1 ຂ່າວຄາວ 13 - ພຣະຄຳພີສັກສິຫີບພັນທະສັນຍາຖືກຍ້າຍຈາກກີຣີອາດເຢອາຣີມ ( 2 ຊມອ 6:1-11 ) 1 ກະສັດດາວິດໄດ້ປຶກສາກັບນາຍທະຫານ ທີ່ບັນຊາການກອງພັນແລະກອງຮ້ອຍທຸກຄົນ. 2 ແລ້ວເພິ່ນກໍປະກາດຕໍ່ປະຊາຊົນອິດສະຣາເອນທັງໝົດວ່າ, “ຖ້າພວກທ່ານເຫັນດີ ແລະເປັນຄວາມປະສົງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ກໍໃຫ້ພວກເຮົາໃຊ້ຄົນນຳຂ່າວເຫຼົ່ານີ້ອອກໄປບອກພີ່ນ້ອງຮ່ວມຊາດຂອງພວກເຮົາ ລວມກັບພວກປະໂຣຫິດແລະພວກເລວີໃນເມືອງຂອງພວກເຂົາ ໃຫ້ມາເຕົ້າໂຮມກັນທີ່ນີ້ກັບພວກເຮົາ. 3 ແລ້ວພວກເຮົາກໍຈະພາກັນໄປເອົາຫີບຂອງພຣະເຈົ້າ ທີ່ໄດ້ຖືກລືມໃນຄາວໂຊນເປັນກະສັດນັ້ນ.” 4 ປະຊາຊົນຕ່າງກໍຊົມຊື່ນຍິນດີແລະເຫັນພ້ອມດ້ວຍ. 5 ສະນັ້ນ ກະສັດດາວິດຈຶ່ງໄດ້ເຕົ້າໂຮມປະຊາຊົນອິດສະຣາເອນຈາກທົ່ວປະເທດ ຄືຕັ້ງແຕ່ຊາຍແດນຊີໂຮເຣປະເທດເອຢິບດ້ານໃຕ້ ຈົນຮອດຊ່ອງແຄບຮາມັດທາງດ້ານເໜືອ ເພື່ອໄປເອົາຫີບຂອງພຣະເຈົ້າຈາກເມືອງກີຣີອາດເຢອາຣີມ ມາທີ່ນະຄອນເຢຣູຊາເລັມ. 6 ກະສັດດາວິດແລະປະຊາຊົນໄດ້ໄປທີ່ເມືອງບາອາລາ, ເມືອງກີຣີອາດເຢອາຣີມ, ຊຶ່ງຢູ່ໃນເຂດແດນຂອງຢູດາຍ ເພື່ອນຳເອົາຫີບຂອງພຣະເຈົ້າກັບມາ ຊຶ່ງມີນາມຊື່ຂອງພຣະເຈົ້າຢາເວຢູ່ເທິງເຄຣຸບນັ້ນ. 7 ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າອອກຈາກເຮືອນຂອງອາບີນາດາບ ມາວາງໄວ້ທີ່ເທິງກວຽນໃໝ່ລຳໜຶ່ງ ຂະນະທີ່ອຸດຊາແລະອາຮີໂອໄດ້ຂັບກວຽນໄປ, 8 ກະສັດດາວິດ ແລະປະຊາຊົນທັງຫລາຍ, ຕ່າງກໍຟ້ອນຢ່າງສຸດໃຈເພື່ອຖວາຍກຽດແກ່ພຣະເຈົ້າ. ພວກເຂົາຮ້ອງເພງທັງບັນເລງດົນຕຼີເຊັ່ນ: ພິນ, ກອງ, ແສ່ງ ແລະແກ. 9 ເມື່ອຂະບວນແຫ່ມາຮອດລານຟາດເຂົ້າຂອງກີໂດນ ງົວເລີຍຕຳສະດຸດ ແລະອຸດຊາຈັບຫີບນັ້ນໄວ້. 10 ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະເຮັດໃຫ້ລາວຕາຍ ເພາະລາວແຕະຕ້ອງຫີບນັ້ນ. ລາວໄດ້ສິ້ນໃຈຕາຍຢູ່ທີ່ນັ້ນຕໍ່ໜ້າພຣະເຈົ້າ 11 ແລະກະສັດດາວິດກໍໃຈຮ້າຍ ຍ້ອນພຣະເຈົ້າຢາເວໄດ້ລົງໂທດອຸດຊາເຖິງຕາຍ. ສະນັ້ນ ບ່ອນນີ້ຈຶ່ງເອີ້ນວ່າ ເປເຣັດອຸດຊາ ມາຈົນເຖິງເທົ່າທຸກວັນນີ້. 12 ແລ້ວກະສັດດາວິດກໍຢ້ານກົວພຣະເຈົ້າຈຶ່ງຖາມວ່າ, “ບັດນີ້ ເຮົາຈະເອົາຫີບພັນທະສັນຍາຂອງພຣະເຈົ້າໄປນຳເຮົາໄດ້ຢ່າງໃດ?” 13 ສະນັ້ນ ກະສັດດາວິດຈຶ່ງບໍ່ນຳເອົາຫີບນີ້ໄປທີ່ນະຄອນເຢຣູຊາເລັມ, ແຕ່ເພິ່ນໄດ້ປະໄວ້ທີ່ເຮືອນຂອງຊາຍຜູ້ໜຶ່ງຊື່ວ່າ ໂອເບັດເອໂດມຊາວເມືອງກາດ. 14 ຫີບຂອງພຣະເຈົ້າຖືກປະໄວ້ທີ່ນັ້ນ ແລະພຣະເຈົ້າຢາເວກໍໄດ້ອວຍພອນຄອບຄົວຂອງໂອເບັດເອໂດມ ຕະຫລອດທັງທຸກໆສິ່ງທີ່ລາວໄດ້ມີຢູ່. |
@ 2012 United Bible Societies. All Rights Reserved.