Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 14 - ພຣະຄຳພີສັກສິ


ພາລະກິດ​ຂອງ​ດາວິດ​ໃນ​ນະຄອນ​ເຢຣູຊາເລັມ
( 2 ຊມອ 5:11-16 )

1 ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ພົບ​ກະສັດ​ດາວິດ. ເພິ່ນ​ໄດ້​ຈັດ​ຫາ​ໄມ້​ສົນສີດາ ແລະ​ຊ່າງ​ກໍ່ ຊ່າງ​ໄມ້​ມາ​ເພື່ອ​ສ້າງ​ວັງ​ໃຫ້​ກະສັດ​ດາວິດ.

2 ສະນັ້ນ ກະສັດ​ດາວິດ​ຈຶ່ງ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ເຮັດ​ໃຫ້​ອານາຈັກ​ຂອງ​ເພິ່ນ​ຈະເລີນ​ຮຸ່ງເຮືອງ ເພື່ອ​ເຫັນ​ແກ່​ປະຊາຊົນ​ທັງຫລາຍ.

3 ໃນ​ນະຄອນ​ເຢຣູຊາເລັມ​ນີ້​ເອງ ທີ່​ກະສັດ​ດາວິດ​ໄດ້​ມີ​ເມຍ​ຕື່ມ​ອີກ​ຫລາຍ​ຄົນ ແລະ​ໄດ້​ມີ​ລູກຊາຍ​ກັບ​ລູກສາວ​ຕື່ມ​ອີກ​ຫລາຍ​ຄົນ.

4 ລູກ​ທີ່​ເພິ່ນ​ໄດ້​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,

5 ອິບຮາ, ເອລີຊູອາ, ເອນເປເລັດ,

6 ໂນຄາ, ເນເຟັກ, ຢາເຟຍ,

7 ເອລີຊາມາ, ເບເອລີອາດາ, ແລະ​ເອລີເຟເລັດ.


ດາວິດ​ຮົບ​ຊະນະ​ພວກ​ຟີລິດສະຕິນ
( 2 ຊມອ 5:17-25 )

8 ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ວ່າ ບັດນີ້ ດາວິດ​ໄດ້​ຮັບ​ການ​ຫົດສົງ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ທົ່ວ​ທັງ​ອິດສະຣາເອນ​ແລ້ວ ພວກເຂົາ​ຈຶ່ງ​ຍົກທັບ​ມາ​ເພື່ອ​ຈັບກຸມ​ເພິ່ນ. ສະນັ້ນ ກະສັດ​ດາວິດ​ຈຶ່ງ​ຍົກທັບ​ອອກ​ໄປ​ປະເຊີນ​ໜ້າ​ກັບ​ພວກເຂົາ.

9 ພວກ​ຟີລິດສະຕິນ​ໄດ້​ມາ​ຮອດ​ຮ່ອມພູ​ເຣຟາອິມ ແລະ​ເລີ່ມຕົ້ນ​ປຸ້ນສະດົມ.

10 ກະສັດ​ດາວິດ​ໄດ້​ທູນ​ຖາມ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ເຂົ້າ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ໄຊຊະນະ​ເໜືອ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ຂຶ້ນ​ໄປ ເຮົາ​ຈະ​ໃຫ້​ເຈົ້າ​ມີໄຊ​ເໜືອ​ພວກເຂົາ.”

11 ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເຂົ້າ​ໂຈມຕີ​ພວກເຂົາ​ທີ່​ບາອານ​ເປຣາຊິມ ແລະ​ໄດ້​ຮົບ​ຊະນະ​ພວກເຂົາ. ເພິ່ນ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ໃຊ້​ຂ້າພະເຈົ້າ​ຕີ​ກອງທັບ​ຂອງ​ສັດຕູ ໃຫ້​ທະລຸ​ໄປ​ດັ່ງ​ກະແສ​ນໍ້າ​ທີ່​ໄຫລ​ມາ​ໃສ່.” ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ ບາອານ​ເປຣາຊິມ.

12 ເມື່ອ​ພວກ​ຟີລິດສະຕິນ​ປົບໜີໄປ​ນັ້ນ, ພວກເຂົາ​ໄດ້​ປະ​ຮູບເຄົາຣົບ​ໄວ້ ແລະ​ກະສັດ​ດາວິດ​ໄດ້​ສັ່ງ​ໃຫ້​ຈູດ​ຮູບ​ເຫຼົ່ານັ້ນ​ຖິ້ມ​ໝົດ.

13 ຢູ່​ມາ​ບໍ່​ນານ ພວກ​ຟີລິດສະຕິນ​ກໍໄດ້​ກັບ​ມາ​ທີ່​ຮ່ອມພູ ແລະ​ເລີ່ມ​ປຸ້ນສະດົມ​ອີກ.

14 ກະສັດ​ດາວິດ​ໄດ້​ປຶກສາ​ກັບ​ພຣະເຈົ້າ​ອີກ ແລະ​ພຣະເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ, “ຢ່າ​ເຂົ້າ​ໂຈມຕີ​ພວກເຂົາ​ທາງ​ດ້ານ​ນີ້, ແຕ່​ໃຫ້​ອ້ອມ​ໄປ​ຕຽມ​ໂຈມຕີ​ພວກເຂົາ​ດ້ານ​ອື່ນ ຢູ່​ໃກ້​ກັບ​ປ່າ​ຕົ້ນໂພ.

15 ເມື່ອ​ເຈົ້າ​ໄດ້ຍິນ​ສຽງ​ຍ່າງ​ເທິງ​ປາຍ​ຕົ້ນໄມ້ ໃຫ້​ເຂົ້າ​ໂຈມຕີ​ໂລດ​ເພາະ​ພຣະເຈົ້າ​ຈະ​ຍ່າງ​ນຳ​ໜ້າ​ເຈົ້າ​ອອກ​ໄປ ເພື່ອ​ຕີ​ກອງທັບ​ພວກ​ຟີລິດສະຕິນ​ໃຫ້​ພ່າຍແພ້.”

16 ກະສັດ​ດາວິດ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ; ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໄລ່​ພວກ​ຟີລິດສະຕິນ​ໜີ​ຈາກ​ກີເບໂອນ​ໄປ​ຈົນ​ຮອດ​ເມືອງ​ເກເຊ.

17 ຊື່ສຽງ​ຂອງ​ກະສັດ​ດາວິດ​ຊ່າລື​ໄປ​ທົ່ວ​ທຸກແຫ່ງ ແລະ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊົນຊາດ​ຕ່າງໆ ເກີດ​ມີ​ຄວາມ​ຢ້ານກົວ​ເພິ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan