Biblia Todo Logo
Bìoball air-loidhne

- Sanasan -

1 ຂ່າວຄາວ 12 - ພຣະຄຳພີສັກສິ


ຜູ້​ຕິດຕາມ​ດາວິດ​ພວກ​ທຳອິດ​ຈາກ​ເຜົ່າ​ເບັນຢາມິນ

1 ດາວິດ​ໄດ້​ອາໄສ​ຢູ່​ເມືອງ​ຊິກລັກ ບ່ອນ​ທີ່​ເພິ່ນ​ໄດ້​ໄປ​ຊ່ອນ​ຕົວ​ຢູ່​ຈາກ​ກະສັດ​ໂຊນ​ລູກຊາຍ​ຂອງ​ກີເຊ. ໃນ​ທີ່ນັ້ນ​ໄດ້​ມີ​ທະຫານ​ຜູ້​ເກັ່ງກ້າ​ສາມາດ​ໃນ​ຫລາຍໆ​ດ້ານ​ທີ່​ໄວ້​ໃຈ​ໄດ້;

2 ພວກເຂົາ​ແມ່ນ​ສະມາຊິກ​ໃນ​ເຜົ່າ​ເບັນຢາມິນ ເຜົ່າ​ດຽວກັນ​ກັບ​ກະສັດ​ໂຊນ ໄດ້​ມາ​ຮ່ວມ​ກັບ​ດາວິດ. ພວກເຂົາ​ສາມາດ​ໃຊ້​ແຂນ​ຊ້າຍ​ຫລື​ແຂນ​ຂວາ ຍິງ​ທະນູ​ຫລື​ແກວ່ງ​ກ້ອນຫີນ​ໄດ້.

3 ພວກເຂົາ​ຢູ່​ພາຍໃຕ້​ການ​ບັງຄັບ​ບັນຊາ​ຂອງ​ອາຮີເອເຊ​ແລະ​ໂຢອາດ ລູກຊາຍ​ຂອງ​ເຊມາຢາ​ຈາກ​ເມືອງ​ກີເບອາ. ຄົນ​ເຫຼົ່ານີ້​ລ້ວນແຕ່​ເປັນ​ທະຫານ​ທັງ​ນັ້ນ ມີ​ດັ່ງນີ້: ເຢຊີເອນ​ແລະ​ເປເລດ ລູກຊາຍ​ຂອງ​ອາຊະມາເວດ ເບຣາກາ​ແລະ​ເຢຮູ ຊາວ​ອານາທົດ

4 ອີຊະມາອີຢາ ຊາວ​ກີເບໂອນ​ທະຫານ​ເອກ​ຜູ້ໜຶ່ງ​ແລະ​ເປັນ​ຜູ້ນຳ​ຄົນ​ໜຶ່ງ​ຂອງ “ຈອມສາມ​ທະຫານເອກ” ເຢເຣມີຢາ, ຢາຮາຊີເອນ, ໂຢຮານານ ແລະ​ໂຢຊາບັດ ຊາວ​ເກເດຣາ

5 ເອລູໄຊ, ເຢຣິໂມດ, ເບອາລີຢາ, ເຊມາຣີຢາ​ແລະ​ເຊຟາຕີຢາ ຊາວ​ຮາຣິບ

6 ເອນການາ, ອິດຊີຢາ, ອາຊາເຣນ, ໂຢເອເຊ ແລະ​ຢາໂຊເບອາມ​ແຫ່ງ​ຕະກຸນ​ໂກຣາ

7 ໂຢເອລາ​ແລະ​ເຊບາດີຢາ ລູກຊາຍ​ຂອງ​ເຢໂຣຮາມ ຊາວ​ເກໂດເຣ.


ຜູ້​ຕິດຕາມ​ດາວິດ​ຈາກ​ເຜົ່າກາດ

8 ຄົນ​ເຫຼົ່ານີ້​ແມ່ນ​ທະຫານ ທີ່​ມີ​ຊື່ສຽງ​ແລະ​ຊຳນິ​ຊຳນານ​ໃນ​ການ​ຮົບ​ຈາກ​ເຜົ່າກາດ ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ທະຫານ​ຂອງ​ດາວິດ ເມື່ອ​ເພິ່ນ​ຢູ່​ໃນ​ປ້ອມ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ເກັ່ງກ້າ​ແລະ​ຊ່ຽວຊານ​ໃນ​ການ​ໃຊ້​ໂລ້​ແລະ​ຫອກ ເບິ່ງ​ໂຫດຮ້າຍ​ເໝືອນ​ສິງ ແລະ​ວ່ອງໄວ​ເໝືອນ​ກວາງ​ທີ່​ເທິງ​ພູເຂົາ.

9 ພວກເຂົາ​ໄດ້​ຮັບ​ຕຳແໜ່ງ​ຕາມ​ລຳດັບ​ຂັ້ນ ດັ່ງນີ້: ເອເຊ​ເປັນ​ຫົວໜ້າ, ໂອບາດີຢາ ທີສອງ, ເອລີອາບ ທີສາມ,

10 ມີຊະມັນນາ ທີສີ່, ເຢເຣມີຢາ ທີຫ້າ,

11 ອັດໄຕ ທີຫົກ, ເອລີເອນ ທີເຈັດ,

12 ໂຢຮານັນ ທີແປດ, ເອນຊາບັດ ທີເກົ້າ,

13 ເຢເຣມີຢາ ທີສິບ ແລະ​ມາກະບານໄນ ທີ​ສິບເອັດ.

14 ຄົນ​ເຫຼົ່ານີ້​ຈາກ​ເຜົ່າກາດ​ບາງຄົນ​ໄດ້​ເປັນ​ນາຍ​ທະຫານ​ຊັ້ນ​ຜູ້ໃຫຍ່ ບັງຄັບ​ບັນຊາ​ກອງພັນ ແລະ​ພວກ​ອື່ນ​ຍັງ​ເປັນ​ນາຍ​ທະຫານ​ຊັ້ນ​ຜູ້ນ້ອຍ ບັງຄັບ​ບັນຊາ​ກອງຮ້ອຍ.

15 ໃນ​ເດືອນ​ທຳອິດ​ຂອງ​ປີ​ໜຶ່ງ ເມື່ອ​ນໍ້າ​ຂຶ້ນ​ເຕັມ​ຝັ່ງ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ໄປ​ຂັບໄລ່​ປະຊາຊົນ ຜູ້​ທີ່​ໄດ້​ອາໄສ​ຢູ່​ທາງ​ຝັ່ງ​ຕາເວັນອອກ​ແລະ​ຕາເວັນຕົກ​ໃຫ້​ກະຈັດ​ກະຈາຍ​ໄປ.


ຜູ້​ຕິດຕາມ​ຈາກ​ເຜົ່າ​ເບັນຢາມິນ​ແລະ​ຢູດາ

16 ຄັ້ງໜຶ່ງ ມີ​ທະຫານ​ໜຶ່ງ​ໝວດ​ຈາກ​ເຜົ່າ​ເບັນຢາມິນ​ແລະ​ເຜົ່າຢູດາ ໄດ້​ອອກ​ໄປ​ຫາ​ດາວິດ​ທີ່​ປ້ອມ.

17 ດາວິດ​ໄດ້​ອອກ​ໄປ​ພົບ​ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ພວກເຈົ້າ​ມາ​ຖານ​ມິດ​ເພື່ອ​ຊ່ວຍເຫລືອ​ເຮົາ ເຮົາ​ກໍ​ຍິນດີ​ຕ້ອນຮັບ​ພວກທ່ານ​ໄວ້​ຢູ່​ທີ່​ນີ້ ແລະ​ເຂົ້າ​ຮ່ວມ​ກັບ​ພວກເຮົາ​ໄດ້, ແຕ່​ຖ້າ​ພວກທ່ານ​ຕັ້ງໃຈ​ມາ​ເພື່ອ​ຫັກຫລັງ​ເຮົາ​ແລະ​ມອບ​ເຮົາ​ໃຫ້​ສັດຕູ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ພະຍາຍາມ​ທຳຮ້າຍ​ພວກທ່ານ​ກໍຕາມ, ແຕ່​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ຈະ​ຮູ້ຈັກ​ກ່ຽວກັບ​ເລື່ອງນີ້ ແລະ​ຈະ​ລົງໂທດ​ພວກທ່ານ​ເອງ.”

18 ພຣະວິນຍານ​ໄດ້​ຄວບຄຸມ​ອາມາໄສ ຊຶ່ງ​ໃນ​ເວລາ​ຕໍ່ມາ​ໄດ້​ເປັນ​ຜູ້​ບັນຊາການ​ຂອງ “ທະຫານ​ເອກ​ສາມສິບ​ຄົນ.” ລາວ​ໄດ້​ຮ້ອງ​ຕອບ​ວ່າ, “ດາວິດ​ລູກຊາຍ​ຂອງ​ເຢຊີ​ເອີຍ ພວກເຮົາ​ຢູ່​ຝ່າຍ​ທ່ານ ຂໍ​ໃຫ້​ທ່ານ​ກັບ​ຜູ້​ຊ່ວຍ​ຂອງທ່ານ ຈົ່ງ​ມີ​ສັນຕິສຸກ, ສັນຕິສຸກ​ຢູ່​ກັບ​ທ່ານ ພຣະເຈົ້າ​ຢູ່​ຝ່າຍ​ທ່ານ​ແລ້ວ.” ແລ້ວ​ດາວິດ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ເພິ່ນ​ໄດ້​ໃຫ້​ພວກເຂົາ​ເປັນ​ນາຍ​ທະຫານ​ປະຈຳ​ກອງທັບ​ຂອງຕົນ.


ຜູ້​ຕິດຕາມ​ຈາກ​ເຜົ່າ​ມານາເຊ

19 ທະຫານ​ບາງຄົນ​ຈາກ​ເຜົ່າ​ມານາເຊ​ໄດ້​ໄປ​ເຂົ້າ​ກັບ​ຝ່າຍ​ດາວິດ ເມື່ອ​ເພິ່ນ​ຍົກທັບ​ໄປ​ກັບ​ພວກ​ຟີລິດສະຕິນ​ເພື່ອ​ສູ້ຮົບ​ກະສັດ​ໂຊນ. ທີ່​ຈິງ​ແລ້ວ​ເພິ່ນ​ບໍ່ໄດ້​ຊ່ວຍ​ພວກ​ຟີລິດສະຕິນ ເພາະ​ກະສັດ​ຂອງ​ພວກ​ຟີລິດສະຕິນ​ຢ້ານ​ວ່າ​ດາວິດ​ຈະ​ຫັກຫລັງ​ພວກຕົນ ແລະ​ເຂົ້າ​ຝ່າຍ​ໂຊນ ນາຍ​ເກົ່າ​ຂອງ​ລາວ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ເພິ່ນ​ກັບຄືນ​ເມືອ​ຊິກລັກ.

20 ພວກ​ມີ​ຊື່​ດັ່ງ​ຕໍ່ໄປນີ້​ແມ່ນ​ທະຫານ​ຈາກ​ເຜົ່າ​ມານາເຊ​ທີ່​ເຂົ້າ​ກັບ​ຝ່າຍ​ດາວິດ ຄາວ​ເພິ່ນ​ຖືກ​ໄລ່​ຄືນ​ເມືອ​ຊິກລັກ​ນັ້ນ ມີ​ດັ່ງນີ້: ອັດນາ, ໂຢຊາບັດ, ເຢດີອາເອນ, ມີກາເອນ, ໂຢຊາບັດ, ເອລີຮູ ແລະ​ຊິນເລໄທ. ພວກ​ເຫຼົ່ານີ້​ລ້ວນແຕ່​ເປັນ​ນາຍພັນ ທີ່​ບັນຊາການ​ທະຫານ​ໃນ​ເຜົ່າ​ມານາເຊ.

21 ພວກເຂົາ​ໄດ້​ຮັບໃຊ້​ດາວິດ ໃນ​ຖານະ​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ເພິ່ນ ເພາະ​ພວກເຂົາ​ລ້ວນແຕ່​ເປັນ​ນາຍ​ທະຫານ​ທີ່​ເກັ່ງກ້າ. ຕໍ່ມາ ພວກເຂົາ​ໄດ້​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ອິດສະຣາເອນ.

22 ແຕ່ລະມື້ ໄດ້​ມີ​ທະຫານ​ໃໝ່​ມາ​ເຂົ້າ​ຮ່ວມ​ເປັນ​ກຳລັງ​ກັບ​ກອງ​ທະຫານ​ຂອງ​ດາວິດ​ສະເໝີ ຈົນ​ວ່າ​ກາຍເປັນ​ກອງທັບ​ທີ່​ໃຫຍ່ໂຕ ເໝືອນ​ເປັນ​ກອງທັບ​ກອງ​ໜຶ່ງ​ຂອງ​ພຣະເຈົ້າ.


ດາວິດ​ເຮັດ​ບັນຊີ​ກອງທັບ

23 ເມື່ອ​ດາວິດ​ຢູ່​ທີ່​ເຮັບໂຣນ​ນັ້ນ ມີ​ທະຫານ​ທີ່​ຮັບ​ການ​ຝຶກແອບ​ແລ້ວ​ຫລາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງທັບ​ຂອງ​ເພິ່ນ ເພື່ອ​ຊ່ວຍ​ເພິ່ນ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ໂຊນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້. ຈຳນວນ​ທະຫານ​ຈາກ​ເຜົ່າ​ຕ່າງໆ ມີ​ດັ່ງນີ້:

24 ຈາກ​ເຜົ່າຢູດາ: ຫົກພັນ​ແປດຮ້ອຍ​ຄົນ ເປັນ​ທະຫານ​ທີ່​ໄດ້​ປະກອບ​ອາວຸດ​ຢ່າງດີ ມີ​ໂລ້​ແລະ​ຫອກ;

25 ຈາກ​ເຜົ່າ​ຊີເມໂອນ: ເຈັດພັນ​ໜຶ່ງຮ້ອຍ​ຄົນ ເປັນ​ທະຫານ​ທີ່​ໄດ້​ຮັບ​ການ​ຝຶກແອບ​ເປັນ​ຢ່າງດີ

26 ຈາກ​ເຜົ່າເລວີ: ສີ່ພັນ​ຫົກຮ້ອຍ​ຄົນ;

27 ພວກ​ທີ່​ຕິດຕາມ​ເຢໂຮຍອາດາ ເຊື້ອສາຍ​ຂອງ​ອາໂຣນ: ສາມພັນ​ເຈັດຮ້ອຍ​ຄົນ;

28 ພວກ​ພີ່ນ້ອງ​ຂອງ​ຊາດົກ ນັກຮົບ​ໜຸ່ມແໜ້ນ​ທີ່​ມີ​ຄວາມ​ສາມາດ​ສູງ: ຫົວໜ້າ ຊາວສອງ​ຄົນ;

29 ຈາກ​ເຜົ່າ​ເບັນຢາມິນ (ເຜົ່າ​ຂອງ​ກະສັດ​ໂຊນ​ເອງ): ສາມພັນ​ຄົນ (ຄົນ​ສ່ວນ​ຫລາຍ​ໃນ​ເຜົ່າ​ເບັນຢາມິນ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ໂຊນ​ຢູ່);

30 ຈາກ​ເຜົ່າ​ເອຟຣາອິມ: ຊາວພັນ​ແປດຮ້ອຍ​ຄົນ ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ​ໃນ​ຕະກຸນ​ຂອງ​ພວກເຂົາ;

31 ຈາກ​ເຜົ່າ​ມານາເຊ​ຕາເວັນ​ຕົກ: ສິບແປດພັນ​ຄົນ ເປັນ​ທະຫານ​ທີ່​ເລືອກເຟັ້ນ​ຂຶ້ນ​ສະເພາະ ເພື່ອ​ຊ່ວຍ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ;

32 ຈາກ​ເຜົ່າ​ອິດຊາຄາ: ຫົວໜ້າ ສອງຮ້ອຍ​ຄົນ​ພ້ອມ​ທັງ​ທະຫານ​ທີ່​ຢູ່​ໃຕ້​ການ​ບັນຊາ​ຂອງ​ພວກເຂົາ (ບັນດາ​ຜູ້ນຳ​ເຫຼົ່ານີ້​ຮູ້​ວ່າ ຊາວ​ອິດສະຣາເອນ​ຄວນ​ຈະ​ເຮັດ​ຫຍັງ ແລະ​ເຮັດ​ເວລາ​ໃດ​ດີທີ່ສຸດ);

33 ຈາກ​ເຜົ່າ​ເຊບູໂລນ: ຫ້າສິບພັນ​ຄົນ ເປັນ​ທະຫານ​ທີ່​ສັດຊື່ ແລະ​ໄວ້ວາງໃຈ​ໄດ້​ພ້ອມ​ທີ່​ຈະ​ສູ້ຮົບ ໄດ້​ຮັບ​ການ​ຝຶກຫັດ​ໃຫ້​ໃຊ້​ອາວຸດ​ທຸກ​ຊະນິດ;

34 ຈາກ​ເຜົ່າ​ເນັບທາລີ: ໜຶ່ງພັນ​ຄົນ​ລ້ວນແຕ່​ຫົວໜ້າ ພ້ອມ​ດ້ວຍ​ທະຫານ​ໂລ້​ແລະ​ຫອກ ສາມສິບເຈັດພັນ​ຄົນ;

35 ຈາກ​ເຜົ່າ​ດານ: ຊາວແປດພັນ​ຫົກຮ້ອຍ​ຄົນ ເປັນ​ທະຫານ​ທີ່​ໄດ້​ຮັບ​ການ​ຝຶກແອບ​ແລ້ວ;

36 ຈາກ​ເຜົ່າ​ອາເຊ: ສີ່ສິບພັນ​ຄົນ ພ້ອມ​ແລ້ວ​ທີ່​ຈະ​ສູ້ຮົບ;

37 ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ເຊັ່ນ (ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ): ໜຶ່ງຮ້ອຍ​ຊາວພັນ​ຄົນ ພວກ​ນີ້​ເປັນ​ທະຫານ​ທີ່​ໄດ້​ຮັບ​ການ​ຝຶກ​ໃຫ້​ໃຊ້​ອາວຸດ​ທຸກ​ຊະນິດ.

38 ພວກ​ທະຫານ​ທັງໝົດ​ເຫຼົ່ານີ້​ໄດ້​ໄປ​ທີ່​ເຮັບໂຣນ​ຕຽມພ້ອມ​ສູ້ຮົບ ເພື່ອ​ຕັ້ງໃຈ​ຊ່ວຍ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ທັງໝົດ. ສ່ວນ​ປະຊາຊົນ​ອິດສະຣາເອນ​ທີ່​ເຫຼືອ​ຢູ່​ນັ້ນ ກໍ​ລ້ວນແລ້ວແຕ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ.

39 ພວກເຂົາ​ໄດ້​ຢູ່​ກັບ​ດາວິດ​ໃນ​ທີ່ນັ້ນ​ສາມ​ວັນ ແລະ​ພີ່ນ້ອງ​ຊາວ​ເມືອງ​ໄດ້​ຈັດຫາ​ອາຫານ​ແລະ​ເຄື່ອງດື່ມ​ມາ​ລ້ຽງ​ຕ້ອນຮັບ​ພວກເຂົາ.

40 ແມ່ນແຕ່​ຈາກ​ທີ່​ໄກ​ອອກ​ໄປ​ທາງເໜືອ​ຂອງ​ບັນດາ​ເຜົ່າ​ອິດຊາຄາ, ເຊບູໂລນ ແລະ​ເນັບທາລີ, ປະຊາຊົນ​ກໍ​ໃຊ້​ລໍ, ອູດ, ລາ ແລະ​ງົວ ຕ່າງ​ອາຫານ​ມາ​ຊ່ວຍ ເຊັ່ນ: ແປ້ງເຂົ້າ, ໝາກເດື່ອ, ໝາກອະງຸ່ນ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ. ພວກເຂົາ​ໄດ້​ນຳ​ງົວ​ແລະ​ແກະ​ມາ​ຂ້າ​ກິນ​ດ້ວຍ. ທັງໝົດ​ນີ້​ແມ່ນ​ການ​ສະແດງ​ອອກ​ເຖິງ​ຄວາມ​ຊົມຊື່ນ​ຍິນດີ​ນຳ​ກັນ​ທົ່ວ​ທັງປະເທດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan