມ້​ຄານຫາມ​ຫີບ​ຂອງ​ພຣະເຈົ້າ​ແບກ​ໃສ່​ບ່າ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ.

16 ກະສັດ​ດາວິດ​ໄດ້​ສັ່ງ​ບັນດາ​ຜູ້ນຳ​ໃຫ້​ມອບໝາຍ​ໜ້າທີ່​ແກ່​ພວກ​ເລວີ ເພື່ອ​ຮ້ອງລຳ​ທຳເພງ​ແລະ​ບັນເລງ​ດົນຕຼີ​ຢ່າງ​ມ່ວນຊື່ນ ຄື​ດີດພິນ​ແລະ​ຕົບແສ່ງ​ໄປ​ພ້ອມ.

17 ພວກເຂົາ​ໄດ້​ເລືອກ​ເອົາ​ນັກດົນຕຼີ​ຈາກ​ຕະກຸນ​ຂອງ​ພວກ​ນັກຮ້ອງ​ໃຫ້​ຕົບແສ່ງ​ທຸ້ມ ມີ​ດັ່ງນີ້: ເຮມານ​ລູກຊາຍ​ຂອງ​ໂຢເອນ, ອາສັບ​ລູກຊາຍ​ຂອງ​ເບເຣກີຢາ​ທີ່​ເປັນ​ພີ່ນ້ອງ​ຂອງ​ລາວ​ເອງ ແລະ​ເອທານ​ລູກຊາຍ​ຂອງ​ກູຊາອີຢາ​ແຫ່ງ​ຕະກຸນ​ເມຣາຣີ. ເພື່ອ​ເປັນ​ການ​ປະກອບສ່ວນ​ຊ່ວຍກັນ.

18 ພວກເຂົາ​ໄດ້​ເລືອກ​ເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ສູງ ມີ​ດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະ​ມາອາເສອີຢາ. ພວກເຂົາ​ໄດ້​ເລືອກເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ຕໍ່າ ມີ​ດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມ​ພຣະວິຫານ​ໄດ້​ແກ່: ໂອເບັດເອໂດມ​ແລະ​ເຢອີເອນ.

19 ນັກຮ້ອງ​ມີ ເຮມານ, ອາສັບ ແລະ​ເອທານ

20 ເຊກາຣີຢາ, ອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສອີຢາ ແລະ​ເບນາອີຢາ ຫຼິ້ນ​ພິນ​ໃຫຍ່​ຕາມ​ສຳນຽງ​ອາລາໂມດ;

21 ແຕ່​ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດ​ເອໂດມ, ເຢອີເອນ ແລະ​ອາຊາຊີຢາ ເປັນ​ຜູ້​ດີດພິນ​ຄູ່​ຕາມ​ສຳນຽງ​ເຊມີນິດ.

22 ເນື່ອງ​ຈາກ​ວ່າ​ເກນານີຢາ​ມີ​ສີມື​ດີ​ທາງ​ດ້ານ​ດົນຕຼີ ລາວ​ຈຶ່ງ​ຖືກ​ເລືອກ​ໃຫ້​ເປັນ​ຄົນ​ເບິ່ງແຍງ​ພວກ​ນັກດົນຕຼີ​ຊາວ​ເລວີ.

23 ເບເຣກີຢາ​ແລະ​ເອນການາ ໄດ້​ຖືກ​ຮັບ​ເລືອກ​ໃຫ້​ເປັນ​ຜູ້​ເຝົ້າຍາມ​ຫີບ​ພັນທະສັນຍາ.

24 ບັນດາ​ປະໂຣຫິດ​ເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະ​ເອລີເອເຊ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ເປົ່າແກ ນຳ​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ໂອເບັດເອໂດມ ແລະ​ເຢຮີຢາ ໄດ້​ຖືກ​ຮັບ​ເລືອກ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຫີບ​ພັນທະສັນຍາ​ດ້ວຍ.


ຫີບ​ພັນທະສັນຍາ​ຖືກ​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ
( 2 ຊມອ 6:12-22 )

25 ສະນັ້ນ ກະສັດ​ດາວິດ, ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ ແລະ​ພວກ​ຜູ້​ບັນຊາການ​ກອງທັບ​ຈຶ່ງ​ໄດ້​ໄປ​ທີ່​ເຮືອນ​ຂອງ​ໂອເບັດເອໂດມ ເພື່ອ​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຈັດງານ​ສະຫລອງ​ຢ່າງ​ໃຫຍ່ໂຕ​ຂຶ້ນ.

26 ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ເຈັດ​ໂຕ​ກັບ​ແກະເຖິກ​ເຈັດ​ໂຕ ເພື່ອ​ເປັນ​ການ​ແນ່ໃຈ​ວ່າ​ພຣະເຈົ້າ​ຈະ​ຊ່ວຍ​ພວກ​ເລວີ ໃຫ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄປ​ໄດ້.

27 ກະສັດ​ດາວິດ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ເຊັ່ນດຽວ​ກັບ​ເກນານີຢາ​ຫົວໜ້າ​ວົງດົນຕຼີ​ກັບ​ພວກ​ນັກດົນຕຼີ ທີ່​ຫາມ​ຫີບ​ພັນທະສັນຍາ. ກະສັດ​ດາວິດ​ຍັງ​ໄດ້​ນຸ່ງ​ເສື້ອຄຸມ​ສັ້ນ​ເອໂຟດ​ດ້ວຍ.

28 ສະນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ແຫ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ມາ​ເຖິງ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ​ພ້ອມ​ທັງ​ເປົ່າແກ, ເປົ່າ​ເຂົາສັດ, ຕົບແສ່ງ ແລະ​ດີດພິນ.

29 ໃນ​ຂະນະທີ່​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ ນາງ​ມີການ ຜູ້​ເປັນ​ລູກສາວ​ຂອງ​ກະສັດ​ໂຊນ​ໄດ້​ແນມເບິ່ງ​ໄປ​ທາງ​ປ່ອງຢ້ຽມ ໄດ້ເຫັນ​ກະສັດ​ດາວິດ​ຟ້ອນ​ແລະ​ເຕັ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ນາງ​ຈຶ່ງ​ດູຖູກ​ໝິ່ນປະໝາດ​ເພິ່ນ​ໃນໃຈ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan