1 ຂ່າວຄາວ 11 - ພຣະຄຳພີສັກສິດາວິດຂຶ້ນເປັນກະສັດຂອງອິດສະຣາເອນແລະຢູດາຍ ( 2 ຊມອ 5:1-10 ) 1 ປະຊາຊົນອິດສະຣາເອນທັງໝົດໄດ້ໄປຫາດາວິດທີ່ນະຄອນເຮັບໂຣນ ແລະກ່າວຕໍ່ເພິ່ນວ່າ, “ພວກເຮົາເປັນເລືອດເນື້ອເຊື້ອໄຂດຽວກັນ. 2 ໃນອະດີດທີ່ຜ່ານມາ ເຖິງແມ່ນໂຊນຍັງເປັນກະສັດຢູ່ ເພິ່ນກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ້ຮົບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ສັນຍາກັບເພິ່ນໃຫ້ນຳພາປະຊາຊົນຂອງພຣະອົງ ແລະເປັນຜູ້ປົກຄອງຂອງພວກເຂົາ.” 3 ດັ່ງນັ້ນ ຜູ້ນຳທັງໝົດຂອງຊາດອິດສະຣາເອນຈຶ່ງມາຫາກະສັດດາວິດທີ່ເຮັບໂຣນ. ເພິ່ນໄດ້ເຮັດສັນຍາເປັນພັນທະມິດກັບພວກເຂົາທີ່ເຮັບໂຣນຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາໄດ້ໃຊ້ນໍ້າມັນສັກສິດຫົດສົງເພິ່ນ ແລະແຕ່ງຕັ້ງເພິ່ນໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງຊາມູເອນ. 4 ກະສັດດາວິດພ້ອມດ້ວຍຊາວອິດສະຣາເອນໄດ້ໄປໂຈມຕີນະຄອນເຢຣູຊາເລັມ. ໃນສະໄໝນັ້ນນະຄອນເຢຣູຊາເລັມມີຊື່ວ່າ ເຢບູ; ແລະຊາວເຢບຸດປະຊາຊົນພື້ນເມືອງຂອງດິນແດນນີ້ຍັງໄດ້ອາໄສຢູ່ທີ່ນັ້ນ. 5 ຊາວເຢບຸດທ້າທາຍດາວິດວ່າ ເພິ່ນຈະບຸກເຂົ້າໄປຢຶດເອົາເມືອງນີ້ບໍ່ໄດ້ຈັກເທື່ອ; ແຕ່ດາວິດໄດ້ຢຶດປ້ອມເມືອງຊີໂອນ ແລະປ້ອມນີ້ຈຶ່ງຖືກປ່ຽນຊື່ມາເປັນ “ເມືອງຂອງດາວິດ.” 6 ດາວິດໄດ້ເວົ້າວ່າ, “ຜູ້ທຳອິດທີ່ຂ້າຄົນເຢບຸດ ຈະໄດ້ເປັນຜູ້ບັນຊາການທະຫານ” ສະນັ້ນ ໂຢອາບລູກຊາຍຂອງນາງເຊຣູອີຢາຈຶ່ງເປັນຜູ້ນຳພາບຸກໂຈມຕີເມືອງນີ້ ແລະໄດ້ເປັນຜູ້ບັນຊາການທະຫານ. 7 ເພາະກະສັດດາວິດໄດ້ເຂົ້າໄປອາໄສຢູ່ໃນປ້ອມນີ້; ສະນັ້ນ ທີ່ນັ້ນຈຶ່ງມີຊື່ວ່າ, “ເມືອງຂອງດາວິດ.” 8 ເພິ່ນໄດ້ສ້າງເມືອງຂຶ້ນໃໝ່ໂດຍເລີ່ມຕົ້ນແຕ່ປ້ອມທີ່ມີຊື່ວ່າ ມິນໂລ ທາງທິດຕາເວັນອອກຂອງເນີນພູ ແລະໂຢອາບໄດ້ສ້ອມແປງສ່ວນທີ່ເຫຼືອຂອງເມືອງ. 9 ກະສັດດາວິດມີອຳນາດເຂັ້ມແຂງຍິ່ງໆຂຶ້ນ ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສະຖິດຢູ່ກັບເພິ່ນ. ບັນດາທະຫານທີ່ມີຊື່ສຽງຂອງກະສັດດາວິດ ( 2 ຊມອ 23:8-39 ) 10 ຕໍ່ໄປນີ້ແມ່ນລາຍຊື່ທະຫານຜູ້ທີ່ມີຊື່ສຽງຂອງກະສັດດາວິດ. ໂດຍຮ່ວມກັບປະຊາຊົນອິດສະຣາເອນສ່ວນອື່ນໆ ທະຫານເຫຼົ່ານີ້ໄດ້ຊ່ວຍດາວິດໃຫ້ໄດ້ຂຶ້ນເປັນກະສັດ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ໂດຍຊາວອິດສະຣາເອນ; ແລະພວກເຂົາຍັງໄດ້ຊ່ວຍຮັກສາໃຫ້ອານາຈັກຂອງເພິ່ນໝັ້ນຄົງດ້ວຍ. 11 ຄົນທຳອິດແມ່ນຢາໂຊເບອາມລູກຊາຍຂອງຮັກໂມນ ຜູ້ທີ່ເປັນຫົວໜ້າ “ຈອມສາມທະຫານເອກ.” ລາວໃຊ້ຫອກສູ້ຮົບກັບສັດຕູສາມຮ້ອຍຄົນ ແລະໄດ້ຂ້າພວກເຂົາຖິ້ມໝົດໃນບັ້ນຮົບດຽວ. 12 ຜູ້ທີ່ມີຊື່ສຽງຕໍ່ມາຂອງ “ຈອມສາມທະຫານເອກ” ແມ່ນເອເລອາຊາ ລູກຊາຍຂອງໂດໂດແຫ່ງຕະກຸນອາໂຮ. 13 ລາວໄດ້ສູ້ຮົບພວກຟີລິດສະຕິນໃຫ້ກະສັດດາວິດໃນບັ້ນຮົບປັດດຳມິມ; ລາວກຳລັງຢູ່ໃນທົ່ງນາເຂົ້າບາເລ ເມື່ອຊາວອິດສະຣາເອນໄດ້ລ່າຖອຍໜີໄປ 14 ສ່ວນລາວພ້ອມດ້ວຍຄົນຂອງຕົນກໍຢືນຕໍ່ສູ້ຊາວຟີລິດສະຕິນຢູ່ກາງທົ່ງນາ. ພຣະເຈົ້າຢາເວໄດ້ໃຫ້ລາວຮົບຊະນະເປັນຄັ້ງຍິ່ງໃຫຍ່. 15 ມື້ໜຶ່ງ ມີສາມຄົນໃນຈຳນວນທະຫານເອກສາມສິບຄົນ ໄດ້ໄປທີ່ໂງ່ນຫີນແຫ່ງໜຶ່ງໃກ້ກັບຖໍ້າອາດຸນລຳບ່ອນທີ່ກະສັດດາວິດຢູ່ ຂະນະທີ່ພວກຟີລິດສະຕິນກຸ່ມໜຶ່ງໄດ້ຕັ້ງຄ້າຍຢູ່ທີ່ຮ່ອມພູເຣຟາອິມ. 16 ໃນເວລານັ້ນ ກະສັດດາວິດໄດ້ພັກຢູ່ໃນປ້ອມປ້ອງກັນທີ່ເທິງເນີນພູ ແລະພວກຟີລິດສະຕິນໝວດໜຶ່ງຢຶດເອົາເມືອງເບັດເລເຮັມໄດ້. 17 ກະສັດດາວິດຄິດຮອດບ້ານຈຶ່ງເວົ້າວ່າ, “ຜູ້ໃດໜໍຈະໄປເອົານໍ້າຈາກສ້າງທີ່ປະຕູເມືອງເບັດເລເຮັມມາໃຫ້ເຮົາດື່ມ!” 18 ສາມທະຫານເອກໄດ້ຕີຝ່າຄ້າຍທະຫານຟີລິດສະຕິນ ໄປຕັກນໍ້າທີ່ສ້າງມາໃຫ້ກະສັດດາວິດ. ເພິ່ນດື່ມບໍ່ລົງ ແຕ່ກັບຖອກນໍ້າລົງດິນຖວາຍແກ່ພຣະເຈົ້າຢາເວ 19 ແລະທັງເວົ້າວ່າ, “ເຮົາບໍ່ອາດຈະດື່ມນໍ້ານີ້ໄດ້ດອກ ມັນເທົ່າກັບດື່ມເລືອດຂອງຄົນເຫຼົ່ານີ້ທີ່ໄດ້ສ່ຽງຊີວິດຂອງພວກເຂົາ!” ສະນັ້ນ ເພິ່ນຈຶ່ງປະຕິເສດທີ່ຈະດື່ມ. ອັນນີ້ແມ່ນວິລະກຳຂອງຈອມສາມທະຫານເອກ. 20 ອາບີໄຊ ນ້ອງຊາຍຂອງໂຢອາບເປັນຫົວໜ້າຂອງ “ທະຫານເອກສາມສິບຄົນ. ລາວໄດ້ໃຊ້ຫອກຕໍ່ສູ້ສັດຕູສາມຮ້ອຍຄົນ ແລະໄດ້ຂ້າພວກເຂົາຕາຍໝົດ ແລະລາວຈຶ່ງໄດ້ກາຍເປັນຜູ້ມີຊື່ສຽງໃນທ່າມກາງທະຫານເອກສາມຄົນ.” 21 ລາວເປັນຜູ້ມີຊື່ສຽງທີ່ສຸດຢູ່ໃນ “ທະຫານເອກສາມສິບຄົນ” ແລະເປັນຜູ້ນຳຂອງເຂົາແຕ່ລາວບໍ່ມີຊື່ສຽງເທົ່າ “ຈອມສາມທະຫານເອກ.” 22 ເບນາອີຢາ ລູກຊາຍຂອງເຢໂຮຍອາດາຊາວກັບເຊເອນ ກໍເປັນທະຫານທີ່ມີຊື່ສຽງຜູ້ໜຶ່ງ; ລາວໄດ້ສ້າງວິລະກຳໄວ້ຫລາຍຢ່າງ ຮວມທັງໄດ້ຂ້ານັກຮົບຜູ້ທີ່ຍິ່ງໃຫຍ່ຂອງຊາວໂມອາບສອງຄົນ. ມີຄັ້ງໜຶ່ງເປັນມື້ຫິມະຕົກ ລາວໄດ້ລົງໄປໃນຫລຸມແລະໄດ້ຂ້າສິງໂຕໜຶ່ງ. 23 ລາວໄດ້ຂ້າຊາວເອຢິບຄົນໜຶ່ງ ສູງປະມານສອງແມັດເຄິ່ງ ທີ່ຖືຫອກເທົ່າກັບໄມ້ກຳພັ້ນຫູກ. ເບນາອີຢາໄດ້ໃຊ້ໄມ້ຄ້ອນສູ້ຮົບ ເພື່ອຍາດເອົາຫອກຈາກມືຂອງຄົນເອຢິບ ແລະໃຊ້ຫອກນັ້ນຂ້າຄົນເອຢິບຜູ້ນັ້ນ. 24 ສິ່ງເຫຼົ່ານີ້ ຄືວິລະກຳທີ່ເບນາອີຢາລູກຊາຍຂອງເຢໂຮຍອາດາ ຄົນໜຶ່ງໃນ “ທະຫານເອກສາມສິບຄົນ” ໄດ້ສ້າງໄວ້. 25 ລາວເປັນຄົນໜຶ່ງທີ່ເດັ່ນໃນທ່າມກາງ “ທະຫານເອກສາມສິບຄົນ” ແຕ່ບໍ່ມີຊື່ສຽງເທົ່າກັບ “ຈອມສາມທະຫານເອກ.” ກະສັດດາວິດໄດ້ເອົາລາວເປັນທະຫານປ້ອງກັນຕົວເພິ່ນ. 26 ພວກທີ່ມີຊື່ຕໍ່ໄປນີ້ແມ່ນທະຫານດີເດັ່ນ ມີດັ່ງນີ້: ອາສາເຮນ ນ້ອງຊາຍຂອງໂຢອາບ, ເອນຮານານ ລູກຊາຍຂອງໂດໂດ ເປັນຊາວເມືອງເບັດເລເຮັມ, 27 ຊາມໂມດ ຊາວຮາໂຣດ, ເຮເລດ ຊາວເປໂລນ, 28 ອີຣາ ລູກຊາຍຂອງອິກເກັດ ຊາວເຕກົວ, ອາບີເອເຊ ຊາວອານາທົດ, 29 ສິບເບກາຍ ຊາວຮູຊາ, ອີໄລ ຊາວອາໂຮ, 30 ມະຫາໄຣ ຊາວເນໂຕຟາ, ເຮເລັດ ລູກຊາຍຂອງບາອານາ ຊາວເນໂຕຟາ, 31 ອິດໄຕລູກຊາຍຂອງຣີໄບ ຊາວກີເບອາໃນເຜົ່າເບັນຢາມິນ, ເບນາອີຢາ ຊາວປີຣາໂທນ, 32 ຮູໄຣ ຊາວຮ່ອມພູໃກ້ເມືອງກາອາດ, ອາບີເອນ ຊາວອາຣະບາ, 33 ອາຊະມາເວດ ຊາວບາຮູຣຸມ, ເອລີອາບາ ຊາວຊາອານໂບນ, 34 ຮາເຊມ ຊາວກີໂຊນ, ໂຢນາທານ ລູກຊາຍຂອງຊາກີ ຊາວຮາຣາເຣ, 35 ອາຮີອາມ ລູກຊາຍຂອງສາກາ ຊາວຮາຣາເຣ, ເອລີຟັນ ລູກຊາຍຂອງອູເຣ, 36 ເຮເຟ ຊາວເມເຄຣາ, ອາຮີຢາ ຊາວເປໂລນ, 37 ເຮຊະໂຣ ຊາວກາເມນ, ນາອາໄຣ ລູກຊາຍຂອງເອຊະໄບ, 38 ໂຢເອນ ນ້ອງຊາຍຂອງນາທານ, ມິບຮາ ລູກຊາຍຂອງຮາກຣີ, 39 ເຊເລັກ ຊາວອຳໂມນ, ນາຮາໄຣຊາວເບເອໂຣດ ຄົນຖືອາວຸດໃຫ້ໂຢອາບລູກຊາຍຂອງນາງເຊຣູອີຢາ, 40 ອີຣາຊາວອິດໄຣແລະຄາເຣັບຊາວອິດໄຣ, 41 ອູຣິຢາ ຊາວຮິດຕີ, ຊາບັດ ລູກຊາຍຂອງອາຮະໄລ, 42 ອາດີນາ ລູກຊາຍຂອງຊີຊາ (ຜູ້ນຳຄົນໜຶ່ງຂອງເຜົ່າຣູເບັນກັບທະຫານສາມສິບຄົນ), 43 ຮານານ ລູກຊາຍຂອງມາອາກາ, ໂຢຊາຟັດ ຊາວມີທານ, 44 ອຸດຊີອາ ຊາວອາຊະເຕຣາ, ຊາມມາແລະເຢອີເອນ ລູກຊາຍຂອງໂຮທາມ ຊາວອາໂຣເອ, 45 ເຢດີອາເອນແລະໂຢຮາ ລູກຊາຍຂອງຊິມຣີ ຊາວຕີເຊ, 46 ເອລີເອນ ຊາວມາຮາໄວ, ເຢຣີໄບແລະໂຢຊາວີຢາ ລູກຊາຍຂອງເອນນາອາມ, ອິດມາ ຊາວໂມອາບ, 47 ເອລີເອນ, ໂອເບັດ ແລະຢາອາສີເອນ ຊາວໂຊບາ. |
@ 2012 United Bible Societies. All Rights Reserved.