Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 9 - ພຣະຄຳພີລາວສະບັບສະໄໝໃໝ່


ຄວາມທຸກໃຈ​ຂອງ​ໂປໂລ​ຕໍ່​ອິດສະຣາເອນ

1 ເຮົາ​ຢູ່​ໃນ​ພຣະຄຣິດເຈົ້າ​ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່​ໄດ້​ກຳລັງ​ເວົ້າຕົວະ, ຈິດສຳນຶກ​ຂອງ​ເຮົາ​ກໍ​ຢືນຢັນ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ວ່າ

2 ເຮົາ​ມີ​ຄວາມທຸກໂສກ​ໜັກ ແລະ ເຈັບປວດ​ຫົວໃຈ​ຢ່າງ​ບໍ່ສິ້ນສຸດ.

3 ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ,

4 ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ.

5 ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.


ການ​ເລືອກ​ຂອງ​ພຣະເຈົ້າ

6 ບໍ່ແມ່ນ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລົ້ມເຫລວ​ໄປ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຈາກ​ອິດສະຣາເອນ​ນັ້ນ​ຈະ​ເປັນ​ອິດສະຣາເອນ.

7 ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຂອງ​ອັບຣາຮາມ​ຈະ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ແຕ່​ກົງກັນຂ້າມ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.

8 ໝາຍຄວາມ​ວ່າ​ຄົນ​ທີ່​ເປັນ​ບຸດ​ຂອງ​ພຣະເຈົ້າ​ນັ້ນ​ບໍ່ແມ່ນ​ເປັນ​ບຸດ​ຕາມ​ສາຍເລືອດ ແຕ່​ເປັນ​ບຸດ​ຕາມ​ສັນຍາ ຈຶ່ງ​ຖືວ່າ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ.

9 ເພາະ​ຄຳ​ສັນຍາ​ໄດ້​ລະບຸ​ໄວ້​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ເຮົາ​ຈະ​ກັບຄືນມາ ແລະ ນາງ​ຊາຣາ​ກໍ​ຈະ​ມີ​ລູກຊາຍ​ຄົນ​ໜຶ່ງ”.

10 ບໍ່​ແມ່ນ​ພຽງແຕ່​ເທົ່ານັ້ນ, ແຕ່​ລູກຊາຍ​ສອງ​ຄົນ​ທີ່​ເຣເບກາ​ຖືພາ​ໃນ​ເວລາ​ດຽວ​ກັນ​ກໍ​ມີ​ພໍ່​ຄົນ​ດຽວ​ກັນ​ຄື​ອີຊາກ ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.

11 ແຕ່​ກ່ອນ​ທີ່​ລູກແຝດ​ນັ້ນ​ຈະ​ເກີດ​ມາ ຫລື ກ່ອນ​ທີ່​ພວກເຂົາ​ຈະ​ເຮັດ​ສິ່ງ​ດີ ຫລື ສິ່ງ​ຊົ່ວ​ອັນໃດ, ກໍ​ເພື່ອ​ວ່າ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃນ​ການ​ເລືອກ​ນັ້ນ​ຈະ​ຕັ້ງໝັ້ນຄົງ​ຢູ່

12 ຄື​ບໍ່ແມ່ນ​ເປັນໄປ​ຕາມ​ການປະຕິບັດ ແຕ່​ເປັນໄປ​ຕາມ​ພຣະອົງ​ຜູ້​ເອີ້ນ ພຣະອົງ​ໄດ້​ກ່າວ​ກັບ​ນາງ​ວ່າ, “ຜູ້​ເປັນ​ອ້າຍ​ຈະ​ຮັບໃຊ້​ຜູ້​ເປັນ​ນ້ອງ”.

13 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຮົາ​ໄດ້​ຮັກ​ຢາໂຄບ, ແຕ່​ເຮົາ​ໄດ້​ກຽດຊັງ​ເອຊາວ”.

14 ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ພຣະເຈົ້າ​ບໍ່ຍຸຕິທຳ​ບໍ? ບໍ່ແມ່ນ​ດອກ!

