Biblia Todo Logo
Bìoball air-loidhne

- Sanasan -

ຕີໂຕ 2 - ພຣະຄຳພີລາວສະບັບສະໄໝໃໝ່


ເຮັດ​ຄວາມ​ດີ​ເພື່ອ​ເຫັນ​ແກ່​ຂ່າວປະເສີດ

1 ເຖິງ​ຢ່າງ​ໃດ​ກໍ​ຕາມ ເຈົ້າ​ຈະ​ຕ້ອງ​ສອນ​ສິ່ງ​ທີ່​ສອດຄ່ອງ​ກັບ​ຄຳສອນ​ອັນ​ມີ​ຫລັກ.

2 ຈົ່ງ​ສອນ​ພວກ​ຜູ້ຊາຍ​ອາວຸໂສ​ໃຫ້​ເປັນ​ຜູ້​ຮູ້ຈັກ​ຄວບຄຸມອາລົມ, ເປັນ​ຄົນ​ໜ້າ​ນັບຖື, ເປັນ​ຄົນ​ຮູ້ຈັກ​ຄວບຄຸມ​ຕົນເອງ, ເຂັ້ມແຂງ​ໃນ​ຄວາມເຊື່ອ, ໃນ​ຄວາມຮັກ ແລະ ໃນ​ຄວາມອົດທົນ.

3 ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.

4 ແລ້ວ​ພວກເຂົາ​ຈະ​ສາມາດ​ແອບສອນ​ບັນດາ​ຍິງ​ໜຸ່ມ​ໃຫ້​ຮັກ​ຜົວ ແລະ ລູກ​ຂອງ​ຕົນ,

5 ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.

6 ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໜູນໃຈ​ບັນດາ​ຊາຍ​ໜຸ່ມ​ໃຫ້​ຮູ້ຈັກ​ຄວບຄຸມ​ຕົນເອງ.

7 ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ

8 ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.

9 ຈົ່ງ​ສັ່ງສອນ​ພວກ​ຂ້າທາດ​ໃຫ້​ຟັງຄວາມ​ນາຍ​ຂອງ​ຕົນ​ໃນ​ທຸກສິ່ງ, ພະຍາຍາມ​ເຮັດໃຫ້​ນາຍ​ພໍໃຈ, ບໍ່​ໃຫ້​ຖຽງຄວາມ​ນາຍ,

10 ແລະ ບໍ່​ໃຫ້​ລັກ​ເອົາ​ສິ່ງ​ໃດ​ຂອງ​ນາຍ ແຕ່​ສະແດງ​ໃຫ້​ເຫັນ​ວ່າ​ພວກເຂົາ​ເປັນ​ຄົນ​ທີ່​ໄວ້ໃຈ​ໄດ້​ຢ່າງ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ເຮັດ​ໃຫ້​ຄຳສອນ​ເລື່ອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ນັ້ນ​ງົດງາມ​ໃນ​ທຸກໆ​ທາງ.

11 ເພາະ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ປາກົດ​ນັ້ນ​ໄດ້​ໃຫ້​ຄວາມພົ້ນ​ແກ່​ທຸກຄົນ

12 ພຣະຄຸນ​ນີ້​ສອນ​ພວກເຮົາ​ກ່າວ​ປະຕິເສດ​ຕໍ່​ຄວາມອະທຳ ແລະ ຕັນຫາ​ຝ່າຍໂລກ ແລະ ສອນ​ພວກເຮົາ​ໃຫ້​ດຳເນີນຊີວິດ​ໃນ​ຍຸກ​ນີ້​ເໝືອນ​ຄົນ​ທີ່​ຮູ້ຈັກ​ຄວບຄຸມຕົນເອງ, ເປັນ​ຄົນ​ຍຸຕິທຳ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ.

13 ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,

14 ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.

15 ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan