ຕີໂຕ 3 - ພຣະຄຳພີລາວສະບັບສະໄໝໃໝ່ໄດ້ພົ້ນເພື່ອເຮັດຄວາມດີ 1 ຈົ່ງເຕືອນສະຕິຄົນທັງຫລາຍໃຫ້ຢູ່ໃນບັງຄັບຂອງຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້ເຊື່ອຟັງ ແລະ ພ້ອມທີ່ຈະເຮັດສິ່ງທີ່ດີ, 2 ບໍ່ໃສ່ຮ້າຍປ້າຍສີຜູ້ໃດ, ມັກຄວາມສະຫງົບ, ເຫັນໃຈຄົນອື່ນ ແລະ ສຸພາບອ່ອນໂຍນຕໍ່ທຸກຄົນ. 3 ຄັ້ງໜຶ່ງພວກເຮົາເອງກໍເປັນຄົນໂງ່ຈ້າ, ບໍ່ເຊື່ອຟັງ, ຫລອກລວງ ແລະ ຕົກເປັນຂ້າທາດຂອງກິເລດຕັນຫາ ແລະ ຄວາມສະໜຸກສະໜານທຸກຊະນິດ. ພວກເຮົາເຄີຍໃຊ້ຊີວິດໃນຄວາມຊົ່ວຮ້າຍ ແລະ ອິດສາ, ຖືກກຽດຊັງ ແລະ ກຽດຊັງເຊິ່ງກັນແລະກັນ. 4 ແຕ່ເມື່ອຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາໄດ້ມາປາກົດ, 5 ພຣະອົງໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ, ບໍ່ແມ່ນເພາະຄວາມຊອບທຳທີ່ພວກເຮົາໄດ້ເຮັດ ແຕ່ເພາະຄວາມເມດຕາຂອງພຣະອົງ. ພຣະອົງໄດ້ຊ່ວຍພວກເຮົາໃຫ້ພົ້ນຜ່ານທາງການຊຳລະແຫ່ງການບັງເກີດໃໝ່ ແລະ ການສ້າງຂຶ້ນໃໝ່ໂດຍພຣະວິນຍານບໍລິສຸດເຈົ້າ 6 ພຣະເຈົ້າໄດ້ຖອກເທພຣະວິນຍານບໍລິສຸດເຈົ້ານີ້ລົງມາເທິງພວກເຮົາຢ່າງລົ້ນເຫລືອຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ, 7 ເພື່ອວ່າ ເມື່ອພວກເຮົາຖືກນັບເປັນຜູ້ຊອບທຳດ້ວຍພຣະຄຸນຂອງພຣະອົງແລ້ວ ພວກເຮົາກໍຈະກາຍເປັນຜູ້ຮັບມໍລະດົກ ມີຄວາມຫວັງໃນຊີວິດນິລັນດອນ. 8 ນີ້ເປັນຄຳເວົ້າທີ່ໜ້າເຊື່ອຖື ແລະ ເຮົາຢາກໃຫ້ເຈົ້າເນັ້ນໃສ່ເລື່ອງເຫລົ່ານີ້ ເພື່ອວ່າບັນດາຜູ້ທີ່ໄວ້ໃຈໃນພຣະເຈົ້າຈະໄດ້ເອົາໃຈໃສ່ໃນການອຸທິດຕົນເຮັດສິ່ງທີ່ດີ. ສິ່ງເຫລົ່ານີ້ເປັນສິ່ງດີເລີດ ແລະ ເປັນປະໂຫຍດແກ່ທຸກຄົນ. 9 ແຕ່ຈົ່ງຫລີກເວັ້ນຈາກຄວາມຂັດແຍ້ງອັນໂງ່ຈ້າ, ເລື່ອງລຳດັບວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້ກັນກ່ຽວກັບເລື່ອງກົດບັນຍັດ ເພາະສິ່ງເຫລົ່ານີ້ລ້ວນແຕ່ບໍ່ມີປະໂຫຍດ ແລະ ໃຊ້ການບໍ່ໄດ້. 10 ຈົ່ງຕັກເຕືອນຄົນທີ່ກໍ່ໃຫ້ເກີດຄວາມແຕກແຍກເທື່ອທີໜຶ່ງກ່ອນ ແລ້ວຈຶ່ງຕັກເຕືອນອີກເປັນເທື່ອທີສອງ. ຫລັງຈາກນັ້ນ ກໍຢ່າກ່ຽວຂ້ອງກັບພວກເຂົາ. 11 ເຈົ້າແນ່ໃຈໄດ້ວ່າຄົນແບບນີ້ເປັນຄົນບິດເບືອນ ແລະ ບາບຫລາຍ; ການກະທຳຂອງພວກເຂົາຈະພິພາກສາໂຕພວກເຂົາເອງ. ຄຳແນະນໍາສຸດທ້າຍ 12 ເມື່ອເຮົາໃຊ້ອາເຕມາ ຫລື ຕີຂີໂກໄປຫາເຈົ້າ ຂໍໃຫ້ເຈົ້າພະຍາຍາມຟ້າວມາຫາເຮົາທີ່ເມືອງນິໂກໂປລີໃຫ້ໄດ້ ເພາະເຮົາໄດ້ຕັດສິນໃຈແລ້ວວ່າຈະພັກຢູ່ທີ່ນັ້ນຈົນໝົດລະດູໜາວ. 13 ຂໍໃຫ້ເຈົ້າພະຍາຍາມຊ່ວຍເຫລືອການເດີນທາງຂອງເຊນັດ ຜູ້ເປັນທະນາຍຄວາມກັບອາໂປໂລ ແລະ ເບິ່ງແຍງພວກເພິ່ນບໍ່ໃຫ້ຂາດເຂີນສິ່ງໃດ. 14 ຄົນຂອງພວກເຮົາຕ້ອງຮຽນຮູ້ທີ່ຈະອຸທິດຕົນເຮັດສິ່ງທີ່ດີ ເພື່ອພວກເຂົາຈະໄດ້ຈັດຫາສິ່ງທີ່ຈໍາເປັນໃນຊີວິດປະຈໍາວັນໃຫ້ຜູ້ອື່ນ ແລະ ເພື່ອຈະບໍ່ດຳເນີນຊີວິດຢ່າງໄຮ້ປະໂຫຍດ. 15 ທຸກຄົນທີ່ຢູ່ກັບເຮົາກໍຝາກຄວາມຄິດເຖິງມາຍັງເຈົ້າ. ເຮົາຂໍຝາກຄວາມຄິດເຖິງມາຍັງບັນດາຄົນທີ່ຮັກພວກເຮົາໃນຄວາມເຊື່ອນັ້ນ. ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.