15 ເພາະ​ພຣະອົງ​ກ່າວ​ກັບ​ໂມເຊ​ວ່າ, “ເຮົາ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້​ນັ້ນ ແລະ ເຮົາ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້​ນັ້ນ”.

16 ເຫດສະນັ້ນ, ສິ່ງ​ນີ້​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມປາຖະໜາ ຫລື ຄວາມພະຍາຍາມ​ຂອງ​ມະນຸດ ແຕ່​ຂຶ້ນ​ຢູ່​ກັບ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ.

17 ເພາະ​ໃນ​ພຣະຄຳພີ ພຣະເຈົ້າ​ກ່າວ​ແກ່​ຟາໂຣ​ວ່າ, “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ກໍ​ເພື່ອ​ຈຸດປະສົງ​ຂໍ້​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະແດງ​ລິດອຳນາດ​ຂອງ​ເຮົາ​ໃຫ້​ປາກົດ​ທາງ​ເຈົ້າ ແລະ ເພື່ອ​ນາມ​ຂອງ​ເຮົາ​ປະກາດ​ໄປ​ທົ່ວ​ໂລກ”.

18 ເຫດສະນັ້ນ, ພຣະເຈົ້າ​ເມດຕາ​ຕໍ່​ຜູ້​ທີ່​ປະສົງ​ຈະ​ເມດຕາ ແລະ ພຣະອົງ​ປະສົງ​ຈະ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງກະດ້າງ ພຣະອົງ​ກໍ​ເຮັດ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງກະດ້າງ.

19 ບາງຄົນ​ໃນ​ພວກເຈົ້າ​ຈະ​ກ່າວ​ກັບ​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຍັງ​ຕຳໜິ​ພວກເຮົາ​ຢູ່? ເພາະ​ຜູ້ໃດ​ຈະ​ຂັດຂືນ​ຄວາມ​ປະສົງ​ຂອງ​ພຣະອົງ​ໄດ້?”

20 ແຕ່​ມະນຸດ​ເອີຍ, ພວກເຈົ້າ​ເປັນ​ຜູ້ໃດ​ຈຶ່ງ​ກ້າ​ກ່າວ​ຕອບໂຕ້​ພຣະເຈົ້າ​ໄດ້? “ສົມຄວນ​ບໍ​ທີ່​ສິ່ງ​ທີ່​ຖືກ​ສ້າງ​ຈະ​ກ່າວ​ກັບ​ຜູ້ສ້າງ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ສ້າງ​ຂ້ອຍ​ແບບ​ນີ້’?”

21 ຊ່າງປັ້ນໝໍ້​ນັ້ນ​ບໍ່​ມີ​ສິດ​ເອົາ​ດິນ​ກ້ອນ​ດຽວ​ກັນ​ມາ​ປັ້ນ​ເປັນ​ພາຊະນະ​ເພື່ອ​ວັດຖຸປະສົງ​ພິເສດ ແລະ ປັ້ນ​ເປັນ​ພາຊະນະ​ເພື່ອ​ໃຊ້​ງານ​ທົ່ວໄປ​ບໍ?

22 ຈະ​ເປັນ​ຢ່າງ​ໃດ​ຖ້າຫາກ​ວ່າ​ພຣະເຈົ້າ​ຈະ​ເລືອກ​ທີ່​ຈະ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ແລະ ເຮັດ​ໃຫ້​ລິດອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ, ແຕ່​ພຣະອົງ​ໄດ້​ອົດທົນ​ອົດກັ້ນ​ຕໍ່​ຜູ້​ທີ່​ເປັນ​ເປົ້າ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເຊິ່ງ​ຈັດຕຽມ​ໄວ້​ສຳລັບ​ຄວາມຈິບຫາຍ?

23 ຈະ​ວ່າ​ຢ່າງໃດ​ຖ້າ​ພຣະອົງ​ກະທຳ​ຢ່າງ​ນີ້​ເພື່ອ​ສະແດງ​ສະຫງ່າລາສີ​ອັນ​ອຸດົມສົມບູນ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເມດຕາ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ສະຫງ່າລາສີ​ນັ້ນ?

24 ລວມທັງ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ໄວ້​ເໝືອນກັນ, ບໍ່​ແມ່ນ​ຈາກ​ຄົນຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ.

25 ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ຜູ້​ທີ່​ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ເຮົາ​ວ່າ ‘ພົນລະເມືອງ​ຂອງ​ເຮົາ’ ແລະ ເອີ້ນ​ຜູ້​ທີ່​ເຮົາ​ບໍ່​ຮັກ​ວ່າ ‘ຜູ້​ທີ່​ເຮົາ​ຮັກ’”,

26 ແລະ “ໃນ​ບ່ອນ​ທີ່​ກ່າວ​ແກ່​ພວກເຂົາ​ວ່າ, ‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’, ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ບຸດ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່’”.

27 ເອຊາຢາ​ປະກາດ​ກ່ຽວກັບ​ຊົນຊາດ​ອິດສະຣາເອນ​ວ່າ, “ເຖິງ​ວ່າ​ຊົນຊາດ​ອິດສະຣາເອນ​ຈະ​ມີ​ຫລວງຫລາຍ​ເໝືອນດັ່ງ​ເມັດຊາຍ​ທີ່​ແຄມທະເລ ແຕ່​ຈະ​ມີ​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ໄດ້​ພົ້ນ.

28 ດ້ວຍວ່າ ອົງພຣະຜູ້ເປັນເຈົ້າ​ຈະ​ພິພາກສາ ລົງໂທດ​ໂລກ​ນີ້​ໂດຍ​ໄວ ແລະ ເດັດຂາດ”.

29 ຕາມ​ທີ່​ເອຊາຢາ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ວ່າ, “ຖ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່ ບໍ່​ໄດ້​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫລືອ​ຢູ່ ພວກເຮົາ​ກໍ​ຄົງ​ຈະ​ເປັນ​ເໝືອນ​ເມືອງ​ໂຊໂດມ ພວກເຮົາ​ກໍ​ຄົງ​ຈະ​ເປັນ​ເໝືອນ​ເມືອງ​ໂກໂມຣາ”.


ຊົນຊາດ​ອິດສະຣາເອນ​ບໍ່​ເຊື່ອ

30 ຖ້າ​ເປັນ​ດັ່ງນີ້​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ຄົນຕ່າງຊາດ​ຜູ້​ທີ່​ບໍ່​ໄດ້​ດິ້ນລົນ​ຫາ​ຄວາມຊອບທຳ​ກໍ​ຍັງ​ໄດ້​ຮັບ​ຄວາມຊອບທຳ​ຄື ຄວາມຊອບທຳ​ໂດຍ​ທາງ​ຄວາມເຊື່ອ,

31 ແຕ່​ຊົນຊາດ​ອິດສະຣາເອນ​ທີ່​ດິ້ນລົນ​ຫາ​ກົດບັນຍັດ​ແຫ່ງ​ຄວາມຊອບທຳ ກໍ​ບໍ່​ໄດ້​ບັນລຸ​ເປົ້າໝາຍ​ຂອງ​ພວກເຂົາ.

32 ເປັນຫຍັງ​ຈຶ່ງ​ບໍ່​ໄດ້? ກໍ​ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ດິ້ນລົນ​ຫາ​ດ້ວຍ​ຄວາມເຊື່ອ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ໄດ້​ມາ​ດ້ວຍ​ການປະຕິບັດ. ພວກເຂົາ​ຈຶ່ງ​ສະດຸດ​ກ້ອນຫີນ​ທີ່​ເຮັດ​ໃຫ້​ຊູນສະດຸດ​ນັ້ນ.

33 ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເບິ່ງ​ແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເຊິ່ງ​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ ແລະ ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